ເຕືອນ ປຊຊ ຫ້າມໃຊ້ເຄື່ອງກວດເຊື້ອໂຄວິດ-19 ເອງ

ຈຳປາທອງ
2021.10.07
ເຕືອນ ປຊຊ ຫ້າມໃຊ້ເຄື່ອງກວດເຊື້ອໂຄວິດ-19 ເອງ ເຄື່ອງກວດໂຄວິດ-19 ດ້ວຍໂຕເອງ ຈາກປະເທດຈີນ ແລະ ໄທຍ ທີ່ມີວາງຈຳໜ່າຍ ຕາມຮ້ານຄ້າທົ່ວໄປ, ແຕ່ທາງການລາວ ຍັງບໍ່ຮັບຮອງ ແລະ ເຕືອນໃຫ້ງົດນຳໃຊ້. ເດືອນ ກັນຍາ 2021
ຖ່າຍຮູບໂດຍ: ແມ່ຄ້າ ຂາຍເຄື່ອງ ອອນລາຍນ໌ ໃນ ນະຄອນຫຼວງວຽງຈັນ

ຈາກຜົລ ຂອງການກວດ ວິເຄາະຫາ ເຊື້ອໂຄວິດ-19  4,965 ຄົນ ໃນມື້ວັນທີ 6 ຕຸລານີ້ ທາງການລາວປະກາດໃນມື້ ວັນທີ 7 ຕຸລາວ່າ ກວດພົບຜູ້ຕິດ ໂຄວິດ-19 ໃໝ່ ຕື່ມອີກ 414 ຄົນ. ໃນນັ້ນ ຕິດເຊື້ອໃນຊຸມຊົນ 404 ຄົນ ແລະນໍາເຂົ້າ 10 ຄົນ.

ທາງການລາວ ໄດ້ແຈ້ງເຕືອນ ປະຊາຊົນ ບໍ່ໃຫ້ໃຊ້ ເຄື່ອງກວດຫາເຊື້ອ ໂຄວິດ-19 ແບບດ່ວນ ດ້ວຍຕົນເອງ ຍ້ອນມີຄວາມສ່ຽງ ຕໍ່ການທີ່ຈະເກີດ ຄວາມຜິດພາດສູງ ເພາະການ ກວດຫາເຊື້ອ ນັ້ນບໍ່ແນ່ນອນວ່າ ຕິດເຊື້ອແທ້ ຫຼືບໍ່ ແລະຫຼາຍຄົນ ອາດບໍ່ມີຄວາມ ຊໍານານໃນການ ເກັບໂຕຢ່າງ ກວດດ້ວຍຕົນເອງ. ເຖິງແມ່ນວ່າ ເຄື່ອງກວດຫາເຊື້ອ ດັ່ງກ່າວ ມີຂາຍແບບ ຊະຊາຍຫຼາຍ ຍີ່ຫໍ້ທາງ ສື່ສັງຄົມອອນລາຍນ໌ (Social Media) ໂດຍບໍ່ໄດ້ຜ່ານ ການຮັບຮອງ ຈາກກະຊວງສາທາຣະນະສຸຂ ຂອງລາວ ດັ່ງນັ້ນທາງການ ຈຶ່ງບໍ່ອະນຸຍາດ ໃຫ້ຊື້ມາກວດເອງ ດັ່ງ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າ ກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາຣະນະສຸຂ ກ່າວໃນ ພິທີ ຖແລງຂ່າວ ຕໍ່ສື່ມວນຊົນໃນມື້ ວັນທີ 6 ຕຸລານີ້ ຕອນນຶ່ງວ່າ:
ບໍ່ອະນຸຍາດ ບຸຄຄົນຊື້ມາ ກວດດ້ວຍຕົນເອງ ຍ້ອນເຄື່ອງ ກວດມີຂາຍ ແບບຊະຊາຍ ແລະກໍມີຫຼາຍຊນິດ ບໍ່ຮູ້ວ່າ ຊນິດໃດໄດ້ ມາຕຖານສາກົລ ບໍ່ໄດ້ຜ່ານ ການກວດກາ ຂອງອາຫານ ແລະ ຢາ ກະຊວງສາທາຣະນະສຸຂ ເຄື່ອງກວດແບບ ໄວທັງໝົດ ທີ່ມີໃນປັດຈຸບັນ ບໍ່ມີເຄື່ອງ ຊນິດໃດ ທີ່ຈະໃຫ້ຜົລຖື ກຕ້ອງ 100% ມີຄວາມ ຜິດພາດໄດ້ສູງ.”

ທ່ານກ່າວຕື່ມວ່າ ການກວດ ຫາເຊື້ອ ໂຄວິດ-19 ທີ່ດີ ທີ່ສຸດ ຄືການກວດ ໃນຫ້ອງວິເຄາະ ເທົ່ານັ້ນ. ປັດຈຸບັນ ທາງການ ໃຫ້ນໍາໃຊ້ ເຄື່ອງກວດຫາ ເຊື້ອແບບດ່ວນ ມີແຕ່ສະເພາະຢູ່ໃນ ສະຖານທີ່ ບໍຣິການທີ່ທາງການກໍານົດ ແລະໃນຊຸມຊົນ ທີ່ມີການຕິດ ເຊື້ອຫຼາຍ ຊຶ່ງມີການຮັບຮອງ ຈາກທາງການ ແລ້ວເທົ່ານັ້ນ.

ກ່ຽວກັບເຣື່ອງ ທີ່ວ່ານີ້ ກໍມີປະຊາຊົນ ຫຼາຍຄົນເຫັນດີ ແລະບໍ່ເຫັນດີນໍາ ຊຶ່ງຜູ້ເຫັນດີ ໃຫ້ໃຊ້ເວົ້າວ່າ ຢາກໃຫ້ທາງການ ພິຈາຣະນາ ແລະ ອະນຸຍາດ ໃຫ້ໃຊ້ເຄື່ອງ ກວດຫາ ເຊື້ອໂຄວິດ-19 ແບບດ່ວນ ນັ້ນໄດ້ ເພື່ອຄວາມ ສະດວກ, ງ່າຍຂຶ້ນ ແລະຈະຊ່ອຍໃຫ້ຫລຸດຜ່ອນ ການຕິດເຊື້ອໄດ້, ຫາກເກີດການ ລະບາດໜັກ ກໍບໍ່ຕ້ອງໄປ ລຽນແຖວຕໍ່ຄິວ ທີ່ເຮັດໃຫ້ ເກີດສະພາບ ແອອັດ ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ ວັນທີ 7 ຕຸລານີ້ວ່າ:
ກະດີຫັ້ນແລ້ວ ເຮົາຮູ້ສຶກວ່າ ເຮົາເປັນ ເຮົາກໍກວດ ເອົາເອງໂລດ ກະຖືວ່າ ເປັນການດີ ສະເພາະ ເຮົາບໍ່ໄດ້ໄປ ຫາທາງອື່ນ ອີກກໍບໍ່ໄປ ແອອັດ ທາງອື່ນຫັ້ນນ່າ ຢາກໃຫ້ຣັຖບານ ຖ້າມີເງື່ອນໄຂໄດ້ ກໍຈໍາໜ່າຍອອກມາໄດ້ ກະດີຫັ້ນແລ້ວ ແບບຫັ້ນນ່າ ຜ່ານກະຊວງສາທາຣະນະສຸຂ ຖືກຕ້ອງເນາະ ຢູ່ໄທຍ ເຂົາກໍໃຊ້ແລ້ວ ຣັຖບານເຂົາ ກໍອະນຸຍາດ ໃຫ້ຂາຍທົ່ວໄປ ແລ້ວເດ.”

ແຕ່ຜູ້ບໍ່ເຫັນດີ ໃຫ້ໃຊ້ເຄື່ອງນີ້ ເວົ້າວ່າ ການໃຊ້ເຄື່ອງກວດຫາ ເຊື້ອໂຄວິດ-19 ແບບດ່ວນນີ້ ຖ້າຫາກ ບໍ່ໄດ້ຜ່ານການ ອະນຸມັດຈາກ ກະຊວງສາທາຣະນະສຸຂ ກໍມີຄວາມສ່ຽງສູງ ທີ່ຜົລການ ກວດນັ້ນຈະບໍ່ແນ່ນອນ, ຈະບໍ່ຮູ້ວ່າຕົນຕິດ ຫຼືບໍ່ຕິດແທ້ ຫຼືບໍ່ ເຖິງເຄື່ອງກວດ ນັ້ນມີຂາຍຢູ່ທົ່ວໄປ:
ຂາຍທົ່ວໄປ ແນວນັ້ນ ເກັບກໍາ ອິຫຍັງ ກໍບໍ່ໄດ້ຈັກຢ່າງ ຊື້ໄປກວດເອງ ຈັກຮູ້ວ່າຕິດ ຫຼືບໍ່ຕິດ ສົມມຸດວ່າ ຄືຂ້ອຍນີ້ນ່າ ຊື້ມາກວດ ແລ້ວສິຮູ້ຈັ່ງໃດວ່າ ມັນກວດ ວິທີການ ໃນການກວດ  ບໍ່ມີປະສົບການ ແມ່ນຢູ່ ມັນກໍບໍ່ຊ່ຽວຊານຄືໝໍ.”

ໃນຂນະ ດຽວກັນ ເຈົ້າໜ້າທີ່ ສາທາຣະນະສຸຂ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກໍກ່າວວ່າ ການທີ່ຄະນະສະເພາະກິຈ ໄດ້ອອກແຈ້ງການ ເຕືອນປະຊາຊົນ ຄືແນວນັ້ນ ກໍຍ້ອນວ່າ ການໃຊ້ເຄື່ອງ ກວດແບບດ່ວນຫາ ເຊື້ອໂຄວິດ-19 ດ້ວຍຕົນເອງ ມັນມີຄວາມສ່ຽງ ທີ່ຈະເກີດ ຄວາມຜິດພາດ ກ່ຽວກັບຜົລ ຂອງການກວດ ແລະຢູ່ ປະເທດລາວ ກໍຍັງບໍ່ໄດ້ ຮັບຮອງ ເຄື່ອງກວດ ດັ່ງກ່າວ, ຫາກພົບເຫັນ ຜູ້ລັກນໍາເຄື່ອງນັ້ນເຂົ້າມາ ຂາຍ ກໍຈະຖືກຢຶດ ແລະປັບໃໝ:
ຢູ່ລາວ ເພິ່ນບໍ່ອະນຸຍາດ ໃຫ້ຂາຍ ເພິ່ນເຕືອນອອກ ຢ້ານມັນມີພວກ ພໍ່ຄ້າ ອິຫຍັງເອົາ ມາຂາຍເດ໋ ກວດມັນບໍ່ໄດ້ ຄຸນນະພາບ ຢູ່ແລ້ວເນາະ ມັນບໍ່ໄດ້ 100% ເພິ່ນກວດກະມີແຕ່ ATK ກະຕ້ອງໃນກະຊວງສາທາຣະນະສຸກບ່ອນດຽວ ທີ່ກວດໄດ້ ການຂົນສົ່ງມັນກໍຍັງເປີດປົກຕິ ຄວາມລັກລອບມັນກໍອາດເກີດຂຶ້ນໄດ້ ທຸກໆແຂວງ ຈັບໄດ້ເພິ່ນກໍຍຶດປັບໃໝພຸ້ນແລ້ວ.”   

ມາເຖິງປັດຈຸບັນ ກໍຍັງມີ ຄົນຕິດເຊື້ອ ໂຄວິດ-19 ຫຼາຍ ໃນແຕ່ລະມື້ ເຮັດໃຫ້ແພດໝໍ ຕ້ອງໄດ້ເຮັດວຽກໜັກ, ບາງແຫ່ງ ໄດ້ແບ່ງເປັນ ທິມໝຸນວຽນກັນ 7 ມື້, ບາງແຫ່ງ ກໍຕ້ອງໄດ້ເຂົ້າ ເວນຍາມ 14 ມື້ ຕິດຕໍ່ກັນ ແລະຫຼັງຈາກ ນັ້ນແລ້ວ ກໍຕ້ອງໄປ ກັກຕົວອີກ 14 ມື້ ເພື່ອຕິດ ຕາມເບິ່ງ ອາການວ່າ ຕິດເຊື້ອ ຫຼືບໍ່ ດັ່ງທ່ານໝໍ ທີ່ນະຄອນຫຼວງວຽງຈັນ ຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ຕຸລານີ້ວ່າ:
ຄັນ ພວກໃດ ໄປຕາມຄົນເຈັບ ຢູ່ສຸູນປິ່ນປົວ ແລ້ວນະ ບໍ່ໄດ້ພັກ ໄດ້ຜ່ອນປານໃດ ປ່ຽນກັນໄປຫັ້ນແຫຼະ ເທື່ອລະ 14 ມື້, ໂຈະກັນໄປ 14 ມື້, ກັກໂຕ ຈຶ່ງໄດ້ພັກຜ່ອນ.”    

ເຣື່ອງການ ຊ່ອຍເຫຼືອ ວັກຊິນປ້ອງກັນ ໂຄວິດ-19 ຈາກຕ່າງປະເທດ ລ້າສຸດນີ້ ຣັຖບານ ຣັສເຊັຽ (Russia) ກໍໄດ້ມອບ ວັກຊິນຍີ່ຫໍ້ ສະປຸດນິກ-ໄລທ໌ (Sputnik Light) ໃຫ້ ຣັຖບານລາວ 30,000 ໂດສໃນມື້ວັນທີ 6 ຕຸລາ ນີ້ ແລະຣັຖບານຈີນ ກໍໃຫ້ຄໍາໝັ້ນວ່າ ຈະສືບຕໍ່ ຊ່ອຍເຫຼືອ ວັກຊິນນັ້ນ ຫຼາຍກວ່າຈໍານວນທີ່ ຈີນໄດ້ຊ່ອຍ ຣັຖບານລາວ ຜ່ານມາ.

ມາເຖິງປັດຈຸບັນ ຣັຖບານລາວ ໄດ້ຮັບການຊ່ອຍເຫຼືອ ວັກຊິນຈາກ ຕ່າງປະເທດ ທັງຊ່ອຍ ໂດຍກົງ ແລະ ຜ່ານໂຄງການໂຄແວັກ (COVAX) ທັງໝົດ 5,567,490 ໂດສ. ທີ່ຜ່ານມາ ລາວໄດ້ຮັບ ວັກຊິນ 5 ຍີ່ຫໍ້ຄື: ຊິໂນຟາມ (Sinopharm),​ ແອສຕຣາເຊນິກາ (AstraZeneca), ຈອນສັນແອັນຈອນສັນ (Johnson and Johnson, ໄຟເຊີ (Pfizer) ແລະ ສະປຸດນິກ ວີ (Sputnik V) ອີງຕາມ ການລາຍງານ ຂອງກະຊວງສາທາຣະນະສຸຂລາວ ເມື່ອ ເດືອນ ກັນຍາ ຜ່ານມາ.

ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ປະກາດໃນມື້ ວັນທີ 7 ຕຸລານີ້, ມາເຖິງປັດຈຸບັນ ຢູ່ລາວມີຜູ້ໄດ້ຮັບການ ກວດວິເຄາະ ຫາເຊື້ອ ໂຄວິດ-19 ທັງໝົດ 616,774 ຄົນ, ມີຜູ້ຕິດເຊື້ຶອສະສົມ 26,876 ຄົນ, ຍັງກໍາລັງ ປິ່ນປົວ 6,393 ຄົນ, ເສັຽຊີວິດ 23 ຄົນ.   

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.