ເດັກນ້ອຍອຶດຫິວ ຢູ່ລາວ ເພີ້ມຂຶ້ນ

ມະນີຈັນ
2020-08-01
ອີແມວລ໌
ຄໍາເຫັນ
Share
ພິມ
ເດັກນ້ອຍນັກຮຽນ ຊັ້ນປະຖົມ ທີ່ກໍາລັງຢູ່ໃນວັຍເຕີບໃຫຍ່ ທາງຮ່າງກາຍ ແລະມັນສມອງ ຈຶ່ງຈໍາເປັນຈະຕ້ອງໄດ້ ກິນອາຫານທີ່ ທີ່ມີທາດບໍາລຸງ ຢ່າງພຽງພໍ ໃນແຕ່ລະມື້
ເດັກນ້ອຍນັກຮຽນ ຊັ້ນປະຖົມ ທີ່ກໍາລັງຢູ່ໃນວັຍເຕີບໃຫຍ່ ທາງຮ່າງກາຍ ແລະມັນສມອງ ຈຶ່ງຈໍາເປັນຈະຕ້ອງໄດ້ ກິນອາຫານທີ່ ທີ່ມີທາດບໍາລຸງ ຢ່າງພຽງພໍ ໃນແຕ່ລະມື້
ນັກຂ່າວພົລເມືອງ

ອົງການສະຫະປະຊາຊາດ ສໍາລັບເດັກນ້ອຍ ຫລື UNICEF ປະຈໍາລາວ ຣາຍງານ ກ່ຽວກັບດັຊ ນີຄວາມອຶດຫິວປະຈໍາປີ 2019 ວ່າ ດັຊນີ ຄວາມອຶດຫິວຢູ່ ປະເທດລາວ ສູງຫລາຍເຖິງ 25.7% ຄືຖືກຈັດໃຫ້ຢູ່ໃນອັບດັບທີ 87 ໃນຈໍານວນ  117 ປະເທດໃນໂລກ.

ໝາຍຄວາມວ່າ ຂີ້ຮ້າຍກວ່າປີ 2018 ທີ່ຢູ່ໃນອັນດັບທີ 83 ຍ້ອນປັຈຈັຍສໍາຄັນ ທີ່ມາຈາກການປ່ຽນແປງ ຂອງ ສະພາບອາກາດ ຊຶ່ງເຮັດໃຫ້ ເກີດພັຍນໍ້າຖ້ວມ, ພັຍແຫ້ງແລ້ງ ແລະ ເຂື່ອນກໍແຕກ ຢູ່ປະເທດລາວ. ເຈົ້າໜ້າທີ່ກະຊວງ ສາທາຣະນະສຸກ ທີ່ຮັບຜິດຊອບວຽກງານ ໂພຊນາການ ທ່ານນຶ່ງ ກ່າວຕໍ່ RFA ເມື່ອໄວໆມານີ້ວ່າ:

“ແມ່ນແລ້ວ ພັຍພິບັດ ພັຍແຫ້ງແລ້ງ ພັຍນໍ້າຖ້ວມຕ່າງໆຫັ້ນແຫລະ ຄືເຂື່ອນແຕກ ເຊປຽນ-ເຊນໍ້ານ້ອຍ, ເຊກະໝານຫັ້ນນ່າ. ພາກເໜືອ ປີກາຍນີ້ກະແຫ້ງແລ້ງ ຝົນບໍ່ຕົກເດ໋ສະ ເຂົ້ານໍ້າຊໍ້າປາ ເຂົາກະບໍ່ມີແລ້ວ ຝົນມັນແຫ້ງແລ້ງ. ຊ່ວຍ ແຕ່ບໍ່ພຽງພໍ. ແຖວຜົ້ງສາລີ ອຸດົມໄຊ ຫລວງນໍ້າທາ.ນະ.”  

ທ່ານເວົ້າວ່າ ນັບແຕ່ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກເມື່ອເດືອນ ກໍຣະກະດາ ປີ 2018 ກໍມີນໍ້າຖ້ວມໝັກ ໃນ 6 ແຂວງພາກໃຕ້ໃນປີ 2019 ແລະເກີດພັຍແຫ້ງແລ້ງ ຢູ່ພາກເໜືອ ທີ່ສົ່ງຜົລກະ ທົບຢ່າງໜັກໜ່ວງ ໃສ່ການຜະລິດສະບຽງອາຫານ ໃນລາວ.

ແລະເພື່ອຊ່ອຍບັນເທົາໃຫ້ປະຊາຊົນລາວ ມີຢູ່ມີກິນ ຣັຖບານລາວ ໄດ້ເອົາເຂົ້າສານອາຫານແຫ້ງ ໄປຊ່ວຍເຫລືອປະຊາຊົນ. ໃນເມື່ອຊາວ ບ້ານຜລິດສະບຽງອາຫານ ບໍ່ໄດ້ເຕັມເມັດ ເຕັມໜ່ວຍ ແລະການຊ່ວຍເຫລືອ ຂອງ ຣັຖບານລາວ ກໍບໍ່ພຽງພໍ ແລະບໍ່ທົ່ວເຖິງ ຈຶ່ງເຮັດໃຫ້ ເດັກນ້ອຍລາວ ໂດຍສະເພາະຢູ່ເຂດຫ່າງໄກ ບໍ່ໄດ້ຮັບການລ້ຽງດູທີ່ດີ, ຢູ່ກິນແບບອຶດໆຢາກໆ ແລະບໍ່ຖືກຫລັກ ໂພຊນາການ.

ຊາວລາວຜູ້ນຶ່ງ ຢູ່ແຂວງ ອຸດົມໄຊ ເວົ້າຕໍ່ RFA ວ່າ ເມື່ອທ້າຍປີ 2019 ເກີດພັຍແຫ້ງ ແລ້ງໜັກ. ແລະແຕ່ຕົ້ນປີມານີ້ ກໍເກີດໄຟໃໝ້ປ່າ ເຮັດໃຫ້ຊາວບ້ານ ຮວມທັງຕົນເອງ ປູກຜັກ ເຮັດໄຮ່ ກໍບໍ່ໄດ້ ຍ້ອນບໍ່ມີນໍ້າ, ອຶດຢາກຫລາຍ ໂດຍສະເພາະ ເຂົ້າກິນແຕ່ລະມື້:

“ຊ່ວງນີ້ ບໍ່ພໍອັນນັ້ນປານໃດ ຊ່ວງປະມານເດືອນ 8 ເດືອນ 9 ກະສິລໍາບາກ. ສ່ວນຫລາຍມັນກະໄດ້ເຮັດໄຮ່ ບໍ່ໄດ້ເຮັດນາແດ່ ເພາະວ່າ ມັນຢູ່ເທິງເຂດ ພູດອຍ ຍາກລໍາບາກແດ່ ແບບວ່າ ອຶດເຂົ້າເລີຍ ແລະບໍ່ມີບ່ອນໃຫ້ຂະເຈົ້າ ເຮັດນາແດ່.”

ເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງຊຽງຂວາງ ທ່ານນຶ່ງ ກ່າວວ່າ ບັນຫາຄວາມອຶດຫິວ ສ່ວນຫລາຍຈະເກີດຂຶ້ນ ກັບປະຊາຊົນ ໃນເຂດຫ່າງໄກສອກຫລີກ ຍ້ອນຄວາມທຸກຍາກ, ພໍ່ແມ່ຜູ້ປົກຄອງ ຕ້ອງອອກໄປເຮັດໄຮ່ເຮັດສວນ, ໄປຫາອາຫານພໍກຸ້ມກິນ ໃນແຕ່ລະມື້. ບາງຄອບຄົວ ຈໍາຕ້ອງໄດ້ປະໃຫ້ລູກຢູ່ເຮືອນຜູ້ດຽວ, ກິນເຂົ້າມື້ລະເທື່ອ ຊຶ່ງເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ເກີດຄວາມອຶດຫິວ

“ຂະເຈົ້າກະກິນຢູ່ ເຣື່ອງອາຫານການກິນ ແຕ່ເຂົາກິນບໍ່ຖືກ ຫລັກໂພຊນາການ ມີແຕ່ວ່າ ບໍ່ດູແລລູກເຕົ້າເຂົານ່າ ກະມີແຕ່ໄປໄຮ່ໄປສວນ ເທົ່ານັ້ນແຫລະ. ປະຕາມເປັນຕາມເກີດ ກະເລີຍເຮັດໃຫ້ລູກ ກະບໍ່ອັນນັ້ນປານໃດ ຫັ້ນແຫລະ.”

ທີ່ແຂວງ ສາລະວັນ ເຈົ້າໜ້າທີ່ຜແນກສາທາຣະນະສຸກ ກ່າວວ່າ ໄລຍະທີ່ປະຊາຊົນ ເຮັດນາ ຫລືເຮັດໄຮ່ ຖືເປັນໄລຍະທີ່ປະຊາຊົນ ອຶດຫິວຫລາຍທີ່ສຸດ. ບາງຄອບຄົວ ຕ້ອງອາສັຍກິນມັນ ແລະເຄື່ອງປ່າຂອງດົງ ເປັນອາຫານພໍບັນເທົາ ຄວາມອຶດຫິວໄປໃນແຕ່ລະມື້. ຄອບຄົວໃດມີລູກ ຫລາຍຄົນ ກໍເປັນໄລຍະເວລາທີ່ ລໍາບາກທີ່ສຸດ:

“ເພາະວ່າຊ່ວງນີ້ ມັນຣະດູເຮັດການຜະລິດ ການກິນອາຫານຕ່າງໆ ກະໃນຊ່ວງນີ້ ຊ່ວງປະຊາຊົນອຶດຫິວ ຖືວ່າເຂົາກະອຶດເຂົ້າຫັ້ນແລ້ວ ເນາະຊ້ວງນີ້ ມີບາງຄອບຄົວກິນມັນ ສິກິນເຕັມ ເມັດເຕັມໜ່ວຍ ກະບໍ່ໄດ້.”

ທ່ານກ່າວອີກວ່າ ເພື່ອແກ້ໄຂບັນຫາທີ່ວ່ານີ້ ຣັຖບານລາວ ຄວນເອົາໃຈໃສ່ຕໍ່ນະໂຍບາຍ ແລະຍຸທສາດດ້ານໂພຊນາການ ທີ່ມີຢູ່ເພື່ອໃຫ້ ແນ່ໃຈວ່າມັນໄດ້ແກ້ໄຂບັນຫາ ຄວາມຂາດເຂີນ ທາງໂພຊນາການ ແລະສຸຂພາບ ທີ່ເດັກນ້ອຍ ໃນລາວ ກໍາລັງປະເຊີນຢູ່.

ນັກເສຖສາຕລາວ ທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ຜົລກະທົບທາງເສຖກິຈ ທີ່ເກີດຈາກພັຍທັມຊາຕ ແລະເຊື້ອພຍາດ ໂຄວິດ-19 ເປັນປັດຈັຍສ່ຽງ ທີ່ຈະເຮັດໃຫ້ເກີດ ພັໍຍອຶດຫິວ ແລະອັດຕຣາການຕາຍ ຂອງແມ່ ແລະເດັກນ້ອຍສູງຂຶ້ນ ອັນສົ່ງຜົລກະທົບ ໂດຍຕຣົງ ຕໍ່ການທີ່ຈະເຮັດໃຫ້ປະເທດ ຫລຸດພົ້ນອອກຈາກ ສະຖານະພາບ ດ້ອຍພັທນາ:

“ລະໂຕທີ່ວ່າ ມັນສິມີຄວາມສ່ຽງສູງ ກວ່າໂຕອື່ນຫັ້ນ ແມ່ນດັຊນີດ້ານຊັພສິນມະນຸສ. ມັນມີຜົລກະທົບຕໍ່ເສຖກິຈຫຼາຍ ມີຜົລກະທົບຕໍ່ສຸຂພາບ ລະເຮັດໃຫ້ມີການຕາຍ ຫຼາຍຂຶ້ນແມ່ນບໍ່. ລະເຮັດໃຫ້ອັດຕຣາການຕາຍ ຂອງແມ່ ແລະ ເດັກນ້ອຍ ອີ່ຫຍັງຕ່າງໆ. ຜົລກະທົບຕໍ່ເສຖກິຈຫຼາຍ ເຮັດໃຫ້ພັຍອຶດຫິວມີຫຼາຍຂຶ້ນ ມັນກະຊິມີຄວາມສ່ຽງ ທີ່ຈະເຮັດໃຫ້ດັຊນີໂຕນີ້ ຂອງລາວ ຫຼຸດລົງ ແລະ ອາຈເຮັດໃຫ້ບໍ່ຜ່ານ.”

ອີງຕາມຣາຍງານຂອງອົງການ UNCEF ປະຈໍາລາວ, ປັດຈຸບັນ 1 ໃນ 3 ຂອງເດັກນ້ອຍລາວ ທີ່ມີອາຍຸຣະຫວ່າງ 6 ເດືອນຫາ 5 ປີ ມີຄວາມເປັນໄປໄດ້ ທີ່ຈະປະເຊີນ ບັນຫາການເຕີບໂຕ ຂອງຮ່າງກາຍ, ຄວາມສາມາດ ໃນການຮຽນຮູ້ ແລະສະຕິປັນຍາຫລຸດລົງ ຊຶ່ງຈະ ເຮັດໃຫ້ຄວາມສາມາດ ໃນການດໍາເນີນຊີວິດ ຫລຸດລົງ. ໃນບາງແຂວງ ອັດຕຣາການຂາດ ສານອາຫານ ສູງເຖິງ 50% ເປັນຕົ້ນຢູ່ແຂວງ ຜົ້ງສາລີ ແລະ ເຊກອງ.

ເຕັມຫນ້າ