ພຍາດຜິວໜັງອັກເສບ ງົວ-ຄວາຍ ຍັງຣະບາດ

ໄຊຍາ
2021.06.21
ພຍາດຜິວໜັງອັກເສບ ງົວ-ຄວາຍ ຍັງຣະບາດ ຊາວບ້ານຢູ່ ເມືອງພຽງ ແຂວງໄຊຍະບູຣີ ແຍກງົວທີ່ເລີ່ມມີ ອາການອອກຕຸ່ມ ໄປມັດໄວ້ຕ່າງຫາກ ບໍ່ໃຫ້ຢູ່ໃກ້ກັບງົວໂຕອື່ນ.
ນັກຂ່າວພົລເມືອງ

ພຍາດຜິວໜັງອັກເສບງົວ-ຄວາຍ ຍັງຣະບາດອອກໄປຕໍ່ເນື່ອງ ປັຈຈຸບັນໄດ້ຣະບາດເຂົ້າແຂວງໄຊຍະບູຣີ ແລ້ວເຊິ່ງຊາວບ້ານໄດ້ພາ ກັນງົດບໍຣິໂພຄ ຊີ້ນ-ຄວາຍ ຍ້ອນຢ້ານຕິດເຊື້ອ ພຍາດດັ່ງກ່າວ. ດັ່ງຊາວບ້ານ ກີ່ວແຄ່ນ ເມືອງພຽງ ແຂວງໄຊຍະບູລີ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 21 ມິຖຸນາ ວ່າ, ຕາມທີ່ໄດ້ສົນທະນາ ກັບໝູ່ໃນເຂດບ້ານໃກ້ຄຽງພົບວ່າ ບ້ານກີ່ວແຄ່ນ ມີງົວຕິດພຍາດມາໄດ້ 1 ສັປດາ ແລ້ວ. ຄອບຄົວນຶ່ງມີງົວຕິດພຍາດ 1-2 ໂຕ. ໂດຍງົວນັ້ນມີລັກສນະ ຄີງຮ້ອນ ອອກຕຸ່ມແລ້ວ ເຈົ້າຂອງງົວກໍປີ່ນປົວ ໃຫ້ ຢາສະໝູນພັຍ ຕາມພູມປັນຍາຊາວບ້ານ. ປັຈຈຸບັນງົວ ກໍອອກຍ່າງກິນຫຍ້າໄດ້ແລ້ວ ແຕ່ບໍ່ຮູ້ອະນາຄົດ ມັນຈະອອກຕຸ່ມອີກບໍ່ ເນື່ອງ ຈາກບໍ່ມີພາກສ່ວນກ່ຽວຂ້ອງ ລົງມາກວດກາ ຫຼື ໃຫ້ຄຳແນະນຳ ກ່ຽວກັບການປີ່ນປົວເທື່ອ.

"ມັນຈະຄີງຮ້ອນ ມັນຄືຄົນນີ້ມັນຈະຮ້ອນໂຕເນາະ ແລ້ວເຂົາເອົາຢາໂຕນັ້ນກິນແລ້ວ ຖືວ່າກິນລົງໄປແລ້ວກໍຖືວ່າຕຸ່ມນັ້ນອອກຫຼາຍ ຖືວ່າອອກມາແລ້ວຕຸ່ມນັ້ນ ຈະເຣີ້ມແຫ້ງ ກໍຖືວ່າມັນ ຈະອອກກີນຫຍ້າແລ້ວ ຮູ້ສຶກວ່າມັນສົມບູນແດ່ແລ້ວ ຕຸ່ມຫັ້ນຍັງບໍ່ທັນດີເທື່ອ ຕິດຕາມໄປຕໍ່."

ຊາວບ້ານກີ່ວແຄ່ນ ໄດ້ກ່າວຕື່ມວ່າພາຍໃນບ້ານກີ່ວແຄ່ນ ຊາວບ້ານມັກລ້ຽງງົວແບບປະຖົມປະຖານ, ຄອກງົວ ກໍແບບປະຖົມປະຖານ ອີກນຳ ແລ້ວອາດຈະເຮັດໃຫ້ງົວພາຍໃນບ້ານ ສາມາດຕິດພຍາດຜິວໜັງອັກເສບ ໄດ້ງ່າຍຈຶ່ງໄດ້ພາກັນແຍກງົວ ໂຕທີ່ເປັນພຍາດດັ່ງ ກ່າວອອກຈາກຝູງແລ້ວ ໂດຍອີງຕາມຄຳແນະນຳຂອງຄົນລ້ຽງງົວ ໃນຢູທູປຈາກປະເທດໄທຍ.

ຊາວບ້ານຢູ່ສົມສະຫວັນ ເມືອງພຽງ ແຂວງໄຊຍະບູລີ ທີ່ເປັນຄົນລ້ຽງງົວໄດ້ເວົ້າວ່າ ປັຈຈຸບັນງົວໂຕເອງໄດ້ຕິດ ພຍາດຜິວໜັງອັກເສບ ທັງໝົດ 10 ປາຍໂຕມາໄດ້ປະມານ 3 ສັປດາແລ້ວ ໂດຍງົວໂຕນີ້ມີລັກສນະ ຈ່ອຍອອກຕຸ່ມ 1-2 ຕຸ່ມ ກິນຫຍ້າໄດ້ນ້ອຍລົງບາງໂຕ ໂຕຮ້ອນຈຶ່ງໄດ້ສຶກສາ ຕາມສື່ສັງຄົມອອນລາຍ ເຖິງວິທີການສັກຢາ ປີ່ນປົວງົວດ້ວຍໂຕເອງກໍໝົດ ເງິນໄປແລ້ວປະມານ 1 ລ້ານປາຍ ກີບ ແຕ່ກໍຍັງບໍ່ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າມາໃຫ້ຄຳແນະນຳ ໃນການປີ່ນປົວງົວ ມີແຕ່ຣະມັດຣະວັງ ແລະກວດສອບຄອກງົວ ຂອງ ໃຜລາວຢ່າງ ສມໍ່າສເມີ ເທົ່ານັ້ນ.

"ອັນນີ້ຫາກໍເປັນໂຕລະ 1-2 ຕຸ່ມ ຊື່ໆ ກໍເບິ່ງຄລິປຢູ່ທູບທີ່ໄທຍເຂົາ ອັນປົວຫັ້ນນ່າ ເບິ່ງແລ້ວກໍເອົາຄວາມຮູ້ອັນນັ້ນມາ ໄປຊື້ຢາອີ່ຫຍັງ ມາສັກ ມາປ້ອງກັນແຕ່ລະຄົນ ກໍກຳລັງຫາຜູ້ ຊ່ຽວຊານມາສັກໃຫ້ຫັ້ນນ່າ."

ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງພຽງ ແຂວງໄຊຍະບູລີ ກ່າວວ່າຕັ້ງແຕ່ຕົ້ນເດືອນ ມິຖຸນາ ທີ່ຜ່ານມາຮອດປັຈຈຸບັນພົບວ່າ ພາຍໃນເມືອງພຽງ ໄດ້ເກີດການຣະບາດຂອງພຍາດຜິວໜັງ ອັກເສບໃນງົວ-ຄວາຍ ແລ້ວ 30 ປາຍບ້ານ ໃນນີ້ມິງົວ-ຄວາຍ ຕິດພຍາດຜິວໜັງອັກເສບ ທັງໝົດ 200 ປາຍໂຕ.

ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ແຈ້ງການເຂດທີ່ມີການຣະບາດ ໃຫ້ຢຸ່ດເຄື່ອນຍ້າຍສັດ ເຂົ້າ-ອອກ ແລະ ຢຸດຂ້າສັດຈົນກວ່າສະພາບ ການຣະບາດຂອງພຍາດນີ້ຈະດີຂຶ້ນ. ນອກຈາກນີ້ຍັງໄດ້ສົ່ງ ສັຕວະແພດ ລົງໄປສັກຢາຕາມ ແຕ່ລະເຂດທີ່ມີການຣະບາດ ໂດຍຄ່າສັກ ຢາທັງໝົດ ແມ່ນເຈົ້າຂອງງົວ- ຄວາຍ ຮັບຜີດຊອບເອງເນື່ອງຈາກ ເມືອງບໍ່ມີ ງົບປະມານໃນສ່ວນນີ້.

"ເຂົາເຈົ້າລົງສັກຢາປີ່ນປົວປ້ອງກັນ ໃຫ້ທົ່ວເມືອງ ເພິ່ນເຮັດແຈ້ງການ ສັ່ງປິດເນາະ ການເຄື່ອນຍ້າຍການຢຸດຂ້າຕ່າງໆ ເພິ່ນຫ້າມນຳ ເຂົ້າເຄື່ອນຍ້າຍອອກ."

ຊາວບ້ານຢູ່ບ້ານກີ່ວແຄ່ນ ເມືອງພຽງ ແຂວງໄຊຍະບູຣີ ໄດ້ເວົ້າວ່າໄລຍະນີ້ຮູ້ສຶກຢ້ານ ແລະ ຢຸດການກິນຊີ້ນງົວແລ້ວ ພາຍຫຼັງທີ່ນາຍ ບ້ານໄດ້ປະກາດຜ່ານໂທຣະໂຄ່ງ ໃຫ້ຢຸດບໍຣິໂພກຊີ້ນງົວ ໃນໄລຍະນີ້ ເນື່ອງຈາກ ພາຍໃນບ້ານມີການຣະບາດ ຂອງພຍາດຜິວໜັງອັກ ເສບໃນງົວ-ຄວາຍ ແລ້ວໂຕເອງກໍຫັນໄປກິນຊີ້ສັດອື່ນແທນ.

"ເພິ່ນໄດ້ປະກາດວ່າຊ່ວງນີ້ ສັດມັນກຳລັງຣະບາດມັນກຳລັງເປັນຕຸ່ມ ມັນເປັນແນວນັ້ນແລ້ວ ທາງທີ່ດີກໍບໍ່ຢາກໃຫ້ພີ່ນ້ອງ ຊາວບ້ານເຮົາ ໄປຊື້ຊີ້ນສັດ ໂດຍສະເພາະແລ້ວແມ່ນ ງົວ- ຄວາຍມາບໍຣິໂພຄມາກິນຊື່ໆເນາະ. ຊ່ວງໃນໄລຍະນີ້ໄທເຮົາ ກໍຢຸດເພາະວ່າມັນເປັນທົ່ວ ໝົດແລ້ວ ຊ່ວງໄລຍະນີ້ໄທເຮົາ ໄດ້ໂຈະໃນການເອົາມາບໍຣິໂພຄເນາະ."

ຊາວບ້ານຢູ່ບ້ານຂຸນພອນ ເມືອງພຽງ ແຂວງໄຊຍະບູລີ ເວົ້າວ່າ ໂຕເອງງົດກິນຊີ້ນງົວແລ້ວ ເນື່ອງຈາກນາຍບ້ານໄດ້ປະກາດໃຫ້ ຊາວບ້ານຫຼຸດຜ່ອນ ການກິນຊີ້ນງົວ ພາຍຫຼັງງົວພາຍ ໃນເມືອງຕິດພຍາດຜີວໜັງອັກເສບ ຈຳນວນຫຼາຍບ້ານ.

"ບໍ່ ບໍ່ໄດ້ກິນບໍ່ກ້າໄປຊື້ ມາກິນແລ້ວຊ່ວງນີ້ນ່າ ເຂົາວ່າໃຫ້ຫຼຸດຜ່ອນກິນຊີ້ນງົວ ແລະ ບໍ່ຕ້ອງໄປຊື້ຢູ່ຕລາດແລ້ວ ກໍຊ່ວງນີ້ເຂົາກໍປີດບໍ່ ໃຫ້ຊື້ຂາຍຢູ່ຕລາດແລ້ວ ບາງຄອບຄົວ ມີແຕ່ເປັນ ພຍາດກໍມີແຕ່ 4-5 ໂຕ 2-3-4 ໂຕນີ້ແຫຼະ ແຕ່ວ່າບໍ່ເປັນຫຼາຍ ແລະ ບໍ່ມີໂຕຕາຍ ມີແຕ່ພຍາດ ໂຕອັນນັ້ນເຂົາກໍປົວດີແລ້ວ."

ພໍ່ຄ້າຂາຍງົວຢູ່ບ້ານດົງເງິນ ເມືອງພຽງ ແຂວງໄຊຍະບູຣີ ເວົ້າວ່າໄລຍະນີ້ ງົວ ທີ່ໂຕເອງລ້ຽງ ຢູ່ບໍ່ສາມາດຂາຍອອກເພື່ອໄປຂ້າຢູ່ ໂຮງຂ້າສັດແລ້ວສົ່ງອອກເປັນຕ່ອນໄປຂາຍຢູ່ຕລາດ ພາຍໃນເມືອງ ຫຼື ຕ່າງແຂວງໄດ້ແລ້ວ ເນື່ອງຈາກງົວຕິດພຍາດ 10 ປາຍ ໂຕແລະທາງການສັ່ງໃຫ້ຢຸດ ເຄື່ອນຍ້າຍສັດ ແຕ່ອາດຈະມີກາ ນຊື້-ຂາຍງົວ ເພື່ອໄປລ້ຽງພາຍໃນບ້ານ ເທົ່ານັ້ນ:

"ອັນຜູ້ຂາຍກໍຍັງຂາຍກັນຢູ່ ແຕ່ວ່າຂາຍກໍຈະລັກສນະແບບວ່າ ຊື້ໄປລ້ຽງກັນນີ້ນ່າ ແຕ່ວ່າຂາຍໄປຂ້າ ຫຼື ສົ່ງໄປທາງອື່ນໄປທາງຫຼວງ ພຣະບາງ ບໍ່ ບໍ່ມີເພາະວ່າຫ້າມເຄື່ອນຍ້າຍ ສັດ ອອກຈາກຕ່າງ ເມືອງຕ່າງບ້ານ."

ເມື່ອວັນທີ 9 ມິຖຸນາ 2021 ທີ່ ຜ່ານມາ ຍານາງ ວິໄລພອນ ວໍລະພີມ ຫົວໜ້າ ກົມລ້ຽງສັດ ແລະ ການປະມົງກະຊວງກະສິກັມ ແລະປ່າໄມ້ ໄດ້ໃຫ້ສັມພາດ ກັບສື່ມວນຊົນ ພາຍໃນວ່າ ກວດພົບງົວ-ຄວາຍ ຈຳນວນ 11 ພັນປາຍໂຕ ເປັນພຍາດຜີວໜັງອັກເສບ ໃນງົວ-ຄວາຍ ຢູ່ໃນ 7 ແຂວງ ທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.