ໃຫ້ ຜູ້ຕິດເຊື້ອ ໂຄວິດ-19 ອອກຄ່າໃຊ້ຈ່າຍ ເອງ

0:00 / 0:00

ທາງການ ແຂວງຫຼວງພຣະບາງ ໄດ້ອອກແຈ້ງການ ໃຫ້ຜູ້ຕິດເຊື້ອໂຄວິດ-19 ອອກຄ່າ ໃຊ້ຈ່າຍເອງ ເປັນຕົ້ນ ອາຫານການກິນ ເຄື່ອງໃຊ້ສອຍ ຄົນນຶ່ງ 30,000 ກີບ ໃນໄລຍະເວລາປີ່ນປົວ ໂຄວິດ-19 ໃນໂຮງໝໍພາກສນາມ ຍ້ອນວ່າ ທາງການແຂວງຂາດງົປມານ ແລະອົງການຕ່າງຊາດ ກໍຢຸດການຊອ່ຍເຫຼືອແລ້ວ. ກ່ຽວກັບເຣື່ອງນີ້ ເຮັດໃຫ້ຊາວຫຼວງພຣະບາງຫຼາຍຄົນ ບໍ່ເຫັນດີນຳແຈ້ງການດ່ັງກ່າວ ຊຶ່ງໃນໄລຍະນີ້ ແຂວງຫຼວງພຣະບາງ ກໍຍັງມີການຣະບາດຂອງໂຄວິດ-19 ຢ່າງໜັກ ຊາວບ້ານບໍ່ມີລາຍໄດ້ຄືແຕ່ກອ່ນ ໂດຍສເພາະຜູ້ທຸກຍາກ ທາງການແຂວງ ຄວນຊອກຊ່ອງທາງຊ່ອຍເຫຼືອຜູ້ຕິດເຊື້ອ ຊຶ່ງຜ່ານມາ ມີໂຄງການຕ່າງຊາດ ເຂົ້າມາຊ່ອຍຫຼາຍຢູ່. ດັ່ງຊາວ ນະຄອນຫຼວງພຣະບາງ ທ່ານນື່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ພຶສຈິກາ ນີ້ວ່າ:

" ບໍ່ ເຫັນດີຫັ້ແຫຼະ ປະຊາຊົນທັມມະດານີ້ນ່າ ຄົນເຈັບທຸກຍາກກໍວ່າຈະຈ່າຍເອງຫັ້ນນ່າ ທັມມະດາມັນກໍມີງົປມານຈາກຣັຖບານແດ່ແລ້ວນ່າ ຫຼວງພຣະບາງເປັນອັນດັບສອງຫັ້ນນ່າ ເພາະມັນມີຫຼາຍປະເທດຍື່ນມືເຂົ້າມາຊ່ອຍຢູ່ເດ ທີ່ດີກໍແມ່ນໃຫ້ທາງຣັຖ ຈະຕ້ອງໄດ້ເບີ່ງແຍງຫັ້ນແຫລ້ວ "

ຊາວບ້ານອີກຜູ້ນຶ່ງ ຢູ່ແຂວງຫຼວງພຣະບາງເວົ້າວ່າ ຖ້າຫາກຄົນບໍ່ມີເງິິນ ຫາເຊົ້າກິນຄ່ຳຕິດເຊື້ອ ໂຄວິດ-19 ເຂົາເຈົ້າຈະປະສົບກັນບັນຫາ ໃນການຈ່າຍແນ່ນອນ ທາງການຄວນເບິ່ງຄືນໃໝ່ ກ່ຽວກັບການແຈ້ງການດັ່ງກ່າວ.

" ຜູ້ທຸກຍາກຫັ້ນ ບາງຄົນຫາເຊົ້າກິນຄ່ຳແຫຼະ ບໍ່ໄດ້ມີຣາຍໄດ້ຫຼາຍ ຖ້າຂະເຈົ້າຕິດແລ້ວ ຂະເຈົ້າຈະເອົາເງິນອັນໃດໄປຈ່າຍຄ່າໃຊ້ຈ່າຍຫັ້ນເດ ເງິນຫຼາຍປານນັ້ນແພງ ສຳລັບຄົນທຸກຍາກ ກໍຢາກໃຫ້ເພີ່ນຊ່ອຍເຫລືອ ເຣື່ອງອາຫານການກິນແດ່ ຄັນພຍາດນີ້ເຫັນເປັນໂຕມາ ເຮົາກະຫລີກໄດ້ເດ ອັນນີ້ເຮົາບໍ່ເຫັນເດ. "

ອີງຕາມການແຈ້ງການ ຂອງຄນະສເພາະກິດຄວບຄຸມ ໂຄວິດ-19 ແຂວງຫຼວງພຣະບາງ ໃນວັນທີ 23 ພຶຈິກາ ປີ 2021 ຣະບຸວ່າ ເຣີ່ມແຕ່ວັນທີ ວັນທີ 24 ພຶສຈິກາ ປີ 2021 ເປັນຕົ້ນໄປ ຜູ້ຕິິດເຊື້ອໂຄວິດ-19 ຈະຕ້ອງຈ່າຍຄ່າ ອາຫານ ເຄື່ອງໃຊ້ເອງ ຍ້ອນອົງການກາແດງ ຈາກປະເທດສວິສແລນ ໄດ້ຢຸດໃຫ້ການຊ່ອຍເຫຼືອຜູ້ຕິດເຊື້ອ ໂຄວິດ-19 ໃນໂຮງໝໍພາກສນາມແລ້ວ.

ສວນຜູ້ໃດ ບໍ່ສະດວກໃນການໄປປີ່ນປົວ ຢູ່ໂຮງໝໍພາກສນາມ ທາງການແຂວງ ມີໂຮງແຮມໃຊ້ເປັນສຖານທີ່ປີ່ນປົວໄດ້ ແຕ່ຕ້ອງອອກຄ່າເຊົ່າ ແລະຄ່າອາຫານເອງທັງໝົດ ເຫມືອນກັນ ຊຶ່ງທາງການຮັບຜິດຊອບຄ່າປີ່ນປົວ ຄ່າຢາ ແລະອຳນວຍຄວາມສດວກ ໃນການຮັບເຂົ້າສູນປີ່ນປົວເທົ່ານັ້ນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ແຂວງຫຼວງພຣະບາງ ທ່ານນຶ່ງເວົ້າວ່າ ສາເຫດທີ່ທາງການແຂວງ ໃຫ້ຜູ້ຕິດເຊື້ອ ໂຄວິດ-19 ອອກຄ່າໃຊ້ຈ່າຍເອງ ຍ້ອນວ່າ ທາງການແຂວງບໍ່ມີງົປມານ ພຽງພໍ ສ່ວນຜູ້ທີ່ທຸກຍາກ ບໍ່ມີເງິນຈ່າຍຄ່າອາຫານ ທາງການກໍຈະເບິ່ງແຍງຢູ່.

" ມັນກໍຈຳເປັນໃນເຣື່ອງງົປມານ ຈ່າຍຄ່າອັນຢູ່ອັນກິນ ເພີ່ນໄລ່ວ່າໃຫ້ເບີ່ງ ຫັ້ນນ່າ ມື້ນື່ງ 30 ພັນຄ່ານ້ຳມັນ 40 ຖືວ່າ 14 ວັນຖືກຢູ່ແສນປາຍ ວາງມາຕການໃວ້ທົ່ວໄປຫັ້ນແຫຼະ ເພີ່ນກໍຈະເບີ່ງຄວາມເປັນຈິງຕື່ມ. "

ໃນຂນະດຽວກັນ ແຂວງຫຼວງພຣະບາງ ຍັງໄດ້ຕຽມພ້ອມ ຈະເປີດຮັບນັກທ່ອງທ່ຽວນຳອີກ ຈະມີການອານາມັຍ ຊ້ອມແປງ ສຖານທີ່ທ່ອງທ່ຽວ ຫໍພິທີພັນຕ່າງໆ ເພື່ອລໍຖ້າທາງການແຈ້ງການໃຫ້ເປີດ ກໍຈະສາມາດເປີດຕ້ອນຮັບນັກທ່ອງທ່ຽວໄດ້ເລີຍ. ດັ່ງເຈົ້າໜ້າທີ່ ທ່ອງທ່ຽວແຂວງຫຼວງພຣະບາງເວົ້າວ່າ:

" ປັດຈຸບັນມັນກໍຍັງຣະບາດຢູ່ ປິດປະຕູຂັງໂຕເອງບໍ່ເຮັດບໍ່ສ້າງ ມັນກໍບໍ່ໄດ້ແລ້ວເດ ກໍສ້າງຂບວນການເດ ພາກັນໄປອານາມັຍ ບໍຣິເວນຕີນພູສີ ທາສີຄັນໃດຂື້ນໄປແທ່ນ ຕໍ່ໜ້າຫໍພິທະພັນເດ ຖ້າມື້ໃດມີຄວາມພ້ອມປະຊາຊົນສ່ວນໃຫຍ່ ໄດ້ຮັບການສັກຢາວັກຊິນຄົບໂດສໝົດ ເຖີງເປີເຊັນສູງ ຄັນວ່າຂັ້ນເທີງເຫັນດີໃຫ້ເປີດພວກເຮົາກະຕຽມເດ. "

ໃນຂນະດຽວກັນ ທາງການແຂວງຄຳມ່ວນ ກໍໄດ້ອະນຸຍາດໃຫ້ເປີດສຖານທີ່ທ່ອງທ່ຽວໄດ້ແລ້ວ ອິງຕາມການແຈ້ງການຂອງເຈົ້າແຂວງໆ ຄຳມ່ວນໃນວັນທີ 23 ພຶສຈິກາ ປີ 2021 ຣະບຸວ່າ ທາງການແຂວງອະນຸຍາດໃຫ້ເປີດການທ່ອງທ່ຽວ ໃນແຂວງໄດ້ ແຕ່ຕ້ອງປະຕິບັດ ຕາມມາຕການການປ້ອງກັນ ໂຄວິດ-19 ຢ່າງເຄັ່ງຄັດ ແລະການທ່ອງທ່ຽວນັ້ນ ຈະເປັນການທ່ອງທ່ອງທ່ຽວ ແບບທັມມະຊາດກ່ອນ ຮ້ານກິນດື່ມ ສຖານທີ່ບັນເທີງຍັງ ບໍ່ໃຫ້ເປີດເທື່ອ. ດັ່ງເຈົ້າໜ້າທີ່ແຂວງຄຳມ່ວນ ທ່ານນຶ່ງກ່າວວ່າ:

" ໂດຍຮວມ ແມ່ນເປີດບັນດາແຫລ່ງທ່ອງທ່ຽວ ກໍຊີ່ມີທາງທັມມະຊາດ ປະວັດສາດ ວັທນະທະທັມ ພວກເຮົາຈະມີຄນະກັມມະການ ລົງໄປຕຽມຄວາມພ້ອມ ໃນການເປີດດັ່ງກ່າວ ກໍຕ້ອງມີບັດສັກຢາວັກຊິນຄົບສອງໂດສ ຖ້າວ່າມາຈາກເຂດສ່ຽງ ກໍຕອ້ງໃບຢັ້ງຢືນ ບໍ່ມີເຊື້ອໂຄວິດ-19 ກ່ອນເດີນທາງ 72 ຊົ່ວໂມງ "

ສ່ວນສຖານະການ ໂຄວິດ-19 ໃນວັນທີ 24 ພຶສຈິກາ ນີ້ ທາງການລາວໄດ້ກວດພົບ ຜູ້ຕິດເຊື້ອ ໂຄວິດ-19 ໃໝ່ເພີ່ມອີກ 1,336 ຄົນ, ຕິດເຊື້ອໃນຊຸມຊົນ 1,330 ຄົນ ເສັຽຊີວິດ 142 ຄົນ ແລະຕິດເຊື້ອສະສົມ 65,818 ຄົນ.