ທາງການ ເມືອງ ຊຽງເງິນ ແຂວງ ຫລວງ ພຣະບາງ ຕຣຽມ ຂຶ້ນແຜນ ຍ້າຍ ຊາວບ້ານ ຈໍານວນ ນຶ່ງ ໃນ ບ້ານລ່ອງ ທີ່ຕັ້ງບ້ານ ເຮືອນຢູ່ ແຄມ ນໍ້າຄານ ໃຫ້ໄປຢູ່ ບ່ອນຈັດສັນ ໃໝ່ ຫລັງຈາກ ເຮືອນຖືກ ເສັຽຫາຍ ຈາກ ເຫດການ ນໍ້າຖ້ວມ ໃນວັນທີ່ 17 ກັນຍາ ຜ່ານມາ. ນໍ້າຖ້ວມ ຄັ້ງນີ້ ເຮັດໃຫ້ ເຮືອນ ຊາວບ້ານ 52 ຫລັງ ໄດ້ຮັບ ຜົນກະທົບ ໃນນັ້ນ 20 ຫລັງ ຖືກ ນໍ້າພັດ ໄປ ຫລື ເພພັງ ລົງ. ດັ່ງ ເຈົ້າໜ້າທີ່ ເມືອງ ໄດ້ກ່າວ:
"ເຈົ້າແຂວງ ເພິ່ນວ່າ ເຂດຫັ້ນ ມັນຕ້ອງໄດ້ ຍົກຍ້າຍ ກະວ່າແລ້ວ ອອກພັນສາ ນີ້ແຫລະ ພວກເຮົາ ສີ່ໄດ້ໄປ ກວດກາເບິ່ງ ສະຖານທີ່ ບ່ອນໃດ ທີ່ ເໝາະສົມ ທີ່ສາມາດ ເອົານໍ້າລິນ ເຂົ້າມາ ໄດ້ເນາະ. ສີ່ບໍ່ໃຫ້ ຢູ່ຫັ້ນເນາະ ເພາະວ່າມັນ ເປັນຄວາມສ່ຽງ ໃນ ອະນາຄົດ ຫັ້ນຕື່ມ".
ທ່ານວ່າ ບ້ານເຮືອນ ປະຊາຊົນ ໃນ ເຂດນັ້ນ ຖືກນໍ້າຖ້ວມ ເລື້ອຍໆ ໃນ ຣະດູຝົນ ຕລອດ 3 ປີ ມານີ້ ເພາະສັງເກດ ເຫັນວ່າ ນໍ້າຄານ ມີຣະດັບສູງ ຂຶ້ນຫລາຍ. ເມື່ອ ປີ 2012 ກໍຖືກຖ້ວມ ແລ້ວ ແຕ່ບໍ່ໜັກ ຫນ່ວງຊໍ່າປີ ນີ້. ທາງການ ກໍຢາກໃຫ້ ຊາວບ້ານ ຍ້າຍບ້ານ ໄປ ປຸກເຮືອນ ຢູ່ ບ່ອນສູງ ແຕ່ ຊາວບ້ານ ຂັດຂ້ອງ ນໍາຄ່າ ໃຊ້ຈ່າຍ. ປີນີ້ ຫລັງຈາກ ເກີດ ນໍ້າຖ້ວມ ໜັກແລ້ວ ກໍເລີ້ມ ເວົ້າກັນໃໝ່ອີກ ເຣື້ອງ ຊອກຫາ ງົບປະມານ ມາຊ່ວຍ ປະຊາຊົນ.
ຕາມຣາຍງານ ນັ້ນ ຄວາມ ເສັຽຫາຍ ຈາກ ນໍ້າຖ້ວມ ຢູ່ ເມືອງ ຊຽງເງິນ ປີນີ້ ຕົກເປັນ ມູນຄ່າ 5 ຕື້ກີບ, ປະຊາຊົນ 21 ບ້ານ ແລະ 670 ຄອບຄົວ ໄດ້ຮັບ ຜົນ ກະທົບ.