ກິ່ນຂິວ ຈາກຄວັນໄຟ ສນາມຂີ້ເຫຍື້ອ ຍັງບໍ່ຈາງ

0:00 / 0:00

ໄຟ​ໄໝ້​ສ​ນາມ​ຂີ້​ເຫຍື້ອ​ຢູ່​ເຂດຫຼັກ 32 ​ເມືອງ​ໄຊ​ທາ​ນີ ນະ​ຄອນ​ຫລວງວຽງ​ຈັນ ໃນ​ວັນ​ທີ 29 ກົກ​ກະ​ຣາ 2022 ທີ່​ຜ່ານ​ມາ. ໄຟ​ໄໝ້​ຂີ້​ເຫຍື້ອເຮັດ​ໃຫ້​ຄວັນ​ໄຟ ປິວ​ໄປປົກ​ຄຸ​ມ​ທ້ອງ​ຟ້າ ຢູ່​ເຂດ​ບໍ​ລິ​ເວນ​ໃກ້​ຄຽງ ເຮັດ​ໃຫ້​ປະ​ຊາ​ຊົນ​ທີ່​ຢູ່​ໃກ້​ຄຽງ ​ສ​ນາ​ມຂີ້​ເຫຍື້ອ​ໄດ້​ຮັບ​ຜົ​ລ​ກະ​ທົບ ຈາກ​ຄວັນ​ໄຟ. ຊາວ​ບ້ານຕ້ອງ​ໄດ້​ຮັບ​ຜົ​ລ​ກະ​ທົບ​ຈາກ​ກິ່ນ​ຂິວ ຈາກ​ຄວັນ​ໄຟ ຈົນ​ເຂົາ​ເຈົ້າ ​ຕ້ອງ​ໄດ້ເຂົ້າ​ໄປ​ຢູ່​ໃນ​ເຮືອນ ແລະ ປິດ​ປະ​ຕູ. ຊາວ​ບ້ານ​ທີ່​ຢູ່​ໃກ້​ສ​ນາມ​ຂີ້​ເຫຍື້ອ​ໄດ້​ໃຫ້​ສັມ​ພາດ ຕໍ່​ເອ​ເຊັຽ​ເສ​ຣີ ວ່າ.

ຊາວ​ບ້ານ: "ບໍ່​ວ່າ ແຕ່​ຢູ່​ບ້ານ​ນາ​ພອກ ກາຍ​ບ້ານ​ນາ​ພອກ​ໄປ​ກະ​ຍັງ​ມີ ບ້ານ ປາກ​ຊາບ, ບ້ານ ທ່າ​ດິນ​ແດງ ບ້ານ, ເວີນ​ແທ່ນ​ ມີ​ໝົດ​ແຫຼະ ຄວັນ​ໄຟ​ນະ ດຽວນີ້ຫາຍໃຈ​ກະ​ຍັງ​ຊິບໍ່​ໄດ້​ລະ​ດຽວ​ນີ້​ນະ. ຄວັນ ​ນີ້ ຍັງ​ປິວ​ມາ​ຢູ່​ເຂດ​ເຮົາ​ຢູ່​ນະຍັງ​ມາ​ຢູ່ ດຽວນີ້ ກະ​ຍັງ​ມືດ​ອຶງ​ຕຶ້ງ​ຢູ່​ນິ​ນ່າ."

ນັກ​ຂ່າວ: ເຮົາ​ເຮັດ​ຈັ່ງ​ໃດ​ປະ​ຊາ​ຊົນ ເຮົາ​ຖືກ​ຜົ​ລ​ກະ​ທົບ​ຈັ່ງ​ຊັ້ນ?

ຊາວ​ບ້ານ: "ເຮົາ​ບໍ່​ມີ​ທາງ​ເລືອກ​ເດ້ ຈຳ​ໃຈ​ກະ​ມີ​ແຕ່​ຢູ່​ໄປຊີ້​ແຫຼ​ ແສບ​ຄໍ, ແສບ​ຫຍັງ ກະ​ຊິ​ເຮັດ​ແນວ​ໃດ. ຄືເຮົາ​ນີ້ ຜູ້​ໃຫຍ່​ເພິ່ນ​ກະ​ຍັງ​ທົນ​ໄດ້ ອີ່​ຕົນ​ແຕ່​ເດັກ​ນ້ອຍ​ເດີ."

ນັກ​ຂ່າວ: ມັນ​ເປັນ​ຈັ່​ງ​ໃດ​ລະ ມັນ​ມີ​ກິ່ນ​ຈັ່ງ​ໃດ​ລະ?

ຊາວ​ບ້ານ: "ມັນ​ຂິວ ລະ​ມັນ​ຄວັນ ແສບ​ຫູ ແສບ​ຕາ ຫາຍ​ໃຈ​ກະ​ຢາກ ເວ​ລ​າ​ເຮົາຢູ່​ກັບ​ມັນ​ດົນ​ດົນຫາຍ​ໃຈ​ມັນ​ກະ​ຢາກ​ຝືດເຄືອງ​ໄປ ຄ້າຍ​ຄື​ເຮົາ​ໄປ​ຢູ່​ໃກ້​ເຕົາ​ໄຟ​ຈັ່ງ​ຊີ້​ເນາະ."

ນັກ​ຂ່າວ: ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ​ສາ​ທາ​ເພິ່ນ​ກະ​ມາ​ເບິ່ງ​ເບາະ?

ຊາວ​ບ້ານ: "ບໍ່​ມີ ບໍ່​ມີ​ໃຜ​ເບິ່ງ​ນະ​ເພາະ​ວ່າ ເຮົາ​ກະ​ບໍ່​ຮູ້​ຄື​ກັນ​ນະ ຮູ້​ແຕ່​ມີ​ໄຟ​ໄໝ້​ກອງ​ຂີ້​ເຫຍື້ອ ເຫັນ​ມັນ​ຄວັນ​ພຸ້ງ​ຂຶ້ນ​ເນາະ ບ້ານ​ເຮົາ​ກະ​ໃກ້ໆ​ກັນ ຫ່າງ​ຈາກນີ້ ກະ​ປະ​ມານ 4-5 ກິ​ໂລ​ແມັດ ກະ​ພໍ​ແນມ​ເຫັນ​ກັນ ລະ​ກະ​ບໍ່​ໄດ້​ແຈ້ງ​ຫາ​​ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ. ກະ​ບໍ່​ຮູ້​ວ່າ​ຊິ​ໄປ​ແຈ້ງ​ຢູ່​ໃສ​ເນາະ ກະ​ຄິດ​ວ່າ ມັນ​ຊິ​ເຂົ້າ​ຕົ່ວ ເຫັນ​ແຕ່​ຣົ​ຖ​ດັບ​ເພີງ​ຫັ້ນ​ແຫຼະ ເພິ່ນ​ທຽວ​ໄປດັບ​ເພີງ​ຢູ່​ຫັ້ນ ກະ​ວ່າ​ມັນ​ເຊົາ​ລະ."

ນັກ​ຂ່າວ: ດຽວນີ້ ເຮົາ​ກະ​ຍັງ​ອັດ​ປາກ​ ອັດ​ດັງ​ ຢູ່​ຫວະດຽວນີ້.

ຊາວ​ບ້ານ: "ເອີ​ແມ່ນ​ລະ ມັນ​ກະ​ຍັງ​ຄວັນ​ຢູ່ ມັນ​ຍັງ​ກຸ້ມ​ຢູ່​ດຽວນີ້​ກະ​ດາຍ ເຮົາ​ກະ​ບໍ່​ຮູ້​ວ່າ ເຮົາ​ຊິ​ພົວ​ພັນ​ໜ່ວຍ​ງານ​ໃດ​ເນາະ."

ນັກ​ຂ່າວ: ເປັນ​ໄດ້​ຈັກ​ມື້​ລະ?

ຊາວ​ບ້ານ: "ໄດ້ 3-4 ມື້ ລະ​ໄດ໋. ປະ​ມານ​ທ້າຍ​ເດືອນ​ນິ​ແຫຼະ."

ຊາວ​ບ້ານ​ຕ້ອງ​ໄດ້ຢູ່​ໃນ​ເຮືອນ ແລະປິດ​ປະ​ຕູ ຈຶ່ງ​ຫຼຸດ​ຜ່ອນ​ກິ່ນ​ຂິວ​ຈາກ​ຄວັນ​ໄຟ​ໄດ້. ຊາວ​ບ້ານ​ອີກ​ຄົນ​ນຶ່ງ ໄດ້​ໃຫ້​ສັມ​ພາດ​ວ່າ.

ນັກ​ຂ່າວ: ຄວັນ​ນີ້​ນະ ມັນ​ກະ​ທົບ​ແນວ​ໃດ​ຕໍ່​ເຮົາ?

ຊາວ​ບ້ານ: "ໂອ​ກະ ກະ​ທົບ​ລະ​ນໍ້ ນອນ​ກາງ​ຄືນ ກະ​ແສບ​ຄໍ, ​ແສບ​ດັງ ເຂົ້າ​ດັງ​ເຂົ້າ​ປາກ ເຮັດ​ຈັ່ງ​ໃດ​ຄ່ອຍ​ວ່າ ຊິບໍ່​ກະ​ທົບ​ເນາະ. ໄຟ​ໄໝ້​ກອງ​ຂີ້​ເຫຍື້ອ​ ອາ​ກາດ​ເຮົາ​ມັນ​ກະ​ບໍ່​ປອດ ມັນ​ກະ​ບໍ່​ສົດ​ເນາະ. ມື້ນີ້​ແຫ່ງ​ຝົນ​ຕົກ​ໃສ່​ໜ້ອຍ​ນຶ່ງ ກະ​ແຫ່ງ​ກຸ້ມ​ຂຶ້ນ​ອີກ."

ນັກ​ຂ່າວ: ຄື​ ມັນ​ຍັງ​ບໍ່​ໄດ້​ດັບ​ໝົດ​ເນາະ ມັນ​ຍັງ​ຄວັນ​ກຸ້ມ​ຢູ່​ແມ່ນບໍ່?

ຊາວ​ບ້າ​ນ: "ເຊົ້າ​ນີ້ ກາຍ​ໄປ​ກະ​ຍັງ​ເຫັນ​ຄວັນ ມື້​ຄືນນີ້​ແສບ ມື້​ຄືນນີ້​ແສບ​ຄໍ ແສບ​ດັງ ຈົນ​ນອນບໍ່​ໄດ້​ນະ."

ນັກ​ຂ່າວ: ແສບ​ຄໍ​ແສບ​ດັງ​ລະ​ເຮັດ​ແນວ​ໃດ?

ຊາວ​ບ້ານ: "ປິດ​ປະ​ຕູ​ກິ​ຊ່ວຍ​ໄດ້​ໜ້ອຍ​ນຶ່ງ ຄັນ​ຢູ່ນອກ ມັນ​ກະ​ບໍ່​ໄດ້​ແຫຼະ ຢູ່ນອກ ມັນ​ກະ​ກິ່ນ​ແຮງ​ແຫຼະ. ບາດນີ້ ຜູ້​ທຸກ​ຜູ້​ຍາກ​ເດ້ ເຮືອນ​ໄມ້​ເຮືອນ​ຫຍັງ ມັນ​ກະ​ຊິ​ໄປ​ປິດ​ໄດ້​ເນາະ. ໃຜ​ກະ​ບໍ່​ແມ່ນ​ເຮືອນ​ດິນ​ໝົດ​ທຸກ​ຄົນ​ເນາະ ແມ່ນບໍ່​ລະ."

ນັກ​ຂ່າວ: ເຮືອນ​ຢູ່​ໃກ້​ຄຽງ​ນີ້​ກະ​ໄດ້​ຮັບ​ຜົ​ລ​ກະ​ທົບ​ບໍ່?

ຊາວ​ບ້ານ: "ໄດ້​ຮັບ​ແທ້ ບ້ານ ແສນ​ອຸ​ດົມ ມື້​ເຊົ້າ​ນີ້. ມື້​ເຊົ້າ​ນີ້​ເຂົາ​ວ່າ ແນມບໍ່​ເຫັນ​ຫຍັງ​ເລີຍ ພ​ະ​ນັກ​ງານ​ມາຮອດ​ໂຮງ​ງານ​ມາ​ເວົ້າ​ໃຫ້​ຟັງ."

ນັກ​ຂ່າວ: ຢາກ​ໃຫ້​ໜ່ວຍ​ງານ​ໃດ​ນີ້ ມາ​ເບິ່ງ?

ຊາວ​ບ້ານ: "ມາ​ເບິ່ງ​ຊ່ອຍ​ແດ່ ເພາະ​ວ່າ ນຶ່ງ​ເຮົາ​ກະ​ເວົ້າ​ຫຍັງ​ບໍ່​ໄດ້​ປະ​ຊາ​ຊົນ​ຫັ້ນ​ນ່າ ຄັນ​ວ່າ​ຊິ​ໃຫ້​ໄປ​ມອດ​ໄປ​ດັບ ກະ​ດັບ​ບໍ່​ໄດ້ ມັນ​ບໍ່​ແມ່ນ​ພື້ນ​ທີ່​ຂອງ​ເຮົາ. ​ຄັນ​ເອົາ​ເຈົ້າ​ໜ້າ​ທີ່​ຣັ​ຖ​ລົງ​ມາ​ກະ​ຊິ​ງ່າຍກວ່າ. ເປັນ​ຫວ່ງ​ສຸ​ຂ​ພາບ​ເດັກ​ນ້ອຍ​ແດ່​ຫັ້ນ​ແຫຼະ​ເນາະ ເພາະ​ວ່າ ມັນ​ຊິ​ແພ້​ປອດ​ແພ້​ຫຍັງ​ຫັ້ນ​ນ່າ ຕໍ່​ຣະ​ບົບ​ລົມ​ຫາຍ​ໃຈ​ຂອງ​ເດັກ​ນ້ອຍ​ຫັ້ນ​ນ່າ."

ຊາວ​ບ້ານ​ອີກ​ຄົນ​ນຶ່ງ​ກ່າວ​ວ່າ ໄຟ​ໄໝ້​ສ​ນາມ​ຂີ້​ເຫຍື້ອ​ຄັ້ງ​ນີ້ ໄດ້​ເກີດ​ຂຶ້ນ​ເອງ ເພາະ​ວ່າ ໃນ​ເວ​ລາ​ເກີດ​ເຫດ ບໍ່​ມີ​ໃຜ​ຢູ່​ທີ່​ນັ້ນ.

ນັກ​ຂ່າວ: ມັນ​ເປັນ​ຈັ່ງ​ໃດ​ນໍ້​ທ່ານ ປັດ​ຈຸ​ບັນນີ້?

ຊາວ​ບ້ານ: "ລັກ​ສ​ະ​ນະ​ປະ​ມານ 2 ໂມງ​ປາຍ ທັງ​ທີ່​ວ່າ​ ກັມ​ກອນ​ທີ່​ວ່າ ຢູ່​ໂຮງ​ງານ​ຫັ້ນ ລະ​ຢູ່​ສ​ນາ​ຫັ້ນ ລະ​ເຫັນ​ມັນ​ຄວັນ​ຂຶ້ນ ຫຼັງ​ຈາ​ກ​ນັ້ນ ດົນ​ເດີບ ມັນ​ກະ​ລຸກ​ລາມ ເພາະ ມັນ​ລົມ​ເດ້. ລັກ​ສະ​ນະ​ວ່າ ທັງ​ລົມ ຖົງ​ຢາງ ມັນ​ກະ​ລວບ​ລວບ​ໄປ​ເລີຍ ກະ​ຣາຍ​ງານ​ທັງ​ສູນ​ເພິ່ນ​ກະ ມັນ​ກະ​ບໍ່​ທັນ​ລະ ມັນ​ລົມ​ໄປ​ເລີຍ ຄັນ​ຊິ​ເອົາ​ຣົ​ຖ​ ລົງ​ໄປ ຣົ​ຖ​ມັນ​ກະ​ມີ​ປະ​ຈຳ​ຢູ່​ຫັ້ນ​ຄັນ​ນຶ່ງ ຄັນ​ຊິ​ມາ​ຈູບ​ເອົາ​ນ້ຳ​ຄັນ​ນຶ່ງ​ຫັ້ນ ຄັນ​ເອົາ​ໄປ ມັນ​ລະ​ບໍ່​ທັນ ມັນ​ລົມ​ແຮງ​ເດ້. ບາດນີ້ ລົມ​ແຮງ​ລະ​ເອົາ​ຣົ​ຖ​ເຂົ້າ​ໄປ​ບໍ່​ໄດ້​ເດ້ ກໍ່​ມັນ​ຊິ​ຣະ​ບາດ​ຫຼາຍ​ຫັ້ນ​ນະ. ເພິ່ນ​ກະ​ໂທ​ຫາ​ຂັ້ນ​ເທິງ ໂທ​ຫາ​ເມືອງ ເອົາ​ຣົ​ຖ​ມາ 5-6 ຄັນ ປ​ະ​ມານ 4 ໂມງ 3 ໂມງ​ນີ້​ແຫຼະ ມັນ​ກະ​ໄໝ້​ຈົນ​ທົ່ວ ເພິ່ນ​ກະ​ໄດ້​ມາ​ສະ​ກັດ​ຢູ່ ບ່ອນ​ທີ່​ວ່າ​ຫ້ອງ​ການ​ເກັບ​ຊື້​ຫັ້ນ. ຖື​ວ່າ​ໂຕ​ນັ້ນ​ໄດ້ ເພາະ​ວ່າ ຣົ​ຖ​ດັບ​ເພິງ​ມາ​ລຽງ​ກັນ ສີດ​ນ້ຳ ສີດ​ນ້ຳ​ລັດ​ລັດ​ໃສ່ ມາ 7 ຄັນ ຕັ້ງ​ຢູ່​ບ່ອນ​ດຽວ​ກັນ​ຫັ້ນ​ເລີຍ. ແຕ່​ວ່າ ມັນ​ໄປ​ສ່ວນ​ຫຼາຍ​ແມ່ນ​ຕອນ​ກາງ​ຄືນ ຕອນ​ກາງ​ຄືນ​ກິ່ນ​ຂິວ ຝົນ​ຕົກ​ແຕ່​ວ່າ​ແດດ​ກະ​ເຫັນ​ຄວັນ​ຢູ່. ມັນ​ຢູ່​ພື້ນ​ມາ​ມີ​ຖົງ​ຢາງ ມັນ​ໄໝ້​ຢູ່​ພື້ນ​ພຸ້ນ​ນ່າ ຖື​ວ່າ​ກຸ້ມ​ຂຶ້ນ​ທົ່ວ​ພຸ້ນ​ແຫຼະມີ​ແຕ່​ສະ​ກັດ​ໄດ້ ມີ​ແຕ່ ຊຸດ​ແລ້ວນີ້​ມັນ​ໄໝ້​ໝົດ ຫ້ອງ​ການ​ເກັບ​ຊື້​ມັນ​ໄໝ້​ໝົດ. ສ​ະ​ເພາະ​ງວດ​ນີ້​ລະ​ໄດ້ ເພາະ​ວ່າ ຣົ​ຖ​ດັບ​ເພີງ​ມັນ​ຫຼາຍ ຊ່ວຍ​ສີດ​ນ້ຳ​ສະ​ກັດ ຊ່ວຍ​ສີດ​ສະ​ກັດ ນ້ຳ​ຈົນ​ຫົ້ງ​ຊັ້ນ​ເທະ​ໄປ໋ ມັນ​ຈຶ່ງ​ໄຫຼມາບໍ່​ໄດ້."

ນັ​ກ​ຂ່າວ: ເພິ່ນ​ຮູ້ບໍ່​ວ່າ ສາ​ເຫດ​ໄຟ​ໄໝ້ ມັນ​ເປັນ​ຍ້ອນ​ຫຍັງ?

ຊາວ​ບ້ານ: "ສາ​ເຫດ​ຫັ້ນ​ຕາ​ເບິ່ງວ່າ ມັນ​ແສງ​ສະ​ທ້ອນ​ນະ ມັນ​ມີ​ແສງ​ສະ​ທ້ອນ ຂຶ້ນ​ຫັ້ນ ລະ​ມັນ​ຄວັນ​ຂຶ້ນ​ໂລດ​ຫັ້ນ​ນ່າ ຢູ່​ຂອບ ຢູ່​ຂອບ​ໜ້ອຍ​ນຶ່ງ. ຕາມ​ເຂົາ​ຣາຍ​ງານນີ້​ກະ ມັນ​ມີ​ຄວັນ​ຂຶ້ນ​ຫັ້ນ​ເລີຍ ໄຟ​ຂຶ້ນ​ຫັ້ນ​ເລີຍ​ນະ ມັນ​ມີ​ເຄ​ມີ​ເບາະ ຫຼື​ວ່າ ມັນ​ມີ​ອັນ​ນ່າ​ແກ້ວ ແວ່ນ​ແກ້ວ ແວ່ນ​ໜາ​ໜາ​ລະ ກະ​ທົບ​ໃສ່​ແສງ​ແດດ​ລະ​ມັນ​ເກີດຂຶ້ນ​ຫັ້ນ​ນ່າ ເປັນ​ລັກ​ສະ​ນະ​ນັ້ນ ເພາະ​ວ່າ ບໍ່​ເຫັນ​ຄົນ​ໄປ ຄົນ​ມາ ກະ​ບໍ່​ເຫັນ​ຄົນ​ກ່ອນ​ເຂົາ​ເຈົ້າ​ຊິ​ວ່າ ມັນ​ເກີດ​ຂຶ້ນ​ເອງ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໜ່ວຍ​ງານ​ຂອງ​ເມືອງ​ໄຊ​ທາ​ນີ ກໍ​ອອກ​ມາຊີ້​ແຈງວ່າ ມີ​ການ​ຕິດ​ຕາມ​ເຣື່ອງນີ້ ຢ່າງ​ໃກ້​ຊິດ ແຕ່ ຍັງ​ບໍ່​ມີຣາຍ​ງານ​ ມີ​ຜົ​ລ​ກະ​ທົບ​ຫຍັງ. ທ່ານ ບົວ​ລີ ແກ້ວ​ມະ​ນີ​ວັນ ປະ​ທານ​ອົງ​ການກວດ​ກາ​ພັກ-​ຣັ​ຖ​ເມືອງ​ໄຊ​ທາ​ນີ ນະ​ຄອນ​ຫລວງວຽງ​ຈັນ, ໄດ້​ຖ​ແລງ​ຂ່າວ​ຕໍ່​ສື່ມວນ​ຊົນ ໃນ​ວັນ​ທີ 1 ກຸມ​ພາ 2022 ຕອນ​ນຶ່ງ.

“ພາຍ​ຫຼັງ​ທີ່​ແຈ້ງ ພວກ​ເຮົາ​ກໍ​ໄດ້​ເອົາ​ໃຈ​ໃສ່​ ຕິດ​ຕາມ​ຫັ້ນ​ແຫຼ ຕິດ​ຕາມກວດ​ກາ​ເບິ່ງ​ ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່ຂອງ​ປະ​ຊາ​ຊົນຫັ້ນ ວ່າ​ມີ​ຜົ​ລ​ກະ​ທົບ​ໜ້ອຍ​ຫຼາຍ​ຊ່ຳ​ໃດ ລະ​ພວກ​ເຮົາ​ກະ​ພະ​ຍາ​ຍາມ ຕິດ​ຕາມ​ແຕ່​ລະ​ບ້ານ ຜ່ານມ​າ​ພວກ​ເຮົາ​ກໍ​ບໍ່​ໄດ້​ ຮັບ​ການ​ສົ່ງ​ຂ່າວ​ອັນ​ໃດ​ຈາກ​ປະ​ຊາ​ຊົນ ວ່າ ມີ​ຜູ້​ກະ​ທົບ​ໜັກ ມີ​ຜູ້​ເຈັບ​ເປັນ ຫຼື​ວ່າ ມີ​ຜູ້​ທີ່​ໄດ້​ເອົາ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ກະ​ຖື​ວ່າບໍ່​ທັນ​ໄດ້​ມີ ທາງ​ພວກ​ເຮົາ​ຫັ້ນ​ນ່າ ກະ​ຖື​ວ່າ ບໍ່​ເຫັນ​ດ້ານ​ໃດ ກະ​ບໍ່​ທັນ​ເຫັນ​ບ້ານ​ໃດ​ລາຍ​ງານ​ ໃຫ້​ພວກ​ເຮົາ​ໄດ້​ຮັບ​ຊາບ​ເທື່ອ.”

ທ່ານ ບຸນຈັນ ແກ້ວສີທໍາມະ ຫົວໜ້າຫ້ອງ ການຄຸ້ມຄອງ ແລະບໍລິຫານຕົວເມືອງ ນະຄອນຫລວງວຽງຈັນ (ຄບຕ), ຖ​ແລງ​ຕໍ່​ສື່ມວ​ນ ໃນ​ມື້​ດຽວ​ກັນ​ວ່າ:

" ພວກ ​ເຮົາ​ກະ​ສັນ​ນິ​ຖານ​ໄດ້​ຢູ່ ອັນ​ທີ​ນຶ່ງ ກະ​ອາດ​ຈະ​ເກີດ​ຂຶ້ນ​ດ້ວຍ​ມັນ​ເອງ ຕົວ​ຢ່າງວ່າ ອາດ​ຈະ​ມີ​ປ໋ອງ ເປັນ​ແກ​ສ​ເປັນ​ປ໋ອງ ເປັນ​ແກ​ສ​ຫຼື​ວ່າ ເປັນ​ຖ່ານ​ໄຟ​ສາຍ​ທີ່​ວ່າມັນ​ມີ​ຄວາມ​ຮ້ອນ ມັນ​ກະ​ມີ​ການ​ຣະ​ເບີດ ອັນ​ນີ້​ກະ​ມີ​ຄວາມເກີດ​ຂຶ້ນ​ໄດ້​ເຊັ່ນ​ກັນ ເນື່ອງ​ຈາກວ່າ ສ​ນາມ​ຂີ້​ເຫຍື້ອ​ກໍ​ມີ​ແກ​ສ​ຢູ​ນິ​ເທນ ຢູ່​ໃຕ້​ດິນ​ຫັ້ນ​ເນາະມີ​ອາຍ​ມີ​ຫຍັງ."

ສນາມຂີ້ເຫຍື້ອດັ່ງກ່າວ ມີເນື້ອທີ່ປະມານ 48 ເຮັກຕາ ໃນນີ້ ເນື້ອທີ່ຖືກໄຟໄໝ້ກວມເອົາປະມານ 70% ຂອງເນື້ອທີ່ທັງໝົດ, ອີງ​ຕາມ​ຂໍ້​ມູນ​ຈາກ​ ທ່ານ ບຸນ​ຈັນ ແກ້​ວ​ສີ​ທຳ​ມະ. ນອກ​ຈາກນີ້, ໃນ​ວັນ​ທີ 2 ກຸມ​ພາ 2022 ທີ່​ຜ່ານ​ມາ ກະ​ຊວງ​ຊັ​ພ​ຍາ​ກອນ​ທັມມະ​ຊາດ ແລະສິ່ງ​ແວດ​ລ້ອມ ໄດ້​ອອກ​ໜັງ​ສື​ ແຈ້ງ​ເຕືອນ​ໃຫ້​ອຳ​​ນາດ​ ການ​ປົກ​ຄອງ ແລະປະ​ຊາ​ຊົນ ຢູ່​ເຂດ​ບ້ານ​ໃກ້​ຄຽງ ສນາມ​ຂີ້​ເຫຍື້ອ ຫຼີກ​ລ້ຽງ​ ຫຼືຫຼຸດ​ຜ່ອນການ​ເຄື່ອນ​ໄຫວ​ກາງ​ແຈ້ງ ແລະ ຄວນ​ໃສ​ຜ້າ​ອັດ​ປາກ-​ດັງ. ແຈ້ງ​ການ​ດັ່ງ​ກ່າວ ຍັງ​ໄດ້​ລະ​ບຸ​ອີກວ່າ: ບ້ານ​ທີ່​ຄາດ​ວ່າ ໄດ້​ຮັບ​ຜົ​ລ​ກະ​ທົບລວມ​ມີ ບ້ານປາກ​ຊາບ, ບ້ານ​ນາ​ພອກ, ບ້ານແສນ​ອຸ​ດົມ, ບ້ານ​ເວິນ​ແທນ, ບ້າ​ນາ​ມົນ, ບ້ານໜອງ​ບົວ, ບ້ານ​ນາ​ລ້ອມ, ບ້ານ​ສົມ​ສະ​ຫວັນ, ບ້ານ​ ໜອງ​ສອງ​ຫ້ອງ, ບ້ານ​ໂນ​ງາມ, ບ້ານທ່າ​ດິນ​ແດງໃຕ້ ແລະບ້ານ​ນາ​ແຖ.