ຂີ້ຝຸ່ນຈາກໂຮງງານບົດຫິນ, ການຂຸດຄົ້ນບໍ່ແຮ່ ຢູ່ເມືອງສັງທອງ ເຮັດໃຫ້ຊາວບ້ານເດືອດຮ້ອນ
2023.12.19

ໂຮງງານ ຂອງບໍຣິສັດບົດຫິນ ແລະ ບໍຣິສັດຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານຫ້ວຍຄໍາ ເມືອງສັງທອງ ນະຄອນຫລວງວຽງຈັນ ເຮັດໃຫ້ມີຂີ້ຝຸ່ນຫລາຍ ແລະ ກະຈາຍໄປທົ່ວ ກະທົບກັບຊາວບ້ານຫລາຍຄົນ ແລະ ມີຄວາມກັງວົນ ຢ້ານຈະເກີດບັນຫາສຸຂພາບ ຈຶ່ງໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍແກ້ໄຂບັນຫານີ້ຢ່າງຮີບດ່ວນ, ອີງຕາມຄໍາເວົ້າຂອງປະຊາຊົນ ບ້ານຫ້ວຍຄໍາ ຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ທັນວານີ້.
ທ່ານກ່າວວ່າ ບັນຫາດັ່ງກ່າວ ບໍ່ມີທ່າທີວ່າ ຈະໄດ້ຮັບການແກ້ໄຂຢ່າງຈິງຈັງ ຍ້ອນວ່າ ທີ່ຜ່ານມາ ຜູ້ຮັບຜິດຊອບໂຄງການດັ່ງກ່າວ ພຽງແຕ່ໄດ້ຫົດນໍ້າໃສ່ຂີ້ຝຸ່ນເທົ່ານັ້ນ ແຕ່ຂີ້ຝຸ່ນຍັງມີຫລາຍຢູ່ຄືເກົ່າ ແລະວ່າ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍຫາທາງແກ້ໄຂ.
“ເອີກະມີຫລາຍຢູ່ແຫລະຕອນນີ້ ບໍ່ແຮ່ກໍມີ ບົດຫີນກໍມີ ມີ 2 ບ່ອນເຂົາກໍຫົດນໍ້າແນ່ ຊີ້ນ່າ ມັນກະບໍ່ປານໃດ ເຂົາເຈົ້າຫົດນໍ້າຊື່ໆ ອັນນີ້ມີຫລາຍຢູ່.”
ກ່ຽວກັບບັນຫາທີ່ວ່ານີ້ ຂ່າວເຟສບຸກຄ໌ເພຈໄດ້ເຜີຍແພ່ ໃນມື້ວັນທີ 18 ທັນວານີ້. ຊາວບ້ານອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ບ່ອນຂຸດຄົ້ນແຮ່ທາດ ແລະໂຮງງານບົດຫີນນັ້ນ ຕັ້ງຢູ່ເຂດສູງກວ່າພື້ນທີ່ຂອງຊຸມຊົນຢູ່ ດັ່ງນັ້ນຂີ້ຝຸ່ນຈຶ່ງປິວປົກຄຸມໝົດທົ່ວບ້ານ ເຮັດໃຫ້ຊາວບ້ານຫລາຍຄົນ ຢ້ານວ່າ ຖ້າຢູ່ດົນໆໄປ ຂີ້ຝຸ່ນເຂົ້າດັງຫລາຍ ອາດເກີດຜົລກະທົບຕໍ່ສຸຂພາບໄດ້ ໂດຍສະເພາະ ເປັນພະຍາດກ່ຽວກັບລະບົບຫາຍໃຈ.
ດັ່ງທີ່ທ່ານກ່າວວ່າ:
“ໂອ໋ ກະຫລາຍຢູ່ ຍາມນີ້ມັນຫລາຍນໍາ ບ້ານມັນຢູ່ຕໍ່າເດ້ ບໍຣິສັດເຂົາເຈົ້າຢູ່ສູງເນາະ ແມ່ນເບາະ ມັນມີຢູ່ 2 ບໍຣິສັດກໍ ບົດຫີນມີບໍຣິສັດນຶ່ງກໍຂຸດຄົ້ນບໍ່ແຮ່ນີ້ແຫລະ.”
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ເມືອງສັງທອງ ເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ແຕ່ງຕັ້ງຄະນະເຈົ້າໜ້າທີ່ສະເພາະກິຈເມືອງ ໄປກວດກາ ແລະແກ້ໄຂບັນຫາທີ່ວ່ານັ້ນແລ້ວ ໂດຍໄດ້ສຶກສາອົບຮົມ ຜູ້ຮັບຜິດຊອບ ຂອງບໍຣິສັດ ທີ່ເຮັດໃຫ້ເກີດບັນຫານັ້ນຂຶ້ນ ແລະເຮັດບົດບັນທຶກເອົາໄວ້ ແຕ່ຣາຍລະອຽດຍັງເວົ້າບໍ່ທັນໄດ້.
“ເພິ່ນຂຸດຄົ້ນບໍ່ຫີນນີ້ ຢູ່ຫ້ວຍຄໍາ ໂອ໋ ບັນຫານີ້ອັນນັ້ນເດ້ ຄະນະຮັບຜິດຊອບຂັ້ນເມືອງ ເພິ່ນກະໄດ້ໄປແກ້ໄຂ ສຶກສາອົບຮົມພາກທຸຣະກິຈອັນນັ້ນ ດໍາເນີນຕາມລະບຽບກົດໝາຍ ທີ່ທາງການເຮົາ ໄດ້ອອກອະນຸຍາດໃຫ້ຫັ້ນ ເພິ່ນໄດ້ລົງໄປເຮັດແລ້ວ.”
2 ບໍຣິສັດ ທີ່ບົດຫີນ ແລະຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານຫ້ວຍຄໍາ ທີ່ວ່ານີ້ ຍັງບໍ່ຮູ້ວ່າ ມີຊື່ແນວໃດ ແລະເປັນຂອງນັກລົງທຶນ ຈາກປະເທດໃດ, ຕ້ອງໄດ້ລໍຖ້າໃຫ້ຄະນະເຈົ້າໜ້າທີ່ ທີ່ກ່ຽວຂ້ອງຣາຍງານກ່ອນ ຈຶ່ງຈະຮູ້.
ປະຊາຊົນຜູ້ນຶ່ງ ທີ່ເຄີຍຢູ່ເມືອງສັງທອງ ເວົ້າວ່າ ບັນຫາຂີ້ຝຸ່ນທີ່ວ່ານັ້ນ ໄດ້ເກີດຂຶ້ນມາຫລາຍປີແລ້ວ ຍ້ອນເຂດນັ້ນ ສ່ວນໃຫຍ່ເປັນທາງດິນແດງ ແລະບາງຊ່ວງກໍເປັນທາງຄອນກຣີດ ແຕ່ເປ່ເພ, ບໍ່ໄດ້ຮັບການສ້ອມແປງ ແລະແກ້ໄຂແບບຖາວອນ.
“ໂອ໋ ຂີ້ຝຸ່ນໄງ່ ກໍແມ່ນແລ້ວເຂົາບໍ່ສ້າງທາງເດ້ ຢູ່ຕາມໝູ່ບ້ານເປັນທາງແດງ ລາດປູນກະຖືວ່າເຂົາເທຄອນກຣີດ ເອົານ່າ. ມັນເພມັນພັງເຂົາບໍ່ສ້ອມນ່າ. ເຂົາກໍຂຸດຫລາຍປີແລ້ວເກາະ ບໍ່ແມ່ນໜ້ອຍປີ.”
ເມືື່ອບໍ່ດົນມານີ້ ໃນຣະຫວ່າງກອງປະຊຸມສໄມສາມັນ ເທື່ອລ້າສຸດ ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ສະມາຊິກສະພາ ຫລາຍທ່ານ ໄດ້ມີຄໍາເຫັນຄັດຄ້ານຫລາຍໂຄງການ ຂຸດຄົ້ນແຮ່ທາດ ໃນເຂດນະຄອນຫລວງວຽງຈັນ ໂດຍສະເພາະເຂດທີ່ຢູ່ໃກ້ກັບຊຸມຊົນ ເພາະວ່າ ກົດໝາຍກໍໄດ້ຫ້າມຢ່າງຄັກແນ່ແລ້ວ.
ດັ່ງທີ່ທ່ານ ສົມບັດ ຈັນທະມາດ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ ກ່າວວ່າ:
“ກົດໝາຍບໍ່ແຮ່ສະບັບເລກທີ 31 ມາຕຣາ 23 ເຫັນວ່າ ເຂດຫວງຫ້າມໃນການຂຸດຄົ້ນ ໄດ້ກໍານົດໄວ້ແຈ້ງ ຂັ້ນນະຄອນຫລວງວຽງຈັນນີ້ ໄດ້ຂຽນໄວ້ໃນຂໍ້ 2 ຂອງມາຕຣາດັ່ງກ່າວໄວ້ວ່າ ເປັນເຂດທີ່ຢູ່ອາໄສໃກ້ກັບໂຕເມືອງ ເປັນເຂດຊຸມຊົນ ເຂດຕິດພັນກັບຊີວິດ ການເປັນຢູ່ຂອງປະຊາຊົນ.”
ປັດຈຸບັນ ບໍຣິສັດຂຸດຄົ້ນແຮ່ທາດ ຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ ມີທັງໝົດ 32 ບໍຣິສັດ. ໃນນັ້ນ ຂັ້ນຣັຖບານ ອອກໃບອະນຸຍາດໃຫ້ 10 ບໍຣິສັດ ແລະນະຄອນຫລວງວຽງຈັນ ອອກໃຫ້ 22 ບໍຣິສັດ ທີ່ຂຸດຄົ້ນແຮ່ທາດຕ່າງໆ ທັງແຮ່ທາດໂລຫະ ແລະແຮ່ທາດອະໂລຫະ, ອີງຕາມການຣາຍງານ ຂອງທ່ານ ເສີມຄໍາ ທຸມມະວົງ ຫົວໜ້າຜແນກພະລັງງານ ແລະບໍ່ແຮ່ ນະຄອນຫລວງວຽງຈັນ ເມື່ອເດືອນກັນຍາ 2023 ນີ້.