ຍັງພົບຜູ້ສົງໄສ ຕິດເຊື້ອພະຍາດ ໄຂ້ເລືອດດຳ 94 ຄົນ
2024.04.09

ໃນວັນທີ 05 ເມສາ 2024 ຜ່ານມານີ້ ດຣ. ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານວ່າມີຜູ້ສົງໄສວ່າເປັນພະຍາດໄຂ້ເລືອດດຳ ຫຼື Anthrax ເພີ່ມຂຶ້ນເປັນ 94 ຄົນ ຈາກທ້າຍເດືອນມີນາ 2024 ທີ່ເຄີຍລາຍງານຕິດພຽງ 65 ຄົນ.
ໃນຈໍານວນຕິດເຊື້ອເພີ່ມ 94 ຄົນນີ້ຢູ່ແຂວງຈໍາປາສັກ 67 ຄົນ ຈາກແຕ່ກ່ອນພາຍໃນແຂວງຕິດເຊື້ອ 54 ຄົນ ໃນເມືອງຈຳປາສັກ 3 ບ້ານຄື:
- ບ້ານໃໝ່ກາງ,
- ບ້ານຈິກທາງໂງ ແລະ
- ບ້ານໜອງຫີນ.
ສ່ວນເມືອງສຸຂຸມາມີ 6 ບ້ານຄື:
- ບ້ານຈານ,
- ບ້ານກົງກວຽນ,
- ບ້ານກຸດຕະບູນ,
- ບ້ານສຸຂຸມາ,
- ບ້ານໂນນຄຸ້ມ ແລະ
- ມີອີກ 2 ບ້ານທາງການບໍ່ໄດ້ລະບຸຊື່
ສ່ວນແຂວງສາລະວັນ ຕິດເຊື້ອເພີ່ມ 27 ຄົນຈາກແຕ່ກ່ອນພາຍໃນແຂວງສາລະວັນ ຕິດເຊື້ອ 11 ຄົນໃນ 2 ບ້ານຢູ່ເມືອງຄົງເຊໂດນ ແຕ່ປັດຈຸບັນເພີ່ມມາເປັນ 3 ບ້ານ ໃນນີ້ ມີບ້ານຫ້ວຍເຊົາ, ບ້ານແຈ້ງຫວດ, ບ້ານຊັນປຽວ ແລະ ຢູ່ເມືອງລະຄອນເພັງ ອີກ 3 ບ້ານຄື:
- ບ້ານພູລາແຈ້ງ,
- ບ້ານນາດູ່ ແລະ
- ບ້ານໂຊກແພງ
ເບື້ອງຕົ້ນພົບວ່າຊາວບ້ານ ທີ່ສົງໄສຕິດເຊື້ອພະຍາດໄຂ້ເລືອດດຳນີ້ ໄປສຳພັດ ແລະກິນສັດຕາຍແລ້ວເພາະເຂົ້າເຈົ້າບໍ່ໄດ້ເຫັນຄວາມຮຸນແຮງ ຂອງເຊື້ອພະຍາດດັ່ງກ່າວ ກໍເລີຍປະໝາດກິນເຂົ້າໄປ ແລະຫຼາຍຄົນກໍປີ່ນປົວເຊົາ.
ດັ່ງເຈົ້າໜ້າທີ່ກ່ຽວຂ້ອງແຂວງສາລະວັນທີ່ຂໍສະຫງວນຊື່ ແລະສຽງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 09 ເມສາ ນີ້ວ່າ:
“ຈະເພີ່ມຢູ່ສາລະວັນ ສາລະວັນຫຼາຍຄືກັນ. ກາຕິດຈາກເຂົາສໍາພັດເຂົາກິນທີ່ຕາຍແລ້ວ. ຖາມແຕ່ລະຄົນກໍເປັນແນວນັ້ນໝົດ. ເຂົາບໍ່ທັນເຫັນຄວາມຮຸຸນແຮງມັນອິຫຍັງແບບນີ້ນ່າ ຄືດຽວນີ້ນີ້ຖືວ່າຢ້ານຫຼາຍຫັ້ນແຫຼະ. ເມືອງຄົງກັບເມືອງລະຄອນເພັງ. 2 ເມືອງຄືລະຄອນເພັງກໍມີ ພູລາແຈ້ງ ນາດູ່ ແລະໂຊກແພງຢູ່ເມືອງຄົງກໍມີຢູ່ບ້ານຫ້ວຍເຊົາ. ແຈ້ງຫວດ ຊັນປຽວໝົດເທົ່ານັ້ນ 3 ບ້ານຄືກັນ.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາຫຼາຍປີແລ້ວແຂວງສາລະວັນ ກໍເຄີຍລະບາດມາກ່ອນ ແລ້ວຄາດວ່າຈະເປັນເຊື້ອເກົ່າທີ່ຢູ່ໃນດິນ ເຊິ່ງເຊື້ອພວກນີິບໍ່ໄດ້ຕາຍໄປ ເມື່ອສະພາບອາກາດຜັນຜວນ ບໍ່ມີຄວາມສົມດຸນເຊື້ອພວກນີ້ກໍກັບມາລະບາດໃໝ່ ເພາະທາງການລາວໄປກວດຫາເຊື້ອ ເພື່ອຢືນຢັນວ່າເປັນເຊື້ອພະຍາດໄຂ້ເລືອດດຳ ຫຼືບໍ່ກໍບໍ່ພົບວ່າເປັນເຊື້ອພະຍາດໄຂ້ເລືອດດຳ ແຕ່ລັກສະນະເຊື້ອພະຍາດກັບມີຄວາມຄ້າຍຄືກັນລັກສະນະກິນເນື້ອຕາມຜີວ ໜັງຕົນໂຕ.
“ເວົ້າແລ້ວທັງຄົນທັງສັດ ຖືວ່າບໍ່ພົບເຊື້ອໄຂ້ເລືອດດໍາ ມັນເປັນເຊື້ອແບກທີເລັຍ ທີ່ວ່າທໍາລາຍຜີວໜັງ. ຢູ່ສາລະວັນ ເຮົາເຄີຍເກີດອີງຕາມກໍລະນີ ຄວາມສົມດຸນຂອງດິນຟ້າອາກາດ. ມັນກໍເກີດຄັນອອກຈາກຕົວສັດຄັນເລືອດພຸງອອກໄປ ມັນກໍຈະເປັນສະປໍຢູ່ໃນດິນຄືວ່າ ທົນທານຕໍ່ຄວາມຮ້ອນສູງຫັ້ນແຫຼະ ວ່າຊັ້ນສາ. ບໍ່ສາມາດທຳລາຍມັນໄດ້ພະຍາດໂຕນີ້ ບໍ່ໝົດໄປໃສ.”
ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງອີກທ່ານ ໃນແຂວງສາລາວັນກ່າວວ່າ ປັດຈຸບັນທາງແຂວງສາລະວັນ ກໍຍັງເຝົ້າລະວັງ ແລະຄວບຄຸມບໍ່ຕ່າງຈາກແຂວງຈຳປາສັກ ທີ່ຫ້າມເຄື່ອນຍ້າຍສັດ ແລະນຳສັດທີ່ຕາຍເອງໄປຄົວກິນນອກຈາກນີ້ ກໍມີການລົງໂຄສະນາສຸຂະສຶກສາ ໃຫ້ຄວາມຮູ້ຊາວບ້ານຮັບຮູ້ ແລະໃຫ້ຂັ້ນບ້ານປະກາດຕື່ມ.
“ໂຕນີ້ກໍຍັງຢູ່ໃນໄລຍະເຝົ້າລະວັງ ຫ້າມເຄື່ອນຍ້າຍຫ້າມຄົວຫ້າມກິນສັດ ປະເພດ ງົວ, ຄວາຍ. ປ້ອງກັນຄວບຄຸມ ກໍມີແຕ່ວ່າເວລາສັດເຈັບ, ສັດຕາຍ ກໍມີແຕ່ວ່າທຳລາຍຖີ້ມບໍໃຫ້ມາບໍລິໂພກ ບໍ່ໃຫ້ຄົວບໍ່ໃຫ້ຕັບອິຫຍັງຕ່າງໆ ມີແຕ່ປ້ອງກັນ ແລະກໍທຳລາຍຖີ້ມ.”
ສ່ວນການເຝົ້າລະວັງ ຂອງຊາວບ້ານໃນເຂດພື້ນທີ່ ລະບາດທັງ 2 ແຂວງຫຼາຍຄົນບໍ່ກິນຊີ້ນງົວ-ຄວາຍ ກັນແລ້ວ ເພາະຢ້ານຕິດເຊື້ອພະຍາດໄຂ້ເລືອດດຳ ແລະທາງການກໍ່ແຈ້ງເຕືອນນໍາດ້ວຍ ຫຼາຍຄົນກໍລະມັດລະວັງກັນຫຼາຍຂຶ້ນ.
ດັ່ງຊາວບ້ານ ໃນແຂວງສາະລວັນທີ່ຂາຍຊີ້ນ ໃນຕະຫຼາດນາງກ່າວວ່າ:
“ບໍ່! ບໍ່ ໄດ້ກິນແລ້ວຢ້ານຫັ້ນແລ້ວຈັ່ງບໍ່ໄດ້ຂາຍ ບໍ່ໄດ້ກິນແລ້ວ ແຕ່ລະບ້ານແຕ່ລະເມືອງ ກໍໄດ້ແຈ້ງການໃຫ້ເຝົ້າລະວັງຢູ່.”
ຊາວບ້ານໃນພື້ນທີ່ລະບາດ ຂອງແຂວງຈໍາປາສັກກ່າວວ່າ ປັດຈຸບັນກໍ່ຍັງເຝົ້າລະວັງກັນຢູ່ ກ່ຽວກັບເຊື້ອພະຍາດໄຂ້ເລືອດດຳ ຫຼາຍຄົນກໍ່ຢ້ານບໍ່ກ້າກິນຊີ້ນງົວ ຊີ້ຄວາຍກັນແລ້ວຕາມຕະຫຼາດ ກໍບໍ່ມີຂາຍແຕ່ກໍລະນີທີ່ເຂົາເຈົ້າ ເອົາສັດໄປລ້ຽງ ກໍຍັງເຫັນເຄື່ອນຍ້າຍ ແຕ່ຫ້າມເຄື່ອນຍ້າຍໄປຂ້າ.
“ກໍຢຸດກິນເລີຍນີ້ເດ້ ຄືປີນີ້ຈະໝົດປີແຫຼະຄືຊິບໍໄດ້ກິນກັນຕາມຕະຫຼາດ ກໍຢຸດແລ້ວເຄື່ອນຍ້າຍຢູ່ໃນກໍລະນີເອົາໄປລ້ຽງ ແຕ່ວ່າເອົາໄປຂ້າເຄື່ອນຍ້າຍ ບໍ່ໄດ້ກາຫ້າມຂ້າແຕ່ລະບ້ານເຂົາກາເລີກການຂ້າໝົດແລ້ວ.”
ເຖິງແມ່ນວ່າຈະມີພຽງ 2 ແຂວງພາກໃຕ້ເທົ່ານັ້ນ ທີ່ມີເຊື້ອພະຍາດໄຂ້ເລືອດດໍາ ລະບາດ ໃນເຂດເມືອງດັ່ງກ່າວແຕ່ຫຼ້າສຸດ ແຂວງໄຊຍະບູລີ ກໍໄດ້ອອກແຈ້ງການໃນວັນທີ 29 ມີນາ 2024 ໃຫ້ຢຸດເຊົາຂ້າງົວ-ຄວາຍ ແລະ ຫ້າມເຄື່ອນຍ້າຍຊືື້-ຂາຍ ງົວ-ຄວາຍເພື່ອປ້ອງກັນການແຜ່ລະບາດ ຂອງພະຍາດໄຂ້ເລືອດດຳ ທີ່ກຳລັງລະບາດຢູ່ໃນ 2 ແຂວງ ຂອງເຂດພາກໃຕ້ລາວ. ເຖິງວ່າແຂວງໄຊຍະບູລີ ຈະຍັງບໍ່ມີຜູ້ຕິດເຊື້ອແຕ່ທາງແຂວງກໍຕ້ອງປ້ອງກັນ ເອົາໄວ້ກ່ອນ ເນື່ອງຈາກພະຍາດດັ່ງກ່າວສາມາດ ແຜ່ເຊື້ອຈາກສັດສູ່ຄົນໄດ້ແລະຍັງເໜັ້ນໜັກ ໃຫ້ຜູ້ລ້ຽງງົວ-ຄວາຍ ມີການນຕິດຕາມອາການສັດລ້ຽງ ຂອງຕົວເອັງຢ່າງໃກ້ຊິດເມື່ອພົບເຫັນສັດຕາຍ ແບບບໍ່ຮູ້ສາເຫດຫຼືຜິດປົກກະຕິ ໃຫ້ແຈ້ງຕໍ່ພາກສ່ວນກ່ຽວຂ້ອງ ດ່ວນເພື່ອໃຫ້ເຈົ້າໜ້າທີ່ ແກ້ໄຂທັນເວລາ.