ລັກລອບຂົນສົ່ງກັນຊາ ລາວໄປໄທຍ ເກີດຂຶ້ນເນື່ອງນິດ

0:00 / 0:00

ເຈົ້າໜ້າທີ່ໄທຍ ຢູ່ເມືອງບ້ານແພງ ແຂວງນະຄອນພນົມ ກົງກັນຂ້າມກັບ ເມືອງປາກກະດິງ ແຂວງບໍຣິຄຳໄຊ ແລະ ເມືອງຫິນບູນ ແຂວງຄຳມ່ວນ ໄດ້ຈັບຂະບວນການ ຄ້າກັນຊາຂ້າມປະເທດ ຫຼາຍກໍຣະນີ, ໂດຍກັນຊາທີ່ຍຶດມາໄດ້ ເປັນກັນຊາປະເພດຊໍ່ດອກ ບັນຈຸໃສ່ເປົ໋າ ຖືກຂົນຂ້າມແມ່ນ້ຳຂອງ ມາຈາກຝັ່ງລາວ, ເຊິ່ງຈະມີການສວມສິດ ໃຫ້ເປັນກັນຊາໄທຍ ແລະ ສົ່ງຂາຍຕໍ່ ທົ່ວປະເທດໄທຍ.

ກ່ຽວກັບເຣື່ອງນີ້ ຊາວບ້ານ ນາງນຶ່ງ ຢູ່ເມືອງປາກກະດິງ ແຂວງບໍຣິຄຳໄຊ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ເມສາ 2023 ນີ້ວ່າ ຍານາງໄດ້ຂ່າວເຣື່ອງນີ້ ມາຈາກສື່ມວນຊົນ ຂອງໄທຍ.

“ຂ່າວວ່າເຂົາຈັບກັນຢູ່ໄທຍ ໄດ້ຍິນຢູ່ ເຂົາຍິງກັນ, ຈັບກັນ, ເອົາຊາຂ້າມ. ເຮົາບໍ່ມີຣາຍລະອຽດດອກ ວ່າຜູ້ໃດເອົາຂ້າມໄປ, ຜູ້ນີ້ເອົາມາ ບໍ່ຮູ້.”

ກ່ຽວກັບຄະດີ ລັກລອບຂົນກັນຊາ ຢູ່ເມືອງບ້ານແພງ ແຂວງນະຄອນພນົມ ຂ້າງເທິງນັ້ນ, ທ່ານ ພັນຕຳຣວດເອກ ສຸນັນ ສ້ອຍສຸດ, ຜູ້ອຳນວຍການ ສະຖານີຕຳຣວດເມືອງ ເມືອງບ້ານແພງ ໃຫ້ຂໍ້ມູນວ່າ ໃນໄລຍະເດືອນເມສາ 2023 ນີ້, ເຈົ້າໜ້າທີ່ທະຫານພານ ຂອງໄທຍ ໄດ້ຈັບຂະບວນການ ລັກລອບຂົນກັນຊາ ໄດ້ 3 ກໍຣະນີ, ສາມາດຍຶດກັນຊາ ມີນ້ຳໜັກລວມກັນ ຫຼາຍກວ່າ 500 ກິໂລກຣາມ ມູລຄ່າປະມານ 1 ລ້ານບາທ ຫຼື 500 ປາຍລ້ານກີບ ແລະ ຈັບຜູ້ຕ້ອງຫາຄົນໄທຍ ໄດ້ຈຳນວນ 4 ຄົນ, ໂດຍເຈົ້າໜ້າທີ່ທະຫານພານ ໄດ້ມອບຂອງກາງ ແລະ ຜູ້ຕ້ອງຫາ ໃຫ້ທາງຕຳຣວດໄທຍ ເພື່ອດຳເນີນຄະດີ ຕາມກົດໝາຍ ຂອງໄທຍ.

ທ່ານກ່າວວ່າ:

“ຕົ້ນເດືອນມາ ມີ 3 ເທື່ອ ທີ່ທະຫານພານຈັບ. ກໍຣະນີທຳອິດ ບໍ່ພົບໂຕຜູ້ຕ້ອງຫາ ມີແຕ່ກັນຊາ ຫາກໍມີກໍຣະນີຫຼ້າສຸດ ທີ່ໄດ້ໂຕຜູ້ຕ້ອງຫາ ກໍຮັບມາດຳເນີນຄະດີຮຽບຮ້ອຍແລ້ວ. ຄະດີລັກລອບໜີພາສີ ແລະ ກັກກັນພືດ.”

ທ່ານກ່າວຕື່ມວ່າ ທາງເຈົ້າໜ້າທີ່ທະຫານພານ ຂອງໄທຍ ກໍໄດ້ວາງກຳລັງກວດກາ ຕາມແຄມແມ່ນ້ຳຂອງ ເພື່ອປ້ອງກັນ ການລັກລອບຂົນກັນຊາ ແລະ ສິ່ງຜິດກົດໝາຍຕ່າງໆ ຈາກຝັ່ງລາວ ເຂົ້າມາຝັ່ງໄທຍ, ແຕ່ທາງກຸ່ມຂະບວນການລັກລອບ ກໍອາສັຍຈັງຫວະເວລາ ທີ່ເຈົ້າໜ້າທີ່ ຖອນກຳລັງ ໃນການຂົນເຄື່ອງຜິດກົດໝາຍຕ່າງໆ ເຂົ້າມາໄທຍ.

ດັ່ງທີ່ທ່ານໄດ້ກ່າວອີກວ່າ:

“ມັນກໍແອບລັກລອບຂຶ້ນຝັ່ງມາ. ບ້ານແພງ ເປັນພື້ນທີ່ຕິດແນວຊາຍແດນໃກ້ໆ ກໍລັກລອບຂຶ້ນມາ. ທະຫານພານກໍເຝົ້າຕະຫຼອດ, ສ່ວນຫຼາຍ ກໍເປັນທະຫານພານຈັບ ເພາະວ່າ ເຂົາຢູ່ແຄມຝັ່ງ. ມີການແອບຂົນສົ່ງເປັນບາງເທື່ອ ໄລຍະຕອນເຊົ້າຂ້ອນແຈ້ງ, ໄລຍະທະຫານພານ ຖອນກຳລັງ.”

ກ່ຽວກັບເຣື່ອງນີ້, ຊາວເມືອງປາກກະດິງ ແຂວງບໍຣິຄຳໄຊ ຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອເດືອນມີນາ ກ່ອນໜ້ານີ້ວ່າ: “ຢູ່ແຂວງບໍຣິຄຳໄຊ ມີການລັກລອບ ປູກກັນຊາຫຼາຍ ເພາະນາຍທຶນຊາວໄທຍ ຈ້າງຄົນລາວ ປູກກັນຊາ ໃນເຂດຫ່າງໄກສອກຫຼີກ ແລ້ວຂົນຂ້າມແມ່ນ້ຳຂອງ ໄປປະເທດໄທຍ”

ສຳລັບເຂດຫ່າງໄກສອກຫຼີກ ທີ່ມີການປູກກັນຊາຫຼາຍ ຢູ່ໃນປະເທດລາວ ນັ້ນ, ແມ່ນຢູ່ຕາມເຂດພູດອຍ ໃນເຂດເມືອງຄຳເກີດ, ເມືອງວຽງທອງ ແລະ ເມືອງໄຊຈຳພອນ ແຂວງບໍຣິຄຳໄຊ, ເຊິ່ງຈະມີການຂົນສົ່ງກັນຊາ ລົງມາທີ່ແຄມແມ່ນ້ຳຂອງ ຢູ່ເມືອງປາກກະດິງ ແຂວງບໍຣິຄຳໄຊ ແລະ ເມືອງຫິນບູນ ແຂວງຄຳມ່ວນ ເພື່ອໃຫ້ຂະບວນການ ລັກລອບຂົນສົ່ງກັນຊາ ຈາກຝັ່ງໄທຍ ຂີ່ເຮືອມາຮັບເອົາ ຢູ່ຝັ່ງລາວ.

ປັດຈຸບັນ, ກັນຊາ ບໍ່ແມ່ນຢາເສບຕິດ ຕາມກົດໝາຍ ຂອງໄທຍ ແລ້ວ, ຈຶ່ງເຮັດໃຫ້ ຄວາມຕ້ອງການກັນຊາຢູ່ໄທຍ ເພື່ອຄວາມບັນເທີງ ແລະ ການແພດ ມີສູງຂື້ນຕື່ມ, ແຕ່ການລັກລອບຂົນກັນຊາ ຂ້າມປະເທດ ໃນຮູບແບບດັ່ງກ່າວ ກໍຍັງຜິດກົດໝາຍ ຂອງໄທຍ ຢູ່ ໃນດ່ານພາສີນຳເຂົ້າສິນຄ້າ ແລະ ດ່ານການກວດກາພືດ, ເຊິ່ງມີໂທສ ທັງປັບໃໝ ແລະ ໃຫ້ຕິດຄຸກ ບໍ່ເກີນ 10 ປີ.