ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ອີກ 25 ຄົນ

ສຸ​ພັດ​ຕາ
2021.06.30
ກວດພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ອີກ 25 ຄົນ ດຣ ລັດຕະນະໄຊ ເພັດສຸວັນ, ຫົວຫນ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕ່າງຫນ້າຄະນະສະເພາະກິຈຕ້ານ ໂຄວິດ-19, ກ່າວຕໍ່ສື່ມວນຊົນ ໃນພິທີຖແລງຂ່າວ
ພາບຈາກ: ສູນຂ່າວສານ ການແພດ ສຸຂສຶກສາ

ທາງການລາວ ກວດພົບ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ ເພີ່ມອີກ 25 ຄົນ, ເຊິ່ງກວດພົບ ຢູ່ນະຄອນຫຼວງ ວຽງຈັນ 1 ຄົນ, ແຂວງວຽງຈັນ 13 ຄົນ, ຈໍາປາສັກ 9 ຄົນ, ສວັນນະເຂດ 1 ຄົນ ແລະ ຄໍາມ່ວນ 1 ຄົນ ຈາກຜົລການກວດ ວິເຄາະ ຫາຜູ້ຕິດເຊື້ອ ທັງໝົດ 858 ໂຕຢ່າງ ຂອງມື້ວັນທີ 28 ມິຖຸນາ 2021 ນີ້ ສົ່ງຜົລໃຫ້ປະເທດລາວ ມີຜູ້ຕິດເຊື້ອສະສົມ 2,101 ຄົນ, ດັ່ງທ່ານ ດຣ. ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າ ຄະນະສະເພາະກິຈ ປ້ອງກັນໂຄວິດ-19, ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 29 ມິຖຸນານີ້ວ່າ:

“ມາຮອດວັນທີ 28 ມິຖຸນາ 2021 ສປປລາວ ເຮົາ ໄດ້ກວດເກັບໂຕຢ່າງທັງໝົດ 858 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອທັງໝົດ 25 ຄົນ ຈາກນະຄອນຫຼວງວຽງຈັນ 1 ຄົນ, ສວັນນະເຂດ 1, ຈໍາປາສັກ 9 ຄົນ, ແຂວງວຽງຈັນ 13 ຄົນ ລະກະ ຄໍາມ່ວນ 1 ຄົນ.”

ເຖິງຢ່າງໃດກໍຕາມ, ການຕິດເຊື້ອໂຄວິດ-19 ຢູ່ລາວ ກໍຍັງມີ ຜູ້ຕິດເຊື້ອ ຢູ່ຕໍ່ເນື່ອງ ໃນແຕ່ລະມື້, ແຕ່ໃນໄລຍະ ຫຼັງໆມານີ້ ເຣີ່ມມີຜູ້ຕິດເຊື້ອ ໂຄວິດ-19 ໃນຊຸມຊົນ ເພີ່ມຂຶ້ນ ຈາກແຂວງ ທີ່ບໍ່ມີ ຜູ້ຕິດເຊື້ອແລ້ວ ກໍມີຜູ້ຕິດເຊື້ອເພີ່ມ ເປັນຕົ້ນ ຢູ່ແຂວງວຽງຈັນ ທີ່ທາງການກວດພົບ ຜູ້ຕິດເຊື້ອໂຄວິດ-19 ໃນມື້ວານນີ້ 4 ຄົນ ແລະ ໃນມື້ນີ້ ກໍກວດພົບ ຜູ້ຕິດເຊື້ອໂຄວິດ-19 ອີກ 13 ຄົນ.

ເບື້ອງຕົ້ນ ເຈົ້າໜ້າທີ່ ຢູ່ແຂວງວຽງຈັນ ກໍໄດ້ສັ່ງປິດ ການເຂົ້າ-ອອກ ເຂດບ້ານ ທີ່ມີຜູ້ຕິດເຊື້ອແລ້ວ ແລະ ນໍາຄົນໃກ້ຊິດ ໄປກວດຫາເຊື້ອໂຄວິດ-19 ແລະ ກໍຍັງບໍ່ໃຫ້ຄົນ ເຂົ້າ-ອອກ ເຂດບ້ານ ທີ່ມີຜູ້ຕິດເຊື້ອ ໂຄວິດ-19. ສ່ວນຄົນ ທີ່ຈະເດີນທາງ ໄປຕ່າງແຂວງ ກໍຕ້ອງມີ ໃບຢັ້ງຢືນ ຈາກພາກສ່ວນ ທີ່ກ່ຽວຂ້ອງ, ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 29 ມິຖຸນາ ນີ້ວ່າ:

“ຢູ່ແຂວງວຽງຈັນ ມັນຕິດ ຢູ່ຊຸມຊົນ ຕອນນີ້ ເຂົາເຈົ້າກະປິດບ້ານເດ້ ຢູ່ບ້ານໃດ ກໍປິດບ້ານນັ້ນ ແລ້ວໄປເກັບ ໂຕຢ່າງ ມາກວດຄືນ ດ່ານມີແຕ່ ທາງດ່ວນຫັ້ນ ຄັນວ່າ ຈາກນະຄອນຫຼວງ ມາວຽງຈັນ ມັນກໍຕ້ອງມີ ໜັງສື ຈາກນະຄອນຫຼວງ ຈາກວຽງຈັນ ໄປນະຄອນຫຼວງ ກະຕ້ອງ ມີໜັງສື ຈາກເມືອງວຽງຈັນ.”

ຂນະທີ່ ຜູ້ປະກອບການເຮືອນພັກ, ໂຮງແຮມ ແລະ ບັນດາຜູ້ຄ້າຂາຍ ຢູ່ເມືອງວັງວຽງ ແຂວງວຽງຈັນ ຫຼາຍຄົນ ກໍຮູ້ສຶກກັງວົນ ທີ່ໂຄວິດ-19 ກັບມາຣະບາດ ພາຍໃນຊຸມຊົນອີກຄັ້ງ ເພາະທີ່ຜ່ານມາ ຫຼາຍຄົນ ກໍໄດ້ຮັບ ຜົລກະທົບໜັກ ຢູ່ແລ້ວ ການຄ້າຂາຍ ກໍບໍ່ດີ ເພາະບໍ່ມີ ລູກຄ້າ ແລະ ນັກທ່ອງທ່ຽວ ກໍບໍ່ມີ, ດັ່ງ ເຈົ້າຂອງໂຮງແຮມ ຢູ່ເມືອງວັງວຽງ ທ່ານນຶ່ງ ກ່າວວ່າ:

“ກັງວົນຫັ້ນແຫຼະ ມັນບໍ່ມີ ນັກທ່ອງທ່ຽວ ເພິ່ນກໍຫ້າມມາທ່ຽວ ມາເລາະອິຫຍັງ ຫັ້ນເດ້ ເພິ່ນບໍ່ໃຫ້ມີ ການຊຸມແຊວ ກະທົບຫັ້ນແຫຼະ ບໍ່ມີຄົນ ມານີ້ ພວກເຮົາ ກະກິນທຸກມື້ ແລ້ວຄົນ ມາເຮັດວຽກ ນໍາເຮົາ ມັນກະໄດ້ເງິນ ຄືກັນແຫຼະ ມັນຫຍຸ້ງເນາະ ເຮົາບໍ່ຮູ້ຈັກ ເຮັດຈັ່ງໃດ ຫຼາຍໂຮງແຮມ ເຂົາກະປິດ ກະເປິດ ບາງໂຮງແຮມ ຊື່ໆ.”

ຜູ້ປະກອບການ ຮ້ານອາຫານ ທີ່ເມືອງວັງວຽງ ອີກທ່ານນຶ່ງ ກໍເວົ້າວ່າ ປັດຈຸບັນ ຕົນເອງ ກໍບໍ່ໄດ້ເປີດຮ້ານ ເພາະນັກທ່ອງທ່ຽວ ແລະ ລູກຄ້າຕ່າງໆ ກໍບໍ່ມີແລ້ວ ແລະ ມີການຣະບາດ ຂອງໂຄວິດ-19 ໃນຮອບໃໝ່ນີ້ ກໍຍິ່ງກະທົບ ໄປໝົດ:

“ກັງວົນ ເພາະບໍ່ໄດ້ ເປີດຮ້ານເລີຍ ມັນບໍ່ຄ່ອຍ ມີໃຜທ່ຽວກັນແລ້ວ ມັນກະທົບ ແບບມັນບໍ່ດີ ຢູ່ແລ້ວ ມັນພັດເປັນອີກ ມັນກະໜັກອີກ ລະເນາະ ເພິ່ນມີແຕ່ ປະກາດລົງ ແຕ່ລະມື້ ເຮົາກະລະວັງ ໂຕເອງເອົາ.”

ໃນມື້ວານນີ້ ຢູ່ແຂວງຫຼວງນໍ້າທາ ທາງການ ກໍກວດພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 2 ຄົນ ເຊິ່ງເປັນຄົນຈີນ ທັງສອງຄົນ ໄດ້ລັກລອບ ອອກຈາກເຂດເສຖກິຈພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ແລ້ວເດີນທາງ ມາແຂວງຫຼວງນໍ້າທາ ເພື່ອຈະເດີນທາງໄປ ປະເທດຈີນ.

ເບື້ອງຕົ້ນ ພາກສ່ວນ ທີ່ກ່ຽວຂ້ອງ ກໍໄດ້ປະຊຸມ ກັບທາງເຈົ້າໜ້າທີ່ ແຂວງບໍ່ແກ້ວແລ້ວ ໃຫ້ຮ່ວມມື ຊ່ອຍກັນເຂັ້ມງວດ ໃນການກວດກາ ແລະ ສະກັດກັ້ນ ເພື່ອປ້ອງກັນ ຜູ້ລັກລອບເຂົ້າ-ອອກ ແບບຜິດກົດໝາຍ ແລະ ສ່ຽງທີ່ຈະນໍາເຊື້ອໂຄວິດ-19 ມາແຜ່ຣະບາດ ພາຍໃນຊຸມຊົນ, ດັ່ງເຈົ້າໜ້າທີ່ ສະເພາະກິຈ ແຂວງຫຼວງນໍ້າທາ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວໃນມື້ດຽວກັນ ນີ້ວ່າ:

“ການຕິດເຊື້ອຂອງ 2 ກໍຣະນີ ແມ່ນຄົນຈີນ ມາແຕ່ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ລັກລອບບໍ່ມີພາສປອດ ເຂົ້າເມືອງ ຜິດກົດໝາຍ ມາຜ່ານ ຫຼວງນໍ້າທາ ຊື່ໆ ບໍ່ແມ່ນ ກໍຣະນີ ຕິດເຊື້ອ ໃນຊຸມຊົນ ພວກເຮົາ ມີຈຸດກວດ ຣະຫວ່າງ ບໍ່ແກ້ວ ກັບນໍ້າທານີ້ ພວກເຮົາ ມີຫຼາຍຈຸດ ບາງເທື່ອ ມັນກໍຍັງມີ ການລັກລອບ ເຂົ້າມາໄດ້ຢູ່ ເຈົ້າໜ້າທີ່ເຮົາ ຍັງເຂັ້ມງວດ ບໍ່ພຽງພໍ ຍັງມີຊ່ອງວ່າງຢູ່.”

ນອກຈາກນີ້ ຢູ່ນະຄອນຫຼວງວຽງຈັນ ທາງການ ກໍໄດ້ກັບມາເປີດບໍຣິການ ສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 2 ຍີ່ຫໍ້ ຊິໂນຟາມ ແລະ ຍີ່ຫໍ້ ແອສຕ້າ ເຊນິກ້າ ໃນຫຼາຍຈຸດ ອີກຄັ້ງ ພາຍຫຼັງ ພັກໄປເປັນເວລາ 4 ມື້ ໂດຍຈຸດບໍຣິການ ກໍຈະມີຢູ່ ທີ່ສູນການຄ້າລາວ-ໄອເຕັກ, ໂຮງໝໍມະໂຫສົດ, ໂຮງໝໍມິຕພາບ 150 ຕຽງ, ໂຮງໝໍ ເສດຖາທິຣາດ, ໂຮງໝໍແມ່ ແລະ ເດັກ (ໜອງພະຍາ), ໂຮງໝໍເດັກ ແລະໂຮງໝໍເມືອງ ທຸກແຫ່ງ, ດັ່ງ ເຈົ້າໜ້າທີ່ ໂຮງໝໍ ເມືອງໄຊທານີ້ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ໂຮງໝໍ ເມືອງໄຊທານີ ໄດ້ເປີດສັກ ເຂັມທີ 2 ຕັ້ງແຕ່ ແຈ້ງການ ປິດສັກເຂັມທີ 1. ເຊິ່ງການສັກເຂັມທີ 2 ກໍຖືວ່າ ຄົນບໍ່ແອອັດຄືກັບເຂັມທີ 1 ແລະ ໃນໄລຍະນີ້ ທາງການລາວ ຈະເລັ່ງໃຫ້ທຸກຄົນ ໄດ້ສັກເຂັມທີ 2:

“ມື້ນີ້ກະ ບໍ່ທັນຫຼາຍປານໃດນ່າ ຈະໄດ້ເທື່ອລະ 10 ເທື່ອລະ 20 ແບບຊີ້ນ່າ ບາງເທືຶ່ອເຂົາ ກະມາ ຕອນເຊົ້າ ບາງເທື່ອເຂົາ ກະມາຕອນແລງ ເຮົາກໍບໍ່ແນ່ໃຈ ປານໃດເນາະ ວ່າຢາທີ່ຊິມາໃໝ່ວ່າ ເພິ່ນຊິເປິດ ເປັນເດືອນ 7, ເຮົາຕ້ອງແກ້ໄຂ ໂຕເຂັມ 2 ນີ້ ອອກໃຫ້ກ່ອນ ມັນສັບສົນກັນເນາະ ເພາະເຂັມ 1 ຜູ້ໃດ ກະຢາກສັກ ມັນຊິແອອັດ.”

ດ້ານເຈົ້າໜ້າທີ່ ໂຮງໝໍເສດຖາທິຣາດ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກໍກ່າວວ່າ ການເປີດ ບໍຣິການ ສັກວັກຊິນ ປ້ອງກັນ ໂຄວິດ-19 ເຂັມທີ 2 ຢູ່ໂຮງໝໍ ເສດຖາທິຣາດນີ້ ກໍຖືວ່າ ຄົນບໍ່ຫຼາຍ ຄືຕອນເປີດ ສັກເຂັມທີ 1 ແລະ ຄົນກໍທະຍອຍ ມາແບບປົກກະຕິ ບໍ່ແອອັດແລ້ວ:

“ກະເປີດ ໂຮງໝໍອື່ນ ກະເປີດຄືກັນ ເຂັມ 2 ກະບໍ່ຫຼາຍ ລະເດ້ ເພິ່ນກະເຮັດ ຕາມຣະບົບ ກະຄື ເຂົ້າໄປ ເທື່ອລະຄົນ ກະມີຢູ່ເລື້ອຍໆຢູ່ ໝົດແລ້ວ ເຂັມທີ 1 ບໍ່ມີໃຫ້ສັກແລ້ວ ຕ້ອງລໍຖ້າລ໋ອດໃໝ່ ບໍ່ແນ່ໃຈ ຄືກັນ ວ່າຊິມາມື້ໃດ.”

ໃນມື້ວັນທີ 28 ມິຖຸນາ 2021 ທີ່ວິທຍຸເອເຊັຽເສຣີ ໄດ້ຣາຍງານ ຈໍານວນຜູ້ຕິດເຊື້ອໂຄວິດ-19 ສະສົມ ຢູ່ລາວທັງໝົດ ມີ 2,136 ຄົນ ຈໍານວນຕົວເລຂ ຜູ້ເຊື້ອໄດ້ປ່ຽນແປງ ຈາກ 2,136 ຄົນ ມາເປັນ 2,076 ຄົນ ໂດຍອີງຕາມຂໍ້ມູລ ຈາກສູນຂ່າວສານ ການແພດສຸຂສຶກສາ ໃນວັນທີ 27 ມິຖຸນາ 2021 ນີ້ ເນື່ອງຈາກໄດ້ມີ ການປັບປຸງ ແລະ ດັດແກ້ຂໍ້ມູລ ທັງໝົດຄືນໃໝ່ ໂດຍໄດ້ຕັດ ຈໍານວນລາຍຊື່ ທີ່ຊັບຊ້ອນກັນ ແລະ ຈໍານວນ ຜູ້ທີ່ເປັນ ຄົນເຈັບນອນປິ່ນປົວ ມາກວດຄືນ ອອກຈາກຂໍ້ມູລ ຜູ້ຕິດເຊື້ອໃໝ່.

ອີງຕາມການຣາຍງານ ຂອງຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 29 ມິຖຸນາ 2021 ນີ້, ມາຮອດ ປັດຈຸບັນ ມີຜູ້ໄດ້ຮັບ ການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 294,092 ຄົນ. ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 2,101 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 1,958 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍ 140 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.