ຝຸ່ນລະອອງ PM 2.5 ຢູ່ຫຼາຍແຂວງ ຂຶ້ນຮອດລະດັບ ທີ່ສົ່ງຜົລຕໍ່ສຸຂພາບ

0:00 / 0:00

ຂໍ້​ມູ​ນຈາກເວ​ບ​ໄຊຕ໌ AQI ທີ່​ເປັນ​ຖານ​ຂໍ້​ມູນ ການ​ແທກຄຸ​ນ​ນະ​ພາບ​ອາ​ກາດ ໄດ້ລາຍ​ງານ​ວ່າ ແຂວງບໍ່​ແກ້ວ, ແຂວງ​ຫລວງ​ພ​ຣະ​ບາງ ແລະ ແຂວງ​ໄຊ​ຍະ​ບູ​ລີ ມີ​ລະ​ດັບ​ຝຸ່ນ​ລະ​ອອງ PM 2.5 ສູງ ເຊິ່ງ​ຢູ່​ໃນ​ລະ​ດັບ​ທີ່ບໍ່​ດີ​ຕໍ່​ສຸ​ຂະ​ພາບ.

ສະ​ເພາະ​ວັນ​ທີ 29 ມີ​ນາ ເວ​ລາ​ປະ​ມານ 21 ໂມງ ຕາມ​ເວ​ລາ​ປະ​ເທດ​ລາວ, ລະ​ດັບ​ຝຸ່ນລະ​ອອງ PM 2.5 ຢູ່​ແຂວງ ບໍ່​ແກ້ວ ແທກ​ໄດ້ຢູ່ທີ່ 271, ແຂວງ​ຫລວງ​ພ​ຣະ​ບາງ ແທກ​ໄດ້ 267 ແລະ ແຂວງ​ໄຊ​ຍະ​ບູ​ຣີ ແທກ​ໄດ້ 208.

ສະ​ພາບ​ຝຸ່ນ​ລະ​ອອງ ທີ່​ເກີດ​ຈາກ​ໄຟ​ປ່າ ແລະ ການ​ຈູດ​ປ່າ ຢູ່​ແຂວງ​ຫລວງ​ພ​ຣະ​ບາງ ຢູ່​ບາ​ງ​ເຂດ ປະ​ຊາ​ຊົນ ກໍ​ຫາຍ​ໃຈ​ຍາກ ແສບ​ດັງ. ເຈົ້າ​ໜ້າ​ທີ່​ວິ​ຊາ​ການ​ທ່ານ​ນຶ່ງ ຜູ້​ທີ່ ເດີນ​ທາງ​ໄປ​ເຮັດ​ວຽກ​ ຢູ່​ແຂວງ​ຫລວງ​ພ​ຣະ​ບາງ ໄດ້​ໃຫ້​ສັມ​ພາດ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 29 ມີ​ນາ.

ນັກ​ຂ່າວ: ເປັນ​ຈັ່ງ​ໃດ​ສະ​ພາບ​ໝອກ​ຄວັນ ​ຢູ່​ພາກ​ເໜືອ​ທີ່​ຂຶ້ນ​ໄປ​ເຮັດ​ວຽກ​ຫັ້ນ​ນ່າ?

ນັກ​ວິ​ຊາ​ການ: ໂອ້​ມັນ​ກະ​ໜັກ​ຫັ້ນ​ແຫຼະ ຫຼຽວ​ໄປ​ຈົນ​ມົວ​ໝົດ​ທີບ​ຫັ້ນ​ແຫຼະ ຄັນ​ຊິ​ວ່າ​ລະ ບ່ອນ​ທີ່​ເຮົາ​ເຄີຍ​ເຫັນ​ວິວ​ງາມໆເນາະ. ເຮົາ​ຂຶ້ນ​ຢູ່​ບ່ອນ​ສູງ​ລະ​ຫຼຽວ​ເບິ່ງວິວ ຕອນນີ້ ກະ​ຖື​ວ່າ ຄວັນ​ມັນ​ກະ​ຄຸມ​ໄປ​ໝົດ​ແຫຼະ ຢູ່​ໃນ​ບໍ​ຣິເວນ. ຄື​ຫຼຽວ​ໄປ​ມັນ​ກະ ມັນ​ກະ​ເຫັນ​ແຕ່​ຄວັນ ​ວ່າ​ຊັ້ນ​ຊະ​ເນາະ. ລະ​ກະ​ອອກ​ໄປ​ທາງ​ນອກນີ້ ບໍ່​ໄດ້​ດົນ ຮູ້​ສຶກ​ແສບ​ຕາ ແສບ​ດັງ​ໂລດ ມັນ​ກະ​ລົບ​ກວນ​ອິ​ຫຼີ ມັນ​ເຮັດ​ໃຫ້​ຫຼາຍ​ຄົນ​ກະ​ບໍ່​ຢາກ​ອອກ​ໄປ​ນອກ ເພາະ​ວ່າ ເຮົາ​ກະ​ຮູ້​ເນາະ ມັນ​ມີ​ຜົ​ລ​ກະ​ທົບ​ຕໍ່​ສຸ​ຂະ​ພາບ.

ຕາມ​ທີ່​ຄົນ​ຢູ່​ໃນ​ບ້ານ​ຢູ່​ໃນ​ເມືອງ ເນາະ​ຢູ່​ໃນ​ຂອບ​ເຂດ ບ່ອນ​ທີ່​ພວກ​ເຮົາ​ໄປ​ເຮັດ​ວຽກ​ກະ​ຖື່​ວ່າ ໜັກ​ຫັ້ນ​ແຫຼະ ໜັກ​ນະ ໜັກ​ກວ່າ​ທຸກ​ປີ ເທື່ອນີ້​ນະ.

ນັກ​ຂ່າວ: ມັນ​ໜັກ ທຸກ​ປີ​ມັນ​ເປັນ​ຈັ່ງ ລະ​ປີນີ້ ມັນ​ເປັນ​ຈັ່ງ​ໃດ?

ນັກ​ວິ​ຊາ​ການ: ອັນ​ນີ້​ບັງ​ເອີນ​ເຮົາ​ກະ​ບໍ່​ໄດ້​ສຳ​ຜັດ​ ໃນ​ແຕ່​ລະ​ປີ ມີ​ແຕ່​ໄປ​ບາງ​ໂອ​ກາດ​ຊື່ໆ ແຕ່ນີ້ ແມ່ນ​ອີງ​ໃສ່​ກາ​ບອກ​ເລົ່າ​ຂອງ​ຄົນ​ຢູ່​ໃນ​ພື້ນ​ທີ່​ຫັ້ນ ຂ​ະ​ເຈົ້າ​ວ່າ ໂອ້​ມັນ​ໜັກ​ຫຼາຍ​ປີນີ້. ຫຼຽວ​ເບິ່ງ​ມັນ​ເປັນ​ໝອກ​ຄວັນ​ຂຽວໆ.

ຕື່ນມື້​ເຊົ້າ​ຂຶ້ນ​ມາ​ຫຼຽ​ວ​ເບິ່ງ​ພູ​ເຂົາ​ກັບ​ແມ່​ນ້ຳ​ຂອງ ແລ້ວ​ເຮົາ​ກໍ​ຈະ​ເຫັນ ເຂົ້າ​ເອີ້ນ​ວ່າ ເປັນ​ໝອກ​ນ້ຳ​ຂອງ​ທັມມະ​ຊາຕ​ເນາະ ແຕ່​ວ່າ ຕອນນີ້​ນິ ຖືກ​ປົກ​ຄຸມ​ໄປ​ດ້ວຍ​ໝອກ​ຄວັນ​ໄຟ​ນີ້ ຈົນ​ເຮັດ​ໃຫ້​ເຮົາ​ນີ້ ແນມບໍ່​ເຫັນ​ໄກ​ເລີຍ​ນະມົ້ວ​ໄປ​ເຕັມ​ໝົດ​ວ່າ​ຊັ້ນ​ຊະ.

ນັກ​ຂ່າວ: ໄດ້​ໃສ່​ຜ້າ​ອັດ​ປາ​ກ​ດັງ​ບໍ່ ໃນ​ເວ​ລາ​ເຮົາ​ອອກ​ໄປ​ນອກ​ພື້ນ​ທີ່ນີ້?

ນັກ​ວິ​ຊາ​ການ: ຫຼາຍ​ຄົນ​ກະ​ໃສ່​ເນາະ ແຕ່​ວ່າ ບາງ​ຄົນ​ກະ​ຍັງ​ບໍ່​ໃສ່. ມັນ​ກະ​ຍ້ອນ​ວ່າ ມັນ​ຍັງ​ບໍ່​ທັນ​ມີ​ຜ້າ​ອັດ​ປາກ​ດັງ ສະ​ເພາະ​ທີ່​ກັນ PM 2.5 ເທື່ອ​ວ່າ​ຊັ້ນ​ຊະ ກະ​ຊິ​ມີ​ບາງ​ຈຳ​ນວນ​ທີ່​ມີ​ຜ້າ​ອັດ ທີ່​ສາ​ມາດ​ປ້ອງ​ກັນ​ຄວັນ​ໂຕນີ້​ໄດ້.

ແຕ່​ຕອນນີ້ ບາງ​ຄົນ​ກະ​ໃຊ້​ຜ້າ​ອັດ​ປາກ-ດັງ​ທີ່​ເປັນ​ຜ້າ ເນາະ ຊະ​ນິດ​ທີ່​ເຮັດ​ດ້ວຍ​ຜ້າ ແລະ ກະ​ຈຸບ​ນ້ຳ ຈຸບ​ນ້ຳ​ລະ​ກະ​ປັ້ນ ປັ້ນ​ໃຫ້​ມັນ​ຊຸ່ມ ລະ​ກະ ໃຊ້​ອັນ​ນັ້ນ​ປິດ​ປາກ​ປິດ​ດັງ ລະ​ມັນ​ກະ​ຊ່ວຍ ຊ່ວຍ​ໄດ້ ແທນ​ທີ່​ຈະ​ໃສ່​ຜ້າ​ອັດ​ປາກ​ດັງ​ແບບ​ທົ່ວ​ໆ​ໄປ ຫຼື​ວ່າ ໃສ່​ອັດ​ນ​ແຫ້ງ.

ນັກ​ຂ່າວ: ສະ​ເພາະ​ຊາວ​ບ້ານ​ເດ້ ເຂົາ​ເຈົ້າ​ຮູ້​ວິ​ທີ່​ປ້ອງ​ກັນ​ບໍ່ ຫຼື​ວ່າ ເຂົາ​ເຈົ້າ​ກະ​ໃສ່​ແຕ່​ຜ້າ​ອັດ​ປາກ​ດັງ​ທັມມະ​ດາ ຕາມ​ທີ່​ເຫັນ​ຫັ້ນ​ນະ?

ນັກ​ວິ​ຊາ​ການ: ກະ​ປ້ອງ​ກັນ​ໃຜ​ປ້ອງ​ກັນ​ລາວ ຫັ້ນ​ລະ​ຕອນນີ້ ຍັງບໍ່​ມີ​ໃຜ​ມີ​ຄວາມ​ຮູ້​ເລື່ອງນີ້ ແລະ ຄັນ​ຖ້າ​ວ່າ ໃຜ​ມີ​ຄວາມ​ຮູ້​ຜ້າ​ອັດ​ປາກ​ດັງ ຊະ​ນິດ​ທີ່​ມັນ​ປ້ອງ​ກັນ PM 2.5 ໄດ້ ຈັກ​ຊິ​ເອົາ​ຈາກ​ໃສ່​ຄິດ​ວ່າ ຍັງໆ ບໍ່​ຮູ້​ອັນ​ນີ້​ນະ.

ແຕ່​ວ່າ ສ່ວນ​ໃຫຍ່ນີ້ ຕາມ​ທີ່​ເຮົາ​ສັງ​ເກດ​ນິ ຜູ້ບໍ່​ໃສ່​ຫຼາຍກວ່າ​ຜູ້​ໃສ່​ຊັ້ນ​ເທາະ​ໄປ໋ ມັນ​ກະ​ບໍ່​ມີ​ການ​ປະ​ກາດ​ວ່າ​ຈະ​ຕ້ອງ​ຢຸດ​ພັກ​ເທື່​ອ​ເດ້ ຊ້ວງນີ້.

ມື້​ກັບ​ມາ​ຫັ້ນ​ກະ​ເຫັນ ໂອ້​ກຳ​ລັງ​ເລີຍມື້​ນັ້ນ​ຫັ້ນ​ນະ ເຮົາ​ກະ​ໂຊກ​ດີ​ທີ່​ວ່າ​ເຮົາ​ອອກ​ມາ​ກ່ອນ ພໍ​ດີ​ເປັນ​ມື້​ທີ່​ເຂົາ​ເຈົ້າ​ເລີ່ມ​ຈູດ ເລີ່ມ​ມີ​ການ​ປະ​ຊຸມ​ຢູ່​ໃນ​ແຕ່​ລະ​ບ້ານ ເພື່ອ​ຈະ​ມີ​ການ​ຈູດ​ໄຮ່ ເພາະ​ວ່າ ເຂົາ​ເຈົ້າຈູດ ເຂົາ​ເຈົ້າ​ກະ​ຕ້ອງ​ໄດ້​ວາງ​ແຜນ​ເດ້ ວ່າ​ຕ້ອງ​ຈູດ​ແນວ​ໃດ ເພື່ອ​ໃຫ້​ມັນ​ຮັບ​ປະ​ກັນ ມີ​ການ​ປ່າວ​ປະ​ກາດ​ແນວ​ໃດ​ໃຫ້​ລະ​ວັງເຣື່ອງ​ໄຟ​ລາມ​ປ່າ​ແມ່ນ​ຫຍັງ​ຕ່າງໆ.

ເຖິງວ່າ​ເຮັດ​ປານ​ນັ້ນ ກະ​ຍັງ​ມີ​ຂ່າວ​ວ່າ ມີ​ຄົນ​ຖືກ​ໄຟ​ໃໝ້​ໄຟ​ຫຍັງ​ກະ​ມີ ຢູ່​ທາງ​ແຂວງ​ຫລວງ​ພ​ຣະ​ບາງ

ຢູ່​ແຂວງ​ອຸ​ດົມ​ໄຊ, ປະ​ຊາ​ຊົນ ກໍ​ໄດ້​ຮັບ​ຜົ​ລ​ກະ​ທົບ​ເຊັ່ນ​ດຽວ​ກັນ ບາງ​ຄັ້ງກໍ​ຫາຍ​ໃຈ​ຍາກ ຍ້ອນ​​ຄວັນ ຈາກ​ໄຟ​ປ່າ ແລະ ການ​ຈູດ​ປ່າ​ເຮັດ​ໄຮ່.

Air_quality_map_Laos.png
ແຜນທີ່ສະແດງໃຫ້ເຫັນເຖິງ ເຂດທີ່ໄດ້ຮັບຜົລກະທົບຈາກສະພາບໝອກຄວັນຈາກໄຟໄໝ້ປ່າ ແລະ ຈູດປ່າເຮັດໄຮ່ ຮ້າຍແຮງ. ຮູບພາບແຜນທີ່ຈາກ: IQAir.com

ປະ​ຊາ​ຊົນ ແຂວງ​ອຸ​ດົມ​ໄຊ ໄດ້​ໃຫ້​ສຳ​ພາດ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ ຈູດ​ປ່າ​ຂ​ຈູດ​ພູ​ຫລວງຫຼາຍ​ໂອ້ ຍາມນີ້​ຍາມ​ຈູດ​ໄຮ່​ເດ້.

ນັ​ຂ​ກ່າວ: ການ​ຫາຍ​ໃຈ​ເດ້ ຫານ​ໃຈ​ຍາກ ເຮົາ​ໄດ້​ໃສ່​ຜ້າ​ອັດ​ປາກ​ດັງ​ບໍ່?

ປະ​ຊາ​ຊົນ: ເອີ​ ຫາຍ​ມົກ​ຫາຍ​ໃຈ ມັນ​ກະ​ຈົ່ມ ຫາຍ​ໃຈ​ຝືດ​ ໃຈ​ຕັນ​ຫັ້ນ​ແຫຼ ມັນ​ໝອກ​ຄວັນ​ຫຼາຍ ຈູດ​ແທ້​ຈູດ​ວ່າ​ແຫຼະ ກຳ​ລັງ​ຈູ​ດ​ແຫຼະ​ດຽວນີ້​ນະ.

ນັກ​ຂ່າວ: ອັນ​ເຣີ່ມ​ມີ​ໝອກ​ຄວັນ​ນີ້ ດົນ​ປານ​ໃດ​ລະ?

ປະ​ຊາ​ຊົນ: ເປັນ​ອາ​ທິດ​ລະ​ໂອ້ ເປັນ​ອາ​ທິດ​ລະ​ເດີ.

ນັກ​ຂ່າວ: ລະ​ເຮົາ​ຢູ່​ຈັ່ງ​ໃດ​ລະ​ປັດ​ຈຸ​ບັນ​ນີ້ ມັນ​ຫາຍ​ໃຈ​ຍາກໆ ແກ້​ໄຂ​ກັນ​ແນວ​ໃດ​ນີ້?

ປະ​ຊາ​ຊົນ: ເອີ ​ກະ​ຢູ່​ໄປ​ນີ້​ແຫຼະ ເຮັດ​ແນວ​ໃດ ນຳ​ກັນ​ໄປ​ນີ້​ແຫຼະ ມື້​ວານນີ້ ກະ​ເຫັນ​ແສງ​ແດດ​ໜ້ອຍ​ນຶ່ງ​ລະ. ມັນ​ຄວັນ​ຫຼາຍ ມັນ​ກະ​ແສບ​ດັງ​ແສບ​ຕາ​ໂອ້.

ປະ​ຊາ​ຊົນ ແຂວງ​ອຸ​ດົມ​ໄຊ ອີກ​ທ່ານ​ນຶ່ງ ໄດ້​ໃຫ້​ສຳ​ພາດ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ ມືດ​ລະ​ບໍ້ ບາງມື້​ກະ​ແສບ​ຫູ​ແສບ​ຕາ​ຢູ່ນີ້. ບາງມື້​ກະ​ແສບ​ຫູ​ແສບ​ຕາ​ຫຼາຍ​ໂອ້. ເຂົາ​ຈູດ​ໄຮ່​ນີ້​ຍັງ​ບໍ່​ເຊົາ​ເທື່ອ​ນ່າ ດຽວນີ້​ນ່າ.

ນັກ​ຂ່າວ: ຕອນນີ້ ເປັນ​ລະ​ດູ​ການ​ຈູດ​ໄຮ່​ເລີຍ​ຫວະ?

ປະ​ຊາ​ຊົນ: ບ້ານ​ຫ້ວຍ​ທາດ ​ເຂົາ​ກະ​ຈູດ​ລະ ຢູ່​ເຂດນີ້​ຈູດ​ໝົດ​ແລ້ວ.

ນັກ​ຂ່າວ: ແຕ່​ວ່າ ສະ​ເພາະ​ຍັງ​ເປັນ​ແນວ​ໃດ ຍັງ​ຂິວ​ຢູ່​ເບາະ ຍັງ​ຫຼາຍ​ຢູ່​ເບາະ ປົກ​ຄຸມ​ຫຼາຍ​ຢູ່​ເບາະ ຢູ່​ເຂດ​ບ້ານ​ຫັ້ນ.

ປະ​ຊາ​ຊົນ: ເບິ່ງ​ກະ​ຍັງ​ບໍ່​ຢາກ​ເຫັນ ​ໄກ​ປານ​ໃດ​ໂອ້. ຍັງ​ມືດ​ຢູ່​ໂອ້.

ນັກ​ຂ່າວ: ດຽວນີ້​ໃນ​ເວ​ລາ​ເຮົາ​ອອກ​ໄປ​ ຈະ​ເຫັນ​ຄວັນ​ປົກ​ຫຸ້ມ​ເລີຍ​ແມ່ນບໍ່ ຢູ​ຕາມ​ບ້ານນີ້?

ປະ​ຊາ​ຊົນ: ແຕ່​ວ່າ ກະ​ເຫັນ​ໄດ້​ໄກ​ໜ້ອຍ​ນຶ່ງ​ລະ ຢູ່​ຕາມ​ບ້ານນີ້. ວ່າງ​ແລ້ວນີ້ ກະ​ມືດ​ຕືບ​ຢູ່, ແຕ່​ວ່າ ຕອນນີ້ ກະ​ຈ າງ​ຫາຍ​ໄປ​ໜ້ອຍ​ນຶ່ງ​ແລ້ວ. ມື້​ໃດ​ທີ່​ວ່າ ມັນ​ມີ​ຄວັນ​ຫຼາຍ​ທີ່​ສຸດ.

ນັກ​ຂ່າວ: ມື້​ໃດ​ທີ່​ວ່າ ມັນ​ມີ​ຄວັນ​ຫຼາຍ​ທີ່​ສຸດ?

ປະ​ຊາ​ຊົ​ນ: 4-5 ມື້​ຫຼັງ​ນີ້​ແຫຼະ ເຂົາ​ກະ​ຍັງ​ຈູດ​ໄຮ່​ຈູດ​ສວນ​ຢູ່.

ນັກ​ຂ່າວ: ເຮັດ​ຈັ່ງ​ໃດ ໄດ້​ໃສ່​ຜ້າ​ອັດ​ປາກ​ດັງ​ບໍ່ ຫຼື ບໍ່​ໄດ້​ໃສ່ ຊາວ​ບ້ານ ຫຼື​ວ່າ ໂຕ​ເຮົາ​ເອງນີ້?

ປະ​ຊາ​ຊົນ: ໂອ້​ແຖວ​ບ້ານນອກ​ຄອກ​ຄະ​ເມ ສ່ວນ​ຫຼາຍ​ກະ​ບໍ່​ໃສ່​ນີ້​ແຫຼະ ໄທ​ເຮົາ​ນີ້ ກະ​ບໍ່​ໃສ່​ລະ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ໝໍ​ຢູ່​ໂຮງ​ໝໍ​ມະ​ໂຫ​ສົດ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ ປັດ​ຈຸ​ບັນ ກໍ​ຍັງ​ບໍ່​ທັນ​ມີ​ປະ​ຊາ​ຊົນເຂົ້າ​ໄປ​ປິ່ນ​ປົວ ໂຣກ​ລະ​ບົດ​ທາງ​ເດີນ​ຫາຍ​ໃຈ ຍ້ອນ​ຜົ​ລ​ກະ​ທົບ​ຈາກ​ຝຸ່ນ​ລະ​ອອງ PM2.5.

ການ​ແທກມາ​ດ​ຕະ​ຖານ​ ລະ​ດັບ​ຝຸ່ນ​ລະ​ອອງ PM 2.5 ຈະ​ເຣີ່ມ​ແຕ່ໂຕ​ເລກ ແຕ່ 0 ຂຶ້ນ​ໄປ ແລະ ຖ້າ​ໂຕ​ເລກ​ຕ່ຳ​ເທົ່າ​ໃດ ຄຸນ​ນະ​ພາບ​ອາ​ກາດ​ກໍ່​ຍິງ​ດີ ແລະ ຖ້າ ໂຕ​ເລກ​ສູງ​ເທົ່າ​ໃດ ຄຸນ​ນະ​ພາບ​ອາ​ກາດ​ກໍ​ຍິ່ງບໍ່​ດີ​ເທົ່າ​ນັ້ນ.

ການ​ແທກມາດ​ຕະ​ຖານ ອາ​ກາດ ມີ​ດັ່ງ​ຕໍ່​ໄປ​ນີ້:

  • ໂຕ​ເລກ 0-50 AQI ຢູ່​ໃນ​ລະ​ດັບ​ ດີ
  • 51-100 ເປັນ​ລະ​ດັບ​ ປານ​ກາງ
  • 101-200 ລະ​ດັບ ບໍ່​ດີ
  • 201-300 ເປັນລະ​ດັບທີ່ ມີ​ຜົ​ລ​ຕໍ່​ສຸ​ຂະ​ພາບ
  • 301-400 ເປັນລະ​ດັບທີ່ ຮ້າຍ​ແຮງ
  • 401-500 ເປັນລະ​ດັບທີ່ ອັນ​ຕະ​ລາຍ