ຄົນງານ ທີ່ເຄີຍເຮັດວຽກ ສ້າງທາງດ່ວນ ເສັຽຊີວິດ

0:00 / 0:00

ຄົນງານລາວ ຊື່ທ້າວ ນ້ອຍ ອາຍຸ 48 ປີ ຄົນແຂວງຄໍາມ່ວນ ທີ່ເຄີຍເຮັດວຽກນໍາ ບໍຣິສັດກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງງວຽງ ຊຶ່ງເປັນບໍຣິສັດຈີນ ເສັຍຊີວິດ ຢ່າງອະນາຖາ ໃນມື້ວັນທີ 7 ພຶສຈິກາ ນີ້ ຍ້ອນບໍຣິສັດທີ່ເປັນນາຍຈ້າງ ຖິ້ມໄວ້ຢູ່ ບໍລິເວນວັດບ້ານນາຊອນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມາໄດ້ຫຼາຍເດືອນ. ຜູ້ກ່ຽວເສັຽຊີວິດໂດຍບໍ່ຮູ້ສາເຫດ, ແຕ່ເບື້ອງຕົ້ນມີການສັນນິຖານກັນວ່າ ອາຈເປັນຍ້ອນພະຍາດຂອງຜູ້ກ່ຽວເອງ ດັ່ງເຈົ້າໜ້າທີ່ໜ່ວຍກູ້ພັຍ ນະຄອນຫຼວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ພຶສຈິການີ້ວ່າ:

“ບໍ່ຮູ້ນະວ່າ ເພິ່ນຕາຍຍ້ອນຫຍັງ ກໍາລັງສົ່ງສະການເພິ່ນເດີ ເພິ່ນບໍ່ມີຍາດຕິພີ່ນ້ອງ ແຕ່ກ່ອນເພິ່ນເຮັດວຽກເປັນກັມກອນ ຢູ່ທາງດ່ວນ ນາຍຈ້າງກໍມາຖິ້ມເພິ່ນໄວ້ຫັ້ນເລີຍນະ.”

ເພື່ອຂໍຮູ້ກ່ຽວກັບການຊ່ອຍເຫຼືອ ແລະການຈ່າຍຄ່າຊົດເຊີຽ ທີ່ຄົນງານເສັຽຊີວິດໄປນັ້ນ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ບໍຣິສັດທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແຕ່ເຈົ້າໜ້າທີ່ ນາງນຶ່ງເວົ້າວ່າ ບໍ່ສາມາດກວດສອບໃຫ້ໄດ້ ວ່າໃຜເປັນນາຍຈ້າງຜູ້ກ່ຽວແທ້ ເພາະວ່າບໍຣິສັດທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ເປັນບໍຣິສັດໃຫຍ່ ແລະມີບໍຣິສັດ ຍ່ອຍອີກຫຼາຍບໍຣິສັດ:

" ໂຕນີ້ເຮົາບໍ່ແນ່ໃຈ ເພາະວ່າຄົນທີ່ມາຮັບເໝົາເຣື່ອງແປງທາງ ມັນມີຫຼາຍບໍຣິສັດ ແລະເຮົາບໍ່ຮູ້ວ່າພໍ່ນ້ອຍເພິ່ນຢູ່ບໍຣິສັດໃດ. ໂຕນີ້ຕ້ອງໄປຖາມຄົນທີ່ເປັນນາຍຈ້າງຂອງເພິ່ນແທ້ໆ ທີ່ວ່າເພິ່ນເຮັດວຽກນໍາກັນຫັ້ນ ໃນນັ້ນ ບໍຣິສັດທີ່ຈ້າງເພິ່ນແທ້ໆຫັ້ນເປັນບໍຣິສັດໃດ ແລ້ວຈຶ່ງຕິດຕໍ່ໄປຫາຂະເຈົ້າ. "

ເວົ້າເຣື່ອງຄົນງານ ທີ່ຈະໄດ້ຮັບຄ່າຊົດເຊີຽ ຈາກນາຍຈ້າງ ຫຼືຈາກທາງບໍຣິສັດນັ້ນ ເຈົ້າໜ້າທີ່ກະຊວງແຮງງານ ແລະສວັດດິການສັງຄົມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຈໍາເປັນຕ້ອງໄດ້ພິຈາຣະນາຫຼາຍເງື່ອນໄຂ ເປັນຕົ້ນ ຜູ້ກ່ຽວເປັນລູກຈ້າງ ຂອງບໍຣິສັດແທ້ຫຼືບໍ່ ຮວມເຖິງຣາຍລະອຽດຂອງສັນຍາ ທີ່ຄົນງານໄດ້ເຮັດໄວ້ ກັບນາຍຈ້າງ ແຕ່ເຖິງຢ່າງໃດກໍຕາມ ນາຍຈ້າງ ແລະບໍຣິສັດ ກໍຕ້ອງໄດ້ໃຫ້ການຊ່ອຍເຫຼືອ ຫຼືຈ່າຍຄ່າຊົດເຊີຽໃຫ້ຄົນງານ ໃນຖານະທີ່ໄດ້ເຮັດວຽກ ນໍາບໍຣິສັດນັ້ນ:

“ກໍທາງບໍຣິສັດຫັ້ນແຫຼະ ແມ່ນຢູ່ວ່າຢູ່ຫັ້ນ ອາຈບໍ່ໄດ້ຣະບຸເນາະ ຄວາມໝາຍວ່າ ສັນຍາຫັ້ນບໍ່ມີເນາະ ທັງນີ້ທັງນັ້ນ ເພິ່ນກໍເຮັດວຽກນໍາບໍຣິສັດຫັ້ນນ່າ ຜູ້ໃຊ້ແຮງງານວ່າຊັ້ນສາ ຄວາມຮັບຜິດຊອບຂອງບໍຣິສັດຫັ້ນນ່າ.”

ເຖິງແມ່ນວ່າ ຄົນງານຜູ້ທີ່ໄດ້ເສັຽຊີວິດນັ້ນ ທາງອໍານາດການປົກຄອງບ້ານ ໄດ້ໃຫ້ການຊ່ອຍເຫຼືອ ຈັດພິທີສົບໄປແລ້ວ ແຕ່ຊາວບ້ານຜູ້ເຫັນເຫດການ ກໍຢາກໃຫ້ນາຍຈ້າງ ຫຼືບໍຣິສັດທີ່ຜູ້ກ່ຽວເຄີຍເຮັດວຽກນໍານັ້ນ ໃຫ້ການຊ່ອຍເຫຼຼືອ ຫຼືສະແດງຄວາມຮັບຜິດຊອບ ຕໍ່ຄອບຄົວຂອງຜູ້ກ່ຽວ ດັ່ງປະຊາຊົນບ້ານນາຊອນ ເມືອງນາຊາຍທອງ ນາງນຶ່ງກ່າວວ່າ:

“ທີ່ຜ່ານມາ ລາວເຄີຍເປັນພະນັກງານມາກ່ອນບໍ໋ ເຄີຍເຮັດວຽກມາກ່ອນເນາະ ກໍແມ່ນຢາກໃຫ້ທາງໜ່ວຍງານທີ່ວ່າ ທີ່ລາວເຄີຍເຮັດວຽກຢູ່ ມາຮັບຜິດຊອບລາວ ວ່າບັນຫາເຖິງຕ້ອງຖິ້ມລາວແທ້ຫັ້ນນ່າ ເພາະວ່າຄັນຖ້າວ່າລາວ ເປັນພະນັກງານຂອງບໍຣິສັດນີ້ນ່າ ກໍຢາກໃຫ້ທາງບໍຣິສັດມາຊ່ວຍເຫລືອລາວຄືນ.”

ນາງເວົ້າຕື່ມວ່າ ພາຍຫຼັງທີ່ຖືກນາຍຈ້າງ ຖິ້ມໄວ້ຢູ່ເຂດບ້ານນາຊອນແລ້ວ ທ້າວ ນ້ອຍ ມັກມີບັນຫາດ້ານສຸຂພາບ ຍ້ອນຜູ້ກ່ຽວບໍ່ມີເຂົ້າກິນ ແລະບໍ່ມີບ່ອນຢູ່, ຕ້ອງໄປອາສັຍຢູ່ບໍຣິເວນ ບ່ອນພັກຣົດໃຫຍ່ ທີ່ຢູ່ໃກ້ກັບເຂດວັດບ້ານນາຊອນ ແລະຊາວບ້ານກໍຢ້ານ ທີ່ຈະເອົາເຂົ້າ, ເອົານໍ້າ ໄປໃຫ້ຜູ້ກ່ຽວກິນ ຍ້ອນມີການຣະບາດຂອງໂຄວິດ-19. ເມື່ອຜູ້ກ່ຽວເຈັບປ່ວຍ ບໍ່ມີເງິນປິ່ນປົວ ແລະບໍ່ມີໃຜພາໄປໂຮງໝໍ, ເຮັດໃຫ້ຜູ້ກ່ຽວເສັຽຊີວິດໄປໃນທີ່ສຸດ. ພາຍຫຼັງ ທາງໜ່ວຍກູ້ພັຍ ໄດ້ເຜີຍແຜ່ພາບການເສັຽຊີວິດ ຜ່ານສື່ສັງຄົມອອນລາຍ ກໍມີຊາວບ້ານຜູ້ໃຈບຸນຫຼາຍຄົນ ໄດ້ຮ່ວມກັນບໍຣິຈາກເງິນ ຈັດພິທີສົ່ງສະການໃຫ້.

ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ໄດ້ກໍ່ສ້າງສໍາເຣັດ ແລະເປີດໃຊ້ຢ່າງເປັນທາງການ ໃນມື້ວັນທີ 2 ທັນວາ 2020. ທາງສາຍນີ້ມີຄວາມຍາວ 109 ກິໂລ ແມັດປາຍ, ບໍຣິສັດກໍ່ສ້າງ ຢຸນນ່ານຈໍາກັດ ຂອງຈີນ ເປັນຜູ້ກໍ່ສ້າງ, ມູນຄ່າປະມານ 1.2 ຕື້ໂດລາຣ໌ສະຫະຣັຖ. ນັກລົງທຶນຈີນ ເປັນຜູ້ສັມປະທານ ໃນໄລຍະ 50 ປີ.