ຈັບໄວໜຸ່ມລາວ 19, ຈີນ 13 ຄົນ ພ້ອມອາວຸດ

ໄຊຍາ
2021.10.10
ຈັບໄວໜຸ່ມລາວ 19, ຈີນ 13 ຄົນ ພ້ອມອາວຸດ ຕຳຣວດ ນະຄອນຫຼວງ ຈັບກຸ່ມໄວໜຸ່ມ ມົ້ວສຸມຢາເສບຕິດ ແລະ ພົກພາອາວຸດ ຢູ່ໂຮງແຮມໂຄ້ງຄຳ ໃນນີ້ ມີຄົນຈີນ 13 ຄົນ.
ນັກຂ່າວ ພົລເມືອງ

ໃນ ວັນທີ 4 ຕຸລາ ທີຜ່ານມາ ເຈົ້າໜ້າທີ່ ປກສ ກຸ່ມເພັຽວັດ ເມືອງ ສີສັດຕະນາກ ສົມທົບກັບ ເຈົ້າໜ້າທີ່ ກອງບັນ ຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ເຂົ້າຈັບ ກຸ່ມໄວໜຸ່ມ ເພດຊາຍ ແລະ ຍິງ ຈຳນວນ 32 ຄົນ ໂດຍໃນ ຈຳນວນ ດັ່ງກ່າວ ເປັນຄົນຈີນ 13 ຄົນ ແລະ ຄົນລາວ ອີກ 19 ຄົນ ພາກັນມົ້ວສຸມ ຢາເສບຕິດ ແລະ ເຄື່ອງມືນເມົາ ຢູ່ພາຍໃນໂຮງແຮມ ໂຄ້ງຄຳ ເຊີ່ງເປັນ ໂຮງແຮມ ແລະ ຮ້ານຄາຣາໂອເກະ ຂອງຊາວຈີນ ຢູ່ບ້ານໂພນສີນວນ ພ້ອມກັບ ສາມາດຢຶຶດ ຢາເສບຕິດ ປະເພດຢາໄອສ 19 ຖົງນ້ອຍ ແລະ ອາວຸດປືນ 3 ກະບອກນຳ ດ້ວຍອັນເປັນການ ຝ່າຝືນມາຕການ ປ້ອງກັນໂຄວິດ-19. ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 8 ຕຸລາ ນີ້ວ່າ:
ປັດຈຸບັນ ກຸ່ມຜູ້ຝ່າຝືນ ມາຕການໂຄວິ ດັ່ງກ່າວທັງ 32 ຄົນ ກຳລັງຢູ່ ໃນຣະຫວ່າງ ການກັກໂຕ 14 ມື້ ຕາມມາຕການ ປ້ອງກັນໂຄວິດ-19 ຫຼັງຈາກັກໂຕ ຄົບກຳນົດແລ້ວ ກໍຈະມອບໃຫ້ພາກ ສ່ວນກ່ຽວຂ້ອງໄປສອບສວນຕໍ່ໄປ. ສ່ວນລາຍຣະອຽດ ຂອງຄົນຈີນ ທີ່ຮ່ວມຢູ່ ໃນຈຳນວນດັ່ງ ກ່າວຮວມເຖິງເຈົ້າຂອງໂຮງແຮມ ດ້ວຍກັນຍັງ ບໍ່ສາມາດໃຫ້ ຣາຍລະອຽດ ໄດ້ເທື່ອຮວມທັງ ຍັງຣະບຸບໍ່ໄດ້ວ່າ ຜິດຂໍ້ຫາຫຍັງແດ່.

ໃນຂນະ ດຽວກັນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ໂຮງແຮມ ໂຄ້ງຄຳ ເພື່ອສອບຖາມ ຣາຍລະອຽດ ເພີ່ມຕື່ມ ແຕ່ບໍ່ມີພະນັກງານ ຮັບໂທລະສັບ. ຫຼັງເກີດເຫດ ດັ່ງກ່າວກໍເຮັດໃຫ້ ຊາວບ້ານຫຼາຍຄົນ ຮູ້ສຶກບໍ່ພໍໃຈ ທີ່ກຸ່ມໄວໜຸ່ມ ດັ່ງກ່າວຝ່າຝືນ ມາຕການປ້ອງກັນ ໂຄວິດ-19 ທັງທີ່ຢູ່ ນະຄອນຫຼວງວຽງຈັນ ກໍຍັງມີການ ແຜ່ຣະບາດ ຂອງໂຄ ວິດ-19 ຢ່າງໜັກໜ່ວງ ຢູ່ ແລະ ຫຼາຍພາກສ່ວນ ກໍພາກັນເຝົ້າ ຣະວັງຢູ່ແລ້ວ ແລະກໍຫຼີກລ້ຽງການ ຊຸມແຊວ. ດັ່ງຊາວບ້ານຢູ່ ເມືອງ ສີສັດຕະນາກ ກ່າວວ່າ:
ເອີຄົນຈີນ ຄົນລາວຫັ້ນແຫຼະ ໄປກິນໂຮງແຮມຈີນ ບໍ່ໄດ້ແຫຼະ ບໍ່ວ່າແຕ່ຢູ່ ໂຮງແຮແຫຼະ ຢູ່ນອກເຂົາກໍ ຈັບໝົດ ມັນຮັບໄດ້ຢູ່ ທັມດາແບບນອນ ແບບຫຍັງນີ້ແຫຼະ.

ໃນຂນະ ທີ່ຊາວບ້ານ ຢູ່ເມືອງສີສັດຕະນາກ ອີກທ່ານນຶ່ງກ່າວວ່າ ລາວເອັງ ກໍຢາກໃຫ້ ພາກສ່ວນກ່ຽວຂ້ອງ ດຳເນີນຄະດີ ກັບກຸ່ມໄວໜຸ່ມ ດັ່ງກ່າວ ແລະ ເຈົ້າຂອງ ໂຮງແຮມ ໂຄ້ງຄຳ ຍ້ອນເປັນການ ຝ່າຝືນ ມາຕການ ປ້ອງກັນ ໂຄວິດ-19 ໃນໄລຍະ ທີ່ ນະຄອນຫຼວງວຽງຈັນ ມີການລ໊ອກດາວ ຢ່າງເຂັ້ມງວດ ອີກທັງຍັງເສບ ຢາເສບຕິດ ແລະ ພົກພາອາວຸດ ປືນນໍາດ້ວຍ:
ເພາະວ່າ ຢູ່ນີ້ເຂົາເຈົ້າ ກໍລ໊ອກດາວ ຢູ່ແລ້ວຫັ້ນນ່າ 9ໂມງ ຫາ 5ໂມງເຊົ້າ ຈັ່ງຊິນ່າ ປົກກະຕິມັນກໍບໍ່ໄດ້ເຂົາເຈົ້າເຮັດ ແນວໃດກໍບໍ່ຈັກ ແຫຼະເຂົາເຈົ້າເປີດ ສະເພາະແຂກ ເຂົາເຈົ້າ ຫຼືຈັ່ງໃດຫັ້ນນ່າ ນ້ອງກໍບໍ່ຈັກອັນນີ້ ເພາະວ່າມັນບໍ່ແມ່ນ ຂອງຄົນລາວຫັ້ນນ່າ.

ຍານາງ ໄດ້ກ່າວຕື່ມວ່າ ສຳລັບໄວໜຸ່ມ ທີ່ເປັນຄົນຈີນ ຮວມທັງເຈົ້າຂອງ ໂຮງແຮມ ຊຶ່ງເປັນຄົນຈີນ ນຳກັນນັ້ນ ກໍຢາກໃຫ້ ມີການລົງໂທດ ຜູ້ກ່ຽວຕາມ ກົດໝາຍຍ້ອນ ເປັນໄປໄດ້ວ່າ ພວກເຂົາເຈົ້າ ບໍ່ຢ້ານກົດໝາຍ ບ້ານເມືອງລາວ ຈຶ່ງພາກັນ ຣະເມີດມາຕການ ດັ່ງກ່າວ ແລະ ກໍເສບຢາ ເສບຕິດ ແລະ ພົກພາອາວຸດປືນ. ທາງດ້ານ ເຈົ້າຂອງໂຮງແຮມ ແຫ່ງນຶ່ງຢູ່ ເມືອງສີສັດຕະນາກ ກ່າວວ່າ ລາວເອັງ ກໍເຫັນວ່າສົມ ຄວນແລ້ວ ທີ່ກຸ່ມໄວໜຸ່ມ ດັ່ງກ່າວທີ່ມີ ຄົນຈີນຮວມຢູ່ ນໍາດ້ວຍ ນັ້ນຖືກເຈົ້າ ໜ້າທີ່ຕຳຣວດ ຈັບໄປ ຍ້ອນເປັນການຝ່າຝືນ ຄຳສັ່ງມາຕການ ປ້ອງກັນໂຄວິດ-19 ຂັ້ນຮຸນແຮງ. ສ່ວນ ໂຮງແຮມ ແລະ ເຮືອນ ພັກອື່ນ ໆ ກໍຍັງເປີດ ຕ້ອນຮັບແຂກ ຕາມປົກກະຕິ ແຕ່ຫາກໃຫ້ມີ ການກວດກາ ແຂກທີ່ມາພັກ ຢ່າງເຂັ້ມງວດແລະ ຫ້າມບໍ່ໃຫ້ ມີການຊຸມແຊວ ໃນໂຮງແຮມ ຫຼື ເຮືອນພັກຢ່າງ ເດັດຂາດ.
ກໍສົມຄວນຢູ່ ບໍ່ຮູ້ນ່າມີ ງານລ້ຽງປາຣ໌ຕີ້ (Party) ເຮົາບໍ່ຮູ້ ເຮົາຮູ້ແຕ່ວ່າ ເຫັນເພິ່ນມາເອົາໄປ ຊ່ວງນີ້ເພິ່ນຫ້າມ ໝົດເດຊຸມ 300-400 ແບບນີ້ ກໍບໍ່ໄດ້ແຫຼະ ໂຮງແຮມເປີດຢູ່ ແຕ່ວ່າເພິ່ນຫາກ ໃຫ້ກວດໂຄວິດ.

ສ່ວນເຈົ້າໜ້າທີ່ ຂັ້ນທ້ອງຖີ່ນ ນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ ແລະ ຕຳແໜ່ງກ່າວວ່າ ໃນໄລຍະນີ້ຫຼາຍບ້ານ ໃນແຕ່ລະ ເມືອງຢູ່ ນະຄອນຫຼວງວຽງຈັນ ວາງກົດຣະບຽບ ຢ່າງເຂັ້ມງວດ ເພື່ອປ້ອງກັນ ການແຜ່ ຣະບາດໂຄວິດ-19 ສ່ວນພາກສ່ວນ ທີ່ຣະເມີດ ມາຕການດັ່ງກ່າວ ພ້ອມທັງມີ ຢາເສບຕິດ ແລະ ອາວຸດປືນ ດ້ວຍນັ້ນກໍຈະຖືກ ນຳໄປສອບສວນ ແລະ ດຳເນີນຄະດີ ຢ່າງຄັກແນ່.
ດຽວນີ້ ເຂົາແຮງເຄັ່ງຂັດ ເນາະ ດຽວນີ້ເຫັນເບາະ ຄົນຕິດເຊື້ອ ເພີ່ມ ນະຄອນຫຼວງ ກໍມິ 400 ປາຍ ແຮງເພີ່ມຂື້ນ ໃດຫັ້ນ ໂຄ້ງຄຳ ແບບໄວລຸ້ນ ເຂົາລັກເຂົ້າໄປ ຫັ້ນນ່າຫຼິີ້ນເຫຼົ້າ ຫຼີ້ນເບຍ ຫຍັງຢູ່ນັ້ນເດ້.

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງ ກະຊວງປ້ອງກັນຄວາມສະຫງົບ ເພື່ອຖາມຂໍ້ມູນ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຍັງ ບໍ່ສາມາດເປີດເຜີຍ ຂໍ້ມູນໄດ້ເທື່ອວ່າ 13 ຄົນດັ່ງກ່າວ ທີ່ຖືກຈັບຢູ່ ໂຮງແຮມໂຄ້ງຄຳນັ້ນ ສ່ວນໃຫຍ່ ມີອາຊີບຫຍັງ ແລະ ເປັນຫຍັງ ມີຢາເສບຕິດໄວ້ ໃນການຄອບຄອງ ຮວມທັງມີອາວຸດປືນ ນໍາດ້ວຍ. ທາງດ້ານ ນັກຊ່ຽວຊານ ດ້ານກົດໝາຍ ທ່ານນຶ່ງກ່າວວ່າ ກໍຣະນີ ຄົນຈີນ ຫຼື ຄົນຕ່າງປະເທດ ທີ່ພົກພາອາວຸດປືນ ໃນລາວນັ້ນ ຕາມປົກກະຕິແລ້ວ ສາມາດພົກພາໄດ້ ຖ້າມີໃບອະນຸຍາດ ຢ່າງຖືກຕ້ອງ ແຕ່ຖ້າບໍ່ມີ ໃບອະນຸຍາດ ກໍມີຄວາມຜິດ ໃນຂໍ້ຫາ ຄ້າຂາຍອາວຸດເສິກ ສ່ວນເຣື່ອງ ເສບຢາເສັບຕິດ ນັ້ນໂທດ ກໍໜັກຫຼາຍຢູ່.
ຄັນມີ ໃບອະນຸຍາດ ຈາກ ສປປ ລາວ ນີ້ເນາະ ໄດ້ຢູ່ຖືກຕ້ອງ ຕາມກົດໝາຍ ຖ້າບໍ່ມີມັນກໍບໍ່ໄດ້ ສະເພາະຄົນ ຕ່າງປະເທດ ນີ້ມັນກໍແຮງຜິດ ໜັກເລີຍ ເຂົາຊິເອີ້ນເຂົ້າຄ່າຍ ຄ້າຂາຍອາວຸດເສິກ ຫັ້ນນ່າ.

ແຕ່ເຖິງຢ່າງໃດ ກໍຕາມຜູ້ໃຊ້ ສື່ສັງຄົມອອນລາຍນ໌ (Social Media) ຈຳນວນນຶ່ງ ທີ່ອາສັຍຢູ່ໃກ້ ກັບໂຮງແຮມ ໂຄ້ງຄຳ ໄດ້ໃຫ້ຂໍ້ມູນວ່າ ໂຮງແຮມ ດັ່ງກ່າວ ເປັນຂອງຊາວຈີນ ແລະ ມີຜູ້ມີອິດທິພົນ ໃນລາວຢູ່ເບື້ອງຫຼັງ ຊຶ່ງເປີດໃຫ້ ບໍຣິການ ທັງບ່ອນພັກ ແລະ ຮ້ານບັນເທີງ ໃນຮູບແບບ ຄາຣາໂອເກະ (Karaoke) ຮວມທັງ ອາດຈະມີການ ບໍຣິການທາງເພດ ແບບ ແອບແຝງນຳດ້ວຍ. ກ່ອນໜ້ານັ້ນ ໃນວັນທີ 2 ຕຸລາ ທີ່ຜ່ານມາ ຄນະສະເພາະກິຈ ເມືອງວັງວຽງ ແຂວງວຽງຈັນ ແລະ ເຈົ້າໜ້າທີ່ ປກສ ເມືອງ ວັງວຽງ ກໍໄດ້ຈັບກຸມ ໄວໜຸ່ມ ຈຳນວນນຶ່ງ ທີ່ພາກັນ ມົ້ວສຸມ ຊຸມແຊວ ຢູ່ໂຮງແຮມແລະ ຮ້ານຄາຣາໂອເກະ ທັງໝົດ 3 ແຫ່ງໃນ ເມືອງວັງວຽງ. ໂດຍກຸ່ມໄວໜຸ່ມ ດັ່ງກ່າວ ເດີນທາງ ມາຈາກ ນະຄອນຫຼວງວຽງຈັນ ແລະ ເມື່ອວັນທີ 25 ກັນຍາ ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ກໍໄດ້ຈັບກຸມ ໄວໜຸ່ມຈຳນວນ 16 ຄົນ ທີ່ພາກັນ ມົ້ວສຸມຊຸມແຊວ ຢູ່ອາພາຣ໌ທເມັ້ນທ໌ (Apartment) ແຫ່ງນຶ່ງ ເຂດບ້ານຫ້ວຍຫົງ ຈຶ່ງໄດ້ສຶກສາອົບຮົມ ແລະ ປັບໄໝ ຕາມຣະບຽບການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 21, 2021 02:58 AM

ການທີ່ລັດຖະບານລາວ ອານຸຍາດ ໃຫ້ຊາວຈີນ ເຂົ້າມາໃຊ້ຊີວິດຫລືວ່າ ມາຢູ່ລາວ ໄດ້ຢ່າງສະດວກສະບາຍ ແມ່ນບໍ່ເປັນຜົນດີສຳລັບ ປະເທດແລະປະຊາຊົນລາວ. ເວົ້າແບບນີ້ ບໍ່ໄດ້ຫມາຍຄວາມວ່າ ຂອບບໍ່ມັກຄົນຈີນເດີ ແຕ່ຢາກໃຫ້ລັດຖະບານລາວ ໃຊ້ກົດຫມາຍຄວບຄຸມ ຄົນຕ່າງດ້າວ ທີ່ມີຈຸດປະສົງອັນບໍ່ດີ ທີ່ເຂົ້າມາທຳລາຍ ຄົນລາວ ສັງຄົມລາວ ວັດທະນະທຳລາວ ທຳລາຍ ສະພາບແວດລ້ອມ ໃນປະເທດ. ໃຜໆກໍຮູ້ຢູ່ແລ້ວ ຄົນຈີນ ແມ່ນເປັນມາເຟຍກະຫລາຍ ເຊິ່ງຜ່ານມາກໍເຫັນແລ້ວວ່າ ມາຂ້າກັນຕາຍໃນປະເທດເຮົາ, ມາຂ້າຄົນລາວ ມາຖ່າຍວີດີໂອ້ ອານາຈານສາວລາວ ເຊິ່ງບໍ່ເຫັນເຈົ້າຫນ້າທີ່ລາວ ຈັບມາລົງໂທດເລີຍ ແລະ ກະງຽບໄປຊື່ໆ. ສ່ວນຄົນຈີນ ທີ່ລະເມີດມາດຕະການແລະມີປືນນຳນັ້ນ ກໍບໍ່ເຫັນເອົາການດຳເນີນຄະດີອອກມາໃຫ້ ຄົນລາວໄດ້ຮູ້ນຳແດ່. ພວກນີ້ລະເມີດກົດຫມາຍລາວ ທີີ່ມີອາວຸດປືນ ມີຢາເສບຕິດ ມົ້ວສຸມກັບໂສເພນີ ເວົ້າອີກແບບນຶ່ງ ກະແມ່ນເຂົາມາ ເປັນມາເຟຍຢູ່ລາວ ມາບຳເລີ ຍິງສາວລາວ ແຕ່ວ່າ ທາງເຈົ້າຫນ້າທີ່ລາວ ກໍປ່ອຍໃຫ້ເກີດຂຶ້ນ. ນີ້ເປັນໂຕຢ່າງນຶ່ງເທົ່ານັ້ນ ແຕ່ຍັງມີອີກຫລາຍແຫ່ງ ໃນທົ່ວປະເທດ ດັ່ງນັ້ນ ຢາກໃຫ້ລັດຖະບານລາວ ບໍລິຫານປະເທດ ຢ່າງຈິງຈັງ ບໍລິຫານ ໃຫ້ເປັນຄືນັກປົກຄອງ ແລະ ຜູ້ນຳປະເທດຊາດ ທີ່ແທ້ຈິງ ບໍ່ແມ່ນຈະໄປ ຮັບໃຊ້ຜົນປະໂຫຍດປະເທດອື່ນ.