ສິດທິມະນຸດສາກົລ ຍິນດີນໍາ ອາຈານ ສີທົນ

ໄຊຍາ
2021.04.16
ສິດທິມະນຸດສາກົລ ຍິນດີນໍາ ອາຈານ ສີທົນ ອາຈານ ສີທົນ ທິບພະວົງ ພ້ອມດ້ວຍພັລຍາ ແລະ ລູກນ້ອຍທັງ 3 ທີ່ ຖືພຣະຄຳພີ ສາສນາຄຣິສຕຽນ. ຖ່າຍເມື່ອ: ເດືອນກັນຍາ ປີ 2018
ເຟສບຸກ: ອາຈານ ສີທົນ ທິບພະວົງ

ບັນດາອົງການສິດທິມະນຸດ ສາກົລ ຕ່າງກໍສະແດງຄວາມຍິນດີ ຕໍ່ການປ່ອຍໂຕ ຂອງ ອາຈານ ສີທົນ ທິບພະວົງ ຄຣູສອນສາສນາ ຄຣິສຕຽນ ຢູ່ບ້ານກະລືມວັງແຂ້ ເມືອງຊົນນະບູລີ ແຂວງສວັນນະເຂດ ເມື່ອວັນທີ 09 ເມສາ ຜ່ານມາ. ພາຍຫລັງທີ່ຖືກຂັງຄຸກເປັນ ເວລາ 01 ປີ. ດັ່ງ ທ່ານ ຟີລ ໂຣເບີດສັນ ຮອງຜູ້ອຳນວຍການອົງການ Human Rights Watch ປະຈຳພາກພື້ນເອເຊັຽ-ປາຊິຝິກ ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 16 ເມສາ ວ່າ.

"ກະດີໃຈ ທີ່ອາຈານ ສີທົນ ຖືກປ່ອຍໂຕ ມັນເປັນເຣື່ອງທີ່ດີ ທີ່ເຂົາຖືກປ່ອຍໂຕແລ້ວ. ເຈົ້າໜ້າທີ່ລາວບໍ່ຄວນຈັບໂຕອາຈານສີທົນ ຕັ້ງແຕ່ທຳອິດ, ຍ້ອນຂະເຈົ້າເຮັດນັ້ນ ເປັນພຽງຄວາມ ເຊື່ອຂອງຜູ້ນັບຖືສານນາຄຣິສຕຽນ ມັນເປັນສິດທິ ຂອງຂະເຈົ້າທີ່ມີຄວາມເຊື່ອ ແບບນັ້ນ ອາຈານ ສີທົນ ບໍ່ໄດ້ເຮັດຫຍັງ ທີ່ເປັນການທຳຮ້າຍ ຣັຖບານລາວ."

ທ່ານ ຟີລ ໂຣເບີດສັນ ໄດ້ກ່າວຕື່ມວ່າ ການຈຳຄຸກ ອາຈານ ສີທົນ ເປັນເວລາ 1 ປີ ນັ້ນຖືວ່າເປັນການ ຣະເມີດສິດທິມະນຸດຮ້າຍ ແຮງແລະໃນຣະຫວ່າງຈຳຄຸກນັ້ນ ອາຈານ ສີທົນ ກໍຂາດອິສຣະພາບ ຫຼາຍຢ່າງຮວມເຖິງ ເຈົ້າໜ້າທີ່ລາວ ບາງຄົນບໍ່ຢາກໃຫ້ນັບຖື ສາສນາ ຄຣິສຕຽນ ເຊິ່ງເຊື່ອວ່າເປັນສາສນາ ຂອງຈັກກະພັດ ອາເມຣິກາ ທີ່ຫວັງມ້າງເພທຳລາຍ ຣະບອບການປົກຄອງ ຂອງ ພັກ-ຣັຖ.

ດຣ. ບຸນທອນ ຈັນທະລາວວົງ ວີເຊີ ປະທານອົງການພັນທະມິດ ເພື່ອ ປະຊາທິປະຕັຍໃນລາວ ທີ່ມີສູນກາງຢູ່ປະເທດເຢັຽລະມັນ ກ່າວວ່າການປ່ອຍ ອາຈານ ສີທົນ ກໍຖືວ່າເປັນບາດ ກ້າວທີ່ສຳຄັນຕໍ່ວຽກງານ ປົກປ້ອງສິດທິມະນຸດ ຂອງ ຊາວຄຣິສຕຽນໃນລາວ.

"ພວກເຮົາອົງການພັນທະມິດ ເພື່ອ ປະຊາທິປະຕັຍໃນລາວ ມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ໄດ້ຮັບຂ່າວວ່າ ອາຈານ ສີທົນ ທິບພະວົງ ໄດ້ຖືກປ່ອຍໂຕຢ່າງ ມີອິສຣະພາບແລ້ວ. ການເຄື່ອນໄຫວ ເພື່ອປົກປ້ອງ ສິດທິມະນຸດ ຂອງປະຊາຊົນລາວ ທີ່ນັບຖື ສາສນາຄຣິສຕຽນ ເຫັນວ່າຄັ້ງນີ້ໄດ້ຮັບຜົລສຳເຣັດ ຢ່າງເທົ່າທີ່ຄວນ."

ຊາວຄຣິສຕຽນ ທີ່ຢູ່ພາກໃຕ້ຂອງລາວ ໄດ້ກ່າວວ່າ ກໍໄດ້ຮັບຮູ້ຂ່າວ ວ່າມີການປ່ອຍ ອາຈານ ສີທົນ ພາຍຫລັງທີ່ອອກມາ ກໍໄດ້ໂທ ຖາມເພິ່ນ ປັຈຈຸບັນສະບາຍດີ ສຸຂພາບແຂງແຮງ.

"ເພິ່ນແຈ້ງຂ່າວວ່າໄດ້ອອກແລ້ວ, ລາວສຸຂພາບດີຢູ່ ຂອບຄຸນພຣະເຈົ້າ ລາວບໍ່ໄດ້ຖືກທຳຮ້າຍຫຍັງ ລາວຖືກຂັງໄດ້ປີປາຍໄດ໊."

ອາຈານ ສີທົນ ທິບພະວົງ ພົ້ນໂທດເມື່ອວັນທີ 09 ເມສາ 2021. ຖືກຈຳຄຸກຢູ່ ຄ້າຍຄຸມຂັງຫລັກ 6 ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ເປັນເວລາ 1 ປີປາຍ.

ອາຈານ ສີທົນ ທິບພະວົງ ຖືກເຈົ້າໜ້າທີ່ຕຳຣວດ ກຸ່ມບ້ານກະລືມວັງແຂ້ ເຂົ້າຈັບໂຕຕອນ 07:30 ຂອງວັນທີ 15 ມິນາ ປີ 2020 ໃນຄະນະທີ່ກຳລັງຕຽມພິທີ ນະມັສການພຣະເຈົ້າ ປະຈຳສັປດາ ຢູ່ເຂດບ້ານຂອງທ່ານ.

ກຸ່ມເຈົ້າໜ້າທີ່ຕຳຣວດ ພຍາຍາມໃຫ້ ອາຈານ ສີທົນ ເຊັນຮັບຮູ້ເພື່ອປະລະການເຊື່ອຖື ສາສນາຄຣິສຕຽນ ແລະ ຍຸຕິພິທີນະມັສການ ພຣະເຈົ້າໂດຍປຣາສຈາກການແຈ້ງເຕືອນໃດໆ ແຕ່ ອາຈານ ສີທົນ ບໍ່ຍອມເຊັນຈຶ່ງ ຖືກພາໄປຂັງຄຸກ ໃນມື້ດັ່ງກ່າວໂດຍບໍ່ໄດ້ ແຈ້ງເຕືອນ ຂໍ້ກ່າວຫາໃດໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.