ລາວ ຈະໃຫ້ ປະຊາຊົນ ມີປະກັນສຸຂພາບ

0:00 / 0:00

ທາງການລາວ ສົ່ງເສີມ ນະໂຍບາຍ ດ້ານສາທະຣະນະສຸຂ ແລະ ຣະບົບ ບໍຣິການ ສຸຂພາບ ໃຫ້ປະຊາຊົນ ທົ່ວປະເທດ ໂດຍສະເພາະ ປະຊາຊົນ ຜູ້ທຸກຍາກ ແລະ ອາສັຍ ຢູ່ເຂດຊົນນະບົດ ຫ່າງໄກ ຈະຕ້ອງໄດ້ຮັບ ການປະກັນສຸຂພາບ ຈາກທາງການ ຢ່າງທົ່ວເຖິງ ພາຍໃນ ປີ 2020 ທີ່ຈະມາເຖິງນີ້, ດັ່ງເຈົ້າໜ້າທີ່ ກົມປິ່ນປົວ ກະຊວງສາທາຣະນະສຸຂ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 4 ພຶສພາ ນີ້ວ່າ:

“ເອີ່ ມັນມີປະກັນສຸ​ຂພາບ ຢ່າງດຽວເນາະ ຊຶ່ງວ່າ ກະຊວງສາທາ ກຳລັງເຮັດນິ່ ແມ່ນທົ່ວປະເທດ ແລ້ວໄດ໋ ເພາະວ່າ ກະຊວງສາທາ ເພິ່ນກໍໂອນເງິນ ໄປໂຮງໝໍ ໃຫ້ໂຮງໝໍແລ້ວ, ສົມມຸດວ່າ ມີພົລເມືອງ ສອງແສນຈັ່ງສິເນາະ ກະຊວງສາທາ ເພິ່ນກໍໂອນເງິນໄປໂຮງໝໍ ໃຫ້ຈຳນວນ 2 ແສນຄົນນີ້ ແລ້ວເວລາ ເຈັບເປັນ ໄປແຈ້ງ ບັດສຳມະໂນຄົວເບາະ.”

ຍານາງ ກ່າວຕື່ມວ່າ ປະຊາຊົນ ຜູ້ທຸກຍາກ ທີ່ອາສັຍ ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກນັ້ນ ມີຫຼາຍແສນຄົນ ຫລື ປະມານ 30 ສ່ວນຮ້ອຍ ຂອງປະຊາກອນ ທົ່ວປະເທດ ທີ່ຍັງບໍ່ສາມາດ ເຂົ້າເຖິງຂໍ້ມູນ ແລະ ການບໍຣິການ ທາງດ້ານສຸຂພາບ ຈາກທາງການ.

ໃນປີ 2017 ກະຊວງສາທາຣະນະສຸຂ ຣາຍງານວ່າ ທາງກະຊວງ ໄດ້ຮັບເງິນ ບໍຣິການ ປະກັນສຸຂພາບ ຈຳນວນ 180 ຕື້ກີບ ເພື່ອສຸມໃສ່ ໂຄງການປະກັນສຸຂພາບ 30 ພັນກີບ ປິ່ນປົວ ທຸກພຍາດ ໃນທົົ່ວປະເທດ ຍົກເວັ້ນ ແຂວງຫຼວງພຣະບາງ ແລະ ນະຄອນຫຼວງວຽງຈັນ ເພື່ອໃຫ້ປະຊາຊົນ ຜູ້ທຸກຍາກ ຢູ່ແຂວງຕ່າງໆ ມີໂອກາດ ໄດ້ຮັບການປິ່ນປົວ ຢ່າງທົ່ວເຖິງ ພຽງແຕ່ມີ ບັດປະຈຳຕົວ ຫຼື ສັມມະໂນຄົວ ຍື່ນຕໍ່ ສຸຂສາລາ ຫຼື ໂຮງໝໍຣັຖ ພາຍໃນເມືອງ ແລະ ແຂວງ ກໍສາມາດປິ່ນປົວໄດ້.

ແຕ່ບັນຫາສຳຄັນ ທີ່ທາງການລາວ ກຳລັງປະເຊີນຢູ່ ໃນຂະນະນີ້ ຄືເຣື້ອງງົບປະມານ ມີຈຳກັດ ເນື່ອງຈາກ ທຸກມື້ນີ້ ເງິນຊ່ອຍເຫຼືອ ຈາກອົງການ ສາກົລຫຼຸດລົງ ແລະ ຈຳນວນບຸຄລາກອນແພດ ແລະ ໝໍ ກໍບໍ່ມີພຽງພໍ ຕາມຄວາມຕ້ອງການ ຂອງຄົນໄຂ້.