ເນື່ອງ ໃນ ວັນນ້ຳ ໂລກ ອົງການ ອະນຸຮັກ ສັດປ່າ ສາກົນ ໄດ້ ອອກ ຖແລງການ ໃນ ວັນທີ 22 ມິນາ 2015 ວ່າ ການສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ ໂດຍ ສະເພາະ ເຂື່ອນ ໄຊຍະບູຣີ ແລະ ເຂື່ອນ ດອນ ສະໂຮງ ຈະສົ່ງ ຜົລກະທົບ ຕໍ່ ຄວາມ ປອດພັຍ ທາງດ້ານ ອາຫານ ແລະ ຊີວິດ ການ ເປັນຢູ່ ຂອງ ປະຊາຊົນ ກວ່າ 60 ລ້ານ ຄົນ ຮ່ວມດ້ວຍ ປາຂ່າ ນ້ຳຈືດ ທີ່ ກຳລັງ ຈະ ສູນພັນ.
ອົງການ ອະນຸຮັກ ສັດປ່າ ສາກົນ ເວົ້າວ່າ ໂຄງການ ເຂື່ອນ ນ້ຳຂອງ ເປັນການ ຕັດສິນໃຈ ທີ່ ບໍ່ຖືກຕ້ອງ ແລະ ຂາດ ໂອກາດ ຈະເປັນ ພັຍ ນາບຂູ່ ຕໍ່ ແຫລ່ງ ຊັພຍາກອນ ນ້ຳ ທີ່ ອຸດົມ ສົມບູນ ທີ່ສຸດ ໃນໂລກ ແລະ ວ່າ ເຂື່ອນ ໄຊຍະບູຣີ ແລະ ເຂື່ອນ ດອນສະໂຮງ ເປັນເຂື່ອນ ທີ່ ຈະສົ່ງ ຜົລ ກະທົບ ທາງລົບ ຕໍ່ລຸ່ມ ແມ່ນ້ຳຂອງ.
ປໂຍດ ທີ່ໄດ້ຮັບ ໃນ ຣະຍະ ສັ້ນ ຈະຄວບງຳ ດ້ວຍ ຄວາມເສັຽຫາຍ ໃນ ຣະຍະ ຍາວ ດັ່ງ ຄວາມ ປອດພັຍ ທາງດ້ານ ອາຫານ ແລະ ເສຖກິດ ປະເພດ ອື່ນໆ ຮ່ວມທັງ ຣະບົບນ ນິເວດ ໃນເຂດ ອ່າງ ແມ່ນ້ຳຂອງ. ອີງຕາມ ຄຳເວົ້າ ຂອງ ທ່ານ Marc Goichot ຫົວຫນ້າ ທິມງານ ດ້ານການ ສ້າງ ເຂື່ອນ ແບບ ຍືນຍົງ ຂອງ ອົງການ ອະນຸຮັກ ສັດປ່າ ສາກົນ.
ທ່ານ ວ່າ ການສ້າງ ເຂື່ອນ ໄຊຍະບູຣີ ແລະ ເຂື່ອນ ດອນ ສະໂຮງ ຈະ ປະກອບ ດ້ວຍການ ເຈາະ ແລະ ຣະເບີດ ແກ້ງຫີນ ໃນຫລາຍ ພື້ນທີ່ ດ້ວຍການ ໃຊ້ ດິນ ຣະເບີດ ທີ່ ຈະສ້າງ ຄວາມ ເຊື່ອມເສັຽ ອັນ ມະຫາສານ ຕໍ່ການ ໄດ້ຍີນ ຂອງ ສັດນ້ຳ ເປັນການ ທຳລາຍ ສັດນ້ຳ ທີ່ ຫາຍາກ ແລະ ຈະ ສູນພັນ ດັ່ງ ປ່າຂ່າ ນ້ຳຈືດ ທີ່ ອາສັຍຢູ່ ບໍ່ໄກ ຈາກ ພື້ນທີ່ ປະມານ ສອງ ກິໂລແມັດ ເທົ່ານັ້ນ ຮ່ວມທັງ ຈະສ້າງ ຄວາມ ເຊື່ອມເສັຽ ຕໍ່ ແມ່ນ້ຳຂອງ ໂດຍຮວມ ນຳອີກ.