ລາວ ກຽມເປີດປະເທດ ແຕ່ໂຄວິດ-19 ຍັງມາແຮງ

0:00 / 0:00

ທາງ​ການ​ລາວ ກຳ​ລັງ​ກະ​ກຽມ​ຈະ​ເປີ​ດ​ປະ​ເທດ ໃນ​ຕົ້ນ​ປີ 2022 ໃນ​ຂ​ນະ​ທີ່ ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ລາຍ​ວັນຍັງ​ສູງ​ຢູ່. ສ່ວນເຈົ້າ​ໜ້າ​ທີ່​ຜູ້​ເຮັດ​ວຽກ​ຢູ່ອົງ​ການ​ຂອງ​ຣັ​ຖ ​ກໍ​ພາ​ກັນ​ກັບ​ໄປ​ເຮັດ​ວຽກ​ແລ້ວ ແລະ ປະ​ຊາ​ຊົນ​ກໍ​ຄຸ້ນ​ເຄີຍ​ກັບ​ສະ​ຖາ​ນະ​ການ​ແລ້ວ ແຕ່ ຫຼາຍ​ຄົນ​ກໍ​ມີ​ຄວາມ​ລະ​ມັດ​ລະ​ວັງ.

ເຈົ້າ​ໜ້າ​ທີ່​ຣັ​ຖກອນ​ທ່ານ​ນຶ່ງ ໄດ້​ໃຫ້​ສໍ​າ​ພ​າດ​ແຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

“ເຈົ້າໜ້າ​ທີ່: ໂອ້​ຂັ້ນ​ມັນ​ເກີດ​ກະ​ເວົ້າ​ເລື່ອງວ່າ ບໍ່​ຟັງ​ຊັ້ນ​ເທາະ​ໄປ໋ ບໍ່​ມີ​ມາ​ດຕະ​ການສ່ວນຫຼາຍ​ກະ​ເປັນ​ເຈົ້າ​ໜ້າ​ທີ່ ທີ່​ມີ​ເງິນ​ມີ​ຄຳ​ຫັ້ນ​ແຫຼະ ກະ​ຢາກ​ເຮັດ​ຫັ້ນ ເຮັດ​ນີ້ ຫັ້ນ​ແຫຼະ ກະ​ລາມ​ໄປ ບັນ​ຫາ​ມັນ​ເກີດ​ຄື​ແນວ​ນັ້ນ. ປະ​ຊາ​ຊົນ​ຫັ້ນ ບໍ່​ມີ​ບັນ​ຫາ. ບັນ​ຫາ​ພະ​ຍາດ​ທີ່​ວ່າ​ມັນ​ເກີດນີ້ ເນາະ ມັນ​ແຜ່​ລາມ​ຫັ້ນ​ນ່າ.”

ນັກ​ຂ່າວ: ເຮົາ​ໄດ້​ໄປ​ການ​ປົກ​ຕິ​ລະ​ຫວະ?

ເຈົ້າ​ໜ້າ​ທີ່: ເອີ​ເລື່ອງ​ໄປ​ການ ໄປ​ການ​ປົກ​ຕິ​ດອກ ແຕ່​ວ່າ ເຈົ້າ​ໜ້າ​ທີ່​ຫັ້ນ ຜູ້​ທີ່​ມັນ​ມີ​ລາຍ​ຮັບ​ຫັ້ນ​ນ່າ ມີ​ເງິນ​ມີ​ຄຳ​ແດ່ ຊວນ​ໝູ່​ມາ​ຈັດ​ວັນ​ເກີດ ວັນ​ອີ່​ສັງ​ໄປ ແຜ່​ລາມ​ໄປ​ເລີຍ. ບ້ານ​ເຮົາ​ຊູ່ມື້ນີ້ ມັນ​ເປັນ​ແນວ​ນັ້ນ.

ນັກ​ຂ່າວ: ໄປ​ການ​ໄດ້​ລະ​ວັງ​ບໍ່ ເພິ່ນ​ໃຫ້​ໄປ​ການ​ປົກ​ຕິ ນີ້?

ເຈົ້າ​ໜ້າ​ທີ່: ເອີ ​ກະ​ໄປ​ການ​ປົກ​ຕິ ກະ​ລະ​ວັງ​ໃຜ​ ລະ​ວັງ​ມັນ​ຫັ້ນ​ແລະ. ກະ​ໃສ່​ຜ້າ​ອັດ​ປາກ​ຄື​ກັນ​ຫັ້ນ​ແລະ.

ນັກ​ຂ່າວ: ທາງ​ຫ້ອງ​ການ​ເພິ່ນ​ກະ​ໃຫ້​ໄປ​ທຸກມື້ເບາະ ຫຼື​ວ່າ ບາງມື້​ໄປ?

ເຈົ້າ​ໜ້າ​ທີ່: ບໍ່ ບໍ່ ໄປ​ທຸກມື້ ໄປ​ທຸກມື້. ເປີດກອງ​ປະ​ຊຸມນີ້ ໄດ້​ໄປ​ກວດ​ເຊັກ​ຄັກ​ແນ່​ລະ​ກະ ກຽມ​ເປີດກອງ​ປະ​ຊຸມ ແຕ່​ຂ້ອຍ​ຫາກບໍ່​ໄດ້​ຮ່ວມ ເພາະ​ວ່າ ເຮົາ​ຢູ່​ຫ່າງ​ໄກ​ເດ້ ເປີດກອງ​ປະ​ຊຸມ​ລອບນີ້​ເນາະ.

ນັກ​ຂ່າວ: ເຮົາ​ເຫັນ​ຈັ່ງ​ໃດ​ນີ້ ເພິ່ນ​ມີ​ແຜນ​ການ​ເປີດ​ປະ​ເທດ?

ເຈົ້າ​ໜ້າ​ທີ່: ເອີ ເປີດ​ແທ້​ໄດ໋. ເປີດ​ ມີ​ແຜນ​ການ​ເປີດ​ເນາະ.

ນັກ​ຂ່າວ: ທັງ​ທັງ ທີ່ຕົວ​ເລກ​ມັນ​ສູງ​ຂຶ້ນ​ຈັ່ງ​ຊີ້?

ເຈົ້າ​ໜ້າ​ທີ່: ຄັນ​ເວົ້າ​ວ່າ ບໍ່​ເຫັນ​ດີ​ເປີດນີ້ ມັນ​ກະ​ເປັນ​ໄປ​ບໍ່​ໄດ້. ເພາະ​ວ່າ ບ້ານ​ເຮົາ​ນີ້​ເນາະ ບ້ານ​ເຮົາ​ນີ້ ມັນ​ບໍ່​ແມ່ນ​ວ່າ​ຄວາມ​ສ່ຽງ ແມ່ນ​ຢູ່​ວ່າ ຕົວ​ເລກ​ມັນ​ສູງ​ຂຶ້ນ. ຕົວ​ເລກ​ສູງ​ມັນ​ຢູ່​ໃນ​ກຸ່ມ​ຂອງ​ເຂົາ​ດອກ. ເຂົາ​ຈະ​ຕັດ​ໂລດ ຫ້າມບໍ່​ໃຫ້​ໄປ​ໃສ ມັນ​ເປັນ​ແນວ​ນັ້ນ ເລື່ອງ​ເປີດນີ້ ມັນ​ເປີດ​ໄດ້. ພວກບໍ່​ສຳ​ຜັດ​ໃກ້​ຊິດ​ກະ​ບໍ່​ໄປ​ຕິດ​ອີກ​ພວກນີ້. ແນວ​ເຮົາ​ຮັບ​ຮູ້​ກ່ອນ​ລະ​ເດ້ ເພາະ​ວ່າ ບ້ານ​ເຮົາ​ຈັ່ງ​ຊີ້​ໄດ໋ ແຕ່​ລະ​ແຂວງ ແຕ່​ລະ​ແຂວງ ເວ​ລາ​ຕິດ​ໝົດ​ຢູ່​ໃນ​ກຸ່ມ ຄື​ຢູ່​ໃນ​ດ່ານ ຄື ຢູ່​ສາ​ລະ​ວັນ​ນີ້​ນ່າ ຄື​ຢູ່​ໃນ​ດ່ານ​ລາ​ໄລ​ນີ້​ນ່າ ຕັດ​ໝົດ​ໂລດ ພວກ​ເຄື່ອນ​ໄຫວ​ໃກ້​ຊິດ​ກະ​ຕັດ​ບໍ່​ໃຫ້​ໄປ​ໃສ​ໄດ໋. ແນວ​ນັ້ນ ມັນ​ສະ​ກັດ​ກັ້ນ​ໄດ້​ໂຕນີ້. ອັນ​ນ່າ ໂຕ​ນີ້ ມັນ​ຈັ່ງ​ບໍ່​ລາມ.

ນັກ​ຂ່າວ: ໜ່ວຍ​ງານ​ຂອງ​ຣັ​ຖ​ເຮົາ​ໄດ້​ກຽມ​ໂຕ​ຈັ່ງ​ໃດ ສຳ​ລັບ​ການ​ເປີດນີ້?

ເຈົ້າ​ໜ້າ​ທີ່: ສຳ​ລັບ​ການ​ເປີດນີ້ ທາງ​ໜ່ວຍ​ງານ​ຂອງ​ຣັ​ຖ​ພວກ​ເຮົາ​ກະ​ກຽມ​ເປີດ​ແຫຼ ກຽມ. ບັນ​ຫາ​ຫຼັກໆ ກະ​ໄດ້​ຜ່ານການກວດ​ກາ​ຄື​ກັນອັນ​ນີ້. ຕ່າງ​ປະ​ເທດ​ມາ ​ກະ​ໄດ້​ຜ່ານ​ການກວດ​ກາ​ຄື​ກັນ ຄັນ​ຜູ້​ໃດ​ມີເຊື້ອ​ໄຂ້ ເຊື້ອ​ຫຍັງ ຄັນ​ປົກ​ຕິ ກະ​ປ່ອຍ​ໄປ​ຄື​ເກົ່າ.

ນັກ​ຂ່າວ: ໄດ້​ຍິນ​ວ່າ​ຊິ​ເປີດນີ້ ຄົນ​ຢ້ານ​ເບາະ ຄື​ຈັ່ງ​ໃດ ຄື​ຄົນ​ກຽມ​ໃສ່​ຊິ​ເປີດນີ້?

ເຈົ້າ​ໜ້າ​ທີ່: ບໍ່​ບໍ່ ບໍ່​ຢ້ານ​ໃຫ້​ເປີດ​ດີກວ່າ ສ່ວນ​ໃຫຍ່​ນີ້ ພວກ​ທີ່ບໍ່​ໄດ້​ຮັບ​ວັກ​ຊີນ​ເນາະ ພວກ​ທີ່​ຢູ່​ຫ່າງ​ໄກ​ສອກ​ຫຼີກ​ຫັ້ນ​ນ່າ ກະ​ບໍ່​ເປັນ​ຫຍັງ ເພາະ​ວ່າ ເວ​ລາ ກະ​ແມ່ນ​ພວກ​ໄດ້​ຮັບ​ວັກ​ຊີນ​ໝົ​ດ​ເນາະ. ພວກ​ຕິດ​ເຊື້ອ​ຕິດ​ຫຍັງ​ມາ ກະ​ປິ່ນ​ປົວ​ກະ​ເປັນ​ທັມ​ດາ​ແຫຼ. ການ​ປິດ​ ແລະ ລອກ​ດາວ ກໍ​ບໍ່​ສາ​ມາດ​ຫ້າມ​ປະ​ຊາ​ຊົນ​ອອກ​ຈາກ​ເຮືອນ​ໄດ້.

ນັກ​ວິ​ຊາ​ການ​ລາວ ທ່າ​ນ​ນຶ່ງ​ກ່າວ​ວ່າ: "ປິດ​ກິ​ປິດ ໂອ້ຍ​ແຕ່​ສະ​ພາບ​ມາ​ເບິ່ງ ຣົດ​ເຕັມ​ໄຟ​ແດງ​ແຫ້ຍກັນ ຕະ​ພຶດ​ຕະ​ພື ອອກ​ໄປ​ຄື​ເກົ່າ ຫ້າມ​ແຕ່​ປາກ ແຕ່​ພຶດ​ຕິ​ກັມ​ຕົວ​ຈິງ ບໍ່​ໄດ້ ບໍ່​ໄດ້ ເວົ້າ​ໄປ​ຄື​ຊື່ໆ​ດອກ."

ສ່ວນ​ວ່າ ປະ​ຊາ​ຊົນ​ຊາວ​ນະ​ຄອນ​ຫລວງວຽງ​ຈັນ ໄດ້​ໃຫ້​ສຳ​ພາດ​ວ່າ ຕ້ອງ​ໄດ້​ລະ​ມັດ​ລະ​ວັງ​ຮັກ​ສາ​ຕົວ​ເອງ:

ນັກ​ຂ່າວ: ເຮົາ​ຢູ່​ຈັ່ງ​ໃດ​ນີ້?

ປະ​ຊາ​ຊົນ: ແມ່ນ​ກະ​ຕ້ອງ​ຮັກ​ສາ​ຕົວ​ເອງ​ຫັ້ນ​ແຫຼ​ຕອນນີ້​ນ່າ ບໍ່​ຢາກ​ໃຫ້​ອອກນອກ​ບ້ານ​ດຸ​ຫຼາຍ ຄັນ​ບໍ່​ຈຳ​ເປັນ​ແມ່ນບໍ່​ຢາກ​ໃຫ້​ໄປ ຊ້ວງ​ກ່ອນ​ເພິ່ນ​ລະ​ລອກດອກ ແຕ່​ວ່າ ປະ​ຊາ​ຊົນ ເພິ່ນ​ພັດ​ຈົ່ມ​ວ່າ ພວ​ກ​ຫາ​ເຊົ້າ​ກິນ​ຄ່ຳ​ ບໍ່​ມີ​ເຂົ້າ​ຫຍັງ​ກິນ​ຫຍັງ​ຫັ້ນ​ນ່າ ຍັງ​ໝົ້ນ​ໄປ​ຢູ່ ດຽວນີ້ ເພິ່ນ​ປ່ອຍ​ລະ.

ເພິ່ນ​ປ່ອຍ ແຕ່​ວ່າ ຄັນ​ຖ້າ​ວ່າ​ເປັນ​ຫັ້ນ​ປົວ​ຢູ່​ເຮືອນ​ເອົາ. ໃຫ້​ກັກ​ໂຕ​ຢູ່​ບ້ານ​ຄັນ​ເປັນ​ຫັ້ນ​ນ່າ. ຄັນ​ວ່າ ໄປ​ໂຮງ​ໝໍ​ນີ້ ຕ້ອງ​ໄດ້​ເສັຽ​ເງິນ​ເອງ​ເພິ່ນ​ວ່າ ຈັ່ງ​ຊັ້ນ​ເດ້ ເວົ້າ​ບໍ່​ຟັງ​ຫັ້ນ​ນ່າ. ຄົນ​ລາວ ຄັນ​ເອົາ​ເຊືອກ​ກັນ​ໄວ້ ມັນ​ກະ​ມ້າງ​ເຊືອກ​ອອກ.

ນັກ​ຂ່າວ: ເປັນ​ຈັ່ງ​ໃດ ເຮົາ​ຕື່ນ​ຕະໜັກ​ຢູ່​ເບາະ ຫຼື​ວ່າ ທັມ​ດາ ຫຼື​ວ່າ ເຮົາ​ລະ​ວັງ​ຕົວ​ເຮົາ​ເອງ?

ປະ​ຊາ​ຊົນ: ມັນ​ເປັນ​ມາ​ແບບນີ້ ກະ​ຢາກວ່າ​ລຶ້ງ​ແລ້ວ ແຕ່​ຕ້ອ​ງ​ໄດ້​ຮັກ​ສາ​ຕົວ​ເອງ ບໍ່​ໄດ້​ຕື່​ນຫຼາຍດອກ.

ນັກ​ຂ່າວ: ວຽກ​ຂ​ອງ​ເຮົາ​ເອງ ທຸ​ຣະ​ກິດ​ຂອງ​ເຮົາ​ເອງ ເຮົາ​ກະ​ໄດ້​ໄປ​ເຮັດ​ຢູ່​ເບາະ?

ປະ​ຊາ​ຊົນ: ໂອ​ໂຕ​ນັ້ນ ບາງ​ສ່ວນ​ເພິ່ນ​ກະ​ປ່ອຍ​ໃຫ້​ໄປ​ເຮັດ​ຢູ່ ແຕ່​ສ່ວນ​ຫຼາຍ​ຫັ້ນ​ລະ​ແມ່ນບໍ່​ໄປ​ເອງ ເຂົາ​ຢ້ານ ເຂົາ​ບໍ່​ໄປ​ເອງ. ເຮົາ​ເອງ​ຫັ້ນ​ລະ​ແມ່ນ ຂ້ອຍ​ກະ​ບໍ່​ໄດ້​ຄຸມ​ປານ​ໃດ​ຫັ້ນ​ນ່າ.

ໃນ​ຂ​ນະ​ທີ່ ປະ​ຊາ​ຊົນ​ຈຳ​ນວ​ນ​ນຶ່ງ​ ກໍ​ເກັບ​ຕົວ​ຢູ່​ໃນ​ເຮືອນ​ຂອງ​ຕົນເອງ, ຊາວ​ນະ​ຄອນ​ຫລວງວຽງ​ຈັນ ທ່ານ​ນຶ່ງ ໄດ້​ໃຫ້​ສໍ​າ​ພາດ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

ປະ​ຊາ​ຊົນ: ກະ​ຢູ່​ແນວນີ້​ແຫຼ ເພາະ​ເຂົາ​ເຈົ້າ​ລ໊ອກ​ດາວ​ເດ້ ມີ​ແຕ່​ໄປ​ຊື້​ອາ​ຫານ​ການ​ກິນ​ຫັ້ນ​ແຫຼ ກັນ ລະ​ກະ​ຢູ່​ຢ້າວ​ຢູ່​ເຮືອນ​ນ່າ.

ນັກ​ຂ່າວ: ເພິ່ນ​ຫຍັງ​ຈຳ​ກັດ ເພິ່ນ​ຍັງ​ຄວບ​ຄຸມ​ຢູ່​ເນາະ ປົດ​ລ໊ອກ​ແລ້ວ ພັດ​ຕໍ່​ໄປ​ອີກ​ຕື່ມ.

ນັກ​ຂ່າວ: ການ​ໄປ​ການ​ມາ​ເພິ່ນ​ຈຳ​ກັດ​ບໍ່?

ປະ​ຊາ​ຊົນ: ກະ​ຫາກວ່າ ບໍ່​ຈຳ​ກັດ​ປານ​ໃດ. ຖ້າ​ວ່າ ເຮົາ​ມີ​ວຽກ​ອັນ​ໃດ​ຈຳ​ເປັນ​ເຂົາ​ກະ​ຫາກ​ໃຫ້​ໄປ​ຢູ່ ແຕ່​ວ່າ ເຮົາ​ໄດ້​ລະ​ມັດ​ລະ​ວັງ​ແຫຼ ໃສ່​ໜ້າ​ກາກ ອັດ​ປາກ ອັດ​ດັງ​ຫັ້ນ​ແຫຼ ຕ​ລອດ​ແຫຼະ.

ນັກ​ຂ່າວ: ຕ້ອງ​ໄປ​ແຈ້ງ​ບ້ານ​ຊັ້ນ​ເທາະ ຂັ້ນ​ຖ້າ​ວ່າ ເຮົາ​ຊິ​ໄປ​ບ່ອນ​ໃດ​ນະ?.

ປະ​ຊາ​ຊົນ: ເອີ​ ກະ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ແຈ້ງ​ບ້ານດອກ ກະ​ມີ​ແຕ່​ວ່າ ເຮົາ​ຫາກ​ລະ​ມັດ​ລະ​ວັງ​ໂຕ​ເອງ ໃຜ​ລາວ​ຫັ້ນ​ແຫຼ. ມີ​ແຕ່​ວ່າ ເຂດ​ແດງ​ເຂົາ​ຍາມ​ຕ​ລອດ 24 ຊົ່ວ​ໂມງ. ຂັ້ນ​ບໍ່​ແມ່ນ​ເຂດ​ແດງ ກະ​ໄປ​ມາ​ຈຳ​ເປັນ​ນີ້ ເຮົາ​ໄດ້​ຢູ່.

ເຈົ້າ​ໜ້າ​ທີ່​ຄ​ະ​ນະ​ສ​ເພາະ​ກິດ​ຄວບ​ຄຸມ​ໂຄວິດ-19 ໄດ້​ຣາຍ​ງານ​ໃນ​ວັນ​ທີ 12 ພຶ​ສ​ຈິ​ກາ ວ່າ: ທົ່​ວ​ປະ​ເທດໄດ້​ເກັບ​ຕົວ​ຢ່າງ​ມາ​ກວດ​ຊອກ​ຫາ​ເຊື້ອ ໂຄວິດ-19 ແມ່ນ​ທັງ​ໝົດແມ່ນ 6,729 ຕົວ​ຢ່າງ ໃນ​ນັ້ນ​ກວດ​ພົບ​ເຊື້ອ 1,198 ຄົນ ຕິດ​ເຊື້ອ​ພາຍ​ໃນ​ມີ 1,196 ຄົນ ແລະ ຕິດ​ເຊື້ອ​ນຳ​ເຂົ້າ 2 ຄົນ.

ຫຼ້າ​ສຸດ​ໃນ​ວັນ​ທີ 12 ພຶ​ສ​ຈິ​ກາ 2021 ຈຳ​ນວນ​ຜູ້​ຕິດ​ເຊື້ອໃໝ່ແມ່ນ 1,198 ຄົນ ຈຳ​ນວນ​ຜູ້​ທີ່​ຕິດ​ເຊື້ອສະ​ສົມ 52,175 ຄົນ, ເສັຽ​ຊີ​ວິດ​ສະ​ສົມ 94 ຄົນ, ແຕ່​ຕົວ​ເລກ​ຍັງ​ຈະ​ເພີ່ມ​ຂຶ້ນ​ອີກໃນ​ມື້​ຕໍ່​ໄປ.

ຈຳ​ນວນ​ທີ່​ກຳ​ລັງ​ປິ່ນ​ປົວ 10,422 ຄົນ. ຈຳ​ນວນ​ທີ່​ໄດ້​ຮັບ​ວັກ​ຊີນ​ເຂັມ 1 ແມ່ນ 3,504,434 ຄົນ ຈຳ​ນວນ​ທີ່​ໄດ້​ຮັບ​ວັກ​ຊີນ​ເຂັມ​ທີ 2 ແມ່ນ 2,960, 257 ຄົນ.