27 ກໍຣະກະດາ ຜູ້ຕິດໂຄວິດ-19 ເພີ່ມ 280 ຄົນ

2021.07.28
27 ກໍຣະກະດາ ຜູ້ຕິດໂຄວິດ-19 ເພີ່ມ 280 ຄົນ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວ ຕໍ່ ສື່ມວນຊົນ ໃນມື້ວັນທີ 28 ກໍຣະກະດາ 2021
ໂທຣະທັສ ແຫ່ງຊາດລາວ

ຈາກຜົລຂອງການກວດ ວິເຄາະ ຫາເຊື້ອໂຄວິດ-19, ຈໍານວນ 2,080 ຄົນ ໃນມື້ວັນທີ 27 ກໍຣະກະດາ 2021 ນີ້ ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 280 ຄົນ. ໃນນັ້ນຢູ່ແຂວງສວັນນະເຂດ 127 ຄົນ, ຈໍາປາສັກ 56 ຄົນ, ນະຄອນຫຼວງ ວຽງຈັນ 46 ຄົນ, ສາລະວັນ 33 ຄົນ, ຄໍາມ່ວນ 12 ຄົນ, ໄຊຍະບູຣີ 2 ຄົນ, ຫລວງນໍ້າທາ 2 ຄົນ, ບໍ່ແກ້ວ 1 ຄົນ ແລະ ແຂວງ ບໍລິຄໍາໄຊ 1 ຄົນ. ໃນຈໍານວນຜູ້ຕິດເຊື້ອໃໝ່ 280 ຄົນ ນັ້ນມີຜູ້ຕິດໃນຊຸມຊົນ 3 ຄົນ, ເຮັດໃຫ້ລາວມີຜູ້ຕິດເຊື້ອສະສົມ 5,434 ຄົນ, ດັ່ງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວໃນພິທີຖແລງຂ່າວ ຕໍ່ ສື່ມວນຊົນໃນມື້ວັນທີ 28 ກໍຣະກະດາ ນີ້ວ່າ:

“ມື້ວານນີ້ທົ່ວປະເທດ ໄດ້ມີການເກັບໂຕຢ່າງມາກວດ ເຊື້ອໂຄວິດ-19 ທັງມົດ 2,080 ໂຕຢ່າງ ຊຶ່ງໃນນັ້ນກວດພົບຜູ້ຕິດເຊື້ອໃໝ່ 280 ຄົນ. ໂຕເລກດັ່ງກ່າວຖືວ່າແມ່ນໂຕເລກ ຕິດເຊື້ອສູງສຸດ ຊຸດໃໝ່ຂອງປະເທດເຮົາ ປະຈໍາວັນ.”

ສໍາລັບຢູ່ແຂວງສວັນນະເຂດ ປັດຈຸບັນ ຢູ່ສູນກັກຕົວຊົ່ວຄາວ ທີ່ສນາມກິລາຫລັກ 4 ມີຄົນງານລາວ ທີ່ກັບມາຈາກປະເທດໄທຍຫຼາຍ ຊຶ່ງໃນນັ້ນຈໍານວນນຶ່ງ ຖືກກັກຕົວ 14 ມື້ແລ້ວ ກໍຍັງບໍ່ໄດ້ອອກ ຍ້ອນຍັງຕິດຕາມເບິ່ງອາການ ເພາະໄດ້ຢູ່ໃນຫ້ອງດຽວກັນກັບ ຜູ້ທີ່ ຕິດເຊື້ອໂຄວິດ-19, ດັ່ງ ຄົນງານລາວຜູ້ນຶ່ງ ທີ່ເຄີຍຖືກກັກຕົວຢູ່ສູນນັ້ນ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ກໍຣະກະດາ ນີ້ວ່າ:

“ສ່ວນມາກ ຄັນບໍ່ຕິດເຊື້ອ ບໍ່ພົບຫຍັງກໍໄດ້ອອກ ຄັນເກີນໄປກໍຈະມີສາເຫດ ພວກທີ່ແບບຢູ່ຫ້ອງດຽວກັນ ມີຄົນຕິດເຂົາກໍຕ້ອງໃຫ້ເບິ່ງ ອາການໄປກ່ອນອີກ ຢູ່ໃນກຸ່ມສ່ຽງ ເພິ່ນກໍຕ້ອງ ກັກເບິ່ງໂຕໄວ້ອີກ.”

ທ່ານກ່າວຕື່ມວ່າ ຕອນທີ່ຕົນຖືກກັກຕົວຢູ່ສູນນັ້ນ ມີຮ້ານຂາຍເຄື່ອງຢູ່ຂ້າງຮົ້ວນອກສູນ, ເວລາອາຫານບໍ່ຖືກປາກ ກໍໄປສັ່ງມາກິນ ຫລື ບາງຄົນກໍໃຫ້ພີ່ນ້ອງມາສົ່ງໃຫ້ ໂດຍຝາກໄວ້ນໍາ ເຈົ້າໜ້າທີ່ຍາມ. ສ່ວນອາຫານຢູ່ພາຍໃນສູນ ກໍມີແຈກໃຫ້ມື້ນຶ່ງ 3 ຄາບ, ເປັນອາຫານ ກ່ອງ ທີ່ຖືກກຽມໄວ້ຮຽບຮ້ອຍແລ້ວ, ຜູ້ຖືກກັກຕົວບໍ່ສາມາດ ເລືອກກິນໄດ້, ບາງມື້ຕົນກິນກໍພໍໃຫ້ ມີຊີວິດຢູ່ລອດ:

“ມັນກໍແລ້ວແຕ່ບາງຄົນ ຈະກິນຮອງທ້ອງ ກິນພໍຢູ່ລອດ ເຂົ້າມັນກໍສີແຂງໆແດ່. ຄາບໃດກິນໄດ້ ກິນ ຄາບໃດບໍ່ຖືກປາກ ກະບໍ່ກິນ ຄູ່ມື້ນີ້ ມັນມີແຕ່ແນວແປກໆ ເຫັນເຂົາຖ່າຍ ຄລິບແຊຣ໌ ຢູ່ຫລັກ 4 ກໍເຮັດບໍ່ຖືກ ແຕ່ຖ້າວ່າມາຂາຍຂອງ ກໍຣາຄາແພງ ກໍໜ້າຈະຮູ້ ເຫັນກັນຫັ້ນແຫຼະ ຈັ່ງເຂົ້າມາຂາຍໄດ້. ເຈົ້າໜ້າທີ່ ບໍ່ປ່ອຍເຂົ້າມາ ເຂົາກໍເຂົ້າມາບໍ່ໄດ້.”

ແຕ່ປັດຈຸບັນ ທ່ານເວົ້າວ່າ ມີຫາງສຽງ ແລະມີການແຊຣ໌ ຄລິບວິດິໂອ ວ່າມີຮ້ານຂາຍເຄື່ອງຢູ່ໃນສູນກັກຕົວ ແລະກໍຂາຍໃນຣາຄາ ແພງ, ຖ້າເປັນເຣື່ອງຈິງ ຕົນຄິດວ່າ ເປັນເຣື່ອງທີ່ ບໍ່ສົມຄວນເຮັດ.

ກ່ຽວກັບເຣື່ອງຜູ້ຖືກກັກຕົວ ບໍ່ໄດ້ອອກຈາກສູນຕາມກໍານົດ 14 ມື້ນັ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ແຂວງສວັນນະເຂດ ທ່ານນຶ່ງຜູ້ຂໍສງວນ ຊື່ແລະຕໍາແໜ່ງ ກ່າວວ່າຍ້ອນຜູ້ກ່ຽວໄດ້ ສໍາພັດໃກ້ຊິດກັບ ຄົນທີ່ຕິດເຊື້ອຢູ່ພາຍໃນສູນ, ຕ້ອງໄດ້ກັກຕົວຜູ້ກ່ຽວຕື່ມເພື່ອຄວາມປອດພັຍ. ແລະວ່າ ອາຫານຢູ່ໃນສູນກັກຕົວນັ້ນ ເປັນອາຫານມາຈາກຂ້າງນອກ ທີ່ສໍາເຣັດຮູບ ຈະຢາຍໃຫ້ຜູ້ນຶ່ງ 3 ຄາບຕໍ່ມື້ ແນ່ນອນອາຫານ ນັ້ນຈະບໍ່ຖືກໃຈ ແລະ ຖືກປາກທຸກຄົນ, ແຕ່ຢາກໃຫ້ທຸກຄົນເຂົ້າໃຈວ່າ ໃນໄລຍະນີ້ ສະພາບການບໍ່ປົກກະຕິ ແລະ ທ່ານຢືນຢັນວ່າ ບໍ່ມີຮ້ານຂາຍເຄື່ອງ ຢູ່ໃນສູນກັກຕົວແນ່ນອນ ເພາະເປັນສູນກັກກັນ ບໍ່ໃຫ້ເຊື້ອໂຄວິດ-19 ແຜ່ຣະບາດ, ສ່ວນເຣື່ອງການແລກປ່ຽນເງິນ ຕຣາໄດ້ໃນຣາຄາຕໍ່ານັ້ນ ເປັນເຣື່ອງຕົກລົງ ກັນເອງ ເພາະຢູ່ໃນສູນບໍ່ມີທະນາຄານ:

“ບາງເທື່ອກໍເປັນອາຫານ ບໍ່ຖືກປາກ ເຮົາຕ້ອງໄດ້ເຮັດນອກແຫຼະ ແລ້ວເອົາເຂົ້າໄປເປັນອັນຮວມ ເພາະວ່າມັນເປັນຊ່ວງວິກິດເດ໋. ອາຫານ ກໍບໍ່ມີໃຜເອົາໄປຂາຍໄດ້ເດ໋ ເຮົາບໍ່ອານຸຍາດ ໃຫ້ເປິດຮ້ານຄ້າ ເພາະມັນເປັນຣະບາດຫັ້ນນ່າ ເຫັນແຕ່ສັ່ງກັນຊື້ ແລະ ໄປສົ່ງກັນ.”

ສ່ວນກໍຣະນີ ທີ່ຄົນງານລາວ ເດີນທາງກັບມາຈາກໄທຍ ຜ່ານດ່ານຂົວມິຕພາບໄທຍ-ລາວ ແຫ່ງທີ 2 ຢູ່ແຂວງມຸກດາຫານ, ເຈົ້າໜ້າທີ່ ດ່ານເກັບເງິນຄ່າທໍານຽມນັ້ນ ຊາວລາວທີ່ກັບມາ ຈາກ ໄທຍ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ເປັນເຣື່ອງຈິງ. ແລະວ່າ ເບື້ອງຕົ້ນ ຄົນງານລາວ ທີ່ມີບັດເຮັດວຽກຖືກຕ້ອງ, ແຕ່ບັດໝົດອາຍຸ ກໍຈະຖືກປັບໃໝມື້ລະ 500 ບາດ, ສູງສຸດແມ່ນ 20 ພັນບາດ. ສໍາລັບຜູ້ທີ່ບໍ່ມີພາສພອດ ກໍຈະຖືກປັບໃໝ 2 ພັນບາດ.

ກ່ຽວກັບເຣື່ອງທີ່ວ່ານີ້ ຄົນງານລາວ ທີ່ກັບມາຈາກໄທຍ ກໍຢາກໃຫ້ທາງການ ຂອງທັງ 2 ປະເທດ ລາວ-ໄທຍ ປະສານງານກັນເພື່ອ ຊ່ອຍແກ້ໄຂບັນຫາ ນີ້ໃຫ້ ເພາະບາງຄົນ ກໍບໍ່ໄດ້ມີ ເງິນກັບບ້ານ:

“ສິເປັນເຈົ້າໜ້າທີ່ຕໍາຣວດ ຕົນເວົ້າງ່າຍໆ ຖ້າບັດຂາດ ເພິ່ນຈະປັບມື້ລະ 500 ສູງສຸດ 2 ໝື່ນບາດ. ຄົນທີ່ບໍ່ມີບັດ ກໍເອົານໍາຄົນລະ 2 ພັນ ແລະ ພວກມີບັດ ແລະ ມັນຂາດ ເຂົາບອກ ບໍ່ມີເງິນພໍ ກໍປະມານ 1 ພັນຫາ 1500 ກໍຢາກໃຫ້ ເຈົ້າໜ້າທີ່ລາວ ໄປສື່ສານກັບ ເຈົ້າໜ້າທີ່ໄທຍຊ່ວຍໃນເຣືື່ອງເຮັດຈັ່ງໃດ ບໍ່ໃຫ້ເສັຽເງິນຫຼາຍ ບາງຄົນກໍບໍ່ໄດ້ເຮັດງານ ກໍຈໍາເປັນຕ້ອງໄດ້ມາ ຈະເອົາເງິນມາແຕ່ໃສ.”

ໃນຂນະດຽວກັນ ເຈົ້າໜ້າທີ່ດ່ານແຂວງມຸກດາຫານ ຂອງໄທຍ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ຊີ້ແຈງ ກ່ຽວກັບກໍຣະນີ ທີ່ມີ ການເກັບເງິນຄ່າທໍານຽມນັ້ນວ່າ ເປັນຍ້ອນ ເຈົ້າໜ້າທີ່ ປະຕິບັດຕາມຣະບຽບກົດໝາຍຂອງໄທຍ ເພາະຣັຖບາລໄທຍບໍ່ໄດ້ມີນະໂຍບາຍ ຜ່ອນຜັນ ເຣື່ອງການເກັບຄ່າທໍານຽມ. ແລະວ່າຜູ້ໃດຜິດກົດໝາຍ ກໍຕ້ອງຖືກປັບໃໝ ຊຶ່ງເປັນເຣື່ອງປົກກະຕິ. ແຕ່ຣັຖບາລລາວປະກາດ ໃຫ້ຄົນງານລາວ ກັບຄືນປະເທດໄດ້ ໂດຍບໍ່ໄດ້ເສັຍຄ່າທໍານຽມໃດໆ. ດັ່ງນັ້ນຈຶ່ງເຮັດໃຫ້ຄົນງານລາວ ຢູ່ໄທຍ ເຂົ້າໃຈຜິດ, ດັ່ງທີ່ທ່ານ ກ່າວວ່າ:

”ອັນນີ້ຄົນລາວເຂົ້າໃຈວ່າຟຣີ ທັງສອງຝ່າຍ ແຕ່ຄວາມຈິງບໍ່ແມ່ນ ເປັນການປະກາດຂອງທາງພຸ້ນຝ່າຍດຽວ. ຟຣີ ເຊັ່ນວ່າ ຄົນລາວ ເດີນທາງກັບບ້ານ ບໍ່ມີຄ່າໃຊ້ຈ່າຍໃດໆທັງສິ້ນ ແຕ່ຂອງຝັ່ງໄທຍ ຍັງຄົງດໍາເນີນຕາມຂັ້ນຕອນ ຂອງກົດໝາຍຕາມປົກກະຕິບໍ່ມີການ ຜ່ອນຜັນ.”

ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 28 ກໍຣະກະດາ 2021 ນີ້, ມາເຖິງປັດຈຸບັນຢູ່ລາວ ມີຜູ້ໄດ້ຮັບການກວດ ວິເຄາະຫາເຊື້ອໂຄວິດ-19 ທັງໝົດ 342,545 ຄົນ. ໃນນັ້ນມີຜູ້ຕິດເຊື້ອສະສົມ 5,434 ຄົນ, ເສັຍຊີວິດ 6 ຄົນ, ປິ່ນ ປົວຫາຍແລ້ວ 2,925 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 2,503 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.