ການປາບປາມຢາເສບຕິດ ທີ່ເປັນວາຣະແຫ່ງຊາຕ ແຕ່ຍັງບໍ່ປະສົບຜົລສຳເຣັດ
2024.01.22

ໃນໄລຍະ 3 ປີ ທີ່ຜ່ານມາ ຄືແຕ່ປີ 2021 ເຖິງປີ 2023 ຊຶ່ງທາງການລາວ ໄດ້ປະຕິບັດວາຣະແຫ່ງຊາຕ ວ່າ ດ້ວຍການແກ້ໄຂບັນຫາ ຢາເສບຕິດ ແລະສາມາດຈັບຜູ້ຄ້າ ແລະຍຶດຢາເສບຕິດໄດ້ ຈຳນວນຫຼາຍ ແບບບໍ່ເຄີຍມີມາກ່ອນ.
ພົນເອກ ວິໄລ ຫລ້າຄໍາຟອງ, ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ໄດ້ຣາຍງານ ກ່ຽວກັບຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕໍ່ກອງປະຊຸມສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອວັນທີ 29 ມິຖຸນາ 2023 ວ່າ ມາເຖິງປັດຈຸບັນ ຈັບຜູ້ຄ້າ ແລະຍຶດຢາເສບຕິດໄດ້ ຫລວງຫລາຍ ຢ່າງບໍ່ເຄີຍມີມາກ່ອນ.
“ສັງລວມແລ້ວ ນັບແຕ່ຈັດຕັ້ງເຄື່ອນໄຫວ ປະຕິບັດວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ. ມາເຖິງປັດຈຸບັນ ພວກເຮົາສາມາດຈັບໄດ້ຜູ້ກະທໍາຜິດ ແລະຍຶດຢາເສຕິດ ປະເພດຕ່າງໆ ເປັນຈໍານວນຫລວງຫລາຍ ຢ່າງບໍ່ເຄີຍມີມາກ່ອນ.”
ຕັ້ງແຕ່ປີ 2021-2023 ທ່ານກ່າວວ່າ ສາມາດແກ້ໄຂຄະດີຢາເສບຕິດໄດ້ 9 ພັນປາຍເຣື່ອງ ແລະອື່ນໆອີກຫລາຍຢ່າງ.
“ນັບຕັ້ງແຕ່ດືອນ 7 ປີ 2021 ມາເຖິງເດືອນ 6 ປີ 2023 ນີ້ ໃນທົ່ວປະເທດ ພວກເຮົາສາມາດມ້າງຄະດີຢາເສບຕິດ ທັງໝົດໄດ້ 9516 ເຣື່ອງ. ຈັບຜູ້ທີ່ຖືກ(ກ່າວ)ຫາໄດ້ 13,941 ຄົນ ໃນນັ້ນມີຜູ້ຍິງ 1,588 ຄົນ, ບໍ່ບວກກັບພາກສ່ວນນັກໂທດ ທີ່ຖືກຕັດສິນຫຍັງແລ້ວ ໃນທົ່ວປະເທດນີ້ ມີຄົນນອນຢູ່ໃນຄຸກນີ້ປະມານ 30 ພັນກວ່າຄົນ ໃນປັດຈຸບັນ ອັນນີ້ເວົ້າແຕ່ຢາເສບຕິດນີ້ມີຢູ່ 13 ພັນກວ່າຄົນແລ້ວ ໃນນີ້ເປັນຄົນຕ່າງປະເທດ 283 ຄົນ ມີຜູ້ຍິງ 17 ຄົນ.”
ເຖິງແມ່ນ ທາງການລາວ ຈະປະກາດວ່າ ຈັບພວກຄ້າຢາເສບຕິດ ແລະຍຶດຢາເສບຕິດປະເພດຕ່າງໆ ໄດ້ຫລວງຫລາຍຄືທີ່ວ່ານັ້ນ ແຕ່ກໍບໍ່ເຫັນວ່າ ບັນຫາຢາເສບຕິດ ຢູ່ປະເທດລາວ ຈະຫຼຸດລົງພໍເທົ່າໃດ ຊຶ່ງຈະຕ້ອງໄດ້ປະຕິບັດຕໍ່ໄປອີກເຖິງປີ 2025.
ຂ່າວວ່າ ການຈັບກຸມຂບວນການຄ້າຢາເສບຕິດ ຢ່າງຕໍ່ເນື່ອງລຽນຕິດ ຢູ່ຫຼາຍແຂວງໃນທົ່ວປະເທດ ໂດຍສະເພາະຢ່າງຍິ່ງ ຢູ່ແຂວງບໍ່ແກ້ວ ທີ່ມີຊາຍແດນທາງນ້ຳ ຕິດຕໍ່ກັບຣັຖສານ ປະເທດພະມ້າ ຊຶ່ງເປັນແຫຼ່ງຜລິດຢາເສບຕິດໃຫຍ່ ຢູ່ໃນຂົງເຂດ ເອເຊັຽຕາເວັນອອກ ສຽງໃຕ້ນີ້.
ກ່ຽວກັບເຣື່ອງດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງ ເຈົ້າໜ້າທີ່ຕຳຣວດ ຢູ່ແຂວງບໍ່ແກ້ວ ຜູ້ບໍ່ປະສົງອອກຊື່ ແລະຕຳແໜ່ງທ່ານນຶ່ງ ໄດ້ຮູ້ວ່າ ການປາບປາມຂບວນການ ຄ້າຢາເສບຕິດ ຕາມວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ທາງເຈົ້າໜ້າທີ່ກໍໄດ້ຈັດຕັ້ງປະຕິບັດ ຢ່າງຕັ້ງໜ້າ ເຮັດໃຫ້ສາມາດຈັບກຸມ ຂບວນການຄ້າຢາເສບຕິດ ໄດ້ລຽນຕິດ.
ລ້າສຸດນີ້ ກໍມີຂ່າວວ່າ ທ້າວ ອ່ອງ ກິມ ວາ (Ong Gim Wah) ສັນຊາຕມາເລເຊັຽ ອາຍຸປະມານ 40 ປີ ພໍ່ຄ້າຢາເສບຕິດ ຂ້າມຊາຕ ຣາຍໃຫຍ່ ແລະ ລີ້ຊ່ອນ ຢູ່ປະເທດລາວ ທີ່ຖືກຕຳຣວດລາວ ຈັບ ຢູ່ສະຖານທີ່ແຫ່ງນຶ່ງ ໃນປະເທດລາວ ໃນວັນທີ 28 ທັນວາ 2023 ນັ້ນ ຖືກທາງການລາວ ສົ່ງໂຕໃຫ້ທາງການໄທຍແລ້ວ ໃນວັນທີ 11 ມົກກະຣາ 2024 ນີ້ ຢູ່ທີ່ດ່ານສາກົລຂົວມິຕພາບ ລາວ-ໄທຍ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ ຕາມທີ່ທາງການໄທຍ ຮ້ອງຂໍ.
ທາງການໄທຍ ໄດ້ສແດງຄວາມຂອບໃຈ ທາງການລາວ ທີ່ໃຫ້ຄວາມຮ່ວມມື ໃນການສົ່ງໂຕຜູ້ກ່ຽວໃຫ້ຕາມຄໍາຮ້ອງຂໍ ແລະພ້ອມທັງ ໄດ້ມອບເງິນຣາງວັນຈັບໂຕໃຫ້ ຈຳນວນ 1,000,000 ບາທ ຫຼືປະມານ 635,000,000 ກີບ ໃຫ້ແກ່ທາງການລາວ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງ ເຈົ້າໜ້າທີ່ ສໍານັກງານຄະນະກັມມະການປ້ອງກັນ ແລະປາບປາມຢາເສບຕິດ ຂອງໄທຍ ທ່ານນຶ່ງ, ໄດ້ຮັບຄໍາຕອບວ່າ ພາຍຫຼັງທີ່ໄດ້ຮັບໂຕ ທ້າວ ອ່ອງ ກິມ ວາ ຈາກເຈົ້າໜ້າທີ່ລາວ ຮຽບຮ້ອຍແລ້ວ, ເຈົ້າໜ້າທີ່ໄທຍ ຈະໄດ້ດຳເນີນຄະດີ ຜູ້ຖືກກ່າວຫາຣາຍນີ້ ໃນຄະດີຢາເສບຕິດ ຢູ່ປະເທດໄທຍ.
ດັ່ງທີ່ທ່ານກ່າວ ໃນມື້ວັນທີ 15 ມົກກະຣານີ້ວ່າ:
(ພາສາໄທຍ) “ທ້າວ ອ່ອງ ກິມ ວາ ເປັນຜູ້ຖືກກ່າວຫາ ຄະດີຢາເສບຕິດຢູ່ເມືອງໄທຍ. ຕອນນີ້ ກໍໄດ້ດຳເນີນການຈັບກຸມ ແລ້ວກໍສົ່ງໂຕ ໄປຍັງພະນັກງານຕຳຣວດ ສອບສວນ ຊຶ່ງພະນັກງານຕຳຣວດສອບສວນ ກໍນຳໄປຝາກຂັງ ຢູ່ຄ້າຍຄຸມຂັງ.”
ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ລາວ ໃຫ້ຄວາມຮ່ວມມື ໃນການສົ່ງໂຕ ຜູ້ຖືກຕ້ອງຫາຣາຍນີ້ ໃຫ້ເຈົ້າໜ້າທີ່ໄທຍ ເປັນຢ່າງດີ ຊຶ່ງກໍເປັນໄປຕາມຂອບ ຄວາມຮ່ວມມືປົກກະຕິ ລະວ່າງສອງປະເທດ ແລະວ່າ ທ້າວ ອ່ອງ ກິມ ວາ ນີ້ ຈະຖືກດຳ ເນີນຄະດີ ຢູ່ປະເທດໄທຍ, ຜູ້ກ່ຽວຢູ່ເບື້ອງຫຼັງ ຂບວນການຄ້າຢາໄອຊ໌ ນ້ຳໜັກ 998 ກິໂລກະຣາມ ຊຶ່ງຖືກຕຳຣວດໄທຍຈັບໄດ້ ຢູ່ແຂວງຣາຊະບູຣີ ທາງພາກຕາເວັນຕົກ ຂອງໄທຍ ໃນເດືອນມິຖຸນາ ປີ 2023 ທີ່ຜ່ານມາ ແຕ່ທ່ານບໍ່ໄດ້ບອກໃຫ້ຮູ້ວ່າ ຈະສົ່ງໂຕ ທ້າວ ອ່ອງ ກິມ ວາ ນີ້ ໃຫ້ທາງການມາເລເຊັຽ ໃນພາຍຫຼັງ ຫຼື ບໍ່.
ກ່ຽວກັບເຣື່ອງທີ່ວ່ານີ້ ນັກກົດໝາຍ ທ່ານນຶ່ງ ກ່າວວ່າ ການສົ່ງໂຕຜູ້ຮ້າຍຂ້າມແດນ ຂອງລາວ ໃນເທື່ອນີ້ ແມ່ນເປັນໄປຕາມ ສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະວ່າງລາວ ກັບໄທຍ ຊຶ່ງທີ່ຜ່ານມາ, ທາງການລາວ ແລະໄທຍ ກໍໄດ້ມີການສົ່ງຜູ້ຮ້າຍຂ້າມແດນ ໄປ-ມາ ໃນຫຼາຍກໍຣະນີແລ້ວ.
“ລະວ່າງ ຣາຊະອານາຈັກໄທຍ ກັບລາວແມ່ນບໍ່. ເຂົາເຈົ້າກໍມີຕົວະ, ເຂົາເຈົ້າມີສົນທິສັນຍາ ນຳກັນຢູ່ ການສົ່ງຜູ້ຮ້າຍຂ້າມແດນເນາະ. ບໍ່ຈື່ຄືກັນວ່າເອກະສານໂຕນີ້ມັນອອກປີໃດນ່າ ແຕ່ວ່າເຣື່ອງນີ້ຫັ້ນມັນມີເນາະ ມີແນ່ນອນ. ເອີ້! ທີ່ເຮົາເຫັນລະຜ່ານມາລະເຂົາເຈົ້າກະ ລາວກະສົ່ງໃຫ້ໄທຍ ໄທຍກະສົ່ງໃຫ້ລາວຕລອດຜ່ານມາ ກະມີຄືກັນ.”
ລາວ ແລະໄທຍ ໄດ້ລົງນາມໃນສົນທິສັນຍາ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງກັນ ໃນວັນທີ 5 ມີນາ 1999 ແລະທາງການລາວ ໄດ້ປະກາດໃຊ້ ໃນວັນທີ 1 ສິງຫາ 2012. ແລະທາງການໄທຍ ໄດ້ສົ່ງໂຕຜູ້ຮ້າຍຂ້າມແດນ ໃຫ້ທາງການລາວ ໃນຫຼາຍກໍຣະນີ ເປັນຕົ້ນ ນາງ ພອນທິບ ໄຊປັນຍາ ແລະ ທ້າວ ອານຸສິດ ພຸດທະວົງ ທີ່ເປັນຜູ້ຖືກກ່າວຫາ ໃນຄະດີສໍ້ໂກງຊັບພົນເມືອງ ຊຶ່ງຖືກຈັບໂຕໄດ້ ຢູ່ປະເທດໄທຍ ແລະຖືກສົ່ງກັບປະເທດລາວ ໃນປີ 2022.
ຕາມການສຶກສາ ວິໄຈຂອງທ່ານ ສຸບິນ ແສງສວ່າງ ແລະ ດຣ. ອະພິຣັດ ເພັດສິຣິ ໃນປີ 2014 ກ່ຽວກັບສົນທີສັນຍາ ວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງໄທຍ ກັບລາວ ພາຍຫຼັງປີ 2001 ລະບຸວ່າ ການສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງ ໄທຍ-ລາວ ຍັງບໍ່ເປັນໄປຕາມກົດໝາຍ ຫຼືຕາມສົນທິສັນຍາ ທີ່ທັງສອງຝ່າຍເຊັນກັນ, ອີກທັງຍັງບໍ່ສອດຄ່ອງ ກັບສົນທິສັນຍາແມ່ ແບບຂອງສະຫະປະຊາຊາຕ. ດັ່ງນັ້ນ ພວກທ່ານ ຈຶ່ງສເນີໃຫ້ທາງການທັງສອງປະເທດ ປັບປຸງສົນທີສັນຍາ ໃຫ້ມີຄວາມຈະແຈ້ງ ແລະລະອຽດຫຼາຍຂື້ນ ໂດຍອີງໃສ່ສົນທິສັນ ຍາແມ່ແບບຂອງສະຫະປະຊາຊາຕນັ້ນ.
ນັກກົດໝາຍ ອີກທ່ານນຶ່ງ ກໍກ່າວວ່າ ຂັ້ນຕອນການສົ່ງໂຕຜູ້ຮ້າຍຂ້າມແດນ ສຳລັບລາວ ກໍຍັງມີຄວາມຫຍຸ້ງຍາກ ໃນບາງປະການ ໂດຍສະເພາະ ໃນກໍຣະນີ ທີ່ມີການດຳເນີນຄະດີ ຢູ່ປະເທດປາຍທາງມາແລ້ວ, ຄັນຫາກສົ່ງກັບມາປະ ເທດຕົ້ນທາງ ກໍຈະຕ້ອງເຣີ່ມຂບວນການສືບສວນ-ສອບສວນ ໃໝ່ທັງໝົດ ຊຶ່ງກໍອາຈມີຄວາມຫຍຸ້ງຍາກ ໃນການຊອກຫາຂໍ້ມູນ ແລະຕາມຈັບກຸ່ມ ຜູ້ຮ່ວມຂບວນ
ການ ຕຶ່ມອີກ.
ດັ່ງທີ່ທ່ານ ກ່າວວ່າ:
“ການທີ່ປະເທດປາຍທາງດຳເນີນຄະດີໄປແລ້ວ ແລ້ວຕ້ອງສົ່ງກັບມາປະເທດຕົ້ນທາງ. ປະເທດຕົ້ນທາງກໍດຳເນີນຄະດີຄືເກົ່າ. ສະນັ້ນ, ໃນຂບວນການດຳເນີນ ຄືເຂົາເຈົ້າພົບຄວາມຫຍຸ້ງຍາກ ໃນຂອດການດຳເນີນຄະດີ ເພາະເຮົາບໍ່ມີຂໍ້ມູນລະອຽດກ່ຽວກັບ ຂບວນການການກະທຳຜິດຫັ້ນ. ແລະກະບາງກໍຣະນີ ບຸກຄົນທີ່ກ່ຽວຂ້ອງຫັ້ນ ເຮົາບໍ່ສາມາດເອົາມາໄດ້ເບີດ.”
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບການສົ່ງໂຕຜູ້ຮ້າຍຂ້າມແດນ ໃນເທື່ອນີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ຕຳຣວດ ສະກັດກັ້ນ ແລະຕ້ານຢາເສບຕິດ ແລະຕຳຣວດ ກວດຄົນເຂົ້າເມືອງ ດ່ານສາກົລ ຂົວມິຕພາບລາວ-ໄທຍ ແຫ່ງທີ 1, ແຕ່ກໍບໍ່ສາມາດຕິດຕໍ່ໄດ້.
ແຕ່ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ຕຳຣວດ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະຕຳແໜ່ງ ກໍກ່າວວ່າ ທີ່ຜ່ານມາ, ກໍຖືວ່າ ກົດໝາຍຂອງລາວ ໃນປັດຈຸບັນ ກ່ຽວກັບການດຳເນີນຄະດີຢາເສບຕິດຢູ່ລາວ ມີເນື້ອໃນຣາຍລະອຽດຫຼາຍ, ຊຶ່ງສຳລັບກໍຣະນີທ້າວ ອ່ອງ ກິມ ວາ ກໍຕ້ອງໄດ້ມີການສືບສວນ-ສອບສວນ ແລະວາງໂທດ ຕາມການກະທຳຜິດໂຕຈິງ ກ່ອນທີ່ຈະມີການສົ່ງໂຕ ໃຫ້ທາງການໄທຍ ຕໍ່ໄປ.
ດັ່ງທີ່ທ່ານ ກ່າວໃນມື້ດຽວກັນນີ້ວ່າ:
“ກົດໝາຍສະເພາະມາດຕຣາ ກ່ຽວກັບຢາເສບຕິດນີ້ນ່າ ເພິ່ນໄດ້ກຳນົດຢູ່ປະມານ 6 ໜ້າເຈັ້ຽເນາະ ມັນຕ້ອງລະອຽດ. ມັນຕ້ອງເບິ່ງວ່າເທົ່ານັ້ນເມັດ ເທົ່ານັ້ນກະຣາມ ເພິ່ນວາງໂທດເນາະ ເປັນແຕ່ລະນ້ຳໜັກຂອງຢາ ຂຶ້ນຢູ່ກັບປະຣິມານຂອງຢາ.”
ທ້າວ ອ່ອງ ກິມ ວາ ເປັນພໍ່ຄ້າຢາເສບຕິດ ທີ່ທາງການຫຼາຍປະເທດ ຕ້ອງການໂຕ, ຜູ້ກ່ຽວ ເປັນພໍ່ຄ້າຢາເສບຕິດຂ້າມຊາຕ ຣາຍໃຫຍ່ ທີ່ມີເຄືອຂ່າຍ ຕັ້ງແຕ່ປະ ເທດລາວ, ໄທຍ, ມາເລເຊັຽ, ສິງກະໄປ, ຈີນ, ໄຕ້ຫວັນ ໄປເຖິງປະເທດ ອອສເຕຣເລັຽ ຊຶ່ງ ພົນຕຳຣວດໂທ ພານຸຣັດ ຫຼັກບຸນ ເລຂາທິການ ສໍານັກງານຄະນະກັມມະການ ປ້ອງກັນ ແລະປາບປາມ ຢາເສບຕິດ ຂອງໄທຍ ຖແລງຕໍ່ສື່ມວນຊົນໄທຍວ່າ ຜົລການຈັບກຸມ ເຄືອຂ່າຍຂອງທ້າວ ອ່ອງ ກິມ ວາ ຢູ່ປະ ເທດໄທຍ ແລະປະເທດມາເລເຊັຽ ຕັ້ງແຕ່ປີ 2018 ມາ ມີ 11 ຄະດີ, ຈັບຜູ້ຖືກກ່າວຫາໄດ້ທັງໝົດ 35 ຄົນ ແລະຍຶດຂອງກາງ ປະເພດຢາໄອຊ໌ ຈຳນວນ 4.4 ຕັນ, ເຮໂຣອິນ 493 ກິໂລກະຣາມ ແລະໂຄເຄນ 12 ຕັນ. ທ່ານຄາດວ່າ ການຈັບກຸມ ທ້າວ ອ່ອງ ກິມ ວາ ໃນເທື່ອນີ້ ຈະຊ່ອຍຫຼຸດຜ່ອນ ການຄ້າຂາຍຢາໄອຊ໌ ຂ້າມຊາຕ ໄປປະເທດມາເລເຊັຽ ແລະປະເທດອື່ນໆ ໄດ້ເຖິງ 30-40%.