ແມ່ຍິງເຮັດວຽກຢູ່ສວນອ້ອຍ ປ່ວຍໜັກ

ໄມຊູລີ
2018.05.29
F-Chemical ຄົນງານລາວ ທີ່ ເຈັບເປັນຢູ່ ບ້ານດອນຄຳ ເມືອງຮຸນ ແຂວງອຸດົມໄຊ ໄດ້ເຮັດວຽກ 2 ປີ ຢູ່ສວນກ້ວຍຈີນ ດຽວນີ້ເຈັບໜັກ ໝໍບອກວ່າ ຊ່ອຍບໍ່ໄດ້ແລ້ວ ປະຊາຊົນລາວ ອີກຫລາຍໆຄົນ ບໍ່ຮູ້ເຖິງຜົນຮ້າຍ ຂອງສານເຄມີ ທີຈີນເອົາມາໃຊ້ ໃນສວນກ້ວຍ. ການເຮັດວຽກ ກໍບໍ່ມີການປ້ອງກັນ (ພາບຖ່າຍ ແມ່ນໄດ້ຖອນ ຈາກ ວີດີໂອ ຄົນເຈັບປ່ວຍ ວັນທີ 1 ພຶສຈິກາ 2016)
screen captured : Lao Upland Rural Advisory Service (LURAS) video / www.lao44.org

ແມ່ຍິງໃນເຂດບ້ານດອນຄໍາ ເມືອງຮຸນ ແຂວງອຸດົມໄຊ ປ່ວຍໜັກພາຍຫລັງ ທີ່ໄປເຮັດວຽກ ຢູ່ສວນອ້ອຍຈີນ ເມືອງບຸນເໜືອ ແຂວງຜົ້ງສາລີ ເປັນເວລາ 1 ເດືອນ ຊຶ່ງໃນຂນະນີ້ຜູ້ປ່ວຍ ແລະຄອບຄົວເຊື່ອວ່າ ສາເຫດມາຈາກສານເຄມີ ທີ່ໃຊ້ໃນສວນອ້ອຍ ແຕ່ເຈົ້າໜ້າທີ່ ທ້ອງຖິ່ນ ບ້ານດອນຄໍາ ໃຫ້ຣາຍຣະອຽດ ກ່ຽວກັບເຣຶ້ອງນີ້ວ່າ:

“ບໍ່ແມ່ນສວນກ້ວຍມັນສວນອ້ອຍ ສວນອ້ອຍພູ້ແຫຼະຈາກຢູ່ຈີນເພິ່ນມານີ້ ມາເປັນເລີຍເຂົາໄປຈີນ ໄປເຮັດສວນອ້ອຍຈີນພຸ້ນ ເມືອງບຸນເໜືອ ແຂວງຜົ້ງສາລີ ຫັ້ນນະໃກ້ຊາຍແດນ ການເຈັບທໍາອິດນີ້ ເລຶອດດັງອອກ ແລ້ວໄປໂຮງໝໍ ຈັກສອງສາມມື້ ແລ້ວກັບພຍາດເມື່ອຍ ໄອອອກ ເລຶອດ ຫັ້ນນະ.”

ທ່ານອະທິບາຍວ່າ ແມ່ຍິງຄົນດັ່ງກ່າວອາຍຸ 30 ປີ ນາງໄດ້ໄປເຮັດວຽກ ຢູ່ສວນອ້ອຍຂອງຈີນ ເມື່ອຕົ້ນເດືອນມິນາ ຜ່ານມາ. ກ່ອນໄປ ນາງ ມີສຸຂພາບດີ ເປັນຄົນແຂງແຮງ ແຕ່ຫລັງຈາກເຮັດວຽກໄດ້ 1 ເດືອນກໍເຣີ້ມປ່ວຍ ຈົນບໍ່ສາມາດ ໄປເຮັດວຽກໄດ້ ອາການໜັກໜ່ວງກໍແມ່ນ ໃນກາງເດືອນ ເມສາ ທີ່ຜ່ານມາ ນາງມີອາການ ເມື່ອຍແບບ ຜິດປົກຕິ ແລະມີເລຶອດອອກທາງດັງ ຈົນໄດ້ນໍາເຂົ້າໂຮງໝໍ ເມືອງບຸນເໜືອ ແລະຢູ່ໂຮງໝໍ 3 ມື້ຈຶ່ງກັບໄປຮັກສາຕົວຢູ່ບ້ານເມືອງຮຸນ ແຂວງອຸດົມໄຊ ແຕ່ມາຮອດ ປັຈຈຸບັນ ອາການຂອງນາງ ຍັງບໍ່ດີຂຶ້ນ ແຕ່ຢ່າງໃດ.

ໃນດ້ານການຊ່ວຍເຫລືອນັ້ນ ເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ ໃນຣະຍະຜ່ານມາ ເຈົ້າຂອງສວນອ້ອຍ ບໍ່ໃຫ້ການຊ່ວຍເຫລືອຫຍັງເລີຍ ແກ່ຜູ້ປ່ວຍ ມີແຕ່ ທາງອໍານາດການປົກຄອງ ແລະເຈົ້າໜ້າທີ່ ສາທາຣະນະສຸກ ເມືອງຮຸນຊ່ວຍເຫລືອ ຍ້ອນຄວາມອິດູຕົນ ທ່ານວ່າ:

“ທາງບໍຣິສັດເຂົາບໍ່ເວົ້າຫຍັງນະ ບໍ່ຮັບຜິດຊອບອິຫຍັງແຫຼະ ເຈັບແລ້ວກໍມາຢູ່ເຮືອນບໍຣິສັດເຂົາບໍ່ໄດ້ຊ່ວຍຫຍັງແຫຼະ ມີແຕ່ທາງເມືອງຫັ້ນແຫຼະ ມາຊ່ວຍ ເຣື້ອງອານາມັຍ ຫັ້ນນະມີແຕ່ລາວຫັ້ນເຈັບເປັນຕາຍ ອາການມັນຕົວນັ້ນແຫລະ ຈາກມາ ມາບໍ່ໄດ້ເຮັດວຽກ ຫຍັງມີແຕ່ວ່າເຈັບ ຕົວນັ້ນແຫລະ ຢູ່ພຸ້ນຫັນ ເດືອນ 3 ກັບມານີ້ ແມ່ນເດືອນ 4 ເຈັບຢູ່ຮອດເດືອ 5 ຍັງ ບໍ່ດີເທື່ອ.”

ຢ່າງໃດກໍຕາມນັບແຕ່ ປີ 2015 ເປັນຕົ້ນມາ ມີປະຊາຊົນ ບ້ານດອນຄໍາ ປ່ວຍຍ້ອນສານເຄມີ ຫລາຍກ່ວາ 20 ຄົນແລ້ວ ຍ້ອນສານເຄມີ ຈາກສວນກ້ວຍຈີນ ເຮັດໃຫ້ປະຊາຊົນ ຫລາຍສ່ວນໃຫຍ່ ບໍ່ໄປເຮັດວຍກ ຢູ່ສວນກ້ວຍອີກ ແລະເລືອກອອກແຮງງານ ແນວອື່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.