ແພດໝໍຢູ່ມະໂຫສົດຖືກ ຕໍານິ

ອຸ່ນແກ້ວ ສຸກສະຫວັນ
2017.10.17
f-mahosot ບຸກຄົນໃນຮູບຄື: ດຣ.ອຸ່ນຄຳ ພັນທະລີ ຮອງຜູ້ອຳນວຍການ ໂຮງໝໍມະໂຫສົດ.
Courtesy of tholakhong

ຈາກກໍຣະນີທີ່ມີຜູ້ໃຊ້ ສື່ສັງຄົມອອນລາຍ ຣາຍງານ ໃນຕົ້ນເດືອນຕຸລາ ວ່າມີຄົນເຈັບໄປ ປິ່ນປົວຢູ່ ໂຮງໝໍ ມະໂຫສົດ ແລະ ຍາດພີ່ນ້ອງ ຂອງຄົນເຈັບໄດ້ ໄປເອີ້ນທ່ານໝໍ ມາເບິ່ງຄົນເຈັບເຖິງ 2-3 ຄັ້ງ ທ່ານໝໍ ຈຶ່ງຍອມມາເບິ່ງ ແລ້ວທ່ານໝໍ ກໍແຍ່ທໍ່ຫຍ່ຽວໃຫ້ ຫລັງຈາກນັ້ນ ທ່ານໝໍ ກໍບອກໃຫ້ ກັບບ້ານກ່ອນ ແລ້ວບຸນຊ່ວງເຮືອ ຈຶ່ງມາໃໝ່.

ໃນເວລາດຽວກັນ ກໍມີຂ່າວວ່າຄົນເຈັບຜູ້ນັ້ນ ໄປເສັຍຊີວິດຢູ່ ໂຮງໝໍ ມິດຕະພາບ 150 ຕຽງ, ສິ່ງດັ່ງກ່າວຈຶ່ງເຮັດໃຫ້ ມີການວິພາກວິຈານ ເຈົ້າໜ້າທີ່ ແພດໝໍ ຢູ່ໂຮງໝໍ ມະໂຫສົດ ແລະຮຽກຮ້ອງ ໃຫ້ມີການກວດສອບ ຂໍ້ເທັດຈິງ, ດັ່ງປະຊາຊົນ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຍເສຣີ ໃນວັນທີ 17 ຕຸລາ ວ່າ:

"ທາງຄະນະອຳນວຍການຫັ້ນນ່າ ຄວນແຕ່ງຕັ້ງຄະນະກຳມະການກວດກາ ຫລືກວດສອບ ຫລືສອບສວນ ແລະ ຄວນຈະຊອກຫາຄວາມ ຈິງວ່າ ສາເຫດແທ້ໆ ມັນແມ່ນຫຍັງ ແລະ ຄວນຈະຊອກຫາ ຂໍ້ມູນຄວາມຈິງວ່າ ສິ່ງທີ່ສັງຄົມເຂົາວິຈານແມ່ນແທ້ບໍ ອັນນີ້ຄືສິ່ງທີ່ ຄນະ ອຳນວຍການ ຄວນຈະເຮັດ".

ກ່ຽວກັບເຣຶ້ອງນີ ຄນະອຳນວຍການ ໂຮງໝໍ ມະໂຫສົດ ກໍອອກມາ ຕອບຂໍຂ້ອງໃຈ ຂອງສັງຄົມ ເຫດການດັ່ງກ່າວ ບໍ່ມີມູນຄວາມຈິງ. ດຣ.ອຸ່ນຄຳ ພັນທະລີ ຮອງຜູ້ອຳນວຍການ ໂຮງໝໍມະໂຫສົດ ໄດ້ກ່າວຕໍ່ນັກຂ່າວໂທຣະໂຄ່ງ ໃນວັນທີ 16 ຕຸລາວ່າ: ບໍ່ມີມູນຄວາມຈິງ ຕາມທີ່ມີບຸກຄົນ ໄດ້ກ່າວອ້າງ ແຕ່ ປະການໃດ.

ດຣ.ອຸ່ນຄຳ ຍັງກ່າວອີກວ່າ ຄົນເຈັບທີ່ໄດ້ເຂົ້າມາ ຮັບການປິ່ນປົວ ລະຫວ່າງວັນທີ 3 ຕຸລາ 2017 ນີ້ມີສອງຄົນທີ່ເຂົ້າມາ ຮັບການປິ່ນປົວ ຈາກທ່ານໝໍ ຂອງພວກເຮົາ ວ່າຍ່ຽວບໍ່ອອກນັ້ນ ແຕ່ທ່ານໝໍ ກໍໄດ້ແຍ່ທໍ່ຍ່ຽວ ແລະ ກວດຢ່າງລະອຽດແລ້ວ ເຫັນວ່າອາການ ຂອງຜູ້ກ່ຽວ ບໍ່ໄດ້ຮ້າຍແຮງ ຈຶ່ງໃຫ້ຍາດຜູ້ປ່ວຍພາກັບບ້ານໄດ້ ແລະຕໍ່ມາໃນວັນທີ 6 ຕຸລາ ໄດ້ເຫັນໃນ ສື່ສັງຄົມລາຍວ່າຄົນເຈັບ ເສັຽຊີວິດແລ້ວ ແຕ່ ໄປເສັຍຊີວິດ ຢູ່ໂຮງໝໍ ມິດຕະພາບ, ສຳລັບເລື້ອງລາວ ຂອງຜູ້ຕາຍນັ້ນ ທາງໂຮງໝໍມະໂຫສົດ ຍັງບໍ່ຮູ້ກົກປາຍສາຍເຫດວ່າ ຜູ້ກ່ຽວທີ່ ຕາຍນັ້ນ ເປັນຄົນດຽວກັນ ກັບຄົນຄົນທີ່ ມາປິ່ນປົວຢູ່ ໂຮງໝໍ ມະໂຫສົດແທ້ ຫລືບໍ່.

ແຕ່ລະມື້ ມີຄົນເຈັບປະມານ 200 ກວ່າຄົນ ແລະສະເລັ່ຍປີໜຶ່ງ ມີຄົນເຈັບມານອນຢູ່ ໂຮງໝໍປະມານ 28 ພັນຄົນແຕ່ມີຕຽງນອນ ສຳລັບ ຄົນເຈັບຢູ່ ໃນໂຮງໝໍ ທັງໝົດແມ່ນມີ 450 ຕຽງ ສ່ວນ ທ່ານໝໍ ແລະ ແພດ ມີທັງໝົດ 500 ຄົນ, ດັ່ງນັ້ນ ຢາກໃຫ້ສັງຄົມ ເຂົ້າໃຈວ່າ ຖ້າສະເລັ່ຍຄົນຈັບ ກັບ ທ່ານໝໍ ແລະ ແພດແລ້ວ ແມ່ນບໍ່ພໍ່ພຽງ ກັບຄວາມຮຽກຮ້ອງ ຕ້ອງການ.

ນັ້ນເປັນຄຳຢືນຢັນຂອງ ດຣ.ອຸ່ນຄຳ ພັນທະລີ ຮອງຜູ້ອຳນວຍການ ໂຮງໝໍມະໂຫສົດ.

ກ່ຽວກັບເລື້ອງນີ້ ປະຊາຊົນ ກໍໃຫ້ທັສນະວ່າ ຈຳນວນແພດໝໍ ແລະ ແພດຈະພຽງພໍ ຫລືບໍ່ນັ້ນ ມັນບໍ່ກ່ຽວກັນ ແຕ່ສິ່ງສຳຄັນກໍຄື ການເຮັດ ໃຫ້ຄົນເຈັບດີຂຶ້ນ ນັ້ນຄືຈັນຍາບັນ ຂອງແພດໝໍ, ດັ່ງ ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ:

"ຂ້າພະເຈົ້າຄິດວ່າ ມັນບໍ່ກ່ຽວກັບວ່າ ພຽງພໍ ຫລື ບໍ່ພຽງພໍ ແຕ່ມັນເວົ້າເລື້ອງໜ້າທີ່ ຄວາມຮັບຜິດຊອບ ຂອງແພດໝໍ ຊິເຮັດຈັ່ງໃດໃຫ້ຄົນ ທີ່ຈັບປ່ວຍມາ ຫາຕົນເອງ ລະໃຫ້ຂະເຈົ້າ ດີຂຶ້ນກວ່າເກົ່າ ແລ້ວ ກັບເມືອບ້ານ ດ້ວຍຄວາມປອດໄພ ອັນນີ້ ຄືຈັນຍາບັນ".

ເພື່ອສອບຖາມຂໍ້ມູນ ເພີ້ມຕື່ມ ເອເຊັຍເສຣີ ໄດ້ຕິດຕໍ່ຫາ ດຣ.ບຸນທະພານີ ບຸນຊ່ວຍ ຜູ້ອຳນວຍການ ໂຮງໝໍມະໂຫສົດ ໃນວັນທີ 17 ຕຸລາ ແຕ່ທ່ານ ບໍ່ສະດວກທີ່ຈະໃຫ້ສຳພາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.