ກວດກາ ສານປົນເປື້ອນອາຫານ ຂ. ຫຼນທ

ມະ​ນີ​ຈັນ
2016.09.22
F-Chinese-food-nlao ຕລາດ ຂາຍສິນຄ້າ ມາຈາກຈີນ ແຫ່ງນຶ່ງ ທາງພາກເໜືອ ຂອງລາວ
RFA/Chareunsouk

ວັນທີ 17 ກັນຍາ 2016 ນັກວິຊາການ ຜແນກ ສາທາລະນະສຸກ ແຂວງຫລວງນໍ້າທາ ລົງສົມທົບ ກັບນັກວິຊາການ ຂອງຫ້ອງການ ສາທາລະນະສຸກ ເມືອງລອງ ເພື່ອລົງ ກວດກາ ສິນຄ້າ ປະເພດອາຫານ ທີ່ນຳເຂົ້າ ຈາກປະເທດຈີນ ເຊິ່ງ ມີອາຫານປະເພດ ພືດຜັກ, ອາຫານປີ້ງ-ຢ້າງ ທີ່ປະຊາຊົນລາວ ນິຍົມກິນກັນ ປະຈໍາວັນ ເຊິ່ງອາດຈະ ປົນເປື້ອນ ສານພິດ. ນອກຈາກນັ້ນ ກໍຍັງກວດກາ ສິນຄ້າ ທີ່ໝົດອາຍຸ ຢູ່ຕາມຮ້ານຄ້າ ຕ່າງໆ ບໍ່ວ່າ ຈະເປັນຮ້ານຄ້າ ຂອງລາວ ແລະ ຂອງຄົນຈີນ, ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຕໍ່ ວິທຍຸ ເອຊັຽ ເສຣີ (RFA) ໃນວັນທີ 20 ກັນຍາ:
“ໃນການກວດກາ ຄັ້ງນີ້ ພວກເຮົາ ໄດ້ກວດກາ ເປັນຕົ້ນ ແມ່ນສີນຄ້າ ປະເພດ ອາຫານ ທີ່ນໍາເຂົ້າ ຈາກປະເທດຈີນ ກະເຫັນວ່າ ມີສານປົນເປື້ອນຫລາຍ ເຊັ່ນສານ ກັນບູດນີ້ ແລະ ຫລາຍກ່ວາໝູ່ ຄັນຖ້າເຮົາ ບໍລິໂພກ ຫລາຍເກີນໄປ ມັນກະເຮັດ ໃຫ້ມີ ອັນຕະລາຍຫລາຍ ຄືກັນ ຕໍ່ກັບ ສຸຂພາບ. ພາຍຫລັງ ທີ່ເຮົາລົງ ກວດກາແລ້ວ ພວກເຮົາ ກະໄດ້ ອອກແຈ້ງການ ເຕືອນພໍ່ແມ່ ປະຊາຊົນ ໃຫ້ລະວັງ ອັນຕະລາຍ ຕໍ່ສຸຂພາບ”
ໃນການກວດກາ ຄັ້ງນີ້ ໄດ້ພົບສິນຄ້າ ປະເພດອາຫານ ຫລາຍຢ່າງ ທີ່ປົນເປື້ອນ ສານພິດ ແລະ ສານກັນບູດ, ເຊິ່ງເປັນສານ ທີ່ອັນຕະລາຍ ຕໍ່ສຸຂພາບ. ຖ້າຫາກວ່າ ຮັບປະທານ ອາຫານ ທີ່ປົນເປື້ອນສານພິດ ນັ້ນຫລາຍ ເປັນຕົ້ນ ປີກໄກ່, ຕີນໄກ່ ແລະ ອີກຫລາຍຢ່າງ ທີ່ນໍາມາ ປີ້ງຂາຍ ໃຫ້ຄົນລາວ ບໍລິໂພກ ໃນແຕ່ລະວັນ.
ອີງຕາມຂໍ້ມູນ ຂອງນັກວິຊາການ ຂອງຫ້ອງການ ສາທາລະນະສຸກ ເມືອງລອງ, ນອກຈາກ ປະເພດສິນຄ້າ ທີ່ເປັນ ຊີ້ນສັດແລ້ວ ຍັງມີສິນຄ້າ ປະເພດອື່ນໆອີກ ທີ່ພົບສານປົນເປື້ອນ ຢາກັນບູດ ເຊັ່ນ ເຫັດປະເພດຕ່າງໆ ທີ່ມາຈາກ ປະເທດຈີນ ແລະ ສິນຄ້າດັ່ງກ່າວ ແມ່ນຫ້າມນໍາເຂົ້າ ມາຈຳໜ່າຍ ຢ່າງເດັດຂາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.