ອະຫິວາໝູແອຟຣິກາ ຣະບາດ ຢູ່ຫຼວງນ້ຳທາ

0:00 / 0:00

ທາງ​ການ ແຂວງ​ຫຼວງ​ນ້ຳ​ທາ ກວດ​ພົບ ພ​ຍາດ​ອະ​ຫິ​ວາ ໝູ​ແອ​ຟ​ຣິ​ກາ​ ຢູ່ຟາມ​ໝູ​ຄົນ​ຈີນ ໃນ​ເມືອງ ແລະ ແຂວງ​ຫຼວງ​ນ້ຳ​ທາ ແລະ ​ໄດ້​ສັ່ງ​ ທຳ​ລາຍ​ໝູໄປ​ແລ້ວ 1,000 ໂຕ ເພື່ອບໍ່ໃຫ້ ​ຣະ​ບາດ ​ໄປ​ສູ່​ຟາມ​ອື່ນໆ. ເຈົ້າ​ໜ້າ​ທີ່​ ຜ​ແນກ​ກະ​ສິ​ກັມ ແລະ ປ່າ​ໄມ້ ແຂວງ​ຫຼວງ​ນ້ຳ ໄດ້​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 6 ສິງ​ຫາ ວ່າ:

"ຢູ່​ ແຂວງ ເຮົາ ມັນ ຍັງ ມີ ຄວາ ສ່ຽງ ເດ້. ດຽວນີ້, ເຂົາ ບໍ່ ໃຫ້ ນຳ ເຂົ້າ ມາ ເດ້ ຂອງ ຄົນ ຈີນ. ແມ່ນ ແຫຼະ ກຳ ລັງ ກວດ, ແຕ່ ວ່າ ເຮົາ ກະ ຂ້າ ທຳ ລາຍ ໝົ ແລ້ວ ເນາະ. ມີ ຟາມ ດຽວ ຫັ້ນ ແຫຼະ, ເຮົາ ກໍ ທຳ ລາຍ ອາ ທິດ ແລ້ວນີ້ ເນາະ ວັນ ທີ 1. ຄື ຊິ ຍາກ ຍັງ ດົນ ພວກປະ ເພດ ໝູນີ້ ນະ ເຂົາ ບໍ່ ໃຫ້ ເຂົ້າ ແທ້ໆ ເດ້. ມື້ ນັ້ນ ເຂົາ ກະ ລັກ ລອບ ມາ ເຈົ້າ ໜ້າ ທີ່ ເຮົາ ຈັບ ໄດ້ ."

ເຈົ້າ​ໜ້າ​ທີ່​ທ່ານນີ້ ກ່າວ​ຕື່ມ​ອີກວ່າ ພຍາດ​ອະ​ຫິ​ວາ ​ໝູ​ແອ​ຟ​ຣິ​ກາ ກັບ​ມາ​ຣະ​ບາດ​ອີກ​ຄັ້ງ ແຕ່​ຕົ້ນ​ເດືອນ​ກໍ​ຣະ​ກະດາ ຜ່ານ​ມາ ຈາກ​ຟາມ​ລ້ຽງ​ໝູ​ ຂອງ​ຄົນ​ຈີນ. ສ່ວນ​ສາ​ເຫດ ​ຂອງ​ການ​ຣະ​ບາດ ຄາດ​ວ່າ ​ມາ​ຈາກ​ປະ​ເທດ​ຈີນ ຍ້ອນ​ວ່າ ໝູ​ທັງ​ໝົດ​ທີ່​ນຳ​ເຂົ້າ ​ມາ​ຈາກ​ປະ​ເທດ​ຈີນ, ເຊິ່ງ​ປັດ​ຈຸ​ບັນ​ ທາງ​ການ​ ແຂວງ​ຫຼວງ​ນ້ຳ​ທາ ໄດ້​ຫ້າມ​ຄົນ​ຈີນ ​ນຳ​ເຂົ້າ​ໝູ, ຊີ້ນ​ໝູ ແລະ ຜລິຕພັນໝູ​ ທຸກ​ປະ​ເພດ ເຂົ້າ​ມາ​ລາວ ຈົນກວ່າ​ຈະ​ມີ ​ການ​ຍົກ​ເລີກ ຄຳ​ສັ່ງ​ຫ້າມ.

ເຈົ້າ​ໜ້າ​ທີ່​ທາງ​ການ ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ລົງ​ກວດ​ກາ ​ຟາມ​ສັດ​ລ້ຽງ ​ທຸກ​ປະ​ເພດ ພາຍ​ໃນ​ແຂວງ ເປັນ​ປົກ​ກະ​ຕິ. ສ່ວນ​ວ່າ ​ເຈົ້າ​ຂອງ​ຮ້ານ​ອາ​ຫານ ໄດ້​ສັ່ງ​ຊື້​ຊີ້ນ​ໝູ​ ຈາກ​ນະ​ຄອນ​ຫຼວງວຽງ​ຈັນ. ເຈົ້າ​ໜ້າ​ທີ່ ​ຜແນກ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 6 ສິງ​ຫາ ວ່າ:

"ຂແນງ​ການ​ຄ້າ​ ພາຍ​ໃນ ຂະ​ເຈົ້າ​ກະ​ລົງ​ໄປ​ ກວດ​ກາ​ຟາມ​ໝູ ພົບ​ໝູ​ຕາຍ​ ຫຼາຍ​ຢູ່​ດຽວນີ້. ຊ່ວງນີ້​ ກະ​ຣະ​ບາດ​ຢູ່ ເປັນ​ຟາມ​ ຢູ່​ຫຼວງ​ນ້ຳ​ທາ ກໍຕິດ​ເຊື້ອ​ ຢູ່​ແລ້ວ​ເນາະ, ແຕ່​ວ່າ ​ຖ້າ​ຊີ້ນ​ໝູ​ຖືກ​ຕ້ອງ ກະ​ບໍ່​ເປັນ​ຫຍັງ ເພາະ​ວ່າ ອັນ​ບັນ​ດາ​ ຮ້ານ​ອາ​ຫານ​ຢູ່ນີ້ ຂະ​ເຈົ້າ​ກະ​ສັ່ງ ​ທາງວຽງ​ຈັນ ປະ​ເພດ​ຊີ້ນ​ໝູ."

ທ່ານ​ກ່າວ​ວ່າ ຕ​ລາດ​ສົດ ແຂວງ​ຫຼວງ​ນ້ຳ​ທາ ດຽວນີ້ ສັ່ງ​ຊີ້ນ​ໝູ ຈາກ​ນະ​ຄອນ​ຫຼວງວຽງຈັນ ແລະ ແຂວງ​​ພາກ​ໃຕ້ ​ຂອງ​ລາວ ເພື່ອບໍ່​ໃຫ້​ຊີ້ນ​ໝູ​ ຂາດ​ຕລາດ ຢ່າງ​ແນ່ນອນ ຍ້ອນ​ວ່າຟາມ​ໝູ​ ຂອງ​ຄົນ​ລາວ ​ກໍ​ມີ​ຈຳ​ນວນ ​ຫຼາຍ​ສົມ​ຄວນ.

ໃນ​ທ້າຍ​ ເດືອນ​ກໍ​ຣະ​ກະ​ດາ ຜ່ານ​ມາ ເຈົ້າ​ໜ້າ​ທີ່ ​ດ່ານ​ສາ​ກົລ​ບໍ່​ເຕັນ ແຂວງ​ຫຼວງ​ນ້ຳ​ທາ ໄດ້​ທຳ​ລາຍ​ຊີ້ນ​ໝູ ​ນ້ຳ​ໜັກ 5,000 ກິ​ໂລກກຣາມ ທີ່​ນຳ​ເຂົ້າ​ມາ ​ຈາກ​ປະ​ເທດ​ຈີນ ແບບ​ຜິດ​ກົດ​ໝາຍ. ແຂວງບໍ່​ແກ້ວ ​ໄດ້​ສັ່ງ​ຫ້າມ ​ນ້ຳ​ເຂົ້າ​ຊີ້ນ​ໝູ, ໝູ​ນ້ອຍ ແລະ ຜລິ​ຕ​ພັນ ​ຈາກ​ໝູ​ທຸກ​ປະ​ເພດ ຈາກ​ແຂວງ​ຫຼວງ​ນ້ຳ​ທາ, ຈີນ, ວຽດ​ນາມ, ພະ​ມ້າ ແລະ ໄທຍ. ດັ່ງເຈົ້າ​ໜ້າ​ທີ່ ແຂວງບໍ່​ແກ້ວ ໄດ້​ກ່າວ​ວ່າ:

"ແມ່ນ​ເຈົ້າ ຫ້ອງວ່າ​ການ​ ເພິ່ນ​ແຈ້ງ​ຢູ່​ເຈົ້າ ເພາະ​ວ່າ ຊ່ວງນີ້ ໝູ​ຣະ​ບາດ ມັນ​ເປັນ​ພ​ຍາດ​ຣະ​ບາດ ​ມາ​ແຕ່​ຫຼວງ​ນ້ຳ​ທາ, ປະ​ເທດ​ເພື່ອນ​ບ້ານ​ເຮົາ ​ມັນ​ມີ​ພ​ຍາດ ​ຕິດ​ເຊື້ອ ​ເພິ່ນ​ເລີຍ​ຫ້າມ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ຍັງອະ​ນຸ​ຍາດ ໃຫ້​ນຳ​ເຂົ້າ ​ຊີ້ນ​ໝູ​ໄດ້, ແຕ່​ຕ້ອງ​ຜ່ານ​ ການກວດ​ກາ ແລະ ມີໃບ​ຢັ້ງ​ຢືນ​ ສຸ​ຂ​ອະ​ນາ​ມັຍ ຈາກ​ດ່ານ​ສາ​ກົລ​ ກ່ອນ​ຈະ​ນຳ​ເຂົ້າ. ດັ່ງເຈົ້າ​ໜ້າ​ທີ່ ກະ​ຊວງ​ອຸດ​ຫະ​ກັມ ແລະ ການ​ຄ້າ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ ເອເຊັຽ​ເສ​ຣີ ວ່າ:

"ແຕ່​ວ່າ ຕ້ອງ​ມີ​ເອ​ກະ​ສານ​ ຄົບ​ຖ້ວນ​ຫັ້ນ​ນ່າ ບໍ່​ໄດ້​ວ່າ​ຫ້າມ, ແຕ່​ວ່າ​ຕ້ອງ​ມີ​ໃບ HCF [ໃບ​ຢັ້ງ​ຢືນສຸ​ຂອະ​ນາ​ມັຍ] ຈຶ່ງສາ​ມາດ​ ນຳ​ເຂົ້າ​ໄດ້. ເຮົາ​ໄລ​ຍະ​ນີ້, ຊ່ວງ​ເດືອນ 7 ເດືອນ 8 ນີ້ ບໍ່​ທັນ​ມີ ຫາກໍ່​ໄດ້​ຍິນນີ້​ໄດ໋."

ທ່ານກ່​າວ​ອີກວ່າ ມີ​ສະ​ເພາະ ແຂວງ​ຜົ້ງ​ສາ​ລີ, ຫຼວງ​ນ້ຳ​ທາ, ບໍ່​ແກ້ວ ແລະ ອຸ​ດົມ​ໄຊ ເທົ່າ​ນັ້ນ ທີ່​ຫ້າມ​ນໍາ ຜ​ລິຕ​ພັນ​ໝູ​ ຈາກ​ຕ່າງ​ປະ​ເທດ. ສ່ວນ​ແຂວງ​ອື່ນ ​ຍັງ​ນໍ​າ​ເຂົ້າ ໄດ້​ປົກ​ກະ​ຕິ. ດັ່ງແມ່​ຄ້າຂາຍ​ເຄື່ອງ ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ກ່າວ​ຕໍ່​ ເອ​ເຊັຽ​ເສ​ຣີ ວ່າ ຊີ້ນ​ໝູຈະ​ໜ້ອ​ຍ​ລົງ ແລະ ຂາຍ​ໃນ​ລາ​ຄາ 40,000 ກີບ ຕໍ່​ 1 ກິ​ໂລກຣາມ.

"ກະ​ໝູ​ຍັງ​ສ່ຳເກົ່າ​ຢູ່, ແຕ່​ເຂົາ​ກະ​ເຮັດ​ໜ້ອຍ​ລົງ ​ຫັ້ນ​ນ່າ ມີບໍ່​ມີ ​ຄົນ​ພວກ​ຂາຍ ເຂົາ​ກະ​ຂາຍ​ໜ້ອຍ​ລົງ ມັນ​ບໍ່​ມີ ​ຄົນ​ເຂົ້າ​ຕລາດ. ຂ້າ​ຢູ່​ຫັ້ນ​ແຫຼວ, ຫາກ​ຂ້າ​ໜ້ອຍ​ ເຮັດ​ພໍ​ຂາຍ ແຕ່​ລະ​ມື້ໆ, ຫັ້ນ​ນ່າ."

ອີງ​ຕາມ ຜູ້​ຊ່ຽວ​ຊານ ດ້ານ​ພ​ຍາດ​ສັດ, ພຍາດ​ອະ​ຫິ​ວາ​ໝູ ສາ​ມາດ​ຕິດ​ໄດ້ ​ກັບ​ໝູ​ໂດຍ​ຕຣົງ ຫຼື ທາງ​ອ້ອມ, ໂດຍ​ຜ່ານ​ຄົນ, ອຸ​ປະ​ກອນ​ຂ້າ​ສັດ, ອາ​ຫານ​ສັດ ແລະ ຜ່ານ​ພະ​ຫະ​ນຳ​ເຊື້ອ ​ຈາກ​ໂຕ​ເຫັບ ແລະ ເຫົາ.

ໃນ​ປີ 2019 ທີ່​ຜ່ານ​ມາ ​ພ​ະຍາດອະ​ຫິ​ວາ ​ໝູແອ​​ຟ​ຣິ​ກາ ຣະ​ບາດ​ຢູ່ 16 ແຂວງ ໃນ​ລາວ, ເຮັດ​ໃຫ້​ໝູ​ຕາຍ 12 ພັນໂຕ ແລະ ຕິດ​ເຊື້ອ 3 ພັນ​ໂຕ.