ທາງການວ່າຜູ້ຕິດເຊື້ອ ໂຄວິດ-19 ອີກ 1 ຄົນ

ອຸ່ນແກ້ວ ສຸກສະຫວັນ
2020.07.24
F-hospital ໂຮງໝໍມິຕພາບ ທີ່ ຜູ້ຕິດເຊື້ອພຍາດໂຄວິດ-19 ຄົນເກົາຫຼີໃຕ້ ນັກວິຊາການຊ່ຽວຊານໄຟຟ້າ ເຂົ້າມາປິ່ນປົວຕົວ ຢູ່ໃນເວລານີ້
RFA/TS

ຄະນະສະເພາະກິຈ ຄວບຄຸມໂຄວິດ-19 ໄດ້ຖແລງການຢືນຢັນ ໃນວັນ 24 ກໍຣະກະດາ ວ່າພົບຜູ້ຕິດເຊື້ອໂຄວິດ-19 ເປັນຊາວເກົາຫລີໃຕ້ ອາຍຸ 32 ປີ, ມີວ່າຊື່ Hyungtae Koh. ຮອງ ສາສດາຈານ ດຣ. ພູທອນ ເມືອງປາກ ຫົວໜ້າສະເພາະກິຈ ຄວບຄຸມໂຄວິດ-19 ໄດ້ ຖແລງໃນຕອນນຶ່ງວ່າ:

"ຄືກໍຣະນີນີ້ ກໍໄດ້ກວດແລ້ວ ກວດຢູ່ຍີ່ປຸ່ນ ຢູ່ໂອສະກະ ບິນມາໂຕກຽວ ແລ້ວຈັ່ງບິນມາເກົາຫລີ ແລ້ວຈັ່ງບິນຕົງມານະຄອນຫຼວງວຽງຈັນ ເພິ່ນກໍກວດແລ້ວ ກະມີໃບຢັ້ງຢືນຄັກແນ່ ມາຮອດເຮົາກະກວດ ອີກເທື່ອນຶ່ງ ມັນກໍອາດຈະແມ່ນໄລຍະບົ່ມເຊື້ອ ໄລຍະສະແດງຕົວຂອງເຊື້ອ ອອກມາປະຣິມານ ຂອງເຂື້ອທີ່ຈະອອກມາ ຢູ່ໃນນ້ຳມູກ ນ້ຳລາຍ ມັນບໍ່ທັນອີ່ມຕົວ ບໍ່ທັນສາມາດຈັບໄດ້ ວິເຄາະໄດ້ ອັນນີ້ ກໍເປັນກໍຣະນີ ນີ້ໜິ, ກໍຢືນຢັນວ່າແມ່ນ, ແມ່ນຄືແນວນັ້ນ."

ຊາວເກົາຫລີໃຕ້ຜູ້ນີ້ ຖືກກວດພົບວ່າຕິດເຊື້ອ ໃນຂນະທີ່ລາວ ກຳລັງຖືກກັກຕົວ ຢູ່ນະຄອນຫຼວງວຽງຈັນໄລຍະ 14 ວັນຢູ່ໂຮງແຮມ Landmark Mekong Riverside.

ອີງຕາມ ດຣ.ພູທອນ ເມືອງປາກ ຜູ້ຕິດເຊື້ອ ໄດ້ກວດຫາເຊື້ອມາແລ້ວ ຢູ່ປະເທດຍີ່ປຸ່ນ ແຕ່ບໍ່ພົບເຊື້ອ ລາວຈຶ່ງເດີນທາງມາ ປະເທດລາວ ໃນເບື້ອງຕົ້ນ ຕອນທີ່ຜູ້ກ່ຽວມາຮອດ ປະເທດລາວ, ເຈົ້າໜ້າທີ່ກວດແລ້ວແຕ່ບໍ່ມີເຊື້ອ ຈົນກະທັ້ງກັກຕົວໄດ້ 5 ມື້ເຈົ້າໜ້າທີ່ ຈຶ່ງກວດພົບເຊື້ອ.

ທ່ານ Hyungtae Koh ເດີນທາງມາຈາກປະເທດຍີ່ປຸ່ນ ມາແວ່ປ່ຽນຖ້ຽວບິນ ຢູ່ປະເທດເກົາຫລີໃຕ້ ແລະ ຂຶ້ນຍົນຕໍ່ມາລົງສນາມບິນວັດໄຕ ດ້ວຍຖ້ຽວບິນ QV922A ວັນທີ 19 ກໍຣະກະດາ 2020 ຊຶ່ງມີຜູ້ໂດຍສານ ທັງໝົດ 109 ຄົນ.

ທ່ານ Hyungtae Koh ແລະໝູ່ອີກ 4 ຄົນຖືກກັກຕົວຢູ່ນຳກັນ ຍ້ອນວ່າເຂົາເຈົ້າເປັນນັກວິຊາການ ຢູ່ບໍຣິສັດເຂື່ອນໄຟຟ້ານ້ຳງຽບ 1 ແຂວງ ບໍລິຄຳໄຊ ໃນຂນະທີ່ກັກຕົວ ຜູ້ກ່ຽວບໍ່ໄດ້ອອກ ຈາກຫ້ອງພັກ ແຕ່ຢ່າງໃດ.

ປັດຈຸບັນ ຜູ້ຕິດເຊື້ອນອນປິ່ນປົວ ຢູ່ໂຮງໝໍມິຕພາບ ໃນນະຄອນຫຼວງວຽງຈັນ, ແລະຜູ້ກ່ຽວບໍ່ໄດ້ໄປໃສ, ເຈົ້າໜ້າທີ່ສູນວິເຄາະ ແລະ ພຍາດ ຣະບາດວິທຍາ ກະຊວງສາທາຣະນະສຸຂ ໄດ້ກ່າວວ່າ:

"ມັນແມ່ນຢູ່ແລ້ວ ເປັນຄົນສັນຊາດເກົາຫລີ ແຕ່ເພິ່ນກະບໍ່ໄປໃສໄດ້ ເພິ່ນກັກຄົນດຽວ ເພິ່ນຢູ່ໃນໂຮງແຮມ ບໍ່ມີໃຜກ່ຽວຂ້ອງກັບເພິ່ນ, ເພິ່ນຢູ່ ໃນຊ້ວງກັກຕົວ."

ພະນັກງານໂຮງແຮມ Landmark Mekong Riverside ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຈະຕ້ອງຢູ່ໃນຫ້ອງຄົບກຳນົດ 14 ມື້ ເລີຍເຈົ້າ ໂດຍເຮົາຈະເອົາອາຫານ ໄປວາງໄວ້ຢູ່ເທິງໜ້າຫ້ອງ ຄັນກັກຢູ່ໂຮງແຮມເຮົາ ກະຄືບໍ່ສາມາດ ອອກໄປໃສໄດ້ເລີຍ ໄດ້ຢູ່ແຕ່ໃນຫ້ອງ 14 ມື້ ເຈົ້າ."

ຫລັງຈາກມີຂ່າວວ່າ ຊາວເກົາຫລີໃຕ້ ຕິດເຊື້ອ, ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ລາວຮູ້ສຶກຢ້ານ ແລະຕົກໃຈຄືກັນ. ໃນຂນະທີ່ ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ ລາວບໍ່ກັງວົນເລື່ອງນີ້ ເພາະວ່າ ຜູ້ຕິດເຊື້ອບໍ່ໄດ້ອອກໄປໃສ.

"ໂອ້ເຂົາດູແລເກັ່ງພວກນີ້ ຜູ້ເຂົາກະສະເໝີ ບໍ່ມີບັນຫາດອກ ເຂົາບໍ່ໄປຫັ້ນມານີ້ ເຮົາບໍ່ໄດ້ໄປທາງໃດ ມັນກະບໍ່ເປັນຫຍັງໄດ້ລະ ເຮົາກະຢູ່ແຕ່ ເຮືອນເຮົາຫັ້ນນ່າ ເຂົາກະໃສ່ໜ້າກາກ ຕລອດເຂົາ ບໍ່ໄດ້ປະໃດ໋."

ແລະ ຊາວນະຄອນຫລວງວຽງຈັນທ່ານນຶ່ງ ກໍກ່າວວ່າ:

"ເຫັນແລ້ວ ເຫັນຂະເຈົ້າລົງແລ້ວເດ້ ຈັ່ງວ່າເຮົາບໍ່ເປັນຫຍັງຕີ້ ເຮົາຢູ່ໄກຈາກຂະເຈົ້າເດ້ ຂະເຈົ້າຕິດຫັ້ນ ແມ່ນພວກຂະເຈົ້າມາແຕ່ປະເທດ ເກົາຫຼີ."

ອີງຕາມຂໍ້ມູນຈາກກະຊວງສາທາຣະນະສຸຂ ໃນວັນທີ 24 ກໍຣະກະດາ 2020, ທາງການລາວໄດ້ມີການກວດເຊື້ອໂຄວິດ-19 ທັງໝົດເກືອບ 25 ພັນຄົນ, ພົບຜູ້ຕິດເຊື້ອທັງໝົດ 20 ຄົນ ໃນນັ້ນຜູ້ຕິດເຊື້ອ 19 ຄົນ ໄດ້ຮັບການປິ່ນປົວ ເຊົາໝົດແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.