ຊາວບ້ານຂໍໃຫ້ກວດກາ ເຂື່ອນເຊປຽນ-ເຊນໍ້ານ້ອຍ ລາຍງານລະດັບນໍ້າໄລຍະ

ໄຊຍາ
2024.09.20
ຊາວບ້ານຂໍໃຫ້ກວດກາ ເຂື່ອນເຊປຽນ-ເຊນໍ້ານ້ອຍ ລາຍງານລະດັບນໍ້າໄລຍະ ພໍ່ແມ່ອູ້ມລູກນ້ອຍ ກຳລັງໜີຕາຍ ອອກຈາກເຮືອນ ຂະນະທີ່ຖືກນ້ຳຖ້ວມ ຍ້ອນເຂື່ອນແຕກ ທີ່ແຂວງອັດຕະປື ສປປ ລາວ, ວັນທີ 26 ເດືອນກໍລະກົດ ປີ 2018.
Reuters

ຫຼາຍແຂວງທາງພາກໃຕ້ ຂອງປະເທດລາວໄດ້ມີການປະກາດເຕືອນໄພ ຝົນຕົກໜັກທີ່ອາດຈະເຮັດໃຫ້ຫຼາຍເຂດເກີດນໍ້າຖ້ວມໃນໄລຍະນີ້. ຂະນະດຽວກັນຕາງໜ້າອຳນາດການປົກຄອງ ແຂວງອັດຕະປືກໍ່ໄດ້ລົງພື້ນຖານໃນເຂດຕ່າງໆ ເພື່ອຕິດຕາມ-ກວດກາໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍໃນການກຽມຄວາມພ້ອມແລະການບໍລິຫານຈັດການນໍ້າແລະຄວາມປອດໄພຂອງເຂື່ອນເພື່ອປ້ອງກັນໄພພິບັດຕ່າງໆ ບໍ່ໃຫ້ເກີດຄວາມເສັຍຫາຍກັບປະຊາຊົນໃນເຂດລຸ່ມ. ດັ່ງເຈົ້າໜ້າທີ່ຮູ້ຈັກວຽກງານພະລັງງານທ່ານໜຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 20 ກັນຍານີ້ວ່າ.

“ທຸກໆ ມື້ດອກລາຍງານນໍ້າເພິ່ນກາແຈ້ງກັນຢູ່ແຕ່ວ່າເພິ່ນເຈົ້າແຂວງບໍ່ໝັ້ນໃຈຢາກໄປເບິ່ງຕົວຈິງຫັ້ນນ່າ ຕົວ DAM ເພິ່ນຫັ້ນແຫຼະຕົວ DAM-E ພຸ້ນເຂົາກາກຽມພ້ອມ.”

 ທ່ານກ່າວຕື່ມວ່າການຕິດຕາມກວດກາໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍໃນເທື່ອນີ້ທາງການແຂວງອັດຕະປືແລະພາກສ່ວນທີ່ກ່ຽວຂ້ອງໄດ້ກວດກາສັນເຂື່ອນ E ເປັນກໍລະນີພິເສດເນື່ອງຈາກເປັນສັນເຂື່ອນທີ່ມີຂະໜາດນ້ອຍໂຄງສ້າງຂອງເຂື່ອນຈະຄ້າຍຄືກັບສັນເຂື່ອນ D ທີ່ແຕກເມື່ອປີ 2018 ນັ້ນ.

 ຜົນການຕິດຕາມກວດກາເຫັນວ່າລະດັບນໍ້າໃນອ່າງຍັງຢູ່ໃນລະດັບປົກກະຕິ. ສ່ວນບໍລິສັດຜູ້ພັດທະນາໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍກໍ່ໄດ້ທຳການຕິດຕາມກວດກາທາງດ້ານເຕັກນິກ, ໂຄງສ້າງຂອງສັນເຂື່ອນທຸກແຫ່ງແລະມີການລາຍງານລະດັບນໍ້າໃນອ່າງຢ່າງໄກ້ຊິດທຸກຊົ່ວໂມງ. ຫາກມີການລະບາຍນໍ້າອອກກໍ່ມີມາດຕະການເຝົ້າລະວັງແລະແຈ້ງໃຫ້ປະຊາຊົນລຸ່ມເຂື່ອນໄດ້ຮັບຮູ້ທັນທີເພື່ອກຽມຮັບມືກັບເຫດສຸກເສີນທີ່ອາດເກີດຂຶ້ນ.

ຂະນະທີ່ຊາວບ້ານທ່ານໜຶ່ງໃນເມືອງສະໜາມໄຊແຂວງອັດຕະປືດກ່າວວ່າເຫັນແຕ່ທາງການແຂວງອັດຕະປືແຈ້ງເຕືອນໄພເລື່ອງຝົນຕົກໜັກແລະນໍ້າຖ້ວມໃນບາງເຂດ. ສ່ວນເລື່ອງທີ່ທາງການແຂວງອັດຕະປືໄປຕິດຕາມກວດກາໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍນັ້ນທາງ ການແຂວງອັດຕະປືບໍ່ໄດ້ມາລາຍງານຜົນການຕິດຕາມກວດກາໃຫ້ກັບຊາວບ້ານໄດ້ຮັບຮູ້ແລະແຈ້ງໃຫ້ຊາວບ້ານໄດ້ກຽມພ້ອມຮັບມືກັບເຫດສຸກເສີນແຕ່ຢ່າງໃດ.

ສ່ວນຊາວບ້ານໃນເມືອງສະໜາມໄຊກໍ່ໄດ້ເຝົ້າລະວັງລະດັບນໍ້າຢ່າໄກ້ຊິດແລະເກັບມ້ຽນເຄື່ອງຂອງ, ຊັບສີນມີຄ່າແລະສັດລ້ຽງຂຶ້ນໄວ້ບ່ອນສູງເພື່ອຫຼີກເວັ້ນຄວາມເສັຍຫາຍທີ່ອາດຈະເກີດຂຶ້ນຫາກມີການລະບາຍນໍ້າອອກຈາກເຂື່ອນດັ່ງກ່າວ. ດັ່ງຊາວບ້ານກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ.

“ມີແຕ່ເຫັນຢູ່ໃນອັນນັ້ນເພິ່ນລົງເຟສລົງລາຍວ່າເພິ່ນແຈ້ງເຕືອນພະຍຸຫັ້ນມີແຕ່ເທົ່ານັ້ນເພິ່ນຊິລົງພົບປະກັບພໍ່ແມ່ປະຊາຊົນແດ່ຮັບມືກັບພະຍຸນໍ້າໃນບໍ່ໄດ້ຍິນພິສັງບໍ່ມີນ່າພາກລັດຊິລົງມາມິດໄປເລີຍບໍ່ມີຜູ້ຊິດູແລຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນນ່າ.”

ຊາວບ້ານອີກທ່ານໜຶ່ງໃນເມືອງສະໜາມໄຊແຂວງອັດຕະປືກ່າວວ່າຢາກໃຫ້ບໍລິສັດຜູ້ພັດທະນາໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍລາຍງານເລື່ອງຄວາມປອດໄພຂອງເຂື່ອນແລະລະດັບນໍ້າໃນອ່າງໃຫ້ກັບຊາວບ້ານໄດ້ຮັບຮູ້ເພື່ອສ້າງຄວາມໝັ້ນໃຈໃຫ້ກັບຊາວບ້ານທີ່ຢູ່ລຸ່ມເຂື່ອນແລະບໍ່ໃຫ້ຊາວບ້ານເກີດຄວາມວິຕົກກັງວົນໃຈເມື່ອມີຝົນຕົກໜັກ. ດັ່ງຊາວບ້ານກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ.

“ແນະນໍາໃຫ້ໂຄງການຫັ້ນລາຍງານເປັນປະຈໍານໍ້າຂຶ້ນເທົ່າໃດລົງເທົ່າໃດມັນຫຼາຍຊໍ່າໃດປ່ອຍຖີ້ມຊໍ່າໃດບໍ່ໃຫ້ມັນມີຜົນກະທົບບົດຮຽນມັນສັ່ງສອນໃຫ້ເຮົາຕ້ອງໄດ້ປ້ອງກັນກ່ອນ.”

 ທາງດ້ານເຈົ້າໜ້າທີ່ໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍກ່າວວ່າໃນວັນທີ 17 ກັນຍາ 2024 ທີຜ່ານມາທາງການແຂວງອັດຕະປືແລະພາກສ່ວນທີ່ກ່ຽວຂ້ອງໄດ້ເດີນທາງມາຕິດຕາມກວດກາທາງດ້ານເຕັກນິກແລະການກຽມພ້ອມຮັບມືກັບເຫດສຸກເສີນເຊີ່ງທາງໂຄງການກໍ່ໄດ້ມີການຕິດຕາມກວດກາແລະລາຍງານໃຫ້ກັບທາງການແຂວງອັດຕະປືໄດ້ຮັບຮູ້ເປັນແຕ່ລະໄລຍະ.

ປັດຈຸບັນໂຄງການເຂື່ອນເຊປຽນ-ເຊນໍ້ນ້ອຍໄດ້ຮັບການຕິດຕາມກວດກາທາງດ້ານເຕັກນິກ, ໂຄງສ້າງຂອງສັນເຂື່ອນທຸກແຫ່ງເຫັນວ່າມີຄວາມປອດໄພໃນລະດັບສູງແລະແຂງແຮງ, ສັນເຂື່ອນທັງ 5 ແຫ່ງມີເຈົ້າໜ້າທີ່ວິຊາການໄປປະຈຳການຢູ່ຕະຫຼອດເວລາແລະໄດ້ລາຍງານຜົນການຕິດຕາມກວດກາໃຫ້ກັບທາງການລາວໄດ້ຮັບຮູ້ເປັນແຕ່ລະໄລຍະ. ດັ່ງເຈົ້າໜ້າທີ່ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ.

“ບໍ່ມີບັນຫາ ບໍ່ມີບັນຫາມີແຕ່ວ່າ ທ່ານເຈົ້າແຂວງໃໝ່ຂະເຈົ້າມາຢ້ຽມຢາມສື່ໆ ກຽມພ້ອມທຸກຢ່າງບໍ່ມີບັນຫາທຸກຢ່າງໂອເຄເຮົາມີທີມຢູ່ Dam Site Monitoring ຜະແນກນີ້ຜະແນກນັ້ນຂະເຈົ້າ Monitor.”

ທາງການແຂວງອັດຕະປືຍັງໄດ້ແນະນໍາໃຫ້ບໍລິສັດຜູ້ພັດທະນາໂຄງການເຂື່ອນເຊປຽນ-ເຊນໍ້ານນ້ອຍຕິດຕາມກວດກາແລະແຜນການລະບາຍນໍ້າໃຫ້ເໝາະສົມລວມທັງການກວດກາ ຄວາມປອດໄພຂອງເຂື່ອນ, ປະຕູລະບາຍນໍ້າແລະການປ້ອງກັນອື່ນໆ ໃຫ້ມີຄວາມພ້ອມໃນການຄຸ້ມຄອງນໍ້າໃນລະດູຝົນປີນີ້ໃຫ້ມີປະສິດທິພາບສູງສຸດ. ຫາເກີດກໍລະນີສຸກເສີນຂຶ້ນໃຫ້ມີການປຶກສາຫາລືກັນຫຼືຂໍທິດຊີ້ນຳຈາກຂັ້ນເທີງຢ່າງທັນການເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ.

ສຳລັບໂຄງການເຂື່ອນເຊປຽນ-ເຊນໍ້ານ້ອຍແມ່ນເຄີຍເກີດເຫດໄພພິບັດຄັ້ງໃຫຍ່ມາແລ້ວໃນວັນທີ 23 ກໍລະກົດ 2018 ສາເຫດມາຈາກສັນເຂື່ອນ D ຂອງໂຄງການດັ່ງກ່າວແຕກພັງສົ່ງຜົນໃຫ້ປະລິມານນໍ້າມະຫາສານໄຫຼຊຸເຂົ້າຖ້ວມບ້ານເຮືອນຂອງປະຊາຊົນຢູ່ເມືອງສະໜາມໄຊແຂວງອັດຕະປືສ້າງຄວາມເສັຍຫາຍຢ່າງໜັກຕໍ່ຊີວິດ, ສັດລ້ຽງ ແລະ ຊັບສີນມີຄ່າຈຳນວນ 18 ບ້ານ. ໃນນັ້ນມີ 6 ບ້ານໄດ້ຮັບຄວາມເສັຍຫາຍທັງໝົດ ແລະເຮັດໃຫ້ມີຊາວບ້ານເສັຍຊີວິດໃນເຫດການຄັ້ງນັ້ນຈຳນວນ 71 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.