ໄຂ້ຍຸງລາຍເອົາຊີວິດ ຜູ້ຊາຍ ວັຍໜຸ່ມ

ມະນີຈັນ
2019.07.17
ປັດຈຸບັນ ຜູ້ປະສົບພັຍ ເຂື່ອນ ທີ່ອາສັຍຢູ່ເຮືອນພັກຊົ່ວຄາວ ເມືອງສນາມໄຊ ມີຊີວິດການເປັນຢູ່ ຫຍຸ້ງຍາກ ລຳບາກຫຼາຍ ຍ້ອນບໍ່ມີບ່ອນ ທຳມາຫາກິນ
RFA/ເສີມສະຫວັນ

ຊາຍວັຍໜຸ່ມອາຍຸ 18 ປີ ຫາກໍ່ຈົບ ມ.7 ຢູ່ບ້ານສະໜາມໄຊ ເມືອງສະໜາມໄຊ ແຂວງອັດຕະປື ຕິດເຊື້ອໄຂ້ຍຸງລາຍ ເສັຽຊີວິດຜູ້ທໍາອິດ ຂອງເມືອງ ໃນມື້ວັນທີ 16 ກໍຣະກະດາ ນີ້ ຂນະທີ່ ກວດພົບຜູ້ຕິດເຊື້ອໄຂ້ຍຸງແລ້ວ 10 ປາຍຄົນ ແລະກໍາລັງປິ່ນປົວ ຢູ່ ໂຮງໝໍເມືອງ ໂດຍມີແພດ-ໝໍ ດູແລຢ່າງໃກ້ຊິດ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງອັດຕະປື ໃນມື້ວັນທີ 17 ກໍຣະກະດາ ນີ້.

"ຢູ່ ສະໜາມໄຊ ຕາຍມື້ວານນີ້ຜູ້ນຶ່ງ ຕາຍໄຂ້ເລືອດອອກ ຜູ້ບ່າວອາຍຸ 18 ປີ ໂອ໊ຍ. ດຽວນີ້ກໍຫລາຍຄົນເຕີບ ຫຼາຍຢູ່ຄົນຕິດເຊື້ອຍຸງລາຍ ສັງລວມແລ້ວ ຕົວເລກວມຫລາຍສິບປາຍຄົນແລ້ວໃດ໊ເນາະ."

ທ່ານເວົ້າວ່າດຽວນີ້ມີເດັກນ້ອຍ ອາຍຸຕໍ່າກວ່າ 13 ປີ ຫລາຍຄົນເປັນໄຂ້ຫວັດ ຍ້ອນສະພາບອາກາດປ່ຽນແປງ, ບາງມື້ແດດແຮງ, ບາງມື້ ຝົນຕົກ ຕ້ອງໄດ້ເຝົ້າຣະວັງ ແລະ ຫາກເວົ້າທົ່ວໄປແລ້ວ ປະຊາຊົນຢູ່ເມືອງສະໜາມໄຊ ແມ່ນມີຄວາມສ່ຽງ ທີ່ຈະຕິດເຊື້ອໄຂ້ຍຸງຍ້ອນບ່ອນຢູ່ ອາສັຍ ຢູ່ໃກ້ປ່າແລະແຫລ່ງນໍ້າ ອັນເປັນບ່ອນເພາະພັນຍຸງ.

ສ່ວນເຣື່ອງຢາປິ່ນປົວ ກໍເຮັດໄດ້ເທົ່າທີ່ມີ ເຊັ່ນວ່າຢາຕ້ານເຊື້ອພຍາດ ຢາແກ້ຫວັດ ແກ້ໄອ ແລະນໍ້າເກືອ ແລະ ເພື່ອຫລຸດຜ່ອນຄວາມສ່ຽງ ບໍ່ໃຫ້ປະຊາຊົນ ເມືອງສະໜາມໄຊ ຕິດເຊື້ອໄຂ້ຍຸງເພີ່ມຂຶ້ນ ທາງຜແນກສາທາຣະນະສຸກ ກໍລົງພື້ນທີ່ໄປກວດກາ ທໍາຣາຍບ່ອນເພາະພັນ ແລະພົ່ນຢາຂ້າຍຸງ ຢ່າງຕໍ່ເນື່ອງຢູ່ທຸກຈຸດ ທີ່ປະຊາຊົນອາສັຍຢູ່ ໂດຍສະເພາະເຂດ ບ່ອນຈັັດສັນສໍາລັບ ຜູ້ຖືກຜົລກະທົບ ເຂື່ອນແຕກ, ທ່ານກ່າວວ່າ:

"ດຽວນີ້ ຫົວໜ້າໄຂ້ຍຸງ ເພິ່ນກໍລົງຕິດຕາມແຕ່ລະຈຸດໆ ແຕ່ລະຄຸ້ມເນາະ ແລ້ວລະເຣື່ອງທໍາລາຍບ່ອນ ເພາະພັນໄຂ່ຍຸງຫັ້ນ ກໍໄດ້ໝົດແລ້ວ ກໍສິລົງ ພົ່ນຢາແຕ່ລະຄຸ້ມເນາະ."

ຢ່າງໃດກໍຕາມ ທາງຜແນກສາທາຣະນະສຸກ ແຂວງອັດຕະປື ກໍຍັງກັງວົນເຣື່ອງການແຜ່ຣະບາດ ຂອງເຊື້ອໄຂ້ຍຸງລາຍ ຢູ່ເຂດຈັດສັນ ຜູ້ປະສົບພັຍ ເຂື່ອນແຕກ ເນື່ອງຈາກພວກເຂົາເຈົ້າ ມີຊີວິດການເປັນຢູ່ໃນສະພາບ ແອອັດຄັບແຄບ ຕິດກັບປ່າ ຊຶ່ງເປັນບ່ອນເພາະພັນ ຂອງຍຸງ ແລະຢາປິ່ນປົວ ຮວມເຖິງອຸປກອນ ການແພດຕ່າງໆ ມີບໍ່ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.