ອີກນຶ່ງຄົນຕິດເຊື້ອ ໂຄວິດ-19 ຢູ່ ຂ.ສາຣະວັນ

2021.04.16
ອີກນຶ່ງຄົນຕິດເຊື້ອ ໂຄວິດ-19 ຢູ່ ຂ.ສາຣະວັນ ໂຮງໝໍ ແຂວງສາຣະວັນ ທີ່ປິ່ນປົວ ຜູ້ຕິດເຊື້ອ ໂຄວິດ-19
ນັກຂ່າວພົລເມືອງ

ໃນວັນທີ 16 ເມສາ ຄະນະສະເພາະກິຈ ຄວບຄຸມ ໂຄວິດ-19 ໄດ້ຢືນຢັນວ່າ ພົບຄົນລາວ ຕິດເຊື້ອອີກ 1 ຄົນ ອາຍຸ 32 ປີ ຢູ່ບ້ານ ນາເຕີຍ ເມືອງຄົງເຊໂດນ ແຂວງສາຣະວັນ ຊຶ່ງເປັນຄົນທີ 54 ຂອງປະເທດລາວ. ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ສະເພາະກິດພົບວ່າ ເຈົ້າໜ້າທີ່ໄດ້ກວດພົບ ຜູ້ຕິດເຊື້ອຄົນທີ 54 ໃນວັນທີ 15 ເມສາ.

ຜູ້ຕິດເຊື້ອມີອາຊີບຂາຍຜັກ ຢູ່ເຂດລາດພ້າວ ບາງກອກປະເທດໄທຍ ລັກຂ້າມຂອງມາປະເທດລາວ ໃນວັນທີ 11 ເມສາ ຜ່ານດ່ານ ປະເພນີປາກສະພານ ເມືອງລະຄອນເພັງ ແຂວງສາຣະວັນ ກັບໝູ່ 1 ຄົນ ທີ່ເປັນຄົນ ແຂວງສວັນນະເຂດ.

ປັດຈຸບັນ ຜູ້ຕິດເຊື້ອ ຄົນທີ 54 ກຳລັງປິ່ນປົວ ຢູ່ໂຮງໝໍ ແຂວງສາຣະວັນ ໂດຍການແຍກດ່ຽວ ສ່ວນວ່າ ຜູ້ສຳຜັດໃກ້ຊິດມີ 32 ຄົນ ແລະ ເຈົ້າໜ້າທີ່ໄດ້ນຳມາກັກ ບໍຣິເວນຢູ່ສູນ ໂຄກສະຫວາດ ເມືອງຄົງເຊໂດນ ແຂວງສາຣະວັນ ເພື່ອເຝົ້າລະວັງອາການ.

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງໃນວັນທີ 16 ເມສາ ຕອນນຶ່ງວ່າ:

"ກໍຣະນີຢັ້ງຢືນທີ 54 ພົບຜູ້ຕິດເຊື້ອໃໝ່ 1 ຄົນລັກລອບເຂົ້າມາທາງດ່ານປະເພນີ ປາກສະພານ ເມືອງລະຄອນເພັງ ແຂວງສາຣະວັນ ດ້ວຍເຮືອຫາງຍາວ ປັດຈຸບັນ ໄດ້ປິ່ນປົວຢູ່ ໂຮງໝໍ ແຂວງສາຣະວັນ. ສຳລັບກຸ່ມສຳຜັດໃກ້ຊິດ ເບື້ອງຕົ້ນແມ່ນມີ 32 ຄົນ ແມ່ນຍັງລໍ ຖ້າຜົນກວດ ຕິດຕາມອາການຈົນຄົບ 14 ວັນ."

ຫລັງຈາກຂ້າມມາຈາກຝັ່ງໄທຍແລ້ວ, ໃນວັນທີ 11 ເມສາ ກໍມີຄົນຂັບຣົດໃຫຍ່ຮຸນໄດ ຮັບມາເອົາຜູ້ຕິດເຊື້ອ ແລະ ໝູ່ຂອງລາວທີ່ ເປັນແມ່ຍິງ ໄປນອນພັກຢູ່ເຮືອນ. ຫລັງຈາກນັ້ນ ວັນທີ 12 ເມສາ ເຈົ້າຂອງຣົດຮຸນໄດ ໄດ້ເດີນທາງໄປສົ່ງຜູ້ຕິດເຊື້ອ ຢູ່ບ້ານນາເຕີຍ ເມື່ອງຄົງເຊໂດນ ແຂວງສາຣະວັນ ແລະ ໃນມື້ດຽວກັນ ໝູ່ຂອງລາວ ກໍໄດ້ຂຶ້ນຣົດໂດຍສານ ບໍ່ຮູ້ ປ້າຍທະບຽນ ຢູ່ເມືອງຄົງເຊໂດນ ມຸ້ງໜ້າໄປຫຼັກ 35 ແຂວງສວັນນະເຂດ.

ດຣ. ສີສະຫວາດ ສຸດທານີລະໄຊ ຮ້ອງຂໍ້ໃຫ້ຜູ້ທີ່ເດີນທາງກັບ ຜູ້ທີ່ຕິດເຊື້ອຄົນທີ 54 ແລະ ໝູ່ຜູ້ຍິງ, ລວມທັງຄົນຂັບຣົດຮຸນໄດ ໃຫ້ໄປກວດຫາເຊື້ອ.

"ຈຶ່ງຢາກຮຽກຮ້ອງໃຫ້ຜູ້ເດີນທາງນຳ ກໍຣະນີ 54, ເພດຍິງ ກັບຣົດໂດຍສານ ຈາກຄົງເຊໂດນ ຫາຫຼັກ 35 ແຂວງສວັນນະເຂດ ລະອີກ ເທື່ອນຶ່ງເຈົ້າຂອງຣົດຮຸນໄດ ທີ່ໄດ້ຮັບຜູ້ກ່ຽວ ສອງຄົນ ໃນວັນທີ 11 ຫັ້ນ ກະໃຫ້ໄປກວດເພື່ອໃຫ້ ໄປຊອກຫາເຊື້ອບໍ່ໃຫ້ເຊື້ອ ແຜ່ກະຈາຍໄປສູ່ຊຸມຊົນ."

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສາຣະວັນ ກ່າວວ່າ ສຳລັບຜູ້ຕິດເຊື້ອ ຄົນທີ 54 ໄດ້ປິ່ນປົວຢູ່ ໂຮງໝໍ ແຂວງສາຣະວັນ ສ່ວນຜູ້ທີ່ໃກ້ຊິດ ເຈົ້າໜ້າທີ່ກໍໄດ້ນຳມາ ກັກໂຕຢູ່ສູນເປັນເວລາ 14 ວັນ ແລະ ເຈົ້າໜ້າທີ່ເຂັ້ມງວດກວດກາ ຢູ່ດ່ານຊາຍແດນ ເພື່ອປ້ອງກັນການລັກລອບເຂົ້າມາ.

"ໂຕ 54 ປິ່ນປົວຢູ່ໂຮງໝໍແຂວງພີ້ເດີ ຜູ້ກ່ຽວຂ້ອງນີ້ເຂົາ ກະກັກໄວ້ຢູ່ສູນສາຣະວັນ. ຕາມຊາຍແດນນີ້ແມ່ນລົງປະຈຳໝົດ ທະຫານ ຕຳຣວດເຂົາລົງ ປະຈຳ ມີໜ່ວຍສະເພາະກິດ ຕ່າງຫາກເດ້ ພວກມານຳເຮືອນຳຫຍັງນີ້ ເຂົາກະຕິດຕາມ ຖ້າວ່າຜູ້ໃດແມ່ນເຂົາກະຊິ ກັກໄວ້ເລີຍ ກະຖືວ່າ ມາຕການເພິ່ນດຽວນີ້ ກະເຄັ່ງຄັດຢູ່."

ທາງການແຂວງສາຣະວັນ ກໍໄດ້ອອກຄຳສັ່ງໃນວັນທີ 15 ເມສາ ໃຫ້ບຸກຄົນທີ່ເຄີຍກັກໂຕ ຢູ່ສູນຫຼັກ 21 ເມືອງປະທຸມພອນ ແຂວງ ຈຳປາສັກ ແລ້ວໄດ້ກັບບ້ານນັ້ນ ໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງນຳໄປ ກັກບໍຣິເວນຕື່ມອີກ ຈົນວ່າຈະໄດ້ຮັບຜົນກວດຢ່າງຈະແຈ້ງ ຍ້ອນວ່າ ກ່ອນທີ່ຈະກວດພົບຜູ້ຕິດເຊື້ອ ຄົນທີ 53 ບຸກຄົນ ທີ່ໄດ້ກັບບ້ານນັ້ນ ນອນຮ່ວມຫ້ອງກັບລາວ ແລະ ຫຼ້າສຸດ ເຈົ້າໜ້າທີ່ໄດ້ນຳເອົາ ຜູ້ກ່ຽວຂ້ອງທັງໝົດ ເຂົ້າໄປກັກບໍຣິເວນ ຢູ່ສູນກັກໂຕ ແຂວງສາຣະວັນ.

ເຈົ້າໜ້າທີ່ແຂວງສາຣະວັນ ທ່ານນີ້ ກ່າວຕື່ມວ່າ ໄດ້ເອົາຜູ້ທີ່ນອນຮ່ວມຫ້ອງ ກັບຜູ້ຕິດເຊື້ອຄົນທີ 53 ມາກັກໂຕໝົດ.

"ຜູ້ຕິດເຊື້ອ 53 ຫັ້ນ ເບື້ອງຈຳປາສັກ ເຂົ້າມາທາງດ່ານ ເຂົາກະກັກໂຕໄວ້ ສຸດທ້າຍ ຢູ່ຫ້ອງດຽວເຂົາກວດເຫັນ ເຂົາກະເອີ້ນຄືນໝົດ ຈັ່ງຊັ້ນ ເພິ່ນລະນຳເອົາໝົດເນາະ ພາຍຫຼັງເຂົ້າມາ ຈາກສູນຈຳປາສັກ ເຂົາກໍບໍ່ໄດ້ໄປໃສເນາະ ມີແຕ່ຢູ່ກັບຄອບຄົວ ກັບເຮືອນໃຫ້ຫັ້ນ ແລະ ເຂົາກະກັກໝົດແລ້ວ."

ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງຄົງເຊໂດນກ່າວວ່າ ໄດ້ຂໍ້ມູນຜູ້ທີ່ສຳຜັດ ກັບຜູ້ຕິດເຊື້ອຈຳນວນນຶ່ງ ແລະ ຍັງອີກຈຳນວນນຶ່ງ ເຈົ້າໜ້າທີ່ ກຳລັງຄົ້ນຫາຢູ່.

"ຢູ່ແຂວງສາຣະວັນ ເຮົານີ້ ແມ່ນເຂົາລັກເຂົ້າມາ ຢູ່ບ້ານນາເຕີຍ ເມືອງຄົງເຊໂດນ ທີ່ເຮົາກວດພົບເຊື້ອລະຫວ່າງ ຮອດບ້ານແລ້ວ ພໍແມ່ພີ່ນ້ອງກະມາຮັບໄປ ນັ່ງນຳເຮືອນນັ້ນ ເຮືອນນີ້ ມື້ໜ້າມາ ລາວກະມາ ຕລາດມາຫຍັງແລ້ວ ກະໄປ ຊື້ເຝີ ກະໄດ້ປິດໝົດຫັ້ນແຫຼະ ຈຳນວນຜູ້ສຳຜັດ ເອົາຂໍ້ມູນໄດ້ນຳນວນນຶ່ງ ຈຳນວນນຶ່ງ ຍັງບໍ່ທັນໄດ້ຢູ່ ຍັງນຳເອົາຂໍ້ມູນກັນຢູ່."

ໃນຂນະທີ່ຊາວບ້ານນາເຕີຍ ກ່າວວ່າ ລາວຮູ້ສຶກຢ້ານ ແລະ ຈະໄປໃສຈະຕ້ອງໄດ້ ໃສ່ຜ້າອັດປາກ-ດັງ.

ສ່ວນຫຼາຍກໍຢ້ານຢ້ານ, ຢ້ານຢູ່ສ່ວນຫຼາຍກະຊິບໍ່ໄດ້ອອກໄປໃສຫັ້ນແຫຼະ ຢູ່ເຮືອນ ຢູ່ໃນຂອບເຂດເຮືອນນີ້ແຫຼະ ໄປໃສກໍຕ້ອງໃສ່ ຜ້າອັດປາກໄປນຳ. ຊາວບ້ານອີກຄົນນຶ່ງກ່າວວ່າ ຢູ່ແຕ່ເຮືອນ ບໍ່ໄດ້ອອກໄປໃສ ນອກຈາກໄປຊື້ແນວກິນ ຢູ່ຕລາດ.

"ລູກຫຼານເຮົາກະໃຫ້ຢູ່ເຮືອນ ບໍ່ໄດ້ໄປໃສ ມີແຕ່ເຮົາແຫຼະອອກໄປ ຊື້ເຄື່ອງຊື້ຂອງ ມາສູ່ລູກກິນ ກະເຮັດຄືເພິ່ນບອກຫັ້ນແຫຼະ ອັດປາກ ລ້າງມາ ເຮົາບໍ່ໄດ້ໄປບ່ອນຈຸດສ່ຽງ ກໍບໍ່ຢ້ານ ດອກ ເຮົາແຢູ່ແຕ່ເຮືອນ."

ປັດຈຸບັນ ຢູ່ປະເທດລາວ ມີຄົນຕິດເຊື້ອໂຄວິດ-19 ທັງໝົດ 54 ຄົນ ຍັງນອນປິ່ນປົວ ຢູ່ໂຮງໝໍ 5 ຄົນໃນນັ້ນ ຢູ່ນະຄອນຫຼວງວຽງຈັນ 3 ຄົນ, ແຂວງຈຳປາສັກ 1 ຄົນ ແລະ ແຂວງສາຣະວັນ 1 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.