ຊາວບ້ານ ຍັງລໍຖ້າຄ່າຊົດເຊີຍ ຈາກໂຄງການ ສນາມບິນໜອງຄ້າງ

0:00 / 0:00

ຊາວ​ບ້ານ​ໜອງ​ຄ້າງ 20 ຄອບ​ຄົວ ທີ່​ຂຶ້ນ​ກັບເມືອງ​ຊຳ​ເໜືອ ແຂວງຫົວ​ພັນ ທີ່​ເນື້ອ​ທີ່​ປູກ​ເຂົ້າ​ໄດ້​ຮັບ​ຜົ​ລ​ກະ​ທົບ ​ຈາກ​ການ​ບຸກ​ເບີກ​ໂຄງ​ການ ​ສ​ນາມ​ບິນ​ໜອງ​ຄ້າງ ຍັງ​ລໍ​ຖ້າການ​ຊົດ​ເຊີຍ. ຊາວ​ບ້ານ​ເຫຼົ່າ​ນັ້ນ ຫຼາຍ​ຄົນ​ກໍ​ໄດ້​ຮັບ​ຄວາມ​ເດືອດ​ຮ້ອນ ຍ້ອນ​ວ່າບໍ່​ສາ​ມາດ​ປູກ​ເຂົ້າ​ໄດ້ ບັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ.

ຊາວ​ບ້ານ​ໃກ້​ຄຽງ​ທ່ານ ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 16 ພຶ​ສ​ພາ ວ່າ:

" ຊິ ມີ 10-20 ຄອບ ຄົວ ພຸ້ນ ປີ ທີ່ ແລ້ວ ນີ້ ເພິ່ນ ຍັງ ບໍ່ ໄດ້ ມີ ການຊົດ ເຊີຍ ປະ ຊາ ຊົນ ຍັງ ບໍ່ ທັນ ໄດ້ ເງິນ ຊື້ ເຂົ້າ ກິນ ເປັນ ການ ລໍ ຄອຍຢູ່ນ່າ ມັນ ນາ ນີ້ ມັນ ຖືກ ດິນ ແດງ ແລ້ວ ມັນ ບໍ່ ດີ ມັນ ບໍ່ ເປັນ ນ່າ ຍັງ ຄາ ໂຕນີ້ ."

ທ່ານ ກ່າວ​ຕື່ມ​ວ່າ ເມື່ອ​ບໍ​ດົນ​ມານີ້ ກໍ​ເຫັນ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ໄດ້​ລົງ​ພື້ນ​ທີ່​ມາ​ຕິດ​ຕາມ​ສະ​ພາບ​ດັ່ງ​ກ່າວ​ແລ້ວ ແຕ່​ກໍ​ບໍ່​ທັນ​ໄດ້​ຍິນ​ວ່າ ມີ​ຄວາມ​ຄືບ​ໜ້າ​ແນວ​ໃດ ແລະ ຈະ​ໃຫ້​ເງິນ​ຊົດ​ເຊີຍແກ່​ຊາວ​ບ້ານ ໃນເທື່ອ​ໃດ​ແທ້ ເຊິ່ງ​ຊາວ​ບ້ານ​ຫຼາຍ​ຄົນ​ກໍ​ຫວັງ​ວ່າ ຈະ​ໄດ້​ຮັບ​ຄວາມ​ເປັນ​ທັມ ໃນ​ໄວໆນີ້ ກ່ອນ​ທີ່​ສ​ນາມ​ບິນ​ແຫ່ງນີ້ ຈະ​ເປີດ​ໃຊ້​ແບບ​ເປັນ​ທາງ​ການ.

ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ຫາ ຊາວ​ບ້ານ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ເພື່ອ​ຖາມ​ລາຍ​ລະ​ອຽດ​ເພີ່ມ​ຕື່ມ ແຕ່ ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້.

ປັດ​ຈຸ​ບັນ​ເຈົ້າ​ໜ້າ​ທີ່ ກຳ​ລັງ​ເກັບ​ກຳ​ຂໍ້​ມູນ ຜົ​ລ​ກະ​ທົບ​ຈາກ​ຊາວ​ບ້ານ ແລ້ວ​ຈະ​ສົ່ງ​ຂຶ້ນ​ໄປ​ຫາ​ຂັ້ນ​ແຂວງ ເພື່ອ​ຈະຊົດ​ເຊີຍ​ຊາວ​ບ້ານ 20 ຄອບ​ຄົວ ທີ່​ຍັງ​ເຫຼືອ.

ເຈົ້າ​ໜ້າ​ທີ່​ເມືອງ​ຊຳ​ເໜືອ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

" ເກັບ ກຳ ຄືນບໍ່ ທັນ ແລ້ວໂຕນີ້ ສັງ ລວມ ແລ້ວ ຈະ ເນີຕໍ່ ຂັ້ນ ເທິງຫັ້ນ ເນາະ ຊົດ ເຊີຍ ເປັນ ແນວ ໃດໆ ຊົດ ເຊີຍ ໝົດ ແລ້ວ ແຕ່ ວ່າ ຍັງ ບາງ ຈຸດ ທີ່ ວ່າ ມັນ ເກີດ ວຽກ ໃໝ່ ເປັນ ດິນ ມັນ ໄຫຼ ລົງ ໃສ່ ທົ່ງ ນາ ປະ ຊາ ຊົນ ແຕ່ ລະ ປີ ມັນ ເກີດ ຂຶ້ນ ມາ ອີກ ."

​ໂຄງ​ການ​ສນ​ນາມ​ບິນ​ໜອງ​ຄ້າງ ມີ​ຄວາມ​ຄືບ​ໜ້າ 92 ເປີ​ເຊັນ ແລະ ເຖິງວ່າ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ມີ​ແຜນ​ຊຸກ​ຍູ້​ໃຫ້​ສໍ​າ​ເຣັດ​ພາຍ​ໃນ​ປີໄຕຼມາ​ດ 3 ຂອງ​ປີນີ້ ແຕ່​ຜູ້​ຮັບ​ເໝົາທີ່​ເປັນ ບໍ​ຣິ​ສັດ ຮ່ວງ​ແອງ ອັດ​ຕະ​ປື ທີ່​ເປັນ​ຂອງ​ນັກ​ລົງ​ທຶນ​ວຽດ​ນາມ ຍັງ​ບໍ່​ທັນ​ໄດ້​ເຂົ້າ​ມາ​ສືບ​ຕໍ່ ການກໍ່​ສ້າງ​ແຕ່​ແນວ​ໃດ ຫຼັງ​ຈາກການ​ກໍ່​ສ້າງ​ໄດ້​ຢຸດ​ໄປ.

ເຈົ້າ​ໜ້າ​ທີ່​ຜ​ແນກ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ແຂວງ​ຫົວ​ພັນ ໄດ້​ກ່າ​ວວ່າ:

"ເນື່ອງ ຈາກ ສະ ພາບ ໂຄວິດນີ້ ແຫຼະ ຫຍຸ້ງ ຍາກ ຫຼາຍ ອັນ ຍັງ ບໍ່ ທັນ ມີ ແຜນ ສືບ ຕໍ່ ທີ່ ວ່າ ເປັນ ແຜນ ວຽກ ລະ ອຽດ ເທື່ອ ມີ ແຕ່ ຍັງ ລໍ ຖ້າ ເພິ່ນ ກະ ບໍ່ ໝັ້ນ ໃຈ ເນາະ ຖ້າ ຫາກວ່າ ເຂົາ ຈະ ລົງ ມືກໍ່ ສ້າງ ປະ ຕິບັດ ກະ ໜ້າ ຈະ ໄປ ຕາ ແຜນ ."

ປັດ​ຈຸ​ບັນ ຢູ່​ແຂວງ​ຫົວ​ພັນ​ມີ​ແຕ່​ສ​ນາມ​ບິນ​ນາ​ທອງ ​ຢູ່​ເມືອງ​ຊຳ​ເໜືອ ທີ່​ເປີດ​ບໍ​ຣິ​ການ ແຕ່​ເປັນ​ນາມ​ບິນ​ຂ​ນາດ​ນ້ອຍ ແລະ ຮອງຮັບ​ຍົນ​ຂ​ນາດ​ນ້ອຍ. ຊາວ​ບ້ານ​ເຊື​ອ່​ວ່າ ຈະ​ມີ​ຄົນ​ເດີນ​ທາງ​ດ້ວຍ​ຍົນ​ຫຼາຍ​ຂຶ້ນ ຖ້າ​ສ​ນາມ​ໜອງ​ຄ້າງ​ສ້າງ​ສຳ​ເຣັດ.

ຊາວ​ບ້ານ​ເມືອ​ງ​ຊຳ​ເໜືອ ທ່ານ ນຶ່ງ ກ່າວ​ວ່າ:

" ຄັນ ວ່າ ເກີດ ວ່າ ການ ແນ່ນອນ ຕ້ອງ ມີ ຫຼາຍ ຫັ້ນ ແຫຼະ ເຂົາ ເຈົ້າ ກະ ມັກ ເດີນ ທາງ ຍົນ ຄັນ ຖ້າບໍ່ ມີພະ ຍາດນີ້ ເຂົາເຈົ້າ ກະ ເຮັດ ແລ້ວ ແລ້ວກະ ມີ ສັນ ຍາ ເຂົາ ເຈົ້າ ບໍ່ ທັນ ເຮັດ ແລ້ວ ."

ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ຕ່າງ​ປະ​ເທດ​ເຂົ້າ​ມາ​ລົງ​ທຶນ​ຢູ່​ໃນ​ແຂວງ​ຫຼາຍ​ຂຶ້ນ ຖ້າ​ວ່າ ສນາມ​ບິນສ້າງ​ສຳ​ເຣັດ. ເຈົ້າ​ຂອງ​ເຮືອນ​ພັກ ທ່າ​ນ​ນຶ່ງ ໄດ້​ກ່າວ​ວ່າ:

" ມີ ຫຼາຍ ຢູ່ດອກ ບ້ານ ພັກ ບ້ານ ເຊົ່າ ຫັ້ນ ນ່າ ກໍອາ ຊິ ມີ ວຽດ ນາມບໍ່ ຕ່າງ ປະ ເທດບໍ່ ທີ່ ວ່າ ເພິ່ນ ຈະ ມາ ລົງ ທຶນ ທາງ ແຂວງ ເຮົາ ວຽດ ນາມ ເພິ່ນ ກະ ເຣີ່ມ ເປີດ ປະ ເທດ ເຣີ່ມ ເຂົ້າໆ ອອກໆ ໄດ້ ."

ບໍ​ຣິ​ສັດ ຮ່ວງ​ແອງ​ອັດ​ຕະ​ປື ທີ່ເປັນ​ຂອງ​ບໍ​ຣິ​ສັດ​ ຮ່ວງ​ແອງ​ຍາ​ລາຍ ຂອງວຽດ​ນາມ ໄດ້​ເຣີ່ມ​ສ້າງ​ສ​ນາມ​ບິນ​ໜອງ​ຄ້າງ ໃນ​ເນື້ອ​ທີ່ 200 ເຮັກ​ຕ້າຣ໌ ມູນ​ຄ່າ 74 ລ້ານ ໂດ​ລ້າຣ໌ ຕັ້ງ​ແຕ່​ປີ 2013 ໂດຍ ໄດ້​ສົ່ງ​ຜົ​ລ​ກະ​ທົບ​ຕໍ່​ຫຼາຍ​ຄອບ​ຄົວ ແລະ ບໍ​ຣິ​ສັດ​ ບໍ່ໄດ້​ເປີດ​ເຜີຍ​ຈຳ​ນວນ​ຄອບ​ຄົວ​ລະ​ອຽດ ແຕ່ ໄດ້​ຊົດ​ເຊີຍໃຫ້​ຊາວ​ບ້ານ​ໄປ​ແລ້ວ 6 ຕື້ ກີບ ອີງ​ຕາມ​ຂໍ້​ມູນ​ຈາກ​ທາງ​ການ​ແຂວງ.

ຮອດ​ປີ 2015 ໂຄງ​ການ​ດັ່ງ​ກ່າວ ໄດ້​ໂຈະ​ການກໍ່​ສ້າງ ຍ້ອນ​ບໍ​ຣິ​ສັດ ຂາດ​ງົ​ບ​ປະ​ມານ ແລະ ມີ​ບັນ​ຫາ​ໜີ້​ສິນ. ຈົນ​ຮອດ​ປີ 2018 ບໍ​ຣິ​ສັດ ຈຶ່ງ​ຫັນມາ​ສືບ​ຕໍ່ ການກໍ່​ສ້າງ​ອີກ​ ແຕ່ ກໍ​ໂຈະ​ການກໍ່​ສ້າງ​ໃນ​ປີເດືອນ​ມີ​ນາ 2020 ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ກໍ​ຍັງ​ບໍ​ມີ​ການ​ຢືນ​ຢັນ​ວ່າ ການກໍ່​ສ້າງ​ສ​ນາມ​ບິນ​ດັ່ງ​ກ່າວ ຈະ​​ສຳ​ເຣັດ​ເມື່ອ​ໃດ.