​ປີ 2019 ​ອະ​ຫິ​ວາ​ໝູ​ ແອ​ຟ​ຣິ​ກາ ຂ້າໝູ 20,000 ປາຍໂຕ

0:00 / 0:00

ໃນ​ປີ 2019 ມີ​ໝູ​ຕາຍ ​ຍ້ອນ​ພະ​ຍາດ ​ອະ​ຫິ​ວາ​ໝູ ແອ​ຟ​ຣິ​ກາ 20,000 ໂຕ ໃນ​ທົ່ວ​ປະ​ເທດ ຍ້ອນ​ວ່າ ມີ​ການ​ນຳ​ເອົາ​ໝູ ແລະ ຊີ້ນ​ໝູ ​ທີ່ຕິດ​ເຊື້ອ ​ມາ​ຈາກ​ປະ​ເທດ​ຈີນ ແລະ ວຽດ​ນາມ ມາ​ບໍ​ລິ​ໂພຄ ​ໃນ​ລາວ.

ປະ​ຊາ​ຊົນ ​ຈຳ​ນວນ​ນຶ່ງ ນຳ​ເອົາ​ ຊິ້ນ​ສ່ວນໝູ​ ນຳ​ເຂົ້າ​ມາ ​ຈາກ​ດ່ານ​ທ້ອງ​ຖິ່ນ ແລ້ວ ເຈົ້າ​ໜ້າ​ທີ່ ບໍ່​ສາ​ມາດ ກ​ວດ​ກາ​ໄດ້, ດັ່ງ​ເຈົ້າ​ໜ້າ​ທີ່ ​ກົມ​ລ້ຽງ​ສັດ​ ແລະ ການ​ປະ​ມົງ ໄດ້​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີ​ ວ່າ:

"ສະ ຫຼຸບລວມ ແລ້ວ ລະ​ແມ່ນ ປະ​ມານ 20 ພັນ ກວ່າ ໂຕ ນີ້ ຫຼະ ທຳ າຍ ສີ່ ພັນ ກ່ ວາ ໂຕ ເນາະ 16,000 ປາຍ ແມ່ນ ຕາຍ ເນາະ . ໄດ້ ຮັບ ເຊື້ອ ຈາກ ປະ ເທດ ຈີນ , ປະ ເທດ ວຽດ ນາມ ເພາະ ວ່າ ປະ ເທດ ວຽດ ນາມ ກັບ ປະ ເທດ ຈີນ ເກີ ກ່ອນເດ່ , ສັນ ນິ ຖານ ເນາະ . ຂະ ເຈົ້າ ນຳ ເອົາ ຊິ້ນ ສ່ວນ ມາ ຕາມ ດ່ານ ທ້ອງ ຖິ່ນ ທີ່ ເຮົາ ບໍ່ ໄດ້ ກວດ ກາ ຫັ້ນ ."

ປັດ​ຈຸ​ບັນ, ​ຫຼາຍ​ແຂວງ ​ຍັງ​ເຝົ້າ​ຣະ​ວັງ ແລະ ເຂັ້ມ​ງວດ ກວດ​ກາ ເປັນ​ປະ​ຈຳ ແລະ ຍັງ​ຫ້າມ​ຫຼາຍແຂວງ ບໍ່​ໃຫ້​ມີ ​ການ​ເຄື່ອນ​ຍ້າຍ​ໝູ, ແຕ່​ຖ້າ​ຈະ​ມີ ​ການ​ເຄື່ອນ​ຍ້າຍ ​ຕ້ອງ​ມີ​ ການກວດ​ກາ​ ຂອງ​ເຈົ້າ​ໜ້າ​ທີ່, ດັ່ງ ເຈົ້າ​ໜ້າ​ທີ່​ ກ່າວ​ຕື່ມ​ອີກວ່າ:

"ພາຍ ໃນ ປະ ເທດນີ້ ພວກ ເຮົາ ກະ ອະ ນຸ ຍາດ ໃຫ້ ແຕ່ ຟາມ ລ້ຽງ ໝູ ທີ່ ຂະ ເຈົ້າ ບໍ່ ທັນ ເກີດ ໃຫ້ ເຄື່ອນ ຍ້າຍ ໄປ ສູ່ ແຂວງ ອື່ນ ​, ຫັ້ນ ນ່າ . ຖ້າ ວ່າ ເກີດ ການ ສົງ ໃສ, ຫັ້ນ ນ່າ ສົ່ງ ຕົວ ຢ່າງ ໄປ ກວດ ຢູ່ ວຽງ ຈັນ ພຸ້ນ ແລະ ພົບ ວ່າ ເປັນ ພະ ຍາດ ພວກນີ້ , ພວກ ເຮົາ ກໍ ໃຫ້ ດຳ ເນີນ ມາ ຕການ ຂ້າ ທຳ ລາຍ ຫັ້ນ ຫຼະ .

ພະ​ຍາດ ​ອະ​ຫິ​ວາ​ໝູ ​ແອ​ຟ​ຣິ​ກາ ຣະ​ບາດ ​ຢູ່​ພາ​ກເໜືອ ​ຂອງ​ລາວ ​ຫຼາຍ​ກ່​ວາ​ໝູ່, ໂດຍ​ສ​ະ​ເພາະ ​ແຂວງ​ທີ່​ຕິດ​ກັບ ປະ​ເທດ​ວຽດ​ນາມ ແລະ ຈີນ.

ແຂວງ​ຫຼວງ​ນ້ຳທາ ພົບ​ໝູ​ຕາຍ ​ຍ້ອນ​ພະ​ຍາດ ນີ້ 6,500 ໂຕ, ແຕ່​ເດືອນ ​ກໍ​ຣະ​ກະ​ດາ​ ຫາ​ເດືອນ ຕຸ​ລາ 2019 ແລະ ທາງ​ການ​ ແຂວງ​ຫຼວງ​ນ້ຳ​ທາ ຍັງສືບ​ຕໍ່ ​ເຝົ້າ​ຣະ​ວັງ-ສະ​ກັດ​ກັ້ນ​ ການ​ແຜ່​ ຣະ​ບາດ ​ຂອງ​ພະ​ຍາດ ​ດັ່ງ​ກ່າວ ຈົນ​ມາ​ເຖິງ ​ປັດ​ຈຸ​ບັນ.

ນອກ​ຈາກນີ້, ກະ​ຊວງ​ກະ​ສິ​ກັມ ແລະ ປ່າ​ໄມ້ ຍັງ​ຫ້າມ ບໍ່​ໃຫ້​ມີ​ ການ​ເຄື່ອນ​ຍ້າຍໝູ ຈາກ​ປະ​ເທດ​ຈີນ, ວຽດ​ນາມ ແລະ ກຳ​ພູ​ຊາ ເຂົ້າ​ມາ​ ປະ​ເທດ​ລາວ ​ຢ່າງ​ເດັ​ດ​ຂາດ.