12 ສິງຫາ ຜູ້ຕິດໂຄວິດ-19 ເພີ່ມອີກ 305 ຄົນ

ໄຊຍາ
2021.08.13
12 ສິງຫາ ຜູ້ຕິດໂຄວິດ-19 ເພີ່ມອີກ 305 ຄົນ ຊາວລາວທີ່ກັບຈາກ ປະເທດເພື່ອນບ້ານ ກໍາລັງຖືກນໍາສົ່ງໄປ ທີ່ສູນກັກບໍຣິເວນ ຕາມມາຕການປ້ອງກັນ ການແຜ່ຣະບາດ ຂອງເຊື້ອ ໂຄວິດ-19
ພາບຈາກ: ວີດີໂອ ໂທຣະທັສນະຄອນຫຼວງວຽງຈັນ

ຄະນະສະເພາະກິຈປ້ອງກັນເຊື້ອໂຄວິດ-19 ໄດ້ຣາຍງານວ່າ ກວດພົບຜູ້ຕິດເຊື້ອກໍຣະນີ ໃໝ່ເພີ່ມອີກ 305 ຄົນ ໃນນັ້ນຕິດເຊື້ອໃນ ຊຸມຊົນ 20 ຄົນ ຈາກຜົລຂອງການກວດຫາເຊື້ອ ທັງໝົດ 2,918 ໂຕຢ່າງ ຂອງວັນທີ 12 ສິງຫາ. ສົ່ງຜົລໃຫ້ຜູ້ຕິດເຊື້ອສະສົມ ທັງໝົດຈຳນວນ 9,668 ຄົນ. ດັ່ງ ດຣ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ຕາງໜ້າຄະນະສະເພາະກິດ ປ້ອງກັນເຊື້ອໂຄວິດ-19 ໄດ້ຖແລງຂ່າວປະຈຳວັນທີ 13 ສິງຫາ ໄດ້ກ່າວວ່າ:

"ສະພາບການຣະບາດຂອງເຊື້ອພຍາດໂຄວິດ-19 ໃນ ສປປລາວ ເຮົາໄດ້ກວດວິເຄາະຫາເຊື້ອທັງໝົດແມ່ນ 2,918 ຄົນ ໃນນັ້ນ ກວດພົບເຊື້ອຕິດໃໝ່ທັງໝົດ ແມ່ນ 305 ຄົນ ເຊິ່ງໃນນັ້ນມີການຕິດເຊື້ອ ໃນຊຸມຊົນ 20 ຄົນ."

ທ່ານໄດ້ກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ແມ່ນພົບຢູ່ນະຄອນຫຼວງວຽງຈັນ 136 ຄົນ ໃນນັ້ນຕິດເຊື້ອໃນຊຸມຊົນ 7 ຄົນ, ແຂວງສວັນນະເຂດ 67 ຄົນ ຕິດເຊື້ອໃນຊຸມຊົນ 1 ຄົນ, ແຂວງຈຳປາສັກ 61 ຄົນ ຕິດເຊື້ອໃນຊຸມຊົນ 5 ຄົນ, ແຂວງຄຳມ່ວນ 19 ຄົນ ຕິດເຊື້ອນໍາເຂົ້າ, ແຂວງສາລະວັນ 13 ຄົນຕິດເຊື້ອນຳເຂົ້າ, ແຂວງບໍລິຄຳໄຊ 1 ຄົນຕິດເຊື້ອນໍາເຂົ້າ, ແຂວງເຊກອງ 1 ຄົນ ຕິດເຊື້ອໃນຊຸມຊົນ ແລະ ແຂວງບໍ່ແກ້ວ 7 ຄົນ ຕິດເຊື້ອໃນຊຸມຊົນ 6 ຄົນ.

ຕໍ່ກັບສະພາບການຣະບາດຂອງໂຄວິດ-19 ທີມີການກວດພົບຜູ້ຕິດເຊື້ອ ໃນຊຸມຊົນເພີ່ມຂຶ້ນ ຈຶ່ງເຮັດໃຫ້ຫຼາຍແຂວງ ໄດ້ປະກາດ ລ໊ອກດາວ ເພື່ອຄວບຄຸມ ແລະປ້ອງກັນຄວາມສ່ຽງ ທີ່ຈະເຮັດໃຫ້ເກີດການຣະບາດ ເພີ່ມຂຶ້ນໃນຊຸມຊົນເປັນຕົ້ນ ແຂວງອັດຕະປື ໄດ້ປະກາດລ໊ອກດາວ ທົ່ວແຂວງ ຣະຫວ່າງ 12-18 ສິງຫາ ນີ້ຫຼັງຈາກກວດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1 ຄົນ ໃນວັນທີ 11 ສິງຫາ ຜ່ານມາລະຍັງລໍຖ້າຜົລກວດຫາເຊື້ອ ອີກຈຳນວນນຶ່ງ ຈາກຜູ້ສັມພັດໃກ້ຊິດ. ດັ່ງເຈົ້າໜ້າທີ່ຜແນກ ສາທາຣະນະສຸຂ ແຂວງ ອັດຕະປື ໄດ້ກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ໃນມື້ດຽວກັນວ່າ.

"ລ໊ອກແຂວງຫາກມີຄົນຕິດເຊື້ອຜູ້ນຶ່ງ ເພາະວ່າຍັງເອົາຜົລກວດຢູ່ເນາະ ໄປນຳກັນຫຼາຍຄົນເນາະ ເພິ່ນຍັງລໍຖ້າເອົາຜົລກວດຢູ່ ຢ້ານມັນ ແຜ່ລາມຫັ້ນນ່າເຂົາກະເລີຍຢ້ານໄວ້."

ໃນຂນະທີ່ ເຈົ້າໜ້າທີ່ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ ເຖິງຈະກວດພົບຜູ້ຕິດເຊື້ອໂຄວິດ-19 ພຽງ 1 ຄົນ ແຕ່ກາມີຜູ້ສັມພັດ ແລະ ໃກ້ຊິດເປັນຈຳນວນຫຼາຍ ຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງປະກາດລ໊ອກດາວ ນັບແຕ່ວັນທີ 12 ສິງຫາ ເປັນຕົ້ນໄປເພື່ອເລັ່ງກວດຫາເຊື້ອເພີ່ມ ແລະ ສ້າງຄວາມເຂົ້າໃຈໃຫ້ປະຊາຊົນ ພາຍໃນແຂວງຮັບຮູ້ ເຖິງຄວາມຈຳເປັນເພື່ອປ້ອງກັນ ບໍ່ໃຫ້ເຊື້ອໂຄວິດ-19 ແຜ່ຣະບາດເປັນວົງກວ້າງ.

"ແມ່ນລ໊ອກ ເພິ່ນມີຕິດຢູ່ຊຸມຊົນ 1 ຄົນ ຫາກແຕ່ວ່າເພິ່ນຍັງເກັບໂຕຢ່າງ ອີ່ຫຍັງຢູ່ຫັ້ນນ່າ ຜູ້ທີ່ໄປຕໍ່ໆກັນຫັ້ນແຫຼະ ເກັບໂຕຢ່າງຜູ້ທີ່ ສັມພັດອີຫຍັງຫັ້ນແຫຼະ ແບບວ່າລ໊ອກໄວ້ບໍ່ໃຫ້ ຄົນໄປຄົນມາອີ່ຫຍັງ ຫັ້ນແຫຼະ."

ຫຼ້າສຸດເມື່ອວັນທີ 13 ສິງຫາ ຄະນະສະເພາະກິຈປ້ອງກັນໂຄວິດ-19 ແຂວງຈຳປາສັກ ກໍໄດ້ປະກາດລ໊ອກດາວ ນະຄອນປາກເຊ ຣະຫວ່າງ ວັນທີ 14-20 ສິງຫາ ນີ້ເພື່ອຄວບຄຸມ, ປ້ອງກັນ ແລະ ປະເມີນສະພາບການ ຣະບາດຂອງໂຄວິດ-19.

ທາງດ້ານເຈົ້າໜ້າທີ່ປະຈຳສູນກັກໂຕ ແຂວງສວັນນະເຂດ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ ໄລຍະນີ້ຍັງມີກຸ່ມຄົນງານ ລາວໃນປະເທດໄທຍ ທະຍອຍເດີນທາງກັບຄືນ ປະເທດທຸກມື້ສະເລັ່ຽປະມານ 2-3 ພັນຄົນ. ສະເພາະແຂວງສວັນນະເຂດ ນີ້ມີ ປະມານ 300-500 ຄົນຕໍ່ມື້ ຈຶ່ງເຮັດໃຫ້ສະຖານທີ່ ກັກໂຕຂ້ອນຂ້າງແໜ້ນ ແລະມີຄວາມແອອັດ ຈົນເຮັດໃຫ້ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍສິບຄົນ ໃນແຕ່ລະມື້ ແລະ ມີຄວາມສ່ຽງສູງ ທີ່ຈະເຮັດໃຫ້ສູນກັກໂຕຄົນອື່ນໆ ຕິດເຊື້ອໂຄວິດ-19 ນຳດ້ວຍ.

ສຳລັບແນວທາງໃນການແກ້ໄຂບັນຫານັ້ນ ທາງການແຂວງສວັນນະເຂດ ຈຳເປັນຕ້ອງຂຍາຍສູນກັກໂຕ ເພີ່ມຕື່ມເພື່ອຫຼຸດຜ່ອນ ຄວາມແອອັດ. ແຕ່ແນວໃດກໍຕາມ ຍັງບໍ່ທັນມີ ແນວທາງ ທີ່ຈະແຈ້ງເທື່ອວ່າ ທາງການແຂວງສວັນນະເຂດ ຈະແກ້ໄຂບັນຫາ ນີ້ແນວໃດ.

"ສະຖານທີ່ຫັ້ນນ່າ ມັນຈັກຊິວ່າແນວໃດ ເບິ່ງແລ້ວກະມັນຮັບໄດ້ສໍ່າໃດຫັ້ນນ່າ ຕ້ອງຣະບາຍຜູ້ເກົ່າອອກ ລະແມ່ນມັນແໜ້ນແລ້ວ ກະມີສົ່ງຄົນງານມາທຸກມື້ຫັ້ນແຫຼະ ມັນມາບາດດຽວ ຫັ້ນນ່າຈັກຊິເຮັດຈັ່ງໃດ."

ກ່ຽວກັບການສັກວັກຊິນປ້ອງກັນ ໂຄວິດ-19 ນັ້ນພາຍຫຼັງ ທີ່ໄດ້ເຣີ່ມເປີດສັກວັກຊິນ ຫຼາຍຢີ່ຫໍ້ ໃນຫຼາຍແຂວງ ແລ້ວກໍມີປະຊາຊົນ ຈຳນວນຫຼາຍ ທີ່ເຂົ້າໃຈສະພາບການ ແລະ ຮີບຮ້ອນ ພາກັນ ໄປສັກວັກຊິນຕາມແຈ້ງການ ຂອງທາງການ ເຊິ່ງສ່ວນໃຫຍ່ຈະເປັນ ປະຊາຊົນ ທີ່ອາສັຍຢູ່ເທສບານແຂວງ ແລະ ເທສບານເມືອງ.

ໃນຂນະທີ່ ປະຊາຊົນທີ່ອາສັຍຢູ່ຕາມເຂດ ຫ່າງໄກສອກຫຼີກ ຫຼື ກຸ່ມຊົນເຜົ່າຕ່າງໆ ຍັງບໍ່ເຂົ້າໃຈຕໍ່ສະພາບການທີ່ເກີດຂຶ້ນ. ສ່ວນນຶ່ງ ບໍ່ໄດ້ຮັບຂໍ້ມູນຂ່າວສານຢ່າງທົ່ວເຖິງ ຈຶ່ງເຮັດໃຫ້ ປະຊາຊົນເຫຼົ່ານັ້ນ ບໍ່ສົນໃຈທີ່ຈະມາສັກວັກຊິນປ້ອງກັນໂຄວິດ-19 ເຊັ່ນກໍຣະນີ ເກີດຂຶ້ນຢູ່ແຂວງໄຊຍະບູລີ ດັ່ງເຈົ້າໜ້າທີ່ຜແນກສາທາຣະນະສຸຂ ແຂວງໄຊຍະບູລີ ໄດ້ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ.

"ແຕ່ວ່າເຣື່ອງຄວາມເຂົ້າໃຈ ນີ້ຊິແມ່ນ 50% ນີ້ກະຍັງບໍ່ທັນໄດ້ເທື່ອໃດ ສ່ວນຫຼາຍເຂົາກະຮູ້ຕາມອັນ ທາງເຟສ ທາງລາຍ ໝູ່ນັ້ນຊື່ໆ ກະເບິ່ງຂ່າວເອົາຊື່ໆ ວ່າໂອ້ ແມ່ນມີຢາປ້ອງກັນ ແນວນັ້ນແນວນີ້ ກະແລ້ວຄວາມສົນໃຈ ກະບໍ່ຢາກສູງປານໃດ."

ມາຮອດປັຈຈຸບັນ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໄດ້ຣາຍງານວ່າ ມີຜູ້ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 351,809 ໂຕຢ່າງ ໃນນັ້ນພົບຜູ້ຕິດເຊື້ອສະສົມ 9,668 ຄົນ ປີ່ນປົວເຊົາແລ້ວ 5,551 ຄົນ ກຳລັງປີ່ນປົວຢູ່ໂຮງໝໍ 4,108 ຄົນ ແລະ ເສັຍຊີວິດສະສົມ 9 ຄົນ.

ສ່ວນການສັກວັກຊິນປ້ອງກັນ ໂຄວິດ-19 ມາຮອດປັຈຈຸບັນ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ແຍກເຂັມທີ 1 ຈຳນວນ 1,524,924 ຄົນ ແລະ ເຂັມທີ 2 ຈຳນວນ 1,346,697 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.