ກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ແຂວງບໍຣິຄໍາໄຊ ອອກແຈ້ງການໃນມື້ວັນທີ 28 ມິຖຸນາ 2022 ຈະຕັ້ງດ່ານກວດກາ ເຄື່ອນທີ່ຕາມເສັ້ນທາງ ສາຍຕ່າງໆພາຍໃນແຂວງ ເພື່ອກວດປັດສາວະ ຫາສານເສບຕິດ ຂອງຜູ້ຂັບຂີ່ຣົຖເຂົ້າ-ອອກແຂວງ, ອັນເປັນການປະຕິບັດ ນະໂຍບາຍຂອງຣັຖບານ ກ່ຽວກັບການແກ້ໄຂບັນ ຫາຢາເສບຕິດ ຊຶ່ງຈະເຣີ່ມປະຕິບັດ ແຕ່ເດືອນສິງຫານີ້ເປັນຕົ້ນໄປ.
ດັ່ງເຈົ້າໜ້າທີ່ ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ແຂວງບໍຣິຄໍາໄຊ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 5 ສິງຫານີ້ວ່າ:
" ໂອ ອັນນີ້ກະທາງເຮົາບໍ່ທັນຮູ້ເດີ ເຫັນເພິ່ນເຮັດແຮ້ງການມາ ແຕ່ບໍ່ທັນຮູ້ວ່າມື້ໃດ ກວດສະເພາະຄົນທີ່ວ່າບຸກຄົນຕ້ອງສົງສັຍ ຫລືວ່າຄືຊື່ໆ ກະຍັງບໍ່ຮູ້ວ່າມື້ໃດທີ່ວ່າຈັດຕັ້ງຈຸດກວດ ຫລືວ່າລົງກວດຫັ້ນນ່າ. "
ເຈົ້າໜ້າທີ່ຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແຂວງບໍຣິຄໍາໄຊ ນາງນຶ່ງເວົ້າໃນມື້ດຽວກັນນີ້ວ່າ ແຈ້ງການດັ່ງກ່າວ ຍັງບໍ່ທັນໄດ້ຮັບການຈັດຕັ້ງ ປະຕິບັດເທື່ອ ແຕ່ຄາດວ່າຈະເຣີ່ມປະຕິບັດ ໃນສັບປະດາໜ້ານີ້ ແລະວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະສົ່ງແຈ້ງການນັ້ນມາໃຫ້ ຜແນກນີ້ ເພື່ອໂຄສະນາເຜີຍແພ່.
" ບໍ່ແນ່ໃຈຄືກັນອັນນີ້. ເພິ່ນຍັງບໍ່ທັນໄດ້ເຮັດລະອຽດເທື່ອ ມີແຕ່ເພິ່ນໄດ້ແຈ້ງໄວ້ຫັ້ນນ່າ ຊິເຣີ່ມເຮັດອາທິດໜ້າບໍ໋. ເຮົາກໍຍັງບໍ່ທັນແນ່ໃຈ ເພາະວ່າຍັງບໍ່ທັນມີເອກສານ ເຂົ້າມາຫາຜແນກເທື່ອ. "
ປະຊາຊົນຜູ້ນຶ່ງຢູ່ແຂວງຄໍາມ່ວນ ທີ່ມັກເດີນທາງຜ່ານແຂວງບໍຣິຄໍາໄຊ ເລື້ອຍໆນັ້ນກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 5 ສິງຫານີ້ວ່າ ຕົນຫາກໍເຫັນແຈ້ງການວ່າ ຈະຕັ້ງດ່ານກວດກາ ເຄື່ອນທີ່ຕາມເສັ້ນທາງ ສາຍຕ່າງໆພາຍໃນແຂວງ ເພື່ອກວດນປັສວະ ຫາສານເສບຕິດ ຂອງຜູ້ຂັບຂີ່ຣົຖເຂົ້າ-ອອກແຂວງ ນັ້ນ ທາງສື່ສັງຄົມອອນລາຍນ໌; ຕົນຄິດວ່າ ການກວດການັ້ນ ໜ້າຈະກວດແຕ່ສະເພາະ ຜູ້ຕ້ອງສົງສັຍວ່າພົວພັນ ກັບຢາເສບຕິດເທົ່ານັ້ນ.
" ຍັງໃດ໋ ເຂົາຫາກໍ່ເຣີ່ມກວດ ເດືອນນີ້ແຫລະ ກວດກະກວດຄົນຂັບຣົຖຫັ້ນແຫລະ ກະບໍ່ເສັຽເວລາ ເຂົາກວດຢ່ຽວ ແລ້ວກະເບິ່ງກະໄປ ຜູ້ໃດສູບຢາ ແລ້ວເຂົາກະກັກໂຕ ເອົາໄປໃໝເຈົ້າແຫລະ ສູບຢາເສບຕິດນ່າ. "
ແລະປະຊາຊົນ ຢູ່ແຂວງບໍຣິຄໍາໄຊ ນາງນຶ່ງກໍເວົ້າວ່າ ຕົນເຫັນດີນໍາ ແຈ້ງການທີ່ວ່ານັ້ນ ເພາະມັນຈະກັກຕົວຄົນຂັບຂີ່ຣົຖ ຜູ້ເສບຢາເສບຕິດນັ້ນໄດ້, ບໍ່ໃຫ້ເຂົາໄປອາລະວາດ ຫລືໄປກໍ່ອຸບັດຕິເຫດ ຕາມທ້ອງຖນົນ ທີ່ເປັນອັນຕຣາຍ.
" ແບບວ່າ ອອກອາການ ແບບທີ່ວ່າ ມັນກະເກີນປົກກະຕິຈັ່ງຊີ້ ຜິດປົກກະຕິແລ້ວ ເຈົ້າໄປເກີດອຸບັດຕິເຫດຈັ່ງຊີ້ ພົບກະກວດໂລດອັນນັ້ນ່າ ເຂົາກະຢ້ານມີບັນຫາ ມີຫຍັງມັນກະຍາກ ກະປ້ອງກັນໃຜປ້ອງກັນມັນຫັ້ນແຫລະ ວາຊີ້ສາໄປ ສົມມຸດວ່າໄປ ຊິໄປກໍ່ຄວາມວຸ້ນວາຍ ກັບຄົນອື່ນ ໄປເຮັດຄົນອື່ນເດືອດຮ້ອນ ແມ່ນຫຍັງ. ຮ້ວຍ ຖືກໝັດພ້ອມໃດ໊. "
ໃນຂະນະດຽວກັນ ກໍມີປະຊາຊົນຈໍານວນນຶ່ງ ບໍ່ເຫັນດີນໍາມາຕການດັ່ງກ່າວ ຊຶ່ງຈະປະຕິບັດໃນມໍ່ໆນີ້ ຍ້ອນເຫັນວ່າ ອາຈບໍ່ສາມາດປະຕິບັດໄດ້ ຕໍ່ໝົດທຸກຄົນ, ອາຈມີການເລືອກປະຕິບັດ ພຽງແຕ່ຕໍ່ຄົນບາງກຸ່ມເທົ່ານັ້ນ, ຄວນຈະໃຊ້ວິທີການອື່ນທີ່ດີກວ່າ.
" ເຮັດໄປ ມັນກະເຮັດໄປຊື່ໆຕີ໊ ຄັນເຮັດໄປມັນກະເປັນຫລາຍຄົນ ເຈົ້າ ຊິໄວ້ບ່ອນເກັບກໍາເຂົາເຈົ້າຢູ່ບໍ່ ເທົ່ານັ້ນແຫລະ ເຂົາເຈົ້າມາຕັ້ງຊຸມຊົນບໍ່ ເອົາພວກຕໍາຣວດ ມາປະໄວ້ບ້ານນີ້ ດຽວນີ້ນ່າບ້ານລະ 3-4 ຄົນມາກວດໂຕນີ້ແຫລະ. "
ແລະຜູ້ອື່ນໆກໍບໍ່ເຫັນດີນໍາ ໂດຍເວົ້າຜ່ານສື່ສັງຄົມອອກລາຍນ໌ ຍ້ອນເຫັນວ່າ ມັນອາຈເປັນຊ່ອງຫວ່າງ ທີ່ຈະເຮັດໃຫ້ເຈົ້າໜ້າທີ່ບາງຄົນ ບໍ່ປະຕິບັດຕາມລະບຽບການ, ສວຍໂອກາດຮຽກເອົາເງິນ ນໍາຄົນເສບຢາເສບຕິດ ແລະກໍປ່ອຍໄປ.
ກ່ຽວກັບເຣື່ອງທີ່ວ່ານີ້ ນັກກົດໝາຍລາວທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽໃນມື້ວັນທີ 5 ສິງຫານີ້ວ່າ ການຕັ້ງດ່ານກວດກາ ປັດສາວະ ຫາສານເສບຕິດ ຕາມແຈ້ງການທີ່ວ່ານັ້ນ ບໍ່ຂັດຕໍ່ກົດໝາຍ ແລະບໍ່ເປັນການລະເມີດສິທທິ ຂອງສ່ວນບຸກຄົນ, ມັນເປັນລັກສະນະໃກ້ຄຽງກັນ ກັບການຕັ້ງດ່ານກວດກາ ວັດແທກທາດເຫລົ້າ ເພື່ອຫລຸດຜ່ອນອຸບັດຕິເຫດລົງ.
" ອັນນີ້ເພິ່ນກະອີງໃສ່ ວາຣະແຫ່ງຊາຕ ການສະກັດກັ້ນ ບັນຫາຢາເສບຕິດ ແລ້ວກໍເພື່ອເປັນການຫລຸດຜ່ອນ ອຸບັດຕິເຫດ ກະອີງໃສ່ການຕົກລົງເຫັນດີ ຂອງຄະນະພັກແຂວງເຂົາເຈົ້າເອງ ເຫັນໄດ້ກະມັນກະບໍ່ທັນໄດ້..ຂັດກົດໝາຍເທື່ອ. "
ແຈ້ງການຂອງກອງບັນຊາການ ຕໍາຣວດປ້ອງກັນຄວາມສງົບ ແຂວງບໍຣິຄໍາໄຊ ສະບັບລົງທີ 28 ມິຖຸນາ 2022 ທີ່ວ່ານັ້ນ ໄດ້ລະບຸວ່າ ຈະເຣີ່ມປະຕິບັດ ນັບຕັ້ງແຕ່ເດືອນສິງຫາ 2022 ໄປເຖິງເດືອນສິງຫາ 2023 ເພື່ອເປັນການປະຕິບັດນະໂຍ ບາຍຂອງຣັຖບານ ກ່ຽວກັບການແກ້ໄຂ ບັນຫາຢາເສບຕິດ ໂດຍໄດ້ຮັບການອະນຸມັດ ຈາກເຈົ້າແຂວງແຂວງບໍຣິຄໍາໄຊ ແລ້ວ.