ພົບສົບຊາຍນິຣະນາມ ຢູ່ໃນກົງເຫຼັກ ໄຫຼນ້ຳຄານ ນະຄອນຫຼວງພຣະບາງ
2024.02.08

ຕໍາຣວດ ນະຄອນຫລວງພຣະບາງ ພົບສົບຊາຍຄົນນຶ່ງ ຢູ່ໃນກົງເຫລັກ ໃນສະ ພາບຖືກເຊືອກຮັດຄໍ ຢູ່ກ້ອງຂົວຂ້າມນໍ້າຄານ ໃນເຂດບ້ານວັງເງິນ ນະຄອນຫລວງພຣະບາງ ໃນມື້ວັນທີ 7 ກຸມພານີ້, ແຕ່ຍັງບໍ່ຮູ້ວ່າ ເປັນໃຜ, ເປັນຄົນສັນຊາຕໃດ, ຂະນະນີ້ກໍາລັງຢູ່ພາຍໃຕ້ການສືບສວນ-ສອບສວນຢູ່, ອີງຕາມຣາຍງານຂອງສື່ມວນຊົນລາວ ແລະນັກຂ່າວພົລເມືອງລາວ ໃນມື້ວັນທີ 7 ກຸມພານີ້.
ເພື່ອຂໍຮູ້ຄວາມຄືບໜ້າ ຂອງການສືບສວນ, ສອບສວນ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກອງບັນຊາການ ປກສ ແຂວງຫລວງພຣະບາງ ແຕ່ເຈົ້າໜ້າທີ່ ຍັງບໍ່ສະດວກທີ່ຈະເປີດເຜີຍໄດ້.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫລວງພຣະບາງນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ກຸມພານີ້ວ່າ ປັດຈຸບັນ ເຈົ້າໜ້າທີ່ຕໍາຣວດແຂວງ ກໍາລັງສືບສວນ, ສອບສວນ ຢູ່. ເພີ່ນຍັງບໍ່ທັນເປີດເຜີຍ ແລະພວກນາງ ຍັງບໍ່ທັນໄດ້ຮັບຣາຍງານເທື່ອ.
“ຫາກໍ່ເຫັນມື້ວານ ບໍ່ໄດ້ຮັບຣາຍງານເທື່ອ. ໂອ໊ ໂຕນີ້ໜ້າຈະຍັງສືບສວນຢູ່ ເພາະວ່າເຮົາຍັງບໍ່ໄດ້ຮັບຂໍ້ມູນເທື່ອ.”
ເຈົ້າໜ້າທີ່ ຂແນງຖແລງຂ່າວ ແລະສື່ມວນຊົນ ແຂວງຫລວງພຣະບາງ ເວົ້າຄືກັນວ່າ ເຈົ້າໜ້າທີ່ຕໍາຣວດ ກໍາລັງສືບສວນ ສອບສວນກ່ຽວກັບເຣື່ອງນີ້ ຢ່າງຂຸ້ນຂ້ຽວຢູ່, ເພິ່ນຈະຈັດຖແລງຂ່າວ ຕໍ່ສື່ມວນຊົນ ເມື່ອໄດ້ຜົລຂອງການສືບສວນ, ສອບສວນນັ້ນແລ້ວ.
“ເພິ່ນກໍາລັງສືບສວນສອບສວນຢູ່. ເພິ່ນຍັງບໍ່ໄດ້ມາຖແລງເທື່ອ ທາງເຈົ້າໜ້າທີ່ ເຫັນເພິ່ນລົງໄປສັນລະສູດ ໄປເອົາຢູ່ບ່ອນນໍ້າຄານຊື່ໆ ແຕ່ວ່າພວກເຮົາກະໄປປະສານນໍາເພິ່ນ ລັງຈາກທີ່ວ່າໄດ້ຂໍ້ມູນລະອຽດແລ້ວ ເພິ່ນຈະຖແລງບາດດຽວ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນຢູ່ແຂວງຫລວງພຣະບາງຜູ້ນຶ່ງ ເວົ້າວ່າ ມັນສ້າງຄວາມສະເທືອນໃຈ ຕໍ່ຊາວບ້ານຫລາຍ ເພາະບໍ່ເຄີຍເຫັນສົບ ທີ່ຖືກຄາດຕະກັມ ຢ່າງໂຫດຫ້ຽມແບບນີ້ມາກ່ອນ, ກົງເຫລັກທີ່ວ່ານັ້ນກໍໜັກ, ບໍ່ສາມາດໄຫລມາຈາກບ່ອນອື່ນໄດ້ ນອກຈາກວ່າ ຜູ້ກໍ່ເຫດໄດ້ນໍາມາຖິ້ມລົງ ບ່ອນທີ່ພົບສົບນັ້ນ.
“ອັນນີ້ຄາຕກັມໂດຍສະເພາະເລີຍ ຍັງບໍ່ຮູ້ວ່າເປັນຄາຕກັມ ເປັນຄົນລາວເບາະ ຫລືວ່າເປັນຄົນຈີນ ບໍ່ໄດ້ໄຫລມາຈາກທີ່ອື່ນ ເພາະວ່າຕະແກງມັນໜັກຢູ່ແລ້ວ. ເຖິງສະພານແລ້ວເຂົາຈະໂຍນ ຕະແກງລົງ ເຂົາເອົາເຊືອກມັດຄໍແໜ້ນໄວ້ເລີຍ.”
ຊາວບ້ານອີກນາງນຶ່ງ ທີ່ຮູ້ຂ່າວດັ່ງກ່າວ ກໍຕັ້ງຂໍ້ສົງໄສ ທັງຜູ້ກໍ່ເຫດ ແລະຜູ້ເສັຍຊີວິດນັ້ນ ອາດເປັນກຸ່ມຄົນຈີນ ເພາະໃນໄລຍະຫລັງໆມານີ້ ຄົນຈີນເຂົ້າມາເຮັດທຸຣະກິຈ ຢູ່ລາວຫລາຍຂຶ້ນ ແລະກໍເຄີຍມີການຄາດຕະກັມ ແບບໂຫດຫ່ຽມ ເກີດຂຶ້ນຢູ່ເລື້ອຍໆ.
“ແມ່ນໆ ຜ່ານມາມັນບໍ່ເຄີຍມີເຫດການແບບນີ້ເກີດຂຶ້ນ ແຕ່ຫລັງໆ ຫລັງຈາກທີ່ວ່າຄົນຈີນເຂົ້າມາຢູ່ລາວຫລາຍເນາະ ມາລົງທຶນມາອິຫຍັງ ກະເລີຍເລີ່ມມີເຫດການທີ່ບໍ່ຄາດຄິດເກີດຂຶ້ນ ບໍ່ໄດ້ຮູ້ວ່າມັນເປັນສີມືຜູ້ໄດ ໄລ່ບໍ່ທັນ.”
ໃນຂະນະດຽວກັນ ອາດີດເຈົ້າໜ້າທີ່ລາວທ່ານນຶ່ງ ທີ່ຮູ້ຂ່າວນີ້ ກໍເຊື່ອວ່າ ການຄາດຕະກັມ ທີ່ໂຫດຫ້ຽມແບບນີ້ ອາຈເປັນສີມືຂອງຄົນຕ່າງປະເທດ ໂດຍສະເພາະແມ່ນຄົນຈີນ ທີ່ເຂົ້າມາເຮັດທຸຣະກິຈເຖື່ອນໃນລາວ ຊຶ່ງອາຈຂັດແຍ່ງກັນ ເຣື່ອງຜົລປໂຍດ; ສໍາລັບຄົນລາວແລ້ວ ປົກກະຕິຈະບໍ່ກ້າເຮັດແບບນັ້ນ.
“ສ່ວນຫລາຍຈີນກັບຈີນ ມັນຂ້າກັນເອງກໍ໊ ມັນຂ້າກັນຢູ່ເມືອງເຂົາຢູ່ບ້ານເຂົາບໍ່ໄດ້. ເຂົາມາຂ້າກັນຢູ່ລາວພີ້ນ່າ ສ່ວນຫລາຍຈີນກັບຈີນ. ເຂົາຂັດແຍ່ງກັນທາງດ້ານເສຖກິຈນີ້ນ່າ. ຄົນລາວແທ້ໆນີ້ ໂອ໊ ໜ້ອຍໆ ເພາະວ່າຄັນບໍ່ເຖິງຂັ້ນແທ້ໆ ໂອ໋ຍ ເຂົາເຈົ້າບໍ່ເຮັດ.”
ເມື່ອກ່ອນໜ້ານີ້ ຢູ່ລາວ ກໍເຄີຍເກີດເຫດການຂ້າກັນຫລາຍຄັ້ງ ແລ້ວນໍາສົບໄປຖິ້ມລົງນໍ້າ ເປັນຕົ້ນແມ່ນໍ້າຂອງ ຮວມທັງການພົບສົບແມ່ຍິງລາວ ຄົນນຶ່ງ ຢູ່ກາງນໍ້າຂອງ ໃນເຂດເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນມື້ວັນທີ 28 ທັນວາ 2023 ຊຶ່ງກ່ອນທີ່ຈະຖືກພົບເປັນສົບນັ້ນ ກ້ອງວົງຈອນປິດ ຢູ່ຮ້ານບັນເທີງແຫ່ງນຶ່ງ ໃນເຂດເສຖກິຈພິເສດ ສາມຫລ່ຽມຄໍາ ໄດ້ບັນທຶກພາບເຫດການ ໃນຂະນະທີ່ແມ່ຍິງຄົນນັ້ນ ໄດ້ຖືກຊາຍຈີນອຸ້ມຂຶ້ນຣົຖສ່ວນໂຕໄປ.
ກ່ອນໜ້ານັ້ນ ເມື່ອເດືອນກັນຍາ 2022, ນາງ ວິພາພອນ ກອນສິນ ອາຍຸ 36 ປີ ປະທານບໍຣິສັດ ລາວວີໄອພີ ພັທນາການລົງທຶນ ຈໍາກັດຜູ້ດຽວ ໄດ້ຖືກຄົນລັກພາໂຕ ແລ້ວຂ້າຍັດໃສ່ກະເປົ໋າ ຖິ້ມລົງນໍ້າຂອງ ແລ້ວສົບຖືກພົບ ຢູ່ແຄມຂອງ ໃນເຂດເມືອງນະຄອນພະນົມ ຂອງໄທຍ.
ທັງ 2 ເຫດການນັ້ນ ຊຶ່ງເປັນຄະດີ ມາເຖິງປັດຈຸບັນ ຍັງບໍ່ມີຄວາມຄືບໜ້າ ແລະທັງຍັງບໍ່ສາມາດຈັບຜູ້ກໍ່ເຫດໄດ້.