ຫຼວງນໍ້າທານໍ້າປະປາ ຍັງຂຸ່ນ

ໄຊຍາ
2019.01.04
ສາຍນໍ້າທາ ທີ່ໄຫລຜ່ານ ເມືອງຫຼວງນໍ້າທາ
RFA/VD

ການດູດແຮ່ຊາຍ ແລະການປ່ອຍນໍ້າເສັຽລົງນໍ້າທາ ເຮັດໃຫ້ຣັຖວິສຫະກິດນໍ້າປະປາ ແຂວງຫຼວງນໍ້າທາ ບໍ່ສາມາດຜລິດນໍ້າປະປາສະອາດ ມາເປັນໄລຍະ 2-3 ເດືອນແລ້ວ ຊຶ່ງນໍ້າປະປາ ທີ່ບໍຣິການປະຊາຊົນນັ້ນ ຍັງພົບບັນຫານໍ້າຂຸນ ແລະ ບໍ່ສາມາດໃຊ້ບໍຣິໂພກ ໄດ້ບາງໄລຍະ, ດັ່ງເຈົ້າໜ້າທີ່ໄດ້ອະທິບາຍ ເຖິງສາເຫດດັ່ງກ່າວ ຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 04 ມົກຣາ ນີ້ວ່າ:

"ການຜລິດບາງຄັ້ງກ່າເຮັດໃຫ້ນໍ້າຂຸ່ນ ຄືທີ່ວ່າມີຝົນຕົກໜັກບໍ່ ຫຼືວ່າມີການຂຸດຄົ້ນແຮ່ຊາຍຕ່າງໆບໍ ເຮັດໃຫ້ມີການຂຸ່ນເລັກໆນ້ອຍໆຫັ້ນເນາະ ເປັນບາງຄັ້ງເວລາຝົນຕົກ ຈັ່ງຂຸ່ນເນາະ ບໍ່ສາມາດດື່ມໄດ້ເນາະ."

ທ່ານກ່າວຕື່ມວ່າ ໂຮງງານຜລິດນໍ້າປະປາ ແຂວງຫຼວງນໍ້າທາ ເປັນໂຮງງານຂນາດນ້ອຍ ບໍ່ໄດ້ມາຕຖານ ປະຈຸບັນໂຮງງານໄດ້ເພີ່ມກຳລັງ ການຜລິດ 2 ພັນ ຫາ 3 ພັນ ແມັດກ້ອນຕໍ່ມື້ ແຕ່ກໍ່ບໍ່ສາມາດ ແກ້ໄຂນໍ້າຂຸ່ນ ໄດ້ເທື່ອ.

ຕໍ່ກໍຣະນີດັ່ງກ່າວ ປະຊາຊົນຢູ່ບ້ານໃໝ່ ໃນເມືອງຫລວງນໍ້າທາ ທີ່ໃຊ້ນໍ້າປະປາ ບໍຣິໂພກ ນັ້ນໄດ້ກ່າວວ່າ ນໍ້າປະປາ ທຸກມື້ນີ້ ເປື້ອນກວ່າ ແຕ່ກ່ອນເຮັດໃຫ້ບໍ່ສາມາດດື່ມກິນໄດ້ເລີຍ ມີແຕ່ໃຊ້ອາບໄດ້ ແຕ່ຖ້າບໍ່ຢຸດເຊົາ ການດູດແຮ່ຊາຍ ຢູ່ນໍ້າທາກໍຈະເຮັດໃຫ້ ນໍ້າປະປາຂຸ່ນຫຼາຍ ກ່ວາເກົ່າ.

ໃນຂນະດຽວກັນ ເຈົ້າໜ້າທີ່ຫລາຍພາກສ່ວນ ໃນແຂວງຫລວງນໍ້າທາ ກຳລັງຊອກຫາ ຜູ້ຮັບຜິດຊອບ ຕໍ່ກໍຣະນີທີ່ເກີດຂື້ນ ແລະ ລົງໄປແກ້ໄຂ ຢ່າງຮີບດ່ວນ ແຕ່ບັນຫາດັ່ງກ່າວ ຍັງບໍ່ມີຄວາມຄືບໜ້າ. ປະຈຸບັນ ຢູ່ແຄມນໍ້າທາ ມີບໍຣິສັດ ດູດຊາຍຢູ່ 8 ແຫ່ງ ອີງຕາມການຣາຍງານ ຂອງ ເຈົ້າໜ້າທີ່ ຜແນກໂຍທາທິການ ແລະຂົນສົ່ງ ແຂວງຫລວງນໍ້າທາ ທີ່ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.