ໂຄວິດ-19 ຣະບາດ ຂຍາຍສູ່ ເຂດຊົນບົດ

ຈຳປາທອງ
2021.10.08
ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ
Photo: RFA

ໃນສັບປະດານີ້ ແຂວງ ຫຼວງພຣະບາງ ມີຜູ້ຕິດເຊື້ອ ໂຄວິດ-19 400 ປາຍຄົນ. ໃນນັ້ນ ມີຜູ້ຕິດເຊື້ອໃນຊຸມຊົນ ເພີ່ມຂຶ້ນ ນໍາທຸກມື້ ຊຶ່ງສ່ວນຫຼາຍ ຕິດເຊື້ອ ຢູ່ເຂດເຂື່ອນ ນໍ້າອູ ເມືອງງອຍ ແລະ ເມືອງນໍ້າບາກ ຍ້ອນຫຼາຍຄົນ ຍັງຖືເບົາ ບັນຫານີ້, ຍັງໄປມາ ຫາສູ່ກັນ ລະຫວ່າງບ້ານ ຕໍ່ບ້ານ, ເມືອງ ຕໍ່ເມືອງ, ມີການພົບປະ ສັງສັນ ຊຸມແຊວກັນ, ບໍ່ປ້ອງກັນ ຕົວເອງ ແລະປິດບັງ ຂໍ້ມູນເຈົ້າໜ້າທີ່ ຈົນເຮັດໃຫ້ ທາງການແຂວງ ອອກຄໍາສັ່ງ ປິດບ້ານ, ປິດເມືອງ 15 ມື້, ຕັ້ງແຕ່ມື້ ວັນທີ 7 ຫາ ວັນທີ 21 ຕຸລາ ນີ້ ຄືຫ້າມເດີນທາງ ເຂົ້າ-ອອກ ຕ່າງເມືອງ, ຕ່າງແຂວງ ເດັດຂາດ ແລະຫ້າມ ບໍ່ໃຫ້ຄົນ ອອກຈາກເຮືອນ ນອກ ຈາກກໍຣະນີ ຈໍາເປັນແທ້ ເທົ່ານັ້ນ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງ ຫຼວງພຣະບາງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 8 ຕຸລານີ້ວ່າ:

ຢູ່ໃນເມືອງ ມັນກໍບໍ່ຫຼາຍ ປານໃດດອກ ມັນກໍມີຢູ່ ແຖວເມືອງງອຍ  ພວກເຂື່ອນ ນໍ້າອູຫຍັງ ແລ້ວກໍແຜ່ລາມ ໄປຫັ້ນແຫຼະ ໄປນໍ້າບາກ ພຸ້ນແຫຼະ ເປັນພະນັກ ງານແດ່ ເປັນກັມກອນ ແດ່ ພະນັກງານ ນີ້ກໍເຂົາເຈົ້າໄປກວດ ວຽກອິຫຍັງນີ້ແຫຼະ ເຣື່ອງການ ພົວພັນ ມັນກໍຍັງ ມີຫຼາຍຢູ່ເດ໋  ແຖວນອກ ເຂົາເຈົ້າກໍ ບໍ່ຮູ້ວິທີ ປ້ອງກັນ ກໍຕິດກັນຢູ່ ແຖວນັ້ນພຸ້ນນ່າ ກ່ອນມັນຈະ ຣະບາດຫຼາຍຫັ້ນນ່າ.

ມາເຖິງປັດຈຸບັນ ທາງການ ແຂວງຫຼວງພຣະບາງ ໄດ້ສັ່ງໃຫ້ແພດ ແລະໝໍລົງ ພື້ນທີ່ໄປຊ່ອຍເຫຼືອປະຊາຊົນ ທີ່ຕິດເຊື້ອໂຄວິດ-19 ຢູ່ 2 ເມືອງ ດັ່ງກ່າວນັ້ນແລ້ວ ແລະໄດ້ນໍາຜູ້ທີ່ ໄດ້ສັມພັດ ໃກ້ຊິດທັງໝົດໄປກັກຕົວ ຢູ່ໃນສູນຂອງ ແຕ່ລະເມືອງ ແລະ ຖ້າກວດພົບ ຜູ້ຕິດເຊື້ອ ກໍຈະນໍາໄປ ປິ່ນປົວຢູ່ ໂຮງໝໍ ສນາມ ແຂວງຫຼວງພຣະບາງ, ທ່ານກ່າວ.

ປັດຈຸບັນ ໂຮງໝໍ ສນາມຢູ່ ນະຄອນຫຼວງພຣະບາງ ທີ່ມີໄວ້ເພື່ອ ປິ່ນປົວ ຄົນຕິດເຊື້ອ ກໍຍັງມີພຽງພໍຢູ່. ຖ້າຫາກມີ ຄົນຕິດເຊື້ອ ຫຼາຍເພີ່ມຂຶ້ນ ທາງການ ກໍມີແຜນທີ່ ຈະຂຍາຍໂຮງໝໍ ສນາມຕື່ມອີກ ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງຫຼວງພຣະບາງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວ ໃນມື້ດຽວກັນນີ້ວ່າ:

ດຽວນີ້ ມັນ ປັດຈຸບັນ ຍັງພຽງພໍຢູ່ ຄັນຖ້າວ່າ ມີຄົນເຈັບເພີ່ມ ເຮົາກມີແຜນເພີ່ມຢູ່ເນາະ ເຮົາກະປະເມີນສະພາບໄປ.

ກ່ຽວກັບ ເຣື່ອງທີ່ວ່ານີ້ ປະຊາຊົນຢູ່ ເມືອງງອຍ ຜູ້ນຶ່ງ ເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ ວັນທີ 8 ຕຸ ລາ ນີ້ວ່າ ຫຼາຍບ້ານ ກໍປິດການ ເຂົ້າ-ອອກ ແລ້ວ ແລະ ມີເຈົ້າໜ້າທີ່ ບ້ານເຝົ້າ ເວນຍາມທຸກມື້, ແຕ່ອະນຸຍາດໃຫ້ ຊາວບ້ານ ອອກໄປ້ເຮັດໄຮ່ ເຮັດສວນໄດ້:
ຂອບເຂດ ເຮົາໄດ້ ສະກັດກັ້ນ ເວນຍາມ ແຕ່ລະມື້ຫັ້ນແຫຼະ ຄົນນອກບໍ່ໃຫ້ເຂົ້າເດ໋ ເອີ ອອກ ໄປເຮັດໄຮ່ເຮັດສວນຊື່ໆ ອອກໄປ ບ້ານອື່ນກໍບໍ່ໃຫ້ໄປ.

ແລະຢູ່ ເມືອງນໍ້າບາກ ຊາວບ້ານ ຜູ້ນຶ່ງກໍເວົ້າວ່າ ຢູ່ຫຼາຍບ້ານ ໃນເມືອງນີ້ ກໍມີການ ປິດບ້ານ ເຊັ່ນກັນ, ຫ້າມບໍ່ໃຫ້ຄົນ ເຂົ້າ-ອອກ, ມີການ ປະກາດ ທຸກມື້ໃຫ້ ຊາວບ້ານ ປ້ອງກັນຕົວເອງ ແລະ ມີເຈົ້າໜ້າທີ່ກວດກາ ໃນຍາມຄໍ່າຄືນ:

ລ໊ອກດາວ ຢູ່ໃນຫ່ວງ ໃນຊອຍ ຢູ່ພາຍໃນຫັ້ນ ມີການ ກວດກາ ກາງຄໍ່າ ກາງຄືນ ກໍບໍ່ໃຫ້ເຂົ້າ ບໍ່ໃຫ້ອອກ ເນາະ ບໍ່ໃຫ້ຄົນ ຊຸມແຊວ ບັນດາບ້ານ ເປີດ ໂທຣະໂຄ່ງ ເນາະ ໃຫ້ປະຊາຊົນ ບໍ່ຕ້ອງຢ້ານກົວຫຼາຍ ເນາະ ກໍໃຫ້ປ້ອງກັນ.   

ນອກຈາກ ແຂວງຫຼວງພຣະບາງ ແລ້ວ ຢູ່ແຂວງໄຊສົມບູນ ແລະ ແຂວງເຊກອງ ກໍໄດ້ສັ່ງໃຫ້ ປິດບ້ານ ປິດເມືອງ ເຊັ່ນກັນ ເພື່ອປ້ອງກັນ ບໍ່ໃຫ້ເຊື້ອ ໂຄວິດ-19 ແພ່ຣະບາດ ຫຼາຍຂຶ້ນຕື່ມ. ແລະຢູ່ ນະຄອນຫຼວງວຽງຈັນ ທາງການ ກໍໄດ້ກຽມ ໂຮງໝໍສນາມ 400 ຕຽງ ຢູ່ສນາມກິລາ ແຫ່ງຊາດຫລັກ 16 ເພື່ອປິ່ນປົວ ຄົນຕິດເຊື້ອ ໂຄວິດ-19 ຍ້ອນວ່າ ໂຮງໝໍ ສນາມ ທີ່ມີຢູ່ໃນ ຂະນະນີ້ ອາຈບໍ່ພຽງພໍ ເພາະມີຄົນຕິດ ເຊື້ອເພີ່ມຂຶ້ນ ຫຼາຍໃນແຕ່ລະມື້ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນທ່ານນຶ່ງ ກ່າວວ່າ:

ແມ່ນ ບໍ່ພຽງພໍ ເພາະມັນຕິດ ຢູ່ໃນຊຸມຊົນຫຼາຍ ດຽວນີ້ມັນ ແຕ່ລະມື້ຮ້ອຍ ສອງຮ້ອຍກວ່າ ມື້ນີ້ 400 ກວ່າ ສະເພາະ ຢູ່ນະຄອນຫຼວງ ເພິ່ນບໍ່ຢາກໃຫ້ວ່າ ບໍ່ມີຕຽງ ຮັບຮອງຫັ້ນນ່າ ຜູ້ໃດຕິດແລ້ວ ເພິ່ນຕ້ອງ ເອົາມາໄວ້ ປິ່ນປົວເລີຍ.

ຈາກຜົລ ຂອງການກວດ ວິເຄາະຫາເຊື້ອ ໂຄວິດ-19  5,484 ຄົນ ໃນມື້ວັນທີ 7 ຕຸລານີ້ ທາງການລາວປະກາດ ວັນທີ 8 ຕຸລາ ນີ້ວ່າ ກວດພົບຜູ້ຕິດ ໂຄວິດ-19 ໃໝ່ ຕື່ມອີກ 731 ຄົນ. ໃນນັ້ນຕິດ ເຊື້ອໃນຊຸມຊົນ 726 ຄົນ ແລະ ນໍາເຂົ້າ 5 ຄົນ. ມາເຖິງ ປັດຈຸບັນ ຢູ່ລາວມີຜູ້ ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 622,258 ຄົນ, ມີຜູ້ຕິດເຊື້ຶອ ສະສົມ 27,607 ຄົນ, ປິ່ນປົວ ຫາຍແລ້ວ 21,499 ຄົນ, ກໍາລັງປິ່ນປົວ 6,084 ຄົນ, ເສັຽຊີວິດ 24 ຄົນ.

ມາເຖິງ ມື້ວັນທີ 7 ຕຸລານີ້ ມີຜູ້ໄດ້ຮັບການ ສັກວັກຊິນ ປ້ອງກັນ ໂຄວິດ-19 ເຂັມ ທີ 1 ແລ້ວ 3,034,982 ຄົນ ແລະ ສັກເຂັມທີ 2 ແລ້ວ 2,164,411 ຄົນ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.