ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ຢູ່ລາວ

ສຸພັດຕາ
2021.04.14
ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ຢູ່ລາວ ຖແລງຂ່າວ ໂຄວິດ-19 ປະຈໍາວັນ ທີ 14 ເມສາ 2021 ມີຜູ້ຕິດເຊື້ອ ເພີ່ມ 1 ຄົນ ຢູ່ ແຂວງຈໍາປາສັກ.
ສູນຂ່າວສານການແພດສຸຂສຶກສາ

ທາງການລາວກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1 ຄົນ ເປັນກໍຣະນີທີ 53 ເຊິ່ງເປັນເພດຍິງອາຍຸ 25 ປີ, ສັນຊາດລາວຜູ້ກ່ຽວ ມີອາຊີບຂາຍອາຫານ ຕາມສັ່ງ ຢູ່ເຂດຫົວລໍາໂພງ ບາງກອກ ປະເທດໄທຍ, ຊຶ່ງເດີນທາງເຂົ້າມາລາວ ໃນວັນ 8 ເມສາ 2021. ປັດຈຸບັນ ຜູ້ກ່ຽວໄດ້ຖືກນໍາໂຕໄປປິ່ນປົວ ຢູ່ໂຮງໝໍ ທີ່ທາງການກໍານົດແລ້ວ, ດັ່ງ ດຣ ພອນປະເສີດ ໄຊມຸງຄຸນ ຮອງຫົວໜ້າກົມ ຄວບຄຸມ ພຍາດຕິດຕໍ່ ໄດ້ກ່າວ ໃນພິທີຖແລງຂ່າວ ປະຈໍາວັນທີ່ 14 ເມສາ ນີ້ ຕອນນຶ່ງວ່າ:

“ເກັບຕົວຢ່າງມາວິເຄາະໃນວັນທີ 13 ເມສາ ໄດ້ເກັບທັງໝົດ 524 ຄົນເນາະຜົລກວດວິເຄາະ ທັງໝົດໃນມື້ວານນີ້ ເຫັນວ່າມີຜູ້ຕິດ ເຊື້ອໃໝ່ 1 ຄົນຊຶ່ງເປັນເພດຍິງອາຍຸ 25 ປີ ສັນຊາດລາວຜູ້ກ່ຽວມີອາຊີບ ຂາຍອາຫານຕາມສັ່ງຢູ່ເຂດຫົວລໍາໂພງ ປະເທດໄທຍ ສະພາບໂດຍລວມ ຜູ້ກ່ຽວ ບໍ່ມີພຍາດປະຈໍາໂຕຫຍັງ ແລະສຸຂພາບແຂງແຮງດີ.”

ທ່ານກ່າວຕື່ມວ່າ ຣາຍຣະອຽດການເດີນທາງ ຂອງຜູ້ຕິິດເຊື້ອ ກໍຣະນີທີ 53 ນີ້ ໃນວັນທີ 7 ເມສາ 2021 ຜູ້ກ່ຽວໄດ້ເດີນທາງມາ ສປປລາວ ຜູ້ດຽວ ໄດ້ຂຶ້ນຣົດໂດຍສານ ຢູ່ສະຖານນີ ໝໍຊິດ ປະເທດໄທຍ ຈາກນັ້ນ ກໍເດີນທາງອອກມາ ເວລາປະມານ 19 ໂມງ ຂອງມື້ດຽວກັນ ແລະ ວັນທີ 8 ເມສາ 2021 ໄດ້ເດີນທາງມາຮອດ ດ່ານວັງເຕົ່າ ແຂວງອຸບົນຣາຊທານີ ປະມານ 6 ໂມງເຊົ້າ ແລະ ນັ່ງລໍຖ້າຣົດ ຈົນຮອດເວລາ 7:30 ຕອນເຊົ້າ ຈຶ່ງຂ້າມດ່ານດັ່ງກ່າວເຂົ້າມາ ສປປລາວ ໂດຍໃສ່ຜ້າອັດປາກອັດດັງຕລອດ ໃນໄລຍະ ທີ່ເດີນທາງ ແລະ ຫຼັງຈາກນັ້ນ ໄດ້ຖືກເກັບຕົວຢ່າງ ສົ່ງກວດໃນຕອນເຊົ້າ.

ພໍຮອດຕອນບ່າຍ ກໍໄດ້ຖືກສ່ົງມາຕິດຕາມ ຢູ່ຫຼັກ 21 ເມືອງປະທຸມພອນ ເຊິ່ງເປັນສູນຈໍາກັດ ບໍຣິເວນຂອງ ແຂວງຈໍາປາສັກ ແລະ ຫຼັງຈາກນັ້ນ ໃນວັນທີ 8 ຫາ ວັນທີ 13 ຜູ້້ກ່ຽວໄດ້ ນອນຢູ່ສູນ 21 ຮ່ວມກັບຄົນອື່ນໃນຫ້ອງດຽວ ຮວມທັງໝົດມີ 18 ຄົນເຊິ່ງເປັນ ເພດຍິງ ທັງໝົດ ເວລາກິນເຂົ້າກໍແຍກກັນກິນ ຕ່າງຫາກ ບໍ່ໄດ້ກິນ ຮ່ວມກັນ.

ຕໍ່ມາ ໃນວັນທີ 13 ເມສາ 2021 ໃນເວລາ 14 ໂມງ ຜົລກວດຢັ້ງຢືນວ່າ ຜູ້ກ່ຽວພົບເຊື້ອໂຄວິດ-19 ແລະຈຶ່ງນໍາສົ່ງ ຜູ້ກ່ຽວເຂົ້າໄປ ປິ່ນປົວຢູ່ສູນໂພນທອງ ເຊິ່ງເປັນໂຮງໝໍປິ່ນປົວ ພຍາດໂຄວິດ-19 ຂອງແຂວງຈໍາສັກ.

ແລະສໍາລັບ ກຸ່ມສໍາຜັດໃກ້ຊິດ ຈໍານວນ 18 ຄົນ ທີ່ນອນໃນຫ້ອງດຽວກັນ ກັບຜູ້ຕິດເຊື້ອໂຄວິດ-19 ກໍຣະນີ ທີ່ 53 ແມ່ນໄດ້ເກັບຕົວ ຢ່າງມາກວດ ຢູ່ໂຮງໝໍແຂວງຈໍາປາສັກທັງໝົດ ແມ່ນມີຜົລລົບ ແຕ່ວ່າເຈົ້າໜ້າທີ່ກ່ຽວຂ້ອງ ກໍຍັງສືບຕໍ່ຕິດຕາມອາການຂອງພວກກ່ຽວ ແລະສືບຕໍ່ໃຫ້ຈໍາກັດ ບໍຣິເວນຈົນຄົບ 14 ມື້.

ພາຍຫຼັງ ທີ່ພົບຄົນຕິດເຊື້ອໂຄວິດ-19 ເພີ່ມອີກ 3 ຄົນ ໃນວັນທີ 11 ແລະ 12 ເມສາ 2021 ເຈົ້າຄອງນະຄອນຫຼວງວຽງຈັນ ສເນີໃຫ້ຣັຖບານ ລ໋ອກດາວປິດການເຂົ້າອອກ ນະຄອນຫຼວງວຽງຈັນ ໃນໄລຍະແຕ່ວັນທີ 13 – 30 ເມສາ 2021, ຍົກເວັ້ນ ການຂົນສົ່ງສິນຄ້າ, ຄົນເຈັບ ແລະຄົນເກີດອຸບັດຕິເຫດ, ເພື່ອເປັນມາຕການສູງສຸດ ບໍ່ໃຫ້ມີການແຜ່ເຊື້ອ ໂຄວິດ-19 ຈາກຊຸມຊົນ ນະຄອນຫຼວງວຽງຈັນ ອອກໄປຍັງແຂວງອື່ນໆ.

ຕໍ່ມາ ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ອອກແຈ້ງການ ວ່າບໍ່ປິດເມືອງ ຫາກແຕ່ວ່າ ໃຫ້ປິດຊົ່ວຄາວ ສະຖານທີ່ບັນເທີງ, ຮ້ານຄາຣາໂອເກະ ແລະ ຮ້ານກິນດື່ມ, ພ້ອມທັງ ຫ້າມຈັດງານພົບປະສັງສັນ ທີ່ເຕົ້າໂຮມຄົນຈໍານວນຫຼາຍ, ສໍາລັບການຈັດງານດອງ ແມ່ນໃຫ້ຈັດຕາມປະເພນີ ແບບຄອບຄົວເທົ່ານັ້ນ ບໍ່ໃຫ້ຈັດງານລ້ຽງ ຕາມແຈ້ງການ ສະບັບເລຂທີ 337/ຖວທ, ລົງວັນທີ 13 ເມສາ 2021 ຂອງກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ.

ອີງຕາມ ການຖແລງຂ່າວປະຈໍາວັນ ຂອງຄະນະສະເພາະກິຈ ເພື່ອປ້ອງກັນ ຄວບຄຸມ ການແຜ່ຣະບາດຂອງ ເຊື້ອໄວຣັສໂຄວິດ-19 ຕໍ່ສື່ມວນຊົນລາວ ໃນວັນທີ 14 ເມສາ 2021 ນີ້ ດຣ. ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາ ຣະນະສຸຂ ກ່າວວ່າ ຄະນະສະເພາະກິຈ ຄວບຄຸມ ໂຄວິດ-19 ຂັ້ນສູນກາງ ຍັງບໍ່ອະນຸຍາດ ໃຫ້ປິດການເຂົ້າອອກພາຍໃນນະຄອນ ຫຼວງວຽງຈັນ ເທື່ອເນື່ອງຈາກ ຍັງຄວບຄຸມສະຖານະການໄດ້ຢູ່, ທີ່ທ່ານກ່າວວ່າ:

“ໂດຍອີງຕາມການສືບສວນ ປວັດການເຄື່ອນໄຫວ ຂອງຜູ້ຕິດເຊື້ອ ກໍຣະນີ ທີ 50, ການຄົ້ນຄວ້າ ແລະການປະເມີນຄວາມສ່ຽງ ຂອງຄະນະສະເພາະກິຈ ໂຄວິດ-19 ຂັ້ນສູນກາງ ເຫັນວ່າ ສະຖານະການ ໃນປັດຈຸບັນ ຍັງຢູ່ຣະດັບທີ່ຄວບຄຸມໄດ້ ຈຶ່ງບໍ່ໃຫ້ປິດ ການເຂົ້າອອກເທື່ອ ເພາະຈະມີຜົລກະທົບ ຕໍ່ສັງຄົມ, ແຕ່ໃຫ້ ຄະນະສະເພາະກິຈ ແຕ່ລະຂັ້ນ ສືບຕໍ່ຕິດ ຕາມແລະເອົາໃຈໃສ່ ປະຕິດບັດມາຕການ ປ້ອງກັນ ຄວບຄຸມ ສະກັດກັ້ນ ແລະແກ້ໄຂການຣະບາດ ຂອງພຍາດໂຄວິດ-19.”

ມາເຖິງປັດຈຸບັນຢູ່ປະເທດລາວ ມີຄົນຕິດໂຄວິດ-19 ທັງໝົດ 53 ຄົນ ປິ່ນປົວຫາຍດີແລ້ວ 49 ຄົນ, ກໍາລັງປິ່ນປົວ ຢູ່ໂຮງໝໍ 4 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.