
ຢູ່ ສປປລາວ ປັດຈຸບັນ ການຄຸ້ມຄອງ ແລະຫ້າມບໍ່ໃຫ້ ປະຊາຊົນລາວ ກິນສັດປ່າ ຍັງເປັນ ເຣຶ່ອງຍາກທີ່ຈະແກ້ໄຂໄດ້. ເຖິງແມ່ນວ່າຈະມີ ກົດໝາຍວ່າດ້ວຍການຄຸ້ມຄອງສັດປ່າ ແລະສັດນໍ້າ ແລ້ວກໍຕາມ ແຕ່ກໍຍັງບໍ່ສາມາດບັງຄັບໃຊ້ໄດ້ ຢ່າງຈິງຈັງ ແລະ ມີປະສິດທິຜົນ, ຕາມ ຄໍາເວົ້າຂອງເຈົ້າໜ້າທີ່ ກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ພຶສພາ ນີ້:
"ຣັຖຍັງດູແລເຣຶ່ອງກົດໝາຍຢູ່ ເພາະວ່າສິໃຫ້ຣັຖຄຸ້ມຄອງເລີຍ ມັນກໍຍາກເຣຶ່ອງງົບປະມານ ຂອງເຮົາ ເພາະວ່າລາວເຮົາກໍວ່າຍັງເປັນປະເທດ ທຸກຍາກ ບໍ່ມີງົບປະມານ ໃນການຄຸ້ມຄອງເຣຶ່ອງນີ້ ຫຍຸ້ງຍາກນໍາ ງົບປະມານນີ້ແຫລະ."
ທ່ານເວົ້າວ່າ ການຄຸ້ມຄອງເຣຶ່ອງດັ່ງກ່າວຫຍຸ້ງຍາກ ຍ້ອນຄວາມທຸກຍາກຂອງປະຊາຊົນ. ການກິນສັດປ່າຈຶ່ງບໍ່ແມ່ນເຣຶ່ອງແປກ. ສັດປ່າເປັນ ອາຫານທີ່ຄົນນິຍົມກິນ, ບາງຄົນເຊື່ອວ່າ ກິນແລ້ວຈະມີກໍາລັງແຂງແຮງ ແລະສຸຂພາບດີ.
ໃນຂນະດຽວກັນ ເຈົ້າໜ້າທີ່ສູນວິຈັຍພຍາດສັດ ກົມລ້ຽງສັດ ແລະການປະມົງ ກະຊວງກະສິກັມ ແລະປ່າໄມ້ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນັ້ນວ່າ ປັດຈຸບັນ ຍັງບໍ່ທັນມີການວິຈັຍ ຫລືກວດພຍາດສັດປ່າເທື່ອ:
"ແມ່ນ ບໍ່ມີການວິຈັຍເທື່ອ ເພາະວ່າເຮົາຍັງບໍ່ເຫັນຂະເຈົ້າ ສົ່ງຊີ້ນສ່ວນມາ ສ່ວນຫລາຍ ກໍມີແຕ່ວິຈັຍພຍາດຄົນ ກ່ຽວກັບພຍາດສັດລ້ຽງ ຂອງຄົນເຮົາ ຖ້າວ່າພຍາດໃດ ຖ້າເຮົາວິຈັຍເກີດ ທາງເຮົາບໍ່ໃຫ້ຄ້າ ບໍ່ໃຫ້ຂາຍເດັດຂາດ."
ເຈົ້າໜ້າທີ່ກົມປິ່ນປົວ ກະຊວງສາທາຣະນະສຸຂ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນອີກວ່າ ຍັງບໍ່ມີຣາຍງານກ່ຽວກັບ ຜູ້ຕິດເຊື້ອພຍາດ ຍ້ອນກິນສັດປ່າໃນລາວນັ້ນເທື່ອ:
"ຄັນທັມມະດາໄດ້ ຄັນມາສຸກ ສະອາດຫັ້ນໄດ້ ກ້ອຍກໍເຮັດໃຫ້ມັນສຸກ ມັນບໍ່ແມ່ນ ບໍ່ແມ່ນເຊື້ອໄວຣັສ ບໍ່ມີບັນຫາ ຢ່າໃຫ້ເວົ້າແລ້ວຄັນມີ ໃນຕລາດ ເຂົາກໍຊື້ກິນຫັ້ນແລ້ວ."
ປັດຈຸບັນ ສປປລາວ ໄດ້ເຂົ້າເປັນສະມາຊິກ ໃນອະນຸສັນຍາໄຊເຕສ ຊຶ່ງເປັນອະນຸສັນຍາ ວ່າດ້ວຍການຄ້າສັດປ່າ ແລະພືດປ່າ ທີ່ໃກ້ຈະ ສູນພັນ ຣະຫວ່າງປະເທດ ໂດຍມີຣະບຽບການຄຸ້ມຄອງສັດປ່າ ທີ່ຄວບຄຸມການນໍາເຂົ້າ ແລະສົ່ງອອກສັດປ່າ ທີ່ໃກ້ຈະສູນພັນ ໃນຂນະທີ່ ການອະນຸຮັກສັດປ່າໃນລາວ ຍັງບໍ່ມີຜົນພໍເທົ່າໃດ ຄືຍັງມີການລ້າສັດປ່າ ຮວມທັງສັດປ່າທີ່ຫ້ວງຫ້າມມາກິນ ແລະຂາຍກັນຢູ່.