ການເກັບກູ້ຣະເບີດ ທີ່ບໍ່ທັນແຕກ ທີ່ແຂວງຊຽງຂວາງ ໃນປັດຈຸບັນ ມີຄວາມຫລ້າຊ້າ ຍ້ອນຂາດ ທີມງານ ສຳຣວດກຳນົດ ພື້ນທີ່ເກັບກູ້. ການເກັບກູ້ ຣະເບີດ ທີ່ຕົກຄ້າງ ໃນປາງສົງຄາມ ທີ່ແຂວງຊຽງຂວາງ ໄດ້ດຳເນີນມາແຕ່ປີ 1978 ມາຮອດ ປັດຈຸບັນ ສາມາດເກັບກູ້ ຣະເບີດໄດ້ ໃນແຕ່ລະປີ ປະມານ 5 ຫາ 6 ຮ້ອຍເຮັກຕາ ຫລື ປະມານ 0.46% ຂອງເນື້ອທີ່ ຣະເບີດ ບໍ່ທັນແຕກ ທັງຫມົດ ໃນແຂວງ ຊຽງຂວາງ ປະມານ 1 ລ້ານ 5 ແສນເຮັກຕາ. ດັ່ງຄຳເວົ້າຂອງ ເຈົ້າຫນ້າທີ່ ເກັບກູ້ຣະເບີດ ທີ່ ແຂວງຊຽງຂວາງ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນວັນທີ 7 ມິນາ ນີ້ວ່າ:
"ມັນມີຜົລກະທົບ ກ່ຽວກັບຂໍ້ມູນ ການຖິ້ມຣະເບີດ ໃນທຸກໆບ່ອນ ແຕ່ວ່າດຽວນີ້ ທີມງານເຮົາ ບໍ່ມີທິມສຳຣວດ ກຳນົດພື້ນທີ່ ເຮົາມີແຕ່ ສຳຣວດຂຶ້ນແຜນ ປະຈຳປີ ຈະບໍ່ມີທີມ ສຳຣວດກຳນົດ ພື້ນທີ່ ຢ່າງະລອຽດວ່າ ເຂດໃດຫຼາຍກວ່າ ຫລືນ້ອຍກວ່າ ຫມູ່ ມາເບິ່ງແລ້ວ ມັນມີທຸກໆ ບ່ອນທີ່ມີການ ຖິ້ມຣະເບີດ".
ທ່ານວ່າ ບັນຫາດັ່ງກ່າວ ສົ່ງຜົລກະທົບ ຕໍ່ຄວາມປອດພັຍ ຂອງປະຊາຊົນ ໃນແຂວງຊຽງຂວາງ ຍ້ອນວ່າບໍ່ຮູ້ວ່າ ພາກສ່ວນໃດຍັງບໍ່ທັນ ໄດ້ເກັບກູ້ເທື່ອ ຊຶ່ງ ໃນປັດຈຸບັນ ຖ້າປະຊາຊົນ ຕ້ອງການ ປູກຝັງ ຫລື ປຸກບ້ານເຮືອນ ກໍຕ້ອງຮ້ອງຂໍ ໄປຍັງທີມງານ ເກັບກູ້ຣະເບີດ ທີ່ແຂວງຊຽງຂວາງ ລົງໄປສຳຣວດ ແລະ ເກັບກູ້ກ່ອນ ເພື່ອຄວາມປອດພັຍ ຂອງພວກຂະເຈົ້າ.
ຣະຫວ່າງປີ 2015-16 ໄດ້ຮັບຣາຍງານ ຈາກປະຊາຊົນ ພົບເຫັນພື້ນທີ່ ຣະເບີດບໍ່ທັນແຕກ ກວ່າ 5 ພັນເຮັກຕາ ແຕ່ທາງການ ສາມາດ ເກັບກູ້ໄດ້ ພຽງແຕ່ 10% ເທົ່ານັ້ນ ຍ້ອນຂາດທີມງານ ໃນການເກັບກູ້ ຊຶ່ງ ໃນປັດຈຸບັນ ກໍມີພຽງແຕ່ 11 ຄົນເທົ່ານັ້ນ ທີ່ ແຂວງຊຽງຂວາງ.
ທ່ານກ່າວຕື່ມວ່າ ໃນປັດຈຸບັນ ໂຄງການເກັບກູ້ ຣະເບີດ ທີ່ແຂວງຊຽງຂວາງ ໄດ້ຮັບເງິນຊ່ອຍເຫລືອ ຈາກ ປະເທດ ນິວຊິແລັນ ປະມານ 7 ລ້ານ 2 ແສນໂດລາ ເພື່ອໃຊ້ໃນການ ເກັບກູ້ຣະເບີດ ຣະຫວ່າງ ປີ 2017-20 ໂດຍຄາດວ່າ ໃນປີນີ້ ຈະສາມາດ ເກັບກູ້ຣະເບີດ ໄດ້ໃນ ເນື້ອທີ່ ປະມານ 600 ເຮັກຕາ. ນອກຈາກ ແຂວງຊຽງຂວາງ ແລ້ວ ກໍຍັງອີກ ຫຼາຍແຂວງໃນລາວ ທີ່ຍັງມີ ຣະເບີດ ຕົກຄ້າງຢູ່.
