ສະພາບການຄວບຄຸມ ໂຄວິດ-19 ຮວມທັງແຜນ ຜລິດວັກຊິນ ຢູ່ລາວ ຂອງຈີນ

ໄຊຍາ
2021.08.20
ສະພາບການຄວບຄຸມ ໂຄວິດ-19 ຮວມທັງແຜນ ຜລິດວັກຊິນ ຢູ່ລາວ ຂອງຈີນ ດຣ.ສີສະຫວາດ ສຸດທານີລະໄຊ ຮອງ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່, ກະຊວງສາທາຣະນະສຸຂ ຖແລງຂ່າວ ວັນທີ 19 ສິງຫາ 2021
ພາບຈາກ: ວີດີໂອ ສູນຂ່າວສານ ການແພດ ສຸຂສຶກສາ

ບໍຣິສັດ ຜລິດຢາ ຢວນຊູ ຈາກ ປະເທດຈີນ ແລະ ບໍຣິສັດ Stemi RNA ຊຶ່ງເປັນບໍຣິສັດ ຄິດຄົ້ນ ຜລິດວັກຊິນ ປ້ອງກັນໂຄວິດ-19 ມີແຜນຈະຕັ້ງໂຄງການທົດລອງ ແລະຜລິດວັກຊິນ ປ້ອງກັນໂຄວິດ-19 ໃນປະເທດລາວ. ໃນເບື້ອງຕົ້ນນັ້ນ ຍັງຢູ່ໃນຣະຫວ່າງການ ສຶກສາຂໍ້ມູນ ໂດຍບໍຣິສັດຂອງຈີນ ເປັນຜູ້ສນັບສນູນ ແລະນໍາເອົາວິຊາການຂອງຈີນ ມາຮ່ວມຜລິດວັກ ຊິນປ້ອງກັນ ໂຄວິດ-19 ຢູ່ ໃນປະເທດລາວ ພາຍໃຕ້ການດູແລ ຂອງ ກະຊວງສາທາຣະນະສຸຂ ຂອງລາວ. ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ໃນນະຄອນຫຼວງ ວຽງຈັນ ໄດ້ກ່າວໃນວັນທີ 20 ສິງຫາ ວ່າ.

"ດຽວນີ້ຣັຖມົນຕຣີກະຊວງສາທາ ເພິ່ນກຳລັງສຶກສາຢູ່ ມີຄວາມເປັນໄປໄດ້ວ່າຊັ້ນສະ ເພິ່ນກຳລັງຄົ້ນຄວ້າ ແລະ ຮ່ວມກັບບໍຣິສັດຂອງ ຈີນ ນີ້ກ່ຽວກັບການຜລິດທົດລອງກ່ຽວກັບ ຄຸນນະພາບແລ້ວ ປະສິດທິຜົລຂອງມັນ ຈະໄດ້ສໍ່າໃດຫັ້ນນ່າ ທັງໃຫ້ທຶນທັງນັກວິຊາການ ຕ່າງໆ ສົມທົບກັບລາວເຮົາ ແຜນທີ່ເພິ່ນຢາກຜລິດຢູ່ທີ່ລາວ ແລະ ນໍາໃຊ້ກະຍັງບໍ່ທັນໄດ້ຣະບຸ ຄັກແນ່ເທື່ອ."

ກ່ຽວກັບເຣື່ອງດັ່ງກ່າວນີ້ ປະຊາຊົນໃນນະຄອນຫຼວງວຽງຈັນ ກໍເວົ້າວ່າຖ້າຜລິດວັກຊິນ ປ້ອງກັນໂຄວິດ-19 ເອງໄດ້ ກໍຖືວ່າເປັນເຣື່ອງ ທີ່ດີຫຼາຍເພາະຖ້າຫາກ ໃນອະນາຄົດປະເທດ ຕ່າງໆ ບໍ່ມີການບໍຣິຈາກໃຫ້ລ້າແລ້ວ ກໍບໍ່ຕ້ອງຫາເງິນໄປຊື້ ຕ່າງປະເທດ ແຕ່ຖ້າຫາກ ທາງການລາວ ຜລິດວັກຊິນປ້ອງກັນໂຄວິດ-19 ອອກມາແລ້ວກໍຕ້ອງໄດ້ຮັບການຢືນຢັນ ຈາກອົງການອະນາມັຍໂລກກ່ອນ ປະຊາຊົນ ຈຶ່ງຈະກ້າໃຊ້.

"ດີທີ່ສຸດເລີຍແຫຼະ ຕໍ່ໄປເນາະ ຄັນເພິ່ນບໍ່ບໍຣິຈາກໃຫ້ ມັນກໍໍໍໍຊິໄດ້ຊື້ຈາກ ປະເທດອື່ນເຂົ້າມາເນາະ ກະບໍ່ມີຄວາມໝັ້ນໃຈວ່າຊິປ້ອງກັນ ໄດ້ເທົ່າໃດຫັ້ນ ຄັນວ່າເຮັດວັກຊິນນີ້ ມັນຕ້ອງໄດ້ຜ່ານ ອົງການອະນາມັຍໂລກ ພຸ້ນແຫຼະ."

ສ່ວນປະຊາຊົນອີກຄົນນຶ່ງ ກໍເວົ້າວ່າວັກຊິນປ້ອງກັນໂຄວິດ-19 ນີ້ຖ້າຜລິດໄດ້ກໍເປັນເຣື່ອງທີ່ດີຫຼາຍ ແຕ່ວ່າຕ້ອງໄດ້ຮັບການຢືນຢັນ ຈາກອົງການອະນາມັຍໂລກກອ່ນ.

"ໂອຍ, ຄັນຖ້າຫາກເພິ່ນຜລິດໄດ້ ກໍດີຫັ້ນແລ້ວ ຖ້າຜລິດອອກມາແລ້ວ ອະນາມັຍໂລກເຮົາຮອງຮັບ ຢ່າງ ເອີ, ວ່າມັນຖືກຕ້ອງມັນມີ ຄຸນນະພາບນີ້ໂນ້ນນັ້ນກະດີຫັ້ນແລ້ວ ຄັນວ່າຫາກ ເຮັດໄດ້."

ສ່ວນະຖານະການ ການຣະບາດຂອງເຊື້ອພຍາດໂຄວິດ-19 ປະຈຳ ວັນທີ 20 ສິງຫາ ນັ້ນ ມີຜູ້ເສັຍຊີວິດເພີ່ມອີກນຶ່ງຄົນ ຜູ້ເສັຽຊີວິດ ແມ່ນຄົນງານລາວມາແຕ່ໄທຍ ເປັນເພດຍິງອາຍຸ 26 ປີ ຢູ່ບ້ານດອນພູຄຳ ເມືອງມະຫາໄຊ ແຂວງຄຳມ່ວນ ເຊິ່ງ ຜູ້ເສັຽຊີວິດຫາກໍ ເກີດລູກໄດ້ພຽງ 5 ມື້ ສ່ວນລູກນັ້ນປອດພັຍແລ້ວ. ສ່ວນສົບຂອງຜູ້ກ່ຽວ ໄດ້ນຳໄປຊາປະນາກິດແລ້ວ. ດັ່ງເຈົ້າໜ້າທີ່ ແຂວງຄຳມ່ວນ ທີ່ຂໍສງວນຊື່ ແລະ ຕຳແໜ່ງກ່າວວ່າ.

"ແມ່ນແລ້ວເປັນແຮງງານ ມາແຕ່ໄທຍ ເປັນຄົນເມືອງມະຫາໄຊ ບ້ານດອນພູຄຳ ປະມານ 26 ປີ ຄືວ່າເດີນທາງມາໄດ້ ປະມານ 13 ມື້ນີ້ລະ ຜູ້ກ່ຽວລະແມ່ນຖືພາ ມາອອກລູກຢູ່ນີ້ ບາດນີ້ອອກລູກໄດ້ 5 ມື້ີ ນີ້ບວກກັບໂຄວິດ ເສັຽເລືອດຫຼາຍ ແມ່ລະເສັຽຊີວິດ ລູກຫັ້ນ ປອດພັຍແລ້ວ."

ສ່ວນສະພາບການຕິດເຊື້ອ ໂຄວິດ-19 ໃນວັນທີ 20 ສິງຫາ ພົບວ່າມີ ຜູ້ຕິດເຊື້ອເພີ່ມຂື້ນອີກ 440 ຄົນ ໃນນີ້ຕິດເຊື້ອໃນຊຸມຊົນ 75 ຄົນ ແລະນຳເຂົ້າ 365 ຄົນ ໂດຍຜ່ານຈາກການກວດວິເຄາະ ໃນວັນທີ 19 ສິງຫາ ທັງໝົດ 3,317 ໂຕຢ່າງ ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ໄດ້ຖແລງຂ່າວ ປະຈຳວັນທີ 20 ສິງຫາ ວ່າ.

"ໄດ້ກວດວິເຄາະທັງໝົດ 3,317ຄົນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 440 ຄົນ ເຊິ່ງຕິດເຊື້ອຢູ່ໃນຊຸມຊົນເຖິງ 75 ຄົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີ 13 ຄົນ ຫຼວງນໍ້າທາ 3 ຄົນ ສວັນນະເຂດ 58 ຄົນ ເຊກອງ 1 ຄົນ ສ່ວນກໍຣະນີນຳເຂົ້າທັງໝົດແມ່ນ 365 ຄົນ."

ຕາມການຣາຍງານ ນະຄອນຫຼວງວຽງຈັນ ຕິດເຊື້ອ 101 ຄົນ, ແຂວງຄຳມ່ວນ 45 ຄົນ, ແຂວງສາລະວັນ 23 ຄົນ, ແຂວງບໍ່ແກ້ວ 13 ຄົນ, ແຂວງສວັນນະເຂດ 135 ຄົນ, ແຂວງເຊກອງ 1 ຄົນ, ແຂວງຈຳປາສັກ 114 ຄົນ, ແຂວງຫຼວງພຣະບາງ 1 ຄົນ, ແຂວງ ໄຊຍະບູລີ 4 ຄົນ ແລະ ແຂວງຫຼວງນໍ້າທາ 3 ຄົນ.

ປັຈຈຸບັນມີຜູ້ໄດ້ຮັບ ການວິເຄາະຫາເຊື້ອໂຄວິດ-19 ທັງໝົດ 369,789 ຄົນ ໃນນັ້ນພົບຜູ້ຕິດເຊື້ອສະສົມ 11,753 ຄົນ ເສັຽຊີວິດ ສະສົມ 11 ຄົນ ປິ່ນປົວເຊົາແລ້ວ 7,138 ຄົນ ກຳລັງປິ່ນປົວ ແລະ ຕິດຕາມອາການ 4,604 ຄົນ. ສ່ວນການສັກວັກຊິນປ້ອງກັນ ເຊື້ອໂຄວິດ-19 ຫຼ້າສຸດ ໃນວັນທີ 19 ສິງຫາ 20212 ເຂັມທີນຶ່ງ ມີຜູ້ໄດ້ສັກໄປແລ້ວ 1,904,956 ຄົນ ແລະ ເຂັມທີສອງ 1,577,250 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.