ຣັຖບານລາວແຈ້ງການ ສືບຕໍ່ ປິດເມືອງ

ສຸພັດຕາ
2021.05.05
ຣັຖບານລາວແຈ້ງການ ສືບຕໍ່ ປິດເມືອງ ທ່ານ ກິແກ້ວ ໄຂຄຳພິທູນ (ກາງ) ຫົວໜ້າຄະນະສະເພາະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການຣະບາດ ຂອງພຍາດໂຄວິດ-19
ຂອບໃຈພາບ: ຂປລ

ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໄດ້ສເນີໃຫ້ຣັຖບານ ສືບຕໍ່ປະຕິບັດຄໍາສັ່ງເລຂທີ15/ນຍ ວ່າດ້ວຍ ການເພີ່ມທະວີມາຕການ ສະກັດກັ້ນ ຄວບຄຸມແລະກຽມພ້ອມຮອບດ້ານ ເພື່ອຕ້ານພຍາດໂຄວິດ-19 ອອກໄປຕື່ມອີກ 15 ມື້ ຄືນັບແຕ່ວັນທີ 6 ພຶສພາ ຈົນຮອ ດວັນທີ 20 ພຶສພາ 2021 ນີ້, ດັ່ງ ດຣ ກິແກ້ວ ໄຂຄໍາພິທູນ ຮອງ ນາຍົກຣັຖມົນຕຣີ ແລະທັງເປັນ ປະທານຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໄດ້ກ່າວຕໍ່ສື່ມວລຊົນ ໃນພິທີຖແລງຂ່າວ ເມື່ອວັນວັນທີ 4 ພຶສພາ ນີ້ ຕອນນຶ່ງວ່າ:

“ຄະນະສະເພາະກິຈ ຄົ້ນຄວ້າເລyກເຊyjງແລ້ວ ສເນີໃຫ້ຣັຖບານສືບຕໍ່ຈັດຕັ້ງປະຕິບັດ ບັນດາມາຕການທີ່ໄດ້ກໍານົດໄວ້ ຢູ່ໃນຄໍາສັ່ງ ເລຂທີ 15/ນຍ ແຈ້ງການ ແລະຄໍາແນະນໍາ ແລະ ມາຕການອື່ນ ທີ່ຂແນງການ ແລະແຂວງວາງອອກໃຫ້ເຂັ້ມງວດ ໃຫ້ສືບຕໍ່ປະຕິບັດ ໄປອີກ 15 ວັນ ຕໍ່ໜ້າ ໝາຍຄວາມວ່າ ໄປເຖິງວັນທີ່ 20 ພຶສພາ 2021.”

ເຫດຜົລທີ່ຣັຖບານ ສືບຕໍ່ປະຕິບັດຄໍາສັ່ງເລຂທີ 15/ນຍ ອອກໄປຕື່ມອີກນັ້ນ ມີດັ່ງນີ້:

1-/ ປະຊາຊົນຈໍານວນນຶ່ງ, ເຈົ້າໜ້າທີ່ໜ້າທີ່ ທະຫານ-ຕໍາຣວດ ແລະຜູ້ປະກອບການຍັງຖືເບົາ, ລະເຫຼີງຕໍ່ມາຕການທີ່ວາງອອກ.

2-/ ເຫັນວ່າ ບັນດາປະເທດໃກ້ຄຽງ ຍັງມີສະພາບໂຄວິດ-19 ຣະບາດຮຸນແຮງ ເປັນຄວາມສ່ຽງ ທີ່ກໍ່ໃຫ້ເກີດການຣະບາດຢູ່ ປະເທດລາວ.

3-/ ເຫັນວ່າ ຈໍານວນຜູ້ຕິດເຊື້ອຢູ່ບັນດາແຂວງຕ່າງໆ ຍັງເພີ່ມຂຶ້ນ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ, ຈໍາປາສັກ ແລະບໍ່ແກ້ວ.

4-/ ການໃຫ້ຂໍ້ມູລ ຂອງຜູ້ໄປກວດຫາເຊື້ອໂຄວິດ-19 ທີ່ຜົນອອກມາເປັນບວກ ຍັງຂາດຄວາມຊັດເຈນ ສ້າງຄວາມຫຍຸ້ງຍາກຕໍ່ການ ນໍາໂຕບຸກຄົນເຫຼົ່ານັ້ນ ມາປິ່ນປົວຊັກຊ້າ.

5-/ ຜູ້ຕິດເຊື້ອຈໍານວນນຶ່ງ ບໍ່ປະຕິບັດຕາມມາຕການໃນການປິ່ນປົວ.

ແລະ 6-/ ສະຖານທີ່ຮອງຮັບຜູ້ປ່ວຍ ບໍ່ພຽງພໍຕໍ່ຜູ້ປ່ວຍ ຫາກມີການຣະບາດໄປ ຫຼາຍກວ່ານີ້.

ສໍາລັບບັນດາໂຮງຮຽນຕ່າງໆ ທີ່ຍັງສັ່ງປິດຢູ່ໃນປັດຈຸບັນ ທາງກົມສາມັນສຶກສາ ກະຊວງສຶກສາທິການ ແລະກິລາ ກໍກໍາລັງປຶກສາຫາລື ກັນຢູ່ວ່າຈະມີການສືບຕໍ່ ປິດໂຮງຮຽນຕື່ມ ຫຼືບໍ່ ຕ້ອງລໍຖ້າ ກະຊວງສຶກສາທິການ ແລະກິລາ ແຈ້ງການອີກເທື່ອນຶ່ງ, ດັ່ງ ເຈົ້າໜ້າທີ່ກົມ ສາມັນສຶກສາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ:

“ອາຈໄດ້ປິດຄືເກົ່າຫັ້ນນ່າ ເພິ່ນກໍາລັງປຶກສາ ຄົ້ນຄວ້າກັນຢູ່ ເພາະທີ່ຜ່ານມາ ເຮົາກໍແຈ້ງການລົງ ຈົນຮອດວັນທີ່ 5 ແລ້ວບາດນີ້ຄັນ ສືບຕໍ່ນີ້ ແລ້ວເປັນຈັ່ງໃດ ເພິ່ນຈະອອກແຈ້ງການ ອອກຕື່ມໃຫ້.”

ກ່ຽວກັບເຣື່ອງນີ້ ກໍກະທົບຕໍ່ການໃຊ້ຊີວິດຂອງຊາວບ້ານ ໃນໄລຍະທີ່ປິດບ້ານປິດເມືອງນີ້ ຍິ່ງເຮັດໃຫ້ມີຄວາມລໍາບາກຫຼາຍຂຶ້ນ ເພາະ ບໍ່ໄດ້ອອກໄປເຮັດວຽກເຮັດງານ ໄປທໍາມາ ຄ້າຂາຍກໍບໍ່ໄດ້ ໂດຍສະເພາະ ພວກຫາເຊົ້າກິນຄໍ່າ ຫຼາຍຄົນກໍຂາດຣາຍໄດ້ ເງິນໃຊ້ຈ່າຍ ໃນຄອບຄົວກໍບໍ່ມີ, ດັ່ງຊາວບ້ານ ໃນນະຄອນຫຼວງວຽງຈັນ ນາງນຶ່ງ ເວົ້າວ່າ:

“ເຣື່ອງກັງວົນ ຣາຍໄດ້ກໍມີສ່ວນຢູ່ ຫາເຊົ້າກິນຄໍ່ານີ້ນ່າ ຄັນພັກວຽກກະບໍ່ມີອັນຢູ່ອັນກິນຫັ້ນແຫຼ້ວ ສ່ວນຫຼາຍກະຢາກໃຫ້ເຮັດຄືຜ່ານ ມາຫັ້ນແຫຼະ ຄ່ານໍ້າຄ່າໄຟນີ້ແຫຼະສໍາຄັນ ພວກກັມມະກອນ ຕາມໂຮງຈັກໂຮງງານນີ້ ພັກກະຢາກໃຫ້ຊົດເຊີຍ.”

ຊາວບ້ານ ໃນນະຄອນຫຼວງພຣະບາງ ຄົນນຶ່ງເວົ້າວ່າ ຊາວບ້ານຫຼາຍຄົນ ກໍໃຊ້ຊີວິດຫຍຸ້ງຍາກ ລໍາບາກຢູ່ແລ້ວ ໂດຍສະເພາະຄົນ ທີ່ຫາເຊົ້າກິນຄໍ່າ ບໍ່ໄດ້ອອກໄປຄ້າຂາຍ ກໍບໍ່ມີຣາຍຮັບ ເຂົ້າຄອບຄົວ:

“ເຣື່ອງການລໍາບາກນີ້ ມັນກໍລໍາບາກຢູ່ແລ້ວເນາະ ການກິນການຢູ່ ນີ້ແຫຼະເນາະ ບາງຄົນກະຫາເຊົ້າກິນຄໍ່າ ກະຫຼາຍຄົນກະຫຼຸດເດ້ ເຣື່ອງຣາຍຮັບ ຣາຍໄດ້ ກະຢາກໃຫ້ຂັ້ນເທິງເນາະ ຊ່ວຍຄ່ານໍ້າເບາະ ຄ່າໄຟເບາະ ໃຫ້ເພິ່ນຫຼຸດຜ່ອນ ແດ່ໜ້ອຍນຶ່ງ ການກິນການຢູ່ ຂອງພໍ່ແມ່ປະຊາຊົນນີ້ ຫຼາຍຢ່າງ ວ່າຊັ້ນສາ.”

ນອກຈາກນີ້ ບັນດາຜູ້ປະກອບການ ພໍ່ຄ້າ-ແມ່ຄ້າ ກໍໄດ້ຮັບຜົລກະທົບ ບໍ່ຕ່າງກັນ ໃນໄລຍະທີ່ປິດບ້ານປິດເມືອງ ຫຼາຍຄົນກໍພາກັນ ຈົ່ມວ່າ ຮູ້ສຶກອຸກໃຈ ເພາະຣາຍໄດ້ຫຼຸດລົງຫຼາຍ ແລະ ບາງຄົນກໍຂາດທຶນ, ດັ່ງຜູ້ເຈົ້າຮ້ານອາຫານ ທ່ານນຶ່ງ ໃນແຂວງສວັນນະເຂດ ກ່າວວ່າ:

“ໂອ້ຍ ໂຄດອຸກເລີຍ ບໍ່ມີຣາຍໄດ້ອິຫຍັງເລີຍ ໄປໃສກະບໍ່ໄດ້ ມັນກໍຂາດຫັ້ນແຫຼະທຶນໂຕເອງ ເປີດກໍາລັງໄດ້ 5 ເດືອນນີ້ແຫຼະ ເພາະ ເພິ່ນປິດບ້ານປິດເມືອງອິຫຍັງ ເພິ່ນກໍປິດ ລໍເບິ່ງພຸ້ນແຫຼະ ເພາະວ່າມັນກໍໜັກເດ້.”

ເຈົ້າຂອງຮ້ານອາຫານ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກໍເວົ້າວ່າ ໄດ້ຮັບຜົລກະທົບຄືກັນ ຕ້ອງໄດ້ປິດຮ້ານໄປກ່ອນ ການໃຊ້ຊີວິດ ກໍລໍາບາກ ຄ້າຂາຍບໍ່ໄດ້ ແລະຢາກໃຫ້ຣັຖບານ ມີນະໂຍບາຍຊ່ອຍເຫຼືອແດ່:

“ມັນຄ້າຂາຍກໍບໍ່ໄດ້ ອອກໄປຕລາດຍາກ ລໍາບາກ ເອີ່ຢາກໃຫ້ຊ່ວຍຄ່າໄຟ ແລ້ວກໍພວກແນວຢູ່ແນວກິນນີ້ແຫຼະ ກໍບໍ່ໄດ້ອອກໄປ ເຮົາກໍບໍ່ໄດ້ທໍາມາຫາກິນແດ່.”

ນັບຕັ້ງແຕ່ວັນທີ 21 ເມສາ ທີ່ຜ່ານມານີ້ ພາຍຫຼັງ ທີ່ຣັຖບານລາວ ມີຄໍາສັ່ງ ໃຫ້ປິດການເຂົ້າອອກ ຣະຫວ່າງແຂວງ-ຫາແຂວງ ເພື່ອ ປ້ອງກັນບໍ່ໃຫ້ເຊື້ອໂຄວິດ-19 ແຜ່ຣະບາດອອກໄປ ສູ່ຊຸມຊົນ ກໍຍັງບໍ່ມີທ່າທີວ່າ ຜູ້ຕິດເຊືິ້ອໂຄວິດ-19 ຈະຫຼຸດລົງ ແລະໃນແຕ່ລະມື້ ຍັງມີຜູ້ຕິດເຊື້ອເພີ່ມຂຶ້ນ ຈຶ່ງເຮັດໃຫ້ຣັຖບານລາວ ສືບຕໍ່ປະຕິບັດ ມາຕການປ້ອງກັນໂຄວິດ-19 ຕາມຄໍາສັ່ງ ຂອງນາຍົກຣັຖມົນຕຣີ ເລຂທີ 15/ນຍ ວ່າດ້ວຍ ການເພີ່ມທະວີ ມາຕການສະກັດກັ້ນ ຄວບຄຸມແລະກຽມພ້ອມຮອບດ້ານ ເພື່ອຕ້ານພຍາດໂຄວິດ-19 ອອກໄປຕື່ມອີກ 15 ມື້ ນັບແຕ່ວັນທີ 6 ພຶສພາ ຈົນຮອດວັນທີ 20 ພຶສພາ 2021 ນີ້.

ແຕ່ເຖິງຢ່າງໃກກໍຕາມ ເຖິງວ່າຈະມີມາຕການ ປິດການເຂົ້າອອກ ຣະຫວ່າງແຂວງຫາແຂວງ, ເມືອງຫາເມືອງ ແລະ ບ້ານຫາບ້ານ ຕາມຄໍາສັ່ງຂອງນາຍົກຣັຖມົນຕຣີ, ແຕ່ການຂົນສົ່ງ ສິນຄ້າທີ່ຈໍາເປັນ ແລະການໄປ-ມາ ທີ່ຈໍາເປັນ ກໍຍັງດໍາເນີນໄປ ເປັນປົກກະຕິ ເພື່ອຫຼຸດຜ່ອນ ຜົລກະທົບທາງດ້ານເສຖກິຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ປະຊາຊົນເມືອງຮົມ
May 06, 2021 08:15 PM

ໃນສະພາບທີ່ລັດຖະບານສັ່ງປີດ ເພືອສະກັດກັ້ນການແຜ່ຂະຫຍາຍຂອງພະຍາດ covid 19ນີ້,ກໍ່ເປັນອີກເງື້ອນໄຂດີໃຫ້ພັກລັດນຳສົງທະຫານໄປປີດລ້ອມໝູ່ບ້ານຂອງຊາວມົ້ງບໍ່ໃຫ້ເຂົ້າອອກໄປມາຫາສູ່ກັນຕາມໝ່ບ້ານຕ່າງໆ ຄື: ຢູ່ແຂວງໄຊສົມບູນ, ບ້ານ ຫວ້ຍຄຳ, ນຳຍອນ, ນຳເຢັນ,ລ່ອງແຈ້ງ,ເມືອງອານຸວົງ, ເມືອງອາວ,ເມືອງອອມ,ທ່າໂທມ, ຜາລາແວດ ແລະລ້ອງຊານ. ຢູ່ແຂວງບໍລິຄຳໄຊຄື: ບ້ານບໍ, ຜາເມືອງ,ຜາໄດ, ທ່າສີ, ແລະທົວເມືອງວຽງທອງ. ຢູ່ແຂວງຊຽງຂວາງຄື: ບ້ານນາຮໍ໊,ນາລື,ສັນຫລວງ,ເປັນຕົ້ນ ໂດຍອ້າງວ່າເພືອປ້ອງກັນຄວາມສະຫງົບ ເພາະມີກອງກຳລັງເຈົ້າຟ້າຈະອອກທຳລາຍພໍ່ແມ່ປະຊາຊົນເພືອແກ້ແຄ້ນການສັນຫານນາຍ ຈືຢົວວັງ ຫົວໜ້າກົມເຈົ້າຟ້າທີ່ພູເບຍໃນຄັ້ງວັນທີ່ 09/4/2021
ປະຈຸບັນປະຊາຊົນມີຄວາມກົດດັນຈາກທະຫານຢ່າງເຂັ້ມງວດທີ່ສຸດ.