ຜູ້ພັດທະນາໂຄງການພະລັງງານລົມ ຢູ່ເຊກອງ ແລະອັດຕະປື ໃຫ້ຄ່າຊົດເຊີຍທີ່ດິນຕ່ຳ
2024.08.15

ຊາວບ້ານຈໍານວນນຶ່ງ ໃນແຂວງເຊກອງ ແລະ ແຂວງອັດຕະປື ທີ່ສູນເສັຍດິນ ທໍາການກະເສດ ໃຫ້ກັບການພັດທະນາ ໂຄງການພະລັງງານລົມ ມອນຊູນ ຫລື Monsoon wind Power ບໍ່ຍອມຮັບເອົາ ເງິນຄ່າຊົດເຊີຍ ເພາະຊາວບ້ານ ເຫັນວ່າ ເງິນຄ່າຊົດເຊີຍນັ້ນ ຕ່ໍາເກີນໄປ ບໍ່ສົມເຫດສົມຜົນ ແລະ ຮຽກຮ້ອງ ໃຫ້ບໍຣິສັດຜູ້ລົງທຶນ ທົບທວນ ແລະ ປະເມີນຄືນ ເພື່ອຈ່າຍເງິນ ຄ່າຊົດເຊີຍ ຢ່າງເໝາະສົມ. ດັ່ງ ຊາວບ້ານນາງນຶ່ງ ໃນເມືອງດາກຈຶງ ແຂວງເຊກອງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 15 ສິງຫາ ນີ້ວ່າ:
“ທາງເມືອງ, ແຂວງ ຫັ້ນວ່າ ບໍ່ໄດ້ຊົດເຊີຍຄ່າ (ຕົ້ນ) ກາເຟນ່າ ຄັນວ່າ ບໍ່ຊົດເຊີຍຫັ້ນ ແມ່ນວ່າເອື້ອຍຫັ້ນບໍ່ເອົາ (ເງິນຊົດເຊີຍ) ແຕ່ເບື້ອງໂຄງການຫັ້ນວ່າ ຊິບໍ່ຊົດເຊີຍ ຄ່າກາເຟຫັ້ນ ຊົດເຊີຍມີແຕ່ຄ່າຕົ້ນໄມ້ ຫັ້ນນ່າ. ຖືກ 50 ປາຍລ້ານກີບ ຖືກຫັ້ນ. ຫາກເອື້ອຍວ່າບໍ່ເອົາ ຄັນວ່າແນວນັ້ນ ກະມີແຕ່ປະ ຄັນວ່າເບື້ອງໂຄງການ ຊິຈ່າຍຕາມຈໍານວນລວມ ໃຫ້ 700 ປາຍ (ລ້ານກີບ) ແມ່ນວ່າເອື້ອຍເອົາ”.
ຊາວບ້ານນາງນີ້ ກ່າວອີກວ່າ ບໍລິສັດ ຜູ້ພັດທະນາ ໂຄງການ ຈະຈ່າຍເງິນຊົດເຊີຍ ໃຫ້ຊາວບ້ານ ສະເພາະດິນປຸກສ້າງ, ດິນທໍາການກະເສດ ແລະ ຕົ້ນໄມ້ຂະນາດໃຫຍ່ ທີ່ມີຄວາມສູງ ຕັ້ງແຕ່ 3 ແມັດຂຶ້ນໄປ. ສ່ວນພືດ ເສດຖະກິດ ອື່ນໆ ເຊັ່ນ ມັນຕົ້ນ, ຕົ້ນກາເຟ ແລະ ພືດຜັກຕ່າງໆ ທີ່ຊາວບ້ານປູກໄວ້ນັ້ນ ບໍລິສັດ ຈະບໍ່ຈ່າຍເງິນຄ່າຊົດເຊີຍໃຫ້ ເຊິ່ງສ້າງຄວາມບໍ່ພໍໃຈ ໃຫ້ແກ່ຊາວບ້ານ ຫລາຍສົມຄວນ.
ຊາວບ້ານອີກທ່ານນຶ່ງ ໃນເມືອງດາກຈຶງ ແຂວງເຊກອງ ກ່າວວ່າ ຍັງບໍ່ທັນໄດ້ຮັບ ເງິນຄ່າຊົດເຊີຍເທື່ອ ແລະ ຍັງບໍ່ທັນຮູ້ເທື່ອວ່າ ບໍລິສັດຜູ້ພັດທະນາໂຄງການ ຈະຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານມື້ໃດ ແຕ່ຊາວບ້ານ ຈໍານວນນຶ່ງ ກະໄດ້ສູນເສັຍດິນ ທໍາການກະເສດໄປແລ້ວ ເພື່ອພັດທະນາເສັ້ນທາງ. ດັ່ງ ຊາວບ້ານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ຖືກສາຍທາງຊື່ໆ ແຕ່ວ່າ ໂຕເສົາພະລັງລົມຫັ້ນ ມັນບໍ່ຖືກ ຄືວ່າ ເຂົາຈົດຢູ່ດອກຂໍ້ມູນ ແຕ່ວ່າ ບໍ່ໄດ້ຍິນຂໍ້ມູນ ເຂົາມາແຈ້ງຕື່ມອີກ ມີແຕ່ເຂົາວ່າ ເຂົາລະເວົ້າແນວນັ້ນຊື່ໆ”
ຊາວບ້ານອີກທ່ານນຶ່ງ ໃນເມືອງດາກຈຶງ ແຂວງເຊກອງ ກ່າວວ່າ ມີຊາວບ້ານ ທີ່ສູນເສັຍດິນ ທໍາການກະເສດ ໃຫ້ກັບໂຄງການດັ່ງກ່າວນີ້ ເປັນຈໍານວນຫລາຍສົມຄວນ ໃນການກໍ່ສ້າງເສັ້ນທາງ, ຈຸດຕັ້ງເສົາກັງຫັນລົມ ແລະ ອື່ນໆ ແຕ່ຊາວບ້ານ ກະບໍ່ໄດ້ຮັບຮູ້ ຢ່າງຈະແຈ້ງວ່າ ຈະໄດ້ຮັບ ເງິນຊົດເຊີຍ ຫລືບໍ່ ເພາະທາງໂຄງການ ກະບໍ່ໄດ້ແຈ້ງ ໃຫ້ຊາວບ້ານໄດ້ຮັບຊາບ ເທື່ອ.
ນອກຈາກນີ້ ໂຄງການພັດທະນາ ດັ່ງກ່າວ ຍັງໄດ້ສ້າງຜົນກະທົບ ໃຫ້ກັບຊາວບ້ານ ໃນເຂດດັ່ງກ່າວ ໜັກສົມຄວນ ເພາະມີເສດດິນ ເຈືອນລົງມາ ໃສ່ໄຮ່ນາ ຂອງຊາວບ້ານ ເຮັດໃຫ້ທົ່ງນາ ທີ່ພວມປູກເຂົ້ານາປີ ໄດ້ຮັບຄວາມເສັຍຫາຍ ຫລາຍເຕີບ. ດັ່ງ ຊາວບ້ານທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ມີແລວສາຍສົ່ງ ມີທາງອອກກັງຫັນລົມ ກະມີແຄ້ມແດ່ເຂົາຕັ້ງ (ເຮືອນພັກຄົນງານ) ຖືກ 11 ເສົານ່າ ເຂົາວ່າບໍ່ໄດ້ຊົດເຊີຍ ແຕ່ປະຊາຊົນ ກະຢາກໃຫ້ຊົດເຊີຍຫັ້ນແຫລະ, ບາງຄອບຄົວກະຖືກສວນມັນຕົ້ນ ຫັ້ນນ່າ ເຂົ້າ ກະບໍ່ງາມແຫລະ ຄືຂອງນາຂ້ອຍ ເຂົ້າ ກະເຫລືອງໝົດດຽວນີ້ ນ້ໍາມັນຂຸ່ນອີກ”
ຊາວບ້ານອີກທ່ານນຶ່ງ ໃນເມືອງຊານໄຊ ແຂວງອັດຕະປື ກ່າວວ່າ ຍັງບໍ່ໄດ້ຮັບ ເງິນຄ່າຊົດເຊີຍເທື່ອ ແລະ ບໍ່ຮູ້ຄືກັນວ່າ ຈະໄດ້ຮັບເງິນຊົດເຊີຍ ໃນມື້ໃດ ແຕ່ປັດຈຸບັນ ມີຊາວບ້ານຈໍານວນນຶ່ງ ໄດ້ຮັບຜົນກະທົບ ຈາກການກໍ່ສ້າງເສັ້ນທາງ ແລະ ບໍລິເວນ ຕັ້ງເສົາກັງຫັນລົມ ເພາະມີເສດດິນ ເຈື່ອນລົງມາໃສ່ ໄຮ່ນາ ຂອງຊາວບ້ານ ໄດ້ຮັບຄວາມເສັຍຫາຍ ຈົນບໍ່ສາມາດ ເຮັດນາປີໄດ້.
ນອກຈາກນີ້ ການພັດທະນາໂຄງການ ດັ່ງກ່າວ ຍັງສົ່ງຜົນກະທົບ ຕໍ່ ແຫລ່ງນ້ໍາ ຕາມທໍາມະຊາດ ເພາະແຫລ່ງນ້ໍາ ຕາມທໍາມະຊາດ ທີ່ຊາວບ້ານ ເອົາໄວ້ທໍາມາຫາກິນ ນັ້ນ ມີສະພາບແດງຂຸ່ນ ຍ້ອນເສດດິນເຈື່ອນລົງໃສ່ ຈົນເຮັດໃຫ້ຊາວບ້ານ ບໍ່ກ້າໃຊ້ນ້ໍາ ໄດ້ຄືເກົ່າ. ດັ່ງ ຊາວບ້ານທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ດິນນານີ້ ບາງຄອບຄົວບໍ່ໄດ້ເຮັດດຽວນີ້ ຖ້ວມໝົດ ມີແຕ່ດິນ ບ່ອນເຂົາຕັດທາງຫລັງພູພຸ້ນ ບ່ອນເຂົາເຮັດ ດິນຫັ້ນມີແຕ່ລົງນາໝົດ ເພາະນາຢູ່ລຸ່ມເດ້ ກົກໄມ້ກົກຕອກ ຈຶ່ງຖົມໃສ່ນາໝົດ ກັງຫັນລົມນີ້ ມີແຕ່ຢູ່ເທິງນາ ວ່າຊັ້ນສາ ເພາະວ່າ ຍອດນ້ໍາຢູ່ຫັ້ນເດ້”
ສໍາລັບໂຄງການ ພະລັງງານລົມ ມອນຊູນ ແຫ່ງນີ້ ຕັ້ງຢູ່ເຂດເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ໄດ້ສ້າງຜົນກະທົບ ລວມທັງໝົດ 26 ບ້ານ ມີ 807 ຄົວເຮືອນ ຕ້ອງສູນເສັຍດິນ ທໍາການກະເສດ. ໃນນັ້ນຢູ່ເມືອງດາກຈຶງ ມີ 21 ບ້ານ ແລະ ເມືອງຊານໄຊ ແຂວງອັດຕະປື ມີ 5 ບ້ານ.
ສ່ວນການຈ່າຍເງິນຄ່າຊົດເຊີຍ ໃຫ້ກັບຊາວບ້ານ ທີ່ໄດ້ຮັບຜົນກະທົບນັ້ນ ທາງການລາວ ແລະ ບໍລິສັດ ພັດທະນາໂຄງການ ໄດ້ຕົກລົງກັນ ຈະມອບເງິນຄ່າຊົດເຊີຍ ລວມມູນຄ່າທັງໝົດ 25.86 ຕື້ກີບ ໂດຍແບ່ງອອກເປັນ 3 ໄລຍະ ດັ່ງນີ້.
ໄລຍະທີ 1 ທົດແທນຜົນກະທົບ ຈຸດຕັ້ງເສົາກັງຫັນລົມ ແລະ ທາງເຂົ້າຫາເສົາກັງຫັນລົມ, ທາງເຊື່ອມຕໍ່ ລະຫວ່າງເສົາ, ມີບ້ານທີ່ໄດ້ຮັບຜົນກະທົບ 11 ບ້ານ ມີ 209 ຄົວເຮືອນ ລວມມູນຄ່າຊົດເຊີຍ 7.59 ຕື້ກີບ.
ໄລຍະທີ 2 ທົດແທນຜົນກະທົບ ດ້ານຊັບສິນ ເຂດຕັ້ງເສົາໄຟຟ້າແຮງສູງ 35 ກິໂລໂວນ, 115 ກິໂລໂວນ ແລະ 500 ກິໂລໂວນ, ເສັ້ນທາງເຂົ້າຫາ ສາຍສົ່ງ, ບ່ອນວາງອຸບປະກອນກໍ່ສ້າງ, ການຂະຫຍາຍ ເສັ້ນທາງຫລວງແຫ່ງຊາດ ເລກທີ 16B ມີບ້ານທີ່ໄດ້ຮັບຜົນກະທົບ 19 ບ້ານ ມີ 438 ຄົວເຮືອນ ລວມມູນຄ່າຊົດເຊີຍ 8.89 ຕື້ກີບ.
ແລະໄລຍະທີ 3 ທົດແທນຄ່າເສັຍຫາຍຊັບສິນ ແລະ ດິນຂອບເຂດແລວ ສະຫງວນສາຍສົ່ງໄຟຟ້າແຮງສູງ 115 ກິໂລໂວນ ແລະ 500 ກິໂລໂວນ ມີບ້ານທີ່ໄດ້ຮັບຜົນກະທົບ 16 ບ້ານ ມີ 340 ຄົວເຮືອນ ລວມມູນຄ່າຊົດເຊີຍ 9.23 ຕື້ກີບ.
ທາງດ້ານເຈົ້າໜ້າທີ່ ຜະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ກ່າວວ່າ ປັດຈຸບັນ ມີຊາວບ້ານ ຈໍານວນນຶ່ງ ເກີດຄວາມບໍ່ພໍໃຈ ຕໍ່ກັບ ໂຄງການພັດທະນາ ດັ່ງກ່າວ ສາເຫດມາຈາກ ຊາວບ້ານ ບໍ່ໄດ້ຮັບຄວາມຍຸຕິທັມ ເລື້ອງການຈ່າຍເງິນຄ່າຊົດເຊີຍ ທີ່ມີມູນຄ່າຕ່ໍາເກີນໄປ ແລະ ຊັບສິນ ປະເພດ ພືດເສດຖະກິດຕ່າງໆ ກະບໍ່ໄດ້ມີການປະເມີນລາຄາ ເນື່ອງຈາກບໍລິສັດ ກະຕັ້ງໃຈວ່າ ຈະບໍ່ຈ່າຍ ເງິນຄ່າຊົດເຊີຍ ໃນສ່ວນນີ້ ເຊິ່ງປັດຈຸບັນ ກໍາລັງຢູ່ລະຫວ່າງ ການໄກ່ເກັ່ຍກັນຢູ່ ຍັງບໍ່ທັນໄດ້ຂໍ້ສະຫລຸບເທື່ອ. ດັ່ງ ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ການຊົດເຊີຍ ຍັງບໍ່ທັນໄດ້ເໝາະສົມ ຄັນຊົດເຊີຍຕາມນັ້ນ ກະມັນອັບປະໂຍດໂພດ ພາບລວມແມ່ນ ເຮົາຕ້ອງໄດ້ເບິ່ງຈຸດນີ້ ຄັນບໍ່ເບິ່ງຈຸດນີ້ແຫລະ ບໍ່ໄດ້ໄດ໋ ກະແນະນໍາທາງໂຄງການ ຕ້ອງໄດ້ເກັບກໍາລາຍລະອຽດ ເລື້ອງຜົນກະທົບ ຕ້ອງໄດ້ເບິ່ງ ໂຄງການກະວ່າມັນແພງ ຄິດວ່າ ຄັນບໍລິສັດລາຍໃຫຍ່ ນີ້ກະ ບໍ່ແພງດອກຊໍານັ້ນ”
ໂຄງການພະລັງງານລົມ ມອນຊູນ ມີກໍາລັງການຕິດຕັ້ງ ຂະນາດ 600 ເມກາວັດ ໂດຍຈະຕັ້ງເສົາກັງຫັນລົມ ຢູ່ເມືອງດາກຈຶງ ຈໍານວນ 110 ເສົາ ແລະ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື ຈໍານວນ 23 ເສົາ ລວມທັງໝົດ 133 ເສົາ ປັດຈຸບັນ ການກໍ່ສ້າງສໍາເລັດໄປແລ້ວ 81.71% ເຊິ່ງຄາດຄະເນ ການກໍ່ສ້າງສໍາເລັດ ໃນປີ 2025 ນີ້.