ຢູ່ລາວ ຍັງບໍ່ມີກົດໝາຍ ການຄວບຄຸມ ພືດກະທ້ອມ ທີ່ຈະແຈ້ງ

ພອນ ພູມມີທອນ
2024.04.30
ຢູ່ລາວ ຍັງບໍ່ມີກົດໝາຍ ການຄວບຄຸມ ພືດກະທ້ອມ ທີ່ຈະແຈ້ງ ຈູດທຳລາຍ ສວນກະທ້ອມ ທີ່ຊາຊົນລັກປູກ ຢູ່ເມືອງສັງທອງ, ນະຄອນຫຼວງວຽງຈັນ ວັນທີ 28 ພຶສຈິກາ 2022.
Photo Credit: ຄວາມສະຫງົບ Lao Security News

ປັດຈຸບັນ, ຕົ້ນກະທ້ອມ ເປັນພືດເສບຕິດຊະນິດນຶ່ງ ທີ່ພວມໄດ້ຮັບຄວາມນິຍົມ ໃນໝູ່ໄວລຸ້ນ ແລະ ຜູ້ສູງອາຍຸ ຊາວລາວຈຳນວນນຶ່ງ ຍ້ອນພືດກະທ້ອມ ມີສານເສບຕິດ ທີ່ເອີ້ນວ່າ ໄມຕຣາຈີນິນ (Mitragynine) ຊຶ່ງມີຄຸນສົມບັດ ໃນການກະຕຸ້ນຮ່າງກາຍ ໃຫ້ມີຄວາມຕື່ນໂຕ ຫຼຸດຜ່ອນຄວາມອິດເມື່ອຍ (ຜ່ອນຄາຍ), ແຕ່ຄັນຖ້າເສບພືດກະທ້ອມໃນປະລິມານຫຼາຍຈົນເກີນໄປ ຫຼື ມີອາການລົງແດງ ຈາກຂາດການເສບຕິດພືດກະທ້ອມ ກໍຈະເຮັດໃຫ້ເກີດບັນຫາທາງຈິດປະສາດ ແລະ ຮ່າງກາຍ ຢ່າງຮ້າຍແຮງໄດ້.

ດ້ວຍເຫດນີ້, ທາງການລາວ ຈຶ່ງເລີ່ມມີມາດຕະການທາງກົດໝາຍ ໃນການຄວບຄຸມ ພືດກະທ້ອມ ໃນຖານະຢາເສບຕິດ, ເປັນຕົ້ນ ການອອກໜັງສື ຂອງກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໃນເດືອນມິຖຸນາ ປີ 2022 ຫ້າມນຳເຂົ້າພືດກະທ້ອມ, ເຄື່ອງດື່ມ ແລະ ຜລິດຕະພັນອາຫານ ທີ່ການປຸງແຕ່ງຈາກພືດກະທ້ອມ ເຂົ້າມາຈຳໜ່າຍໃນ ສປປ ລາວ. ແລະ ແຈ້ງການຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໃນເດືອນກັນຍາ ປີ 2022 ກ່ຽວກັບການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນ ການປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈຳໜ່າຍຂົນສົ່ງ, ມີໄວ້ຄອບຄອງ, ນຳເຂົ້າ, ສົ່ງອອກ ພືດທີ່ມີສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ. ໂດຍໃຫ້ຖືເອົາວ່າ ພືດກະທ້ອມ ເປັນພືດທີ່ໃຫ້ສານເສບຕິດ ຕາມປະມວນກົດ

ໝາຍອາຍາ ມາດຕາ 320 ວັກ 7.

ເຖິງຢ່າງໃດກໍຕາມ, ໃນປັດຈຸບັນນີ້ ທາງການລາວ ກໍຍັງບໍ່ທັນມີກົດໝາຍ ທີ່ຈະແຈ້ງ ໃນການຄວບຄຸມ ແລະ ການກຳນົດໂທດ ກ່ຽວກັບ ພືດກະທ້ອມ ໂດຍສະເພາະ ບໍ່ຄື ຝິ່ນ ຫຼື ກັນຊາ ທີ່ມີການກຳນົດໂທດ ຮ້າຍແຮງ.

ກ່ຽວກັບເລື່ອງທີ່ນີ້, ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນາງນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ເມສາ ປີ 2024 ນີ້ ໂດຍຢັ້ງຢືນວ່າ ປັດຈຸບັນ, ທາງພາກສ່ວນຂອງທ່ານນາງ ຍັງບໍ່ທັນມີກົດໝາຍຄຸ້ມຄອງ ແລະ ກຳນົດໂທດ ກ່ຽວກັບພືດກະທ້ອມ ແຕ່ຢ່າງໃດ.

ໃບກະທ້ອມບໍ່ເຈົ້າ. ໂດຍ, ຍັງບໍ່ມີ ຂອງເຮົາບໍ່ທັນມີເທື່ອເດີ້ເຈົ້າ. ເພິ່ນຍັງຫ້າມນຳເຂົ້າຢູ່ເຈົ້າ. ເອີ້! ບໍ່ແມ່ນເຈົ້າ. ໂດຍ, ຍັງບໍ່ແມ່ນເທື່ອເດີ້. ອາດຈະເປັນຂອງພວກກະຊວງກະສິກຳ ກໍໄດ້ເຈົ້າ ເພາະວ່າແມ່ນເພິ່ນຍັງບໍ່ທັນ ໃຫ້ນຳໃຊ້ເດີ້ເຈົ້າ. ບໍ່ໄດ້ອະນຸຍາດໃຫ້ເທື່ອ.”

ພ້ອມກັນນີ້, ຈາກການກວດສອບຂອງວິທຍຸເອເຊັຽເສຣີ ກໍຍັງບໍ່ພົບວ່າ ທາງກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີ ນິຕິກຳຢ່າງໃດ ກ່ຽວກັບການຄຸ້ມຄອງ ພືດກະທ້ອມເທື່ອ.

ສຳລັບການກຳນົດໂທດ ຕາມປະມວນກົດໝາຍອາຍາ ມາດຕາ 320 ວັກ 7 ແມ່ນ: ບຸກຄົນໃດ ມີໄວ້ໃນຄອບຄອງເພື່ອເສບ ພືດທີ່ໃຫ້ສານເສບຕິດ ທີ່ມີນ້ຳໜັກເກີນກວ່າ 5 ກຣາມ ຫາ 10 ກຣາມ ຈະຖືກລົງໂທດ ຕັດອິດສະລະພາບ ແຕ່ 1 ເດືອນ ຫາ 6 ເດືອນ ແລະ ປັບໃໝແຕ່ 5,000,000 ກີບ ຫາ 20,000,000 ກີບ. ຊຶ່ງທາງອົງການໄອຍະການປະຊາຊົນສູງສຸດ ຂອງລາວ ໄດ້ອອກຄຳສັ່ງ ໃນເດືອນມີນາ ປີ 2023 ໃຫ້ອົງການໄອຍະການ ປະຊາຊົນຂັ້ນທ້ອງຖິ່ນທົ່ວປະເທດ ດຳເນີນຄະດີອາຍາ ຕໍ່ຜູ້ກະທຳຜິດ ກ່ຽວກັບການປູກ, ຜະລິດ, ປຸງແຕ່ງ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນການຄອບຄອງ, ນຳເຂົ້າ, ສົ່ງອອກ, ເສບ ໃບກະທ້ອມ, ນ້ຳກະທ້ອມ ຫຼື ໝາກປຸມເປົ້າ, ຢາສູບໄຟຟ້າ ແລະ ອື່ນໆ.

ທາງດ້ານ ເຈົ້າໜ້າທີ່ຕຳຫຼວດ ທ່ານນຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ເຊັ່ນດຽວກັນ ກ່າວວ່າ ພືດກະທ້ອມ ແມ່ນເປັນພືດທີ່ຜິດກົດໝາຍ ຂອງລາວ ໂດຍອ້າງອີງ ແຈ້ງການຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ແຕ່ກໍຢັ້ງຢືນວ່າ ກົດໝາຍໃນການດຳເນີນຄະດີ ກ່ຽວກັບພືດກະທ້ອມ ໂດຍສະເພາະ ຍັງບໍ່ທັນມີ.

ອໍ, ບໍ່ຖືກແນ່ເດີ້ ບໍ່ຖືກ. ເລື້ອງກົດໝາຍຫັ້ນ ຖືວ່າຍັງບໍ່ທັນມີເນາະ ແຕ່ມັນມີຄຳສັ່ງຂອງຂັ້ນເທິງ ຂອງລັດຖະມົນຕີຫັ້ນແຫຼະ ເວົ້າເລື້ອງອັນນີ້ນ່າ. ເບື້ອງມາດຕາມັນຫັ້ນ ເພິ່ນກະດຳເນີນຢູ່ ແຕ່ວ່າກະບໍ່ຈື່ປານໃດເນາະ ເພາະວ່າບໍ່ໄດ້ເຮັດກ່ຽວກັບວຽກງານນີ້ຫັ້ນນ່າ.”

ເຖິງຢ່າງໃດກໍຕາມ, ໃນພາກປະຕິບັດໂຕຈິງ ກໍຍັງບໍ່ທັນມີຂ່າວເລື່ອງການດຳເນີນຄະດີ ກ່ຽວກັບພືດກະທ້ອມເທື່ອ ຍ້ອນທາງການ ແມ່ນຈະໄດ້ຖືກສຶກສາອົບຮົມ ຜູ້ເສບຢາ ໃນການກະທຳຜິດຄັ້ງທຳອິດ. ເປັນຕົ້ນ ໃນວັນທີ 24 ກຸມພາ 2024, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຄຳມ່ວນ ໄດ້ກັກຕົວກຸ່ມແກ້ງມົ້ວສຸມເສບໃບກະທ້ອມ ຈຳນວນ 13 ຄົນ ປະກອບມີຊາຍ 7 ຄົນ, ຍິງ 6 ຄົນ ຢູ່ເຂດບ້ານວຽງວິໄລ ເມືອງທ່າແຂກ ແຂວງຄຳມ່ວນ ພ້ອມທັງຢຶດຂອງກາງ ປະເພດໃບກະທ້ອມ ຈຳນວນ 44 ກິໂລກຣາມ ແລະ ຢາແກ້ໄອ ດາທິດຊິນ ຈຳນວນ 514 ແກ້ວ. ໂດຍໃນວັນທີ 1 ມີນາ 2024, ເຈົ້າໜ້າທີ່ ໄດ້ນຳເອົາກຸ່ມແກ້ງດັ່ງກ່າວ ມາດຳເນີນການສຶກສາອົບຮົມ ແລະ ສ້າງບົດບັນທຶກກ່າວເຕືອນ ຄັນມີການກະທຳຜິດຊ້ຳອີກ ຈະມີການດຳເນີນຄະດີ ຕາມປະມວນກົດໝາຍອາຍາ ມາດຕາ 320 ແລະ 321. ແລະ ໃນວັນທີ 26 ກຸມພາ 2024 ເຈົ້າໜ້າທີ່ຕຳຫຼວດ ເມືອງພະລານໄຊ ແຂວງສະຫວັນນະເຂດ ກໍມີການສຶກສາອົບຮົມຊາວໜຸ່ມ ຈຳນວນ 20 ຄົນ ທີ່ມົ້ວສຸມເສບນ້ຳຕົ້ມໃບກະທ້ອມ ປະສົມຜົງຄໍລາເຈນ ນຳດ້ວຍ.

ຂະນະທີ່ ຊາວບ້ານ ອີກຜູ້ນຶ່ງ ຢູ່ແຂວງຄຳມ່ວນ ກ່າວວ່າ ສ່ວນໂຕເຂົາເຈົ້າ ຍັງບໍ່ທັນພົບເຫັນ ກຸ່ມຜູ້ເສບພືດກະທ້ອມ ຢ່າງຈະແຈ້ງປານໃດ ຍ້ອນທຸກຄົນຮູ້ວ່າ ພືດກະທ້ອມ ເປັນສິ່ງທີ່ຜິດກົດໝາຍ ຂອງລາວ. ຜູ້ທີ່ເສບພືດກະທ້ອມ ຈຶ່ງຕ້ອງມົ້ວສຸມເສບ ໃນທີ່ລັບ.

ໂອ້! ບໍ່ແມ່ນແທ້, ຕອນນີ້ຢູ່ບ້ານເລົ່າໂພໄຊ. ບໍ່ໄດ້, ຂ້ອຍກໍບໍ່ຮູ້ ນີ້ກໍຢູ່ເຮືອນເນາະ ເມືອເຮືອນ.”

ໂດຍອີງຕາມຄຳເວົ້າ ຂອງທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຂອງລາວ ລະບຸວ່າ: ທາງການລາວ ພວມພະຍາຍາມປັບແກ້ໄຂກົດໝາຍ ເພື່ອໃຫ້ຄອບຄຸມ ເຖິງພືດກະທ່ອມ, ຢາສູບໄຟຟ້າ ແລະ ຢາເສບຕິດປະເພດໃໝ່ໆ ທີ່ກຳລັງແຜ່ລະບາດ ໃນໄລຍະປັດຈຸບັນ. ຊຶ່ງທ່ານກໍຍອມຮັບວ່າ ທີ່ຜ່ານມາ ບໍ່ທັນຄາດຄິດວ່າ ຈະມີຢາເສບຕິດລັກສະນະນີ້ ແລະ ແຜ່ລະບາດໃນສັງຄົມລາວ.

ກ່ຽວກັບນ້ຳກະທ້ອມ, ຢາສູບໄຟຟ້າ ໝາກປຸມເປົ້າ ອີ່ຫຍັງຕ່າງໆ ນີ້ ພວກເຮົາກຳລັງປັບກົດໝາຍ. ໃນກົດໝາຍສະບັບເກົ່າ ບໍ່ໄດ້ກຳນົດຢູ່ນີ້. ບໍ່ຄຶດວ່າຢູ່ນີ້ຊິເກີດມີ ບໍ່ເຄີຍ ບໍ່ເຄີຍມີ. ລະບໍ່ໄດ້ນຳເຂົ້າວ່າ ເປັນສານ ທຳຮ້າຍຕໍ່ຈິດປະສາດ ແນວນັ້ນແຫຼະ ບໍ່ໄດ້ເຂົ້າ. ແນວນີ້ປັບກົດໝາຍໃໝ່ແລ້ວເນາະ ຈະເອົາເຂົ້າ ຈະຕ້ອງໄດ້ດຳເນີນຄະດີ. ດຽວນີ້ເຖິງວ່າບໍ່ທັນມີກົດໝາຍ ບໍ່ທັນໄດ້ມີລະບຽບກົດໝາຍບັງຄັບ ແຕ່ວ່າພວກເຮົາກະເອົາເບິດເນາະ. ວ່າແຕ່ພວກສ່ວນທີ່ໃຊ້ໂຕນີ້ ພວກເຮົາກໍ່ຈັບເບິດ.”

ສຳລັບການເສບພືດກະທ້ອມ ນິຍົມເສບໃນແບບຮູບກະທ້ອມສົດ ຫຼື ນ້ຳຕົ້ມໃບກະທ້ອມ ແບບບໍລິສຸດ ຫຼື ແບບປະສົມກັບນ້ຳຫວານປະເພດຕ່າງໆ ແລະ ຢາແກ້ໄອ ຫຼື ຜົງຄໍລາເຈນ. ແຕ່ຖ້າຫາກຜູ້ໃດ ເສບພືດກະທ້ອມ ຫຼາຍຈົນເກີນໄປ ຈະເຮັດໃຫ້ ຮ່າງກາຍມີການເສບຕິດ, ມຶນເມົາ, ທ້ອງຜູກ ແລະ ຜິວໜັງດຳຄ້ຳ. ຄັນຖ້າຜູ້ເສບຕິດພືດກະທ້ອມ ບໍ່ໄດ້ເສບ ກໍຈະມີອາການລົງແດງ, ປະສາດຫຼອນ, ງ່ວມເຫງົາ, ເວົ້າບໍ່ຮູ້ຄວາມ ແລະ ເຈັບປວດກ້າມຊີ້ນ. ຊຶ່ງໃນເດືອນຕຸລາ ປີ 2023 ທີ່ຜ່ານມາ, ທ່ານໝໍຈາກໂຮງໝໍມິດຕະພາບ 150 ຕຽງ ນະຄອນຫຼວງ ວຽງຈັນ ກໍໄດ້ເປີດເຜີຍ ຕໍ່ສື່ມວນຊົນຂອງທາງການລາວວ່າ ນັບແຕ່ກາງປີ 2023 ເປັນຕົ້ນມາ ມີຄົນເຈັບຍ້ອນການເສບນ້ຳຕົ້ມໃບກະທ້ອມ ເຂົ້າມາປິ່ນປົວຢູ່ໃນໂຮງໝໍດັ່ງກ່າວ ເປັນປະຈຳທຸກວັນ ຈຶ່ງຮຽກຮ້ອງໃຫ້ປະຊາຊົນ ທັງກຸ່ມໄວລຸ້ນ ແລະ ຜູ້ສູງອາຍຸ ຢຸດເຊົາການເສບນ້ຳຕົ້ມໃບກະທ້ອມ.

ທັງນີ້, ຢູ່ໃນສື່ສັງຄົມອອນລາຍນ໌ ໄດ້ເກີດມີກຸ່ມຊື້-ຂາຍ ໃບກະທ້ອມສົດ ແລະ ນ້ຳຕົ້ມໃບກະທ້ອມ ຢູ່ເປັນຈຳນວນຫຼາຍ. ໂດຍອີງຕາມຂໍ້ມູນ ໃນວັນທີ 4 ເມສານີ້ ພົບວ່າ ກຸ່ມທີ່ມືຊື່ວ່າ “ກະທ່ອມລາວ” ແມ່ນມີສະມາຊິກຫຼາຍກວ່າ 16,000 ຄົນ ແລະ ມີແຫຼ່ງຈຳໜ່າຍ ຢູ່ໃນນະຄອນຫຼວງວຽງຈັນ ເປັນຫຼັກ. ສຳລັບລາຄາຂາຍແມ່ນ ໃບກະທ້ອມສົດ ກິໂລກຣາມ ລະ 140,000 ຫາ 160,000 ກີບ, ຢາແກ້ໄອ ແກັດລະ 1,800,000 ຫາ 2,100,000 ກີບ. ນອກຈາກນີ້ແລ້ວ, ກໍຍັງມີຂາຍເປັນຊຸດໃບກະທ້ອມ ແລະ ນ້ຳຢາ ສຳລັບຕົ້ມ ຊຸດລະ 85,000 ກີບ ແລະ ນ້ຳຕົ້ມໃບກະທ້ອມປຸງສຳເລັດ ຕຸກລະ 30,000 ກີບ ນຳດ້ວຍ.

ໂດຍສາເຫດສຳຄັນ ທີ່ເຮັດໃຫ້ພືດກະທ້ອມ ເຂົ້າມາເປັນທີ່ນິຍົມ ຢູ່ລາວ ກໍຍ້ອນທາງການໄທ ໄດ້ປະກາດໃຫ້ພືດກະທ້ອມ ບໍ່ຢູ່ໃນບັນຊີຢາເສບຕິດໃຫ້ໂທດ ມາແຕ່ປີ 2022. ເຮັດໃຫ້ມີການປູກ ແລະ ແຈກຢາຍພືດກະທ້ອມ ໄປທົ່ວປະເທດໄທ ຊຶ່ງກໍເຮັດໃຫ້ມີການລັກລອບນຳເຂົ້າ ພືດກະທ້ອມ ເຂົ້າມາລາວ ຢ່າງຫຼວງຫຼາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.