ໄຂ້ຍຸງລາຍ ດັບຊີວິດ 13 ຄົນ

0:00 / 0:00

ກະຊວງສາທາຣະນະສຸຂ ຂອງລາວ ເປີດເຜີຍໂຕເລຂ ຫລ້າສຸດວ່າ ໃນທົ່ວປະເທດ ແຕ່ວັນທີ 29 ທັນວາ 2018 ຫາວັນທີ 22 ພຶສພາ 2019 ນີ້ ມີຜູ້ເສັຽຊີວິດ ຍ້ອນໄຂ້ຍຸງລາຍ 13 ຄົນ ແລະມີຄົນຕິດ ເຊື້ອພຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ 3,990 ຄົນ, ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກົມຄວບຄຸມໂຣຄຣະບາດ ກະຊວງສາທາຣະນະສຸຂ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ພຶສພານີ້:

"ປັດຈຸບັນນີ້ ຕາຍທັງໝົດທົ່ວປະເທດ 13 ກໍຣະນີ ຕັ້ງແຕ່ວັນທີ 29 ເດືອນ 12, 2018 ຫາວັນທີ 22 ເດືອນ 5, 2019 ເພາະວ່າ ເຮົານັບ ເປັນອາທິດທີ່ນຶ່ງ ຈາກທ້າຍປີ ມາຫາປັດຈຸບັນ ມື້ວານນີ້ ສະເພາະແດງກີ້ ມາຮອດປັດຈຸບັນ ມີ 3390.”

ທ່ານເວົ້າວ່າ ບໍ່ຮູ້ວ່າ ປະຊາຊົນລາວສ່ວນຫຼາຍ ເປັນຫຍັງ ຈຶ່ງມັກຊື້ຢາຫຼວງ ຫຼື ຢາພື້ນເມືອງ ໄປປິ່ນປົວ ພຍາດນັ້ນຢູ່ເຮືອນດ້ວຍຕົນເອງ, ເມື່ອມີອາການໜັກຂຶ້ນ ຄືເລືອດອອກ ຕາມຜິວໜັງ ແລ້ວຈຶ່ງໄປຫາໝໍ ຊຶ່ງຫຼາຍຄົນກໍຊ້າເກີນໄປ ທີ່ໝໍຈະຊ່ອຍໄດ້, ດັ່ງເຈົ້າໜ້າທີ່ ສູນວິເຄາະ ຣະບາດວິທຍາ ກະຊວງສາທາຣະນະສຸຂ ກ່າວໃນມື້ດຽວກັນນັ້ນວ່າ:

“ໃຊ້ຢາພື້ນເມືອງບໍ ຫຼືວ່າຢາລົດໄຂ້ ເຈັບກໍເອົາຢາລົດໄຂ້ມາກິນ ເຈັບຫົວກໍເອົາຢາປາລາມາໃສ່ ມັກງ່າຍຫັ່ນນາ ຂະເຈົ້າບໍ່ໄປກວດ ບາດນີ້ ມັນໄປຊຶມໄປຫາຫຼາຍບ່ອນ ແລ້ວມັນຈະໄປທໍາລາຍ ຣະບົບປະສາດ ຂອງຮ່າງກາຍເຮົາ ໄຂ້ຍຸງລາຍມັນກໍເຮັດໃຫ້ ເມັດເລືອດແດງເຮົານັ້ນ ແຕກ ມັນກໍໄປເຮັດໃຫ້ບີບຫົວໃຈ ມັນກໍເຮັດໃຫ້ພວກເຮົາເສັຽຊີວິດ.”

ທ່ານກ່າວຕື່ມວ່າ ອີກສາເຫດນຶ່ງ ທີ່ເຮັດໃຫ້ມີຜູ້ເສັຽຊີວິດ ແລະຕິດເຊື້ອໄຂ້ຍຸງລາຍນັ້ນ ແມ່ນຍ້ອນປະຊາຊົນ ບໍ່ປະຕິບັດຕາມຫຼັກການ 5 ປໍ ຂອງກະຊວງສາທາຣະນະສຸຂ ຄືບໍ່ປົກປິດນໍ້າຂັງ, ບໍ່ປ່ຽນນໍ້າຕີນຕູ້, ບໍ່ປ່ອຍປາຫາງນົກຍຸງ ໃຫ້ກິນ ໜອນຢູ່ຕາມອ່າງໃຫຍ່, ບໍ່ປັດກວາດ ເຮືອນຊານ ແລະເປັນໄຂ້ ບໍ່ຮີບຟ້າວໄປຫາໝໍ ຊຶ່ງທາງກະຊວງສາທາຣະນະສຸຂ ກໍໄດ້ສັ່ງໃຫ້ຜແນກ ສາທາຣະນະສຸຂ ແຕ່ລະແຂວງ ແນະນໍາປະຊາຊົນໄປແລ້ວ ຕັ້ງແຕ່ຕົ້ນປີ 2018 ມາ ດັ່ງທີ່ທ່ານກ່າວວ່າ:

"ປະຊາຊົນບໍ່ໃຫ້ການຮ່ວມມືຫຼາຍວ່າຊັ້ນສະ ປະຊາຊົນເມີນເສີຍ ບາດນີ້ພາກຣັຖເຮົາ ຣະດົມຢູ່ ບາດນີ້ຍາມເຮົາໄປຣະດົມເຂົາ ເຂົາກໍເຮັດນໍາຢູ່ ຕອນເຮົາເຮັດ ເຮົາໜີປະເຂົາ ເຂົາກໍບໍ່ເຮັດ.”

ທ່ານກ່າວຕື່ມອີກວ່າ ເວົ້າເຖິງອາການຂອງຄົນເປັນໄຂ້ຍຸງລາຍ ສ່ວນໃຫຍ່ມີອາການເບື້ອງຕົ້ນ ຈະເປັນໄຂ້ຕອນກາງຄືນ, ປວດຕາມຕົນໂຕ, ມີເມັດຈຸດນ້ອຍໆ ຂຶ້ນຕາມຜິວໜັງ ແລ້ວເມື່ອຍ.

ຕາມສະຖິຕິ ຂອງທາງການລາວ ແຕ່ວັນທີ 1 ມົກກະຣາ ຫາວັນທີ 6 ພຶສພາປີນີ້ ຢູ່ແຂວງຈໍາປາສັກ ມີຄົນເປັນໄຂ້ຍຸງລາຍ 800 ຄົນ. ໃນນັ້ນເປັນເດັກນ້ອຍ 400 ຄົນ ແລະມີເດັກນ້ອຍເສັຽຊີວິດຍ້ອນ 1 ຄົນ ໃນຂນະທີ່ປະຊາຊົນເມືອງອາດສະພອນ ແຂວງສະຫວັນນະເຂດ ຕິດເຊື້ອພຍາດໄຂ້ຍຸງລາຍ 104 ຄົນ ແລະເສັຽຊີວິດໄປແລ້ວ 3 ຄົນ.