ເຈົ້າໜ້າທີ່ໄທຍ ໄດ້ກວດກາຣົຖຂົນສົ່ງນໍ້າມັນເຊື້ອເພີງ ຂອງໄທຍຄັນນຶ່ງ ທີ່ກັບມາຈາກນະຄອນຫລວງວຽງວຽງຈັນ ຢູ່ດ່ານຂົວມິຕພາບ ໄທຍ-ລາວ ທີ່ໜອງຄາຍ ໃນມື້ວັນທີ 23 ພຶສຈິການີ້ ແລະໄດ້ກວດພົບຢາບ້າ 3,860,000 ເມັດ, ຢາໄອຊ໌ 10 ກິໂລ ແລະຢາອີ 5,000 ເມັດ ທີ່ເຊື່ອງໄວ້ຢູ່ໃນຖັງນໍ້າມັນ, ມູນຄ່າທັງໝົດ 100 ປາຍລ້ານບາທ, ອີງຕາມການຖແລງຂ່າວຂອງທະຫານ, ເຈົ້າໜ້າທີ່ຕໍາຣວດ, ພາສີ ແລະພາກສ່ວນທີ່ກ່ຽວຂ້ອງ ແຂວງໜອງຄາຍ ໃນມື້ວັນທີ 23 ພຶສຈິການີ້. ທີ່ຜ່ານມາ ເຈົ້າໜ້າທີ່ໄທຍ ກໍເຄີຍໄດ້ຈັບຜູ້ລັກລອບຂົນສົ່ງ ຢາເສບຕິດຜ່ານດ່ານນີ້ ມາຫລາຍເທື່ອແລ້ວ.
ເຈົ້າໜ້າທີ່ໄທຍ ໄດ້ຈັບຄົນຂັບຣົຖຄັນດັ່ງກ່າວ, ເປັນຜູ້ຊາຍ ສັນຊາດໄທຍ, ອາຍຸ 53 ປີ ແລະຜູ້ກ່ຽວຈະຖືກດໍາເນີນຄະດີ ຕາມກົດໝາຍໄທຍ, ສ່ວນຢາເສບຕິດ ທັງໝົດທີ່ ຢືດໄດ້ ຖືກນໍາໄປເກັບໄວ້ ເປັນຂອງກາງ, ເປັນຫລັກຖານ ໃນການດໍາເນີນຄະດີ. ໃນເບື້ອງຕົ້ນ ທາງການແຂວງໜອງຄາຍ ໄດ້ປະສານໄປຫາ ທາງການລາວ ເພື່ອຂໍໃຫ້ສືບຫາຜູ້ຮ່ວມຂະບວນການ ເພື່ອດໍາເນີນຄະດີ ຕາມກົດໝາຍ.
ເຈົ້າໜ້າທີ່ ຝ່າຍຄວບຄຸມ ແລະກວດກາພາສີ ແຂວງໜອງຄາຍ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 24 ພຶສຈິການີ້ວ່າ:
“ເປັນການປະຕິບັດໜ້າທີ່ ຕາມປົກຕິ ເຮົາລະມັດລະວັງເພີ່ມຫລາຍຂຶ້ນ ເຂັົ້ມງວດຫລາຍຂຶ້ນ. ຜູ້ຕ້ອງຫາຄົນນີ້ ສົ່ງໃຫ້ເຈົ້າໜ້າທີ່ຕໍາຣວດ ໄປຮຽບຮ້ອຍແລ້ວ ຂຍາຍຜົນໄປ ກໍມີການປະສານງານກັນກັບ ປກສ ຝັ່ງລາວກັນຕລອດ ສືບໃຜເອົາຢາ ຫລືອິຫຍັງມາໃຫ້ ຝັ່ງລາວເຂົາກໍອອກໝາຍຈັບ ຄົນຝັ່ງພຸ້ນ ພວກນີ້ມັນຈະມີການສົ່ງຕໍ່ຫລາຍຊ່ວງ ຄົນນີ້ສົ່ງມາໃຫ້ຄົນນີ້ ຄົນນີ້ສົ່ງໄປໃຫ້ຄົນນັ້ນ ມັນຈະຕັດຕອນກັນໄປເລື້ອຍໆ ມັນຈະສາວໄປເຖິງໂຕການໃຫຍ່ຍາກ.”
ທ່ານກ່າວຕື່ມວ່າ ຜູ້ຕ້ອງຫາທີ່ວ່ານັ້ນ ຈະຖືກດໍາເນີນຄະດີ ໃນຂໍ້ຫາເປັນຜູ້ລັກນໍາຢາເສບຕິດ ປະເພດ 1 ເຂົ້າມາໃນປະເທດໄທຍ ຊຶ່ງມີໂທດເຖິງຂັ້ນປະຫານຊີວິຕ, ແຕ່ສ່ວນໃຫຍ່ຕິດຄຸກ ຕລອດຊີວິຕ ເພາະເຂົາສາລະພາບ. ຜູ້ຕ້ອງຫາຮັບສາລະພາບ ຕໍ່ເຈົ້າໜ້າທີ່ວ່າ ຕົນເຮັດວຽກຂັບຣົຖຂົນສົ່ງນໍ້າມັນ ເຊື້ອເພີງມາໄດ້ປະມານ 20 ປີແລ້ວ. ຕໍ່ມາໄດ້ຮູ້ຈັກກັບແມ່ຍິງລາວຄົນນຶ່ງ ທີ່ອາສັຍຢູ່ຫລັກ 20 ແຂວງບໍຣິຄໍາໄຊ, ແມ່ຍິງຄົນນັ້ນໄດ້ວ່າຈ້າງ ໃຫ້ຂົນຢາເສບຕິດຈໍານວນດັ່ງກ່າວ ເຂົ້າມາໃນປະເທດໄທຍ ໂດຍມີການນັດຮັບຢາເສບຕິດນັ້ນ ຢູ່ບໍຣິເວນຖນົນ 450 ປີ ໃນນະຄອນຫລວງວຽງຈັນ, ເມື່ອຂົນຜ່ານດ່ານໄປໄດ້ ຈະມີໂທຣະສັບຕິດຕໍ່ ໃຫ້ໄປສົ່ງຢາເສບຕິດນັ້ນ ທີ່ຈຸດນັດໝາຍອີກເທື່ອນຶ່ງ, ໄດ້ຮັບຄ່າຈ້າງເປັນເງິນ 50,000 ບາທ.
ທ່ານກ່າວວ່າ:
“ທີ່ເຮົາສອບເບື້ອງຕົ້ນນີ້ ເຂົາບອກວ່າເຂົາໄດ້ຮັບຄ່າຈ້າງ ງວດທໍາອິດ 50,000 ບາທ ຈາກທາງຄົນຝັ່ງພຸ້ນ ຜູ້ຕ້ອງຫາຄົນນີ້ ເຂົາບອກວ່າເຂົາວັດດວງ ຕ້ອງດໍາເນີນການຕາມກົດໝາຍຂອງໄທຍ ໂທດສູງສຸດກໍປະຫານຊີວິຕ ຂໍ້ຫານໍາເຂົ້າຢາເສບຕິດປະເພດ 1 ເລີຍ, ແຕ່ສ່ວນໃຫຍ່ຕິດຄຸກ ຕລອດຊີວິຕ ເພາະຮັບສາຣະພາບ.”
ຮອງເຈົ້າເມືອງ ເມືອງໜອງຄາຍ ໄດ້ກ່າວໃນມື້ດຽວກັນນັ້ນວ່າ ບັນຫາການລັກລອບຂົນສົ່ງ ຢາເສບຕິດຈາກຝັ່ງລາວ ເຂົ້າມາໃນໄທຍ ມີຢູ່ຢ່າງຕໍ່ເນື່ອງ ບໍ່ພຽງແຕ່ຢູ່ດ່ານພາສີ ໜອງຄາຍເທົ່ານັ້ນ ຢູ່ແຫ່ງອື່ນໆຕາມຊາຍແດນ ແຄມແມ່ນໍ້າຂອງກໍມີເປັນໄລຍະໆ, ບາງຄົນກໍຖືກເຈົ້າໜ້າທີ່ຈັບໄດ້, ບາງຄົນກໍຫລົບໜີໄປໄດ້ ຊຶ່ງທຸກພາກສ່ວນທີ່ກ່ຽວ ກໍໄດ້ປະສານງານກັນຢູ່ຕລອດ ເພື່ອປ້ອງກັນບໍ່ໃຫ້ຢາເສບຕິດ ເຂົ້າມາໄທຍ.
“ທຸກຄົນກໍເປັນຫ່ວງໝົດ ແລະເຫດການໃນລັກສະນະນີ້ ກໍຊາບຈາກທາງສຸລກາກອນ ກໍເຄີຍຈັບໄດ້ໃນລັກສະນະນີ້ ແຕ່ມັນກໍມີຊ່ອງຫວ່າງອິຫຍັງຕ່າງໆ ທີ່ມັນເຮັດໃຫ້ພວກນີ້ ເຂົາສາມາດຈະລັກລອບເຂົ້າມາໄດ້ ສະນັ້ນທຸກສ່ວນ ຂ້າຣາຊການໜ່ວຍງານກໍຈະຮູ້ ມີໜ່ວຍງານປະສານງານ ເຊື່ອມໂຍງກັນຢູ່.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຕໍາຣວດລາວ ທີ່ກ່ຽວຂ້ອງ ຢູ່ກະຊວງປ້ອງກັນຄວາມສງົບ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ ຍັງບໍ່ທັນຮູ້ກ່ຽວກັບເຣື່ອງດັ່ງກ່າວເທື່ອ, ແຕ່ພວກເຮົາ ໄດ້ມີການປະສານງານກັນກັບທາງໄທຍ ຢູ່ຕລອດ.
“ພວກເຮົາກໍໄດ້ມີການແລກປ່ຽນກັນ ລະຫວ່າງເຈົ້າໜ້າທີ່ໄທຍ ຫລືວ່າ ປກສ ໄທຍ ໄປປະສານກັບເຈົ້າໜ້າທີ່ລາວ ຢູ່ຕລອດ ຢູ່ດອກ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ທາງລາວປະຕິບັດໜ້າທີ່ ຕາມວາລະແຫ່ງຊາຕ ຢ່າງເຂັ້ມງວດ, ໃຫ້ທຸກພາກສ່ວນ ເປັນຫູ ເປັນຕາ ຊ່ອຍກັນ, ຜູ້ໃດຮູ້ຂ່າວກໍຕ້ອງແຈ້ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຊາບ, ແຕ່ເຖິງປານນັ້ນ ກໍຍັງມີກຸ່ມຄົນ ຫາວິທີລັກລອບຂົນຢາເສບຕິດ ຢູ່ຕລອດ, ພວກເຂົາກໍມີສາຍຂ່າວ ເຮັດໃຫ້ບາງເທື່ອເຈົ້າໜ້າທີ່ ກໍກວດບໍ່ພົບ ຫລື ລອດສາຍຕາໄປ.
ບັນຫາຢາເສບຕິດຢູ່ປະເທດລາວ ນັບມື້ຮຸນແຮງຂຶ້ນ, ທັງຜູ້ຄ້າຂາຍ ແລະຜູ້ເສບ ມີຈຳນວນຫລາຍຂຶ້ນ. ກຸ່ມສ່ຽງຕໍ່ການຕິດຢາເສບຕິດ ຫລາຍກໍແມ່ນວັຍລຸ້ນ ທີ່ຢາກຮູ້, ຢາກລອງ ຂະນະທີ່ເຈົ້າໜ້າທີ່ ກໍບໍ່ເຂັ້ມງວດກວດກາ.
ດັ່ງປະຊາຊົນລາວ ຢູ່ນະຄອນ ຫລວງວຽງຈັນຜູ້ນຶ່ງເວົ້າວ່າ:
“ດຽວນີ້ ມັນກໍເພີ່ມຂຶ້ນໜັກແຫລະເນາະ ນັບມື້ນັບເພີ່ມຂຶ້ນ ນ່າເປັນຫວ່ວງ ຢ້ານລູກຫລານນີ້ແຫລະ ຢ້ານສຸດເລີຍແຫລະ ພວກນີ້ນ່າ ເຈົ້າໜ້າທີ່ຫັ້ນເຂົາກໍຍັງບໍ່ເຂັ້ມງວດ ປານໃດຫັ້ນນ່າ ເຈົ້າໜ້າທີ່ເຂົາຢາກໄດ້ເປົ້າໝາຍໃຫຍ່ໆ ຫັ້ນນ່າ.”
ຊາວນະຄອນຫລວງວຽງຈັນ ອີກຜູ້ນຶ່ງກໍເວົ້າວ່າ ພວກລັກລອບຂົນສົ່ງຢາເສບຕິດ ແລະພວກເສບຢາເສບຕິດນີ້ ຍັງມີຢູ່ໃນສັງຄົມລາວ ຈົນໜ້າເປັນຫ່ວງ ແຕ່ກໍເຮັດຫຍັງບໍ່ໄດ້.
“ກະມີຢູ່ຫັ້ນແຫລະ ມີປົນເປກັນຫັ້ນແຫລະ ແນວເຂົາກິນ ຖ້າບໍ່ໄດ້ກິນກະຢູ່ບໍ່ເປັນ ແຫລະເນາະ ເຮົາກໍໄດ້ແຕ່ເປັນຫ່ວງ ບໍ່ຢາກໃຫ້ມີມັນກໍຍັງມີຢູ່ຫັ້ນແຫລະ.”
ສໍາລັບຢູ່ຝັ່ງໄທ ເຈົ້າໜ້າທີ່ຝ່າຍຄວບຄຸມ ແລະກວດກາພາສີ ແຂວງໜອງຄາຍ ເວົ້າວ່າ ປັດຈຸບັນ ຕາມຊາຍແດນແຄມແມ່ນໍ້າຂອງ ມີທະຫານຊາຍແດນ, ທະຫານເຮືອ ແລະໜ່ວຍງານທີ່ກ່ຽວຂ້ອງອື່ນໆ ລາດຕະເວນ ກວດກາເຂັ້ມງວດຫລາຍຂຶ້ນ ເພື່ອປ້ອງກັນບໍ່ໃຫ້ມີການລັກຂົນຢາເສບຕິດ ເຂົ້າປະເທດໄທຍ ຊຶ່ງທີ່ຜ່ານມາ ກໍຈັບພວກລັກຂົນ ແລະຍຶດຢາເສບຕິດໄດ້ ຢ່າງຕໍ່ເນື່ອງຢູ່.
