ເຊື້ອໂຄວິດ-19 ຣະ​ບາດຕື່ມ ໃນຫຼາຍແຂວງ

0:00 / 0:00

ການແຜ່ຣະບາດຂອງໂຄວິດ-19 ຢູ່ລາວຍັງໜ້າເປັນຫ່ວງ, ມີຄົນຕິດເຊື້ອຫຼາຍຢ່າງຕໍ່ເນື່ອງ. ສໍາລັບມື້ວັນທີ 29 ຕຸລານີ້ ທາງການລາວປະກາດວ່າ ມີຜູ້ຕິດເຊື້ອໃໝ່ຕື່ມອີກ 447 ຄົນ. ໃນນັ້ນຍັງບໍ່ນັບຜູ້ຕິດຢູ່ແຂວງຜົ້ງສາລີໃໝ່ 1 ຄົນ ພາຍຫຼັງທີ່ບໍ່ມີຄົນຕິດເຊື້ອໃໝ່ມາໄດ້ 4 ເດືອນ, ຢູ່ແຂວງໄຊຍະບູຣີ ແລະແຂວງອຸດົມໄຊ ກໍຕິດເຊື້ອໃໝ່ຕື່ມອີກ.

ຜູ້ທີ່ຕິດເຊື້ອໂຄວິດ-19 ຢູ່ແຂວງຜົ້ງສາລີ 1 ຄົນທີ່ວ່ານີ້ ເປັນຄົນງານໂຮງງານຕັດຫຍິບ ຈາກນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມໂຄວິດ-19 ແຂວງຜົ້ງສາລີ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ຕຸລານີ້ວ່າ ການແພ່ຣະບາດຂອງໂຄວິດ-19 ນີ້ຍັງໜ້າເປັນຫວ່ງ ຫາກຍັງມີຄົນລັກເຂົ້າມາ ບໍ່ຜ່ານຈຸດກວດກາຂອງເຈົ້າໜ້າທີ່ ແລະວ່າ ໄດ້ແຈ້ງໄປຍັງອໍານາດ ການປົກຄອງແຕ່ລະບ້ານ ໃຫ້ແຈ້ງຄະນະສະເພາະກິດທັນທີ ເມື່ອພົບເຫັນຄົນໃນບ້ານຂອງຕົນ ລັກເຂົ້າມາຢູ່ໃນບ້ານ ແບບບໍ່ໄດ້ກັກຕົວ ແລະບໍ່ໄດ້ກວດຫາ ເຊື້ອໂຄວິດ-19 ກ່ອນ:

" ກໍບໍ່ເຂົ້າໃຈມາແນວໃດ ກໍລົມກັບອຸດົມໄຊ ກໍງືດຢູ່ວ່າ ອຸດົມໄຊກໍວ່າ ເຈົ້າກາຍອຸດົມໄຊໄປຍາມໃດ ຈັກລອດມາໄດ້ແນວໃດ ທັມດາບໍ່ລອດເຈົ້າໜ້າທີ່ນ່າ ແຕ່ວ່າເຂົາເຈົ້າລອດມາແນວໃດ ກໍບໍ່ຮູ້. ຄືສະພາບທຸກມື້ນີ້ ຄັນບໍ່ມີຜູ້ລັກລອບເຂົ້າມາ ກໍບໍ່ີບັນຫາຫຍັງ ແຕ່ວ່າພວກເຮົາກໍມີມາຕການ ຄືວ່າ ມີແຈ້ງການມອບຄວາມຮັບຜິດຊອບ ໃຫ້ນາຍບ້ານແຕ່ລະບ້ານ ເປັນຜູ້ຕິດຕາ ຄັນວ່າ ມີຄົນມາແຕ່ແຂວງອື່ນ ມາແຕ່ຕ່າງແຂວງ ຕ້ອງໄດ້ເອົາເຂົ້າສູນກັກກັນ. "

ທ່ານກ່າວຕື່ມວ່າ ການຕິດເຊື້ອໃໝ່ ຢູ່ແຂວງຜົ້ງສາລີນີ້ ຍັງບໍ່ທັນໄດ້ຣາຍງານໃຫ້ ກະຊວງສາທາຣະນະສຸກຮູ້ ຊຶ່ງຄາດວ່າຕົວເລກນັ້ນ ຈະເອົາໄປລວມເປັນຜູ້ຕິດເຊື້ອໃໝ່ ປະຈໍາມື້ວັນທີ 30 ຕຸລາ 2021.

ປະຊາຊົນຢູ່ແຂວງຜົ້ງສາລີ ຈໍານວນນຶ່ງກັງວົນວ່າ ຜູ້ຕິດເຊື້ອຈະເພີ່ມສູງຂຶ້ນໃນແຕ່ລະມື້, ຕ້ອງໄດ້ປ້ອງກັນຕົວເອງ ຕາມມາຕການປ້ອງກັນໂຄວິດ-19 ຢ່າງເຄັ່ງຄັດ, ແຕ່ກໍບໍ່ໄດ້ຕື່ນຕົກໃຈ ຍ້ອນການຕິດເຊື້ອ ຢູ່ພາຍໃນແຂວງນີ້ ເປັນການຕິດເຊື້ອນໍາເຂົ້າ ບໍ່ໄດ້ເປັນການຕິດເຊື້ອພາຍໃນຊຸມຊົນ ດັ່ງຊາວບ້ານຢູ່ແຂວງຜົ້ງສາລີ ຜູ້ນຶ່ງເວົ້າວ່າ:

" ບໍ່ຕື່ນເຕັ້ນດອກ ມັນຕິດຢູ່ແຂວງ ມັນຢູ່ຕ່າງເມືອງ ຕິດເຊື້ອຕິດຫຍັງກໍຢູ່ຕ່າງເມືອງ ມີແຕ່ຢູ່ເຮືອນແລ້ວກໍປະຈໍາການ. "

ຢູ່ແຂວງໄຊຍະບູຣີ ທີ່ບໍ່ມີຜູ້ຕິດເຊື້ອ ມາຕັ້ງແຕ່ເດືອນກັນຍານັ້ນ ມາຮອດມື້ນີ້ ມີຜູ້ຕິດເຊື້ອເພີ່ມຂຶ້ນທັງໝົດ 70 ປາຍຄົນ, ສະເພາະມື້ວັນທີ 29 ຕຸລານີ້ ກໍມີ 7 ຄົນຕິດ ຊຶ່ງສ່ວນໃຫຍ່ເປັນຄົນງານ ມາຈາກສູນກັກກັນຫຼັກ 27 ແລະຫຼັກ 16 ນະຄອນຫຼວງວຽງຈັນ ຊຶ່ງເຈົ້າໜ້າທີ່ໄດ້ໃຫ້ກັບບ້ານເກີດ ພາຍຫຼັງປິ່ນປົວເຊົາແລ້ວ. ແຕ່ເມື່ອມາເຖິງແຂວງໄຊຍະບູຣີແລ້ວ ທາງເຈົ້າໜ້າທີ່ແຂວງ ໄດ້ກວດພົບວ່າຕິດເຊື້ອຢູ່ ດັ່ງນັ້ນຈຶ່ງໄດ້ສົ່ງໄປປິ່ນປົວຕື່ມ ດັ່ງເຈົ້າໜ້າທີ່ຄະນະສະເພາະກິດ ຄວບຄຸມໂຄວິດ-19 ແຂວງໄຊຍະບູຣີກ່າວວ່າ:

" ບໍ່ມີນ່າ ເດືອນ 9 ເດືອນ 10 ຕົ້ນເດືອນ ຫາກໍ່ມີຫວ່າງກາງເດືອນ 10 ນີ້ລະແມ່ນສູນກັກກັນ ເຂົາເຈົ້າກັກຢູ່ນະຄອນຫລວງ 14 ວັນແລ້ວເພິ່ນສິສົ່ງໃຫ້ຕ່າງແຂວງ. ກ່ອນອອກຈາກສູນເພິ່ນກໍກວດ ແຕ່ວ່າມາຮອດພວກເຮົາ ພວກເຮົາກໍຍັງເຈີຢູ່ ແຕ່ວ່າຄຸນນະພາບໃນການກວດ ຢູ່ສູນ ເຮົາກະບໍ່ຮູ້ສະພາບມັນເປັນແບບໃດ. "

ຢູ່ແຂວງອຸດົມໄຊ ກໍມີຜູ້ຕິດເຊື້ອເພີ່ມຂຶ້ນໃນເດືອນຕຸລານີ້ ຫຼັງຈາກຕລອດເດືອນກັນຍາ ບໍ່ມີຜູ້ຕິດເຊື້ອຈັກຄົນ. ຜູ້ຕິດເຊື້ອເພີ່ມຂຶ້ນນັ້ນ ສ່ວນໃຫຍ່ເປັນຄົນງານ ມາຈາກນະຄອນຫຼວງວຽງຈັນ, ຫຼວງນໍ້າທາ ແລະຫຼວງພຣະບາງ ຊຶ່ງພາຍຫຼັງຫວ່າງງານ ກໍພາກັນກັບບ້ານ ດັ່ງເຈົ້າໜ້າທີ່ຄະນະສະເພາະກິດ ແຂວງອຸດົມໄຊ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

" ເດືອນກັນຍາບໍ່ມີ ມັນມາີຊ່ວງເດືອນ 10 ນີ້ ເດືອນຕຸລານີ້ ສ່ວນຫຼາຍ ເຂົາເຈົ້າມັນມັນກໍກໍຣະນີ ລັກລອບເຂົ້າມາແດ່ ມາເປັນຄັນຣົດ ແບບຣົດສ່ວນຕົວເນາະ. "

ທ່ານເວົ້າຕື່ມວ່າ ມື້ນີ້ ຢູ່ໃນເມືອງໄຊ ມີຄົນຕິດເຊື້ອໂຄວິດ-19 ຜູ້ນຶ່ງ ເປັນການຕິດເຊື້ອພາຍໃນ ຊຶ່ງຂະນະນີ້ ຍັງຢູ່ຣະຫວ່າງການຊອກຮູ້ ບ່ອນທີ່ເຂົາໄປເຄື່ອນໄຫວ ແລະຕໍ່ໄປນີ້ກໍຄາດວ່າ ອາຈເຮັດໃຫ້ຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນຫຼາຍກໍເປັນໄດ້.

ຢູ່ນະຄອນຫຼວງວຽງຈັນ ວັນທີ 29 ຕຸລານີ້ ກໍມີຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນ ຫຼາຍກວ່າຢູ່ແຂວງ ອື່ນໆ. ໃນແຕ່ລະເມືອງ ແລະບ້ານ ທີ່ຍັງບໍ່ເປັນບ້ານສີແດງ ຫຼືເປັນບ້ານທີ່ຄົນຕິດເຊື້ອບໍ່ຫຼາຍ ກໍຍັງເປີດບ້ານ-ເປີດເມືອງ ໃຫ້ຄົນໄປມາຫາສູ່ກັນໄດ້ ເປັນຕົ້ນຕລາດທ່າງ່ອນ ກໍຍັງເປີດຕລາດ ຊື້-ຂາຍກັນຕາມປົກກະຕິ, ປະຊາຊົນກໍພາກັນໄປຊື້ເຄື່ອງຂອງໄດ້ ແຕ່ກໍຕ້ອງໄດ້ລະວັງຕົວ ໃສ່ຜ້າອັດປາກອັດດັງ ເນື່ອງຈາກບ້ານທີ່ຕິດກັບບ້ານທ່າງ່ອນນັ້ນ ຍັງມີຜູ້ຕິດເຊື້ອຢູ່ ດັ່ງຊາວບ້ານທ່າງ່ອນ ເມືອງໄຊທານີ ເວົ້າວ່າ:

" ກໍຢ້ານຕິດເຊື້ອຕື່ມຫັ້ນແຫລະ ຢູ່ບ້ານເຮົາບໍ່ເປັນ ແຕ່ບ້ານອື່ນພັດເປັຮ ບໍ່ຈໍາເປັນແທ້ໆ ເຂົາກໍບໍ່ໄປ. "

ການຕິດເຊື້ອໂຄວິດ-19 ຢູ່ປະເທດລາວ ທາງການລາວຣາຍງານໃນມື້ວັນທີ 29 ຕຸລານີ້ວ່າ ມີຜູ້ຕິດເຊື້ອໃໝ່ 447 ຄົນ. ໃນນັ້ນຢູ່ນະຄອນຫຼວງວຽງຈັນ ຕິດຫຼາຍກວ່າໝູ່ 253 ຄົນ, ຮອງລົງມາກໍແມ່ນແຂວງຫຼວງພຣະບາງ 54 ຄົນ, ແຂວງບໍ່ແກ້ວ 52 ຄົນ ແລະແຂວງ ອື່ນໆ. ປິ່ນປົວດີອອກໂຮງໝໍ 639 ຄົນ, ເສັຽຊີວິດໃໝ່ 2 ຄົນ. ມາເຖິງປັດຈຸບັນ ມີຜູ້ຕິດເຊື້ອສະສົມ 38,728 ຄົນ, ເສັຽຊີວິດ 61 ຄົນ.