ໝໍຜ່າຕັດລືມຜ້າບັ້ງ ໃນທ້ອງ ຄົນເຈັບ

ອຸ່ນແກ້ວ ສຸກສະຫວັນ
2019-01-17
ອີແມວລ໌
ຄໍາເຫັນ
Share
ພິມ
ໂຮງໝໍແຂວງເຊກອງ
ໂຮງໝໍແຂວງເຊກອງ
ຮູບຖ່າຍອຸປຖັມໂດຍ: ນັກຂ່າວເຊກອງ

ເປັນຄັ້ງທຳອິດ ທີ່ວົງການແພດລາວອອກມາ ຍອມຮັບຜິດໃນກໍຣະນີ ທ່ານໝໍຢູ່ໂຮງໝໍ ແຂວງເຊກອງ ຜ່າຕັດເກີດລູກໃຫ້ແມ່ຍິງຄົນນຶ່ງ ແລ້ວ ລືມເອົາຜ້າບັ້ງອອກຈາກທ້ອງຂອງລາວ.

ກໍຣະນີດັ່ງກ່າວເກີດຂຶ້ນປະມານ 4 ເດືອນ ທີ່ຜ່ານມາ ມີແມ່ຍິງຄົນນຶ່ງໄປຜ່າຕັດເກີດລູກ ຢູ່ໂຮງໝໍແຂວງເຊກອງ ແລ້ວຕໍ່ມາບາດແຜເກີດ ອາການອັຄເສບ ຕິດເຊື້ອຢ່າງຮຸນແຮງ ແລະ ຕໍ່ມາຍາດພີ່ນ້ອງຂອງລາວ ຈຶ່ງພາໄປຜ່າຕັດຢູ່ໂຮງໝໍ ປະເທດໄທ ແລະ ຫລັງຈາກນັ້ນ ແພດກໍຢືນຢັນວ່າ ມີຜ້າບັ້ງຢູ່ໃນທ້ອງຂອງລາວ.

ຫລ້າສຸດເມື່ອວັນທີ 11 ມົກກະຣາ ຜ່ານມາ, ຄນະອຳນວຍການໂຮງໝໍ ແຂວງເຊກອງ ກໍໄດ້ອອກມາຍອມຮັບຜ່ານສື່ ວ່າເປັນຄວາມຜິດພາດ ຂອງທ່ານໝໍແທ້ ແລະໂຮງໝໍ ຂໍຮັບຜິດຊອບຄ່າປິ່ນ ປົວທັງໝົດບໍ່ວ່າ ຈະຢູ່ພາຍໃນປະເທດ ແລະຢູ່ຕ່າງປະເທດ ກໍໝາຍເຖິງໄປປິ່ນປົວຢູ່ ໂຮງໝໍປະເທດໄທ ນັ້ນເອງ.

ກ່ຽວກັບກໍຣະນີ ມີຄົນຕັ້ງຂໍ້ສັງເກດວ່າ ທ່ານໝໍ ລືມເອົາຜ້າບັ້ງອອກບໍ່ຫມົດ ຍ້ອນວ່າໃສ່ຫລາຍ ແລະໃນເວລາເອົາຜ້າບັ້ງອອກນັ້ນ ທ່ານ ໝໍລືມນັບ, ດັ່ງ ອະດີດພຍາບານ ທ່ານນຶ່ງຜູ້ທີ່ເຄີຍເຮັດວຽກ ເປັນຜູ້ຊ່ວຍທ່ານໝໍ ໃນການຜ່າຕັດເກີດລູກ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ເຂົາເຈົ້າເອົາແພເພື່ອເຂົ້າໄປຫ້າມເລືອດ ລະໃນກໍຣະນີປົກກະຕິ ເຂົາເຈົ້າອາດຈະໃຊ້ 10 ອັນບໍ່ ຫລືວ່າ 15 ອັນ, 20 ອັນ ກະແລ້ວແຕ່ ເນາະ ແຕ່ກໍຣະນີ ທີ່ມັນຍາກ ເຂົາເຈົ້າອາດຈະໃສ່ຫຼາຍຂຶ້ນ ລະບາດນີ້ ການໃຊ້ຫລາຍຂຶ້ນ ລະເລືອດມັນຖົມ ຫລືວ່າຫ້າມເລືອດມັນອາດຈະ ບໍ່ຢຸດ ທັນທີທັນໃດຫັ້ນນະ ເວລາເອົາໃສ່ຫຼາຍອັນ ຢ້ານເບາະ ຫຼືວ່າເຫດການທີ່ວ່າເລືອດມັນໄຫຼ ມັນດ່ວນມັນຫຍັງຫັ້ນນ່າ ລະຍັດເຂົ້າ ຍັດເຂົ້າ ລະບາດນີ້ ລືມນັບ."

ແລະໃນການຜ່າຕັດແບບນີ້ ທ່ານໝໍ ຫຼືຜູ້ຊ່ວຍທ່ານໝໍຈະຕ້ອງໄດ້ນັບຜ້າວ່າ ໃຊ້ຜ້າບັ້ງໄປຈັກອັນແລ້ວ ເອົາອອກມາຈັກອັນ, ດັ່ງ ອະດີດ ພຍາບານທ່ານນີ້ກ່າວຕື່ມອີກວ່າ:

"ເປັນຫຍັງເຂົາເຈົ້າຈັ່ງລືມ ມັນເປັນໜ້າທີ່ການລືມນັບບໍ່, ເວລາເອົາເຂົ້າຈັກອັນ ເວລາເອົາອອກອອກຈັກອັນ ນີ້ຈຳເປັນມັນຕ້ອງນັບໄດ໋ແມ່ນ ນັບເອົາເຂົ້າ 10 ອັນ ເອົາອອກ 10 ອັນ ເພາະວ່າ ເຂົາເອົາເຂົ້າໄປ ເຂົາອາດຈະບໍ່ວາງໄວ້ເລີຍ ເຂົາເຊັດໆລະ ເຂົ້າເຈົ້າກະເອົາອອກເລີຍ ໃນກໍຣະນີ ທີ່ວ່າເລືອກອອກຫລາຍ ລະກະຊິເຂົ້າໄປແບບວ່າຫ້າມເລືອດບໍ່."

ຕາມປົກກະຕິແລ້ວ ໃນການຜ່າຕັດແບບນີ້ ຈະມີທີມງານປະມານ 5 ຄົນ ເລີ້ມແຕ່ ທ່ານໝໍຜູ້ຜ່າຕັດເອງ ແລະຜູ້ຊ່ວຍອີກ 4 ຄົນ, ອີງຕາມ ຂໍ້ມູນຈາກພຍາບານທ່ານນີ້.

ສະເພາະການຈ່າຍຄ່າຊົດເຊີຍ ຄ່າເສັຽຫາຍແກ່ຄົນເຈັບ ໂຮງໝໍແຂວງເຊກອງ ໄດ້ຈ່າຍເງິນໃຫ້ຄົນເຈັບ 17 ລ້ານກີບພ້ອມທັງປະກາດວ່າ ຈະປີ່ນປົວຈົນເຊົາເປັນປົກກະຕິ ແລະຈະປະຕິບັດວິນັຍ ຕໍ່ ໝໍຜູ້ກະທຳຜິດ.

ທີ່ຜ່ານມາເຄີຍມີກໍຣະນີ ການບໍຣິການຂອງແພດໝໍ ທີ່ຖືກສັງຄົມວິຈານກັນ:

ກໍຣະນີ ທີ 1-ເຫດການເກີດຂຶ້ນ ໃນວັນທີ 23 ພຶສຈິກາ 2018 ຜ່ານມາ ປະຊາຊົນ ທ່ານນຶ່ງໄດ້ເວົ້າ ເຖິງການໃຫ້ບໍຣິການ ຂອງໂຮງໝໍ ເຊດຖາທິຣາຊ ຜ່ານຊື່ສັງຄົມອອນລາຍ ວ່າຜູ້ກ່ຽວໄດ້ ພາພີ່ນ້ອງ ເຂົ້າໄປປີ່ນປົວ ໂດຍທີ່ໝໍບໍ່ເອົາໃຈໃສ່ ປີ່ນປົວຄົນເຈັບ ທີ່ມີອາການ ເຈັບທ້ອງຢ່າງຮຸນແຮງ ຊໍ້າບໍ່ພໍຍັງໃຫ້ລໍຖ້າເຖິງ 9 ຊົ່ວໂມງ ເຮັດໃຫ້ຜູ້ກ່ຽວຕ້ອງຕັດສິນໃຈ ເອົາພີ່ນ້ອງໄປໂຮງໝໍ 103.

ຫລັງຈາກຜູ້ກ່ຽວຍ້າຍພີ່ນ້ອງ ໄປກວດຢູ່ໂຮງໝໍ 103 ເຊິ່ງໂຮງໝໍດັ່ງກ່າວໄດ້ກວດຢ່າງວ່ອງໄວ ແລະ ໝໍໄດ້ແຈ້ງຜົລຂອງການກວດວ່າ ພີ່ນ້ອງຜູ້ກ່ຽວເຈັບໃສ້ຕິ່ງ.

ກໍຣະນີ ທີ 2-ໃນຕົ້ນເດືອນຕຸລາປີ 2017 ມີຄົນເຈັບຜູ້ນຶ່ງມີອາການຍ່ຽວບໍ່ອອກ ແລ້ວໄປປິ່ນປົວຢູ່ໂຮງໝໍມະໂຫສົດ ແຕ່ ທ່ານໝໍບອກວ່າ ບໍ່ເປັນຫຍັງແລ້ວກັບບ້ານໄດ້ ໃຫ້ກັບມາໃໝ່ ຫລັງຈາກບຸນຊ່ວງເຮືອນວັດຈັນແລ້ວ. ແລະຍາດພີ່ນ້ອງຄົນເຈັບດັ່ງກ່າວ ອອກມາເຜີຍແຜ່ ຜ່ານສື່ສັງຄົມອອນລາຍ ວ່າຄົນເຈັບຄົນນັ້ນ ໄປເສັຽຊີວິດຢູ່ໂຮງໝໍ 150 ຕຽງແລ້ວ, ແຕ່ ດຣ ອຸ່ນຄຳ ພັນທະລີ ຮອງຜູ້ອຳນວຍການ ໂຮງໝໍມະໂຫສົດ ໄດ້ກ່າວຕໍ່ນັກຂ່າວໂທລະໂຄ່ງ ໃນວັນທີ 16 ຕຸລາ ປີ 2017 ວ່າ: ບໍ່ມີມູນຄວາມຈິງທີ່ວ່າ ມີບຸກຄົນໄດ້ກ່າວອ້າງ ແຕ່ປະການໃດ. ເຖິງຢ່າງໃດກໍຕາມ, ໃນເວລານັ້ນເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ ສຳພາດຄນະອຳນວຍການ ໂຮງໝໍມະໂຫສົດຫລາຍຄັ້ງ ແຕ່ຖືກຄນະອຳນວຍການ ໂຮງໝໍມະໂສສົດ ປະຕິເສດທີ່ຈະໃຫ້ຄຳເຫັນໃນເລື້ອງ ດັ່ງກ່າວ.

ກໍຣະນີ ທີ 3-ນາງ ຄຸນຄາມ ສຸລິຍະວົງ ອາຍຸ 41 ປີ ຢູ່ບ້ານທາດດອກແກ້ວ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ເສັຽຊີວິດ ຢູ່ໂຮງໝໍໍແຂວງສະຫວັນນະເຂດ ໃນເວລາປະມານ 8 ໃນຕອນເຊົ້າ ວັນທີ 9 ພຶສຈິກາ 2017 ຫຼັງຈາກເຈັບທ້ອງເກີດລູກ ເປັນເວລາຫຼາຍ ຊົ່ວໂມງ.

ອີງຕາມຂໍ້ມູນຈາກຍາດພີ່ນ້ອງຂອງຜູ້ເສັຽຊີວິດ ນາງຄຸນຄາມ ເລີ້ມມີອາການເຈັບທ້ອງໃນເວລາປະມານ 21 ໂມງຂອງວັນທີ 8 ພຶສຈິກາ ປີ 2017 ແລະຈົນຮອດເວລາ 3 ໂມງເຊົ້າຂອງວັນທີ 9 ພຶສຈິກາ ນາງຄຸນຄາມ ໄດ້ຮ້ອງຂໍໃຫ້ທ່ານໝໍ ຜ່າຕັດອອກ ຍ້ອນວ່າລາວເຈັບຫຼາຍ, ແຕ່ ທ່ານໝໍ ກໍບອກວ່າ ອອກທັມມະຊາດໄດ້ຢູ່.

ຈົນຮອດເວລາປະມານ 8 ໂມງເຊົ້າຂອງວັນທີ 9 ພຶສຈິກາ ທ່ານໝໍ ຈຶ່ງຕັດສິນໃຈຜ່າຕັດອອກ ແຕ່ຄົນເຈັບຄື ນາງ ຄຸນຄາມ ໄດ້ເສັຽຊີວິດ ພ້ອມດ້ວຍລູກໃນທ້ອງ ໃນຂນະທີ່ ກຳລັງຖືກນຳໂຕເຂົ້າໄປຫ້ອງຜ່າຕັດ.

ເຖິງຢ່າງໃດກໍຕາມ, ທີ່ຜ່ານມາ ເຈົ້າໜ້າທີ່ກະຊວງສາທາຣະນະສຸຂ ກໍອອກມາເວົ້າວ່າ ຈະຕ້ອງມີການປັບປຸງຂອດ ການບໍຣິການຂອງໂຮງໝໍ ໃຫ້ດີຂຶ້ນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງປະຊາຊົນ.

ເຕັມຫນ້າ