ເຂື່ອນໄຊຍະບູລີລະບາຍນໍ້າ ເຮັດໃຫ້ນໍ້າຂອງຂຶ້ນຖ້ວມພື້ນທີ່ປູກຝັງ ຂອງຊາວບ້ານ

0:00 / 0:00

ລະດັບນໍ້າໃນແມ່ນໍ້າຂອງ ແລະລໍານໍ້າສາຂາ ທີ່ໄຫຼຜ່ານຫຼາຍເມືອງ ຂອງແຂວງໄຊຍະບູລີ ສູງຂຶ້ນປະມານ 2 ແມັດ ຍ້ອນຝົນຕົກໜັກ, ເຂື່ອນໄຟຟ້າໄຊຍະບູລີ ເປີດປະຕູລະບາຍນໍ້າ ເຮັດໃຫ້ນໍ້າຖ້ວມຜົນລະປູກຂອງປະຊາຊົນ ຕາມແຄມຂອງບາງສ່ວນ ຊຶ່ງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໃຫ້ການຊ່ອຍເຫຼືອ ດັ່ງປະຊາຊົນບ້ານໂພນໄຊ ເມືອງປາກລາຍ ແຂວງໄຊຍະບູລີ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ສິງຫານີ້ວ່າ:

"ປະມານ 1 ແມັດ 2 ແມັດປະມານນັ້ນ ນໍ້າຂອງມັນຊິທາງນໍ້າຄູນຂຶ້ນມາຫັ້ນນ່າ ອື ພື້ນທີ່ປູກຫັ້ນ ມັນຖ້ວມໄປໜ້ອຍນຶ່ງແລ້ວ ຖ້ວມໄປໜ້ອຍນຶ່ງແລ້ວມັນກໍຂຶ້ນຫລາຍເຕີບ ຖ້ວມໄປໄດ້ໜ້ອຍນຶ່ງແລ້ວມັນກໍລົງ ປະມານທິດນຶ່ງເດ້ ແລ້ວຊ້ວງນີ້ກໍບໍ່ດີ ເຫັນລັດຖະບານຂະເຈົ້າຂ່າວວ່າ ຂະເຈົ້າສິປ່ອຍນໍ້າມາວັນທີ 20 ຫາວັນທີ 23 ກໍສ່ວນຫລາຍຈະເປັນໝາກເຜັດ ເປັນສາລີເປັນໝາກເຂືອເປັນຫອມເປັນຫຍັງນີ້ແຫລະ ກາຍເບິດແລ້ວເດ້ ມີແຕ່ວ່າມັນແຫ້ງ ແລ້ວມັນກໍຂຶ້ນ ໃໝ່ນີ້ແຫລະ. "

ແລະປະຊາຊົນ ຢູ່ບ້ານເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ກໍເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ເປັນເດືອນແລ້ວ ທີ່ຝົນຕົກໜັກຕິດຕໍ່ກັນຫຼາຍມື້ ຢູ່ຫຼາຍພື້ນທີ່ ຮວມທັງຢູ່ຫຼາຍເມືອງຂອງແຂວງໄຊຍະບູລີ ແລະເຂື່ອນໄຟຟ້າໄຊຍະບູລີ ກໍປ່ອຍນໍ້າອອກຈາກເຂື່ອນລົງມາໃສ່ຕື່ມ ກໍຍິ່ງເຮັດໃຫ້ລະດັບນໍ້າ ໃນແມ່ນໍ້າຂອງ ແລະລໍານໍ້າສາຂາ ເພີ່ມສູງຂຶ້ນຫຼາຍກວ່າ 2 ແມັດ ດັ່ງທີ່ທ່ານກ່າວວ່າ:

"ບໍ່ ບໍ່ໄກປານໃດ ຂຶ້ນໂອ້ ລະເນາະ ເຮົາຂີ່ລົດກາຍໄປກໍຂຶ້ນ ຂຶ້ນ ມີແຕ່ຂຶ້ນຫລາຍຢູ່ນ່າ ໂອ໋ ກວ່າລະເວີ້ຍ ຂຶ້ນຫລາຍກວ່າ 2 ແມັດ ເຫັນເພິ່ນແຈ້ງຂ່າວຢູ່ ປ່ອຍລະຫວາ ຂຶ້ນແນ່ເນາະ ອ່າ ຢູ່ປາກລາຍກໍຂຶ້ນຫັ້ນ ປົກກະຕິແຫລະກໍຂຶ້ນ ກໍຫລາຍແນ່ຫັ້ນແຫລະຮອດຢູ່ 2 ແມັດ. "

ເວົ້າເຖິງເລື່ອງການປ່ອຍນໍ້າອອກຈາກເຂື່ອນໄຊຍະບູລີ ທີ່ກັ້ນແມ່ນໍ້າຂອງ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ໄດ້ແຈ້ງເຕືອນວ່າ ທາງບໍລິສັດ ຈະໄດ້ລະບາຍນໍ້າອອກຈາກເຂື່ອນ ຕາມຂັ້ນຕອນ ຍ້ອນນໍ້າຂຶ້ນຫຼາຍ ເພື່ອບໍ່ໃຫ້ມີຜົນກະທົບຫຼາຍ ຕໍ່ປະຊາຊົນ ທີ່ຢູ່ເທິງເຂື່ອນ ແລະທ້າຍເຂື່ອນ ດັ່ງເຈົ້າໜ້າທີ່”ທີ່ກ່ຽວຂ້ອງ ຢູ່ແຂວງໄຊຍະບູລີທ່ານນຶ່ງ ກ່າວວ່າ:

“ເອີ ນໍ້າຂຶ້ນຫລາຍຢູ່ ນໍ້າຂຶ້ນຫລາຍ ອັນນັ້ນກໍບໍ່ຮູ້ແລ້ວ ແຕ່ວ່າມັນຂຶ້ນຫລາຍ ເພາະວ່າເຂື່ອນໄຊຍະບູລີເຂົາກໍເລີ້ມປ່ອຍແລ້ວ ກໍຍັງບໍ່ມີຜົນກະທົບຕໍ່ຊາວບ້ານເທື່ອນ່າ ກໍມັນ ກໍຄືປົກກະຕິ ຄືແຕ່ລະປີຈັ່ງຊີ້ ທີ່ຂຶ້ນປະມານດ້າມເລັກດ້າມໜ້ອຍຊື່ໆ ຈັ່ງຊີ້ນ່າ ເພິ່ນກໍແຈ້ງເຕືອນລ່ວງໜ້າຢູ່ ຊ້ວງທີ່ວ່າປ່ອຍນໍ້າ ສົມມຸດເຂື່ອນເນາະ ມັນກັກນໍ້າໄວ້ ເຂົາກໍປ່ອຍອອກ ທໍາມະດາຢູ່ນ່າ ເຂົາບໍ່ໄດ້ປ່ອຍຫລາຍ ເຮັດໃຫ້ຜົນກະທົບຂອງປະຊາຊົນເສັຽຫາຍ ມັນບໍ່ມີເນາະ.”

ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ໄດ້ອອກແຈ້ງການ ໃນມື້ວັນທີ 19 ສິງຫານີ້ ເຕືອນປະຊາຊົນ ທີ່ອາໄສທີ່ຢູ່ເທິງເຂື່ອນ ແລະທ້າຍເຂື່ອນ ໃຫ້ລະມັດລະວັງ ລະດັບນໍ້າທີ່ອາດຈະເພີ່ມຂຶ້ນ ແລະຫຼຸດລົງ ຍ້ອນການປ່ອຍນໍ້າອອກຈາກເຂື່ອນ ແຕ່ວັນທີ 20 ຫາວັນທີ 23 ສິງຫານີ້, ເນື່ອງຈາກມີການຄາດຄະເນວ່າ ຈະມີປະລິມານນໍ້າໄຫຼເຂົ້າໜ້າເຂື່ອນ ຫຼາຍກວ່າ 12,800 ແມັດກ້ອນຕໍ່ວິນາທີ ພາຍຫຼັງຝັນຕົກໜັກຢ່າງຕໍ່ເນື່ອງ ມາແຕ່ວັນທີ 11 ສິງຫານີ້ ເຮັດໃຫ້ມີການລະບາຍນໍ້າອອກຈາກເຂື່ອນເພີ່ມຂຶ້ນ, ອີງຕາມການລາຍງານ ຂອງສະຖານີວັດແທກ ລະດັບນໍ້າສຸພານຸວັງ ແຂວງຫຼວງພະບາງ.

ເວົ້າເລື່ອງຜົນກະທົບຈາກນໍ້າຖ້ວມ ປະຊາຊົນ ທີ່ຢູ່ຕາມແຄມແມ່ນໍ້າຂອງ ຢູ່ເມືອງພຽງ ແຂວງໄຊຍະບູລີ ຜູ້ນຶ່ງເວົ້າວ່າ ປະຊາຊົນບໍ່ທັນໄດ້ຮັບຜົນກະທົບ ຍ້ອນຝົນຕົກໜັກ ແລະເຂື່ອນໄຊຍະບູລີ ລະບາຍນໍ້າລົງມາ ເປັນປະຈໍາທຸກປີ. ແຕ່ໃນປີນີ້ ລະບາຍນໍ້າອອກຈາກເຂື່ອນເລື້ອຍໆ ຈົນເຮັດໃຫ້ປະຊາຊົນ ທີ່ປູກຝັງຢູ່ຕາມແຄມຂອງ ຈໍານວນນຶ່ງ ຕັດສິນໃຈບໍ່ປູກອີກແລ້ວ ຍ້ອນຢ້ານວ່າ ນໍ້າຈະຂຶ້ນຖ້ວມ ນໍ້າຂຶ້ນຫຼາຍ ຮອດ 2 ແມັດແລ້ວ.

"ຂຶ້ນຫລາຍໆ ຮອດຮອດ 2 ແມັດ ດົນແລ້ວ ນໍ້າຫວາ ນໍ້ານັ້ນຫລາຍ ໂອ໋ ເປັນເດືອນແລ້ວເດ້ລະ ອໍ ຝົນຕົກໆ ບໍ່ຖ້ວມໆ ນໍ້າຈາກໃດເນາະ ຕະຫລອດສາຍນໍ້າຂອງ ທົ່ວປະເທດລາວ. "

ເຂື່ອນໄຟຟ້າໄຊຍະບູລີ ຕັ້ງຢູ່ຫ່າງຈາກນະຄອນຫຼວງພະບາງ ໄປທາງຕອນໃຕ້ປະມານ ກິໂລແມັດ, ຫ່າງຈາກສາມຫຼ່ຽມປາກແມ່ນໍ້າຂອງໃນວຽດນາມ ປະມານ 1,930 ກິໂລແມັດ, ຫ່າງຈາກຊາຍແດນກໍາພູຊາ ປະມານ 1,242 ກິໂລແມັດ ແລະຫ່າງຈາກຊາຍແດນໄທ ແຂວງຊຽງຮາຍ ປະມານ 365 ກໍໂລແມັດ ແລະແຂວງເລີຍ ປະມານ 200 ກໍໂລແມັດ.

ໂຄງສ້າງເຂື່ອນໄຊຍະບູລີ ມີຄວາມຍາວ 820 ແມັດ ແລະສູງ 3222.6 ແມັດ, ມຮທາງລະບາຍນໍ້າລົ້ນ, ຊ່ອງລະບາຍນໍ້າ ສໍາລັບຕະກອນ ຫຼືຝຸ່ນຂະໜາດນ້ອຍຜ່ານ, ມີທາງເດີນເຮືອ ແລະທາງປາຜ່ານ.

ໂຄງການນີ້ ໄດ້ເລີ່ມກໍ່ສ້າງເມື່ອວັນທີ 7 ພະຈິກ 2012 ແລະເລີ່ມຜະລິດໄຟຟ້າ ແຕ່ວັນທີ 29 ຕຸລາ 2019 ທີ່ຜ່ານມາ.