ຄົນງານເຄື່ອນຍ້າຍສ່ຽງ ຕິດເຊື້ອ hiv-aids

ມະນີຈັນ
2019.05.13
F-HIV ໂຄງການພັທນາ ເພື່ອສະກັດກັ້ນເຊື້ອ HIV/AIDS ຢູ່ແຂວງຈໍາປາສັກ ເຊກອງ ສາລະວັນ ແລະ ຫລວງນໍ້າທາ
Courtesy of WHO

ຢູ່ລາວປັດຈຸບັນ ຄົນງານເຄື່ອນຍ້າຍແລະຄອບຄົວ ຂອງພວກເຂົາເຈົ້າຢູ່ໃນກຸ່ມສ່ຽງ ທີ່ຈະຕິດເຊື້ອ HIV-AIDS -ຕາມການສຶກສາສໍາຣວດ ຂອງສູນຕ້ານການຕິດເຊື້ອ HIV/AIDS ແລະໂຣຄຕິດຕໍ່ທາງເພດສັມພັນ STI ແລະຄນະກັມການແຫ່ງຊາດ ເພື່ອການຄວບຄຸມໂຣຄເອດສ ຊຶ່ງຂ່າວ ວຽງຈັນທາມສ ຣາຍງານໃນມື້ວັນທີ 6 ພຶສພາ 2019 ນີ້. ຜົລການສຶກສາສໍາຣວດທີ່ວ່ານັ້ນ ຍານາງ ທໍາມະ ເພັດວິໄລ ຫົວໜ້າ ຫ້ອງການ ຄນະກັມການແຫ່ງຊາດ ເພື່ອການຄວບຄຸມໂຣຄເອດສ ໄດ້ເປີດເຜີຍຕໍ່ກອງປະຊຸມ ປຶກສາຫາຣື ກ່ຽວກັບ ການຫາຊ່ອງທາງ ຕໍ່ສູ້ ຕ້ານການແຜ່ຂຍາຍ ຂອງເຊື້ອ HIV/AIDS ແລະ STI ທີ່ໄດ້ຈັດຂຶ້ນເມື່ອໄວໆມານີ້ ທີ່ນະຄອນຫລວງວຽງຈັນ.

ຍານາງ ທໍາມະ ເວົ້າວ່າ ກຸ່ມທີ່ມີຄວາມສ່ຽງສູງ ຕໍ່ການທີ່ຈະຕິດເຊື້ອ HIV ຄືຄົນງານຍ້າຍຖິ່ນ ແລະເມັຽ ຂອງພວກເຂົາເຈົ້າ, ຊາຍຮັກຮ່ວມ ເພດດຽວກັນ, ໂສເພນີ, ພະນັກງານຮ້ານບັນເທີງ ແລະຜູ້ຕິດຢາເສບຕິດ. ຣາຍງານນັ້ນ ໄດ້ເນັ້ນເຖິງ ທັງບັນຫາຫຍຸ້ງຍາກ ໃນການແກ້ໄຂ ເຣື່ອງການຕິດເຊື້ອ HIV ຢູ່ພາຍໃນຄອບຄົວ ຊຶ່ງໂດຍທົ່ວໄປ ສັງຄົມລາວ ຍັງບໍ່ເຂົ້າໃຈດີ ກ່ຽວກັບຄວາມສເມີພາບ ຣະຫວ່າງຍິງ-ຊາຍ. ໃນນັ້ນ ແມ່ຍິງ ບໍ່ສາມາດບອກໃຫ້ຜູ້ເປັນສາມີຂອງຕົນ ໃຊ້ຖົງຢາງອະນາມັຍ ກ່ອນມີເພດສັມພັນ ແລະຜູ້ຊາຍຫລາຍໆຄົນ ກໍບໍ່ຕ້ອງການ ໃຊ້ມັນ ເມື່ອນອນກັບເມັຽ ຂອງຕົນເອງ.

ຍານາງ ກ່າວຕື່ມວ່າ ການສຶກສາສໍາຣວດ ພົບວ່າ ຜູ້ຊາຍຫຼາຍໆຄົນ ທີ່ຖືກສັມພາດນັ້ນ ຄຶດວ່າການໃຊ້ຖົງຢາງອະນາມັຍ ໃນຣະຫວ່າງ ມີເພດສັມພັນ ເປັນເຣື່ອງທີ່ຮັບບໍ່ໄດ້. ເປັນທີ່ຈະແຈ້ງວ່າ ແນວຄິດແບບນັ້ນ ຈະຕ້ອງໄດ້ປ່ຽນແປງ ຖ້າຊຸມຊົນ ຫາກຢາກສະກັດກັ້ນ ການ ຕິດເຊື້ອ HIV. ຄົນຕິດເຊື້ອ HIV ສ່ວນຫຼາຍ ແມ່ນຢູ່ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະຈໍາປາສັກ ໂດຍມີຄົນວັຍໜຸ່ມ, ພະນັກງານຮ້ານບັນເທີງ, ຮວມທັງຄົນງານ ທີ່ໄປຫາວຽກງານເຮັດ ຢູ່ນອກປະເທດ ກໍລ້ວນ ແຕ່ຢູ່ໃນສະພາບ ທີ່ມີຄວາມສ່ຽງຫລາຍ.

ແລະປັດຈຸບັນ ທາງສູນ ກໍຕ້ອງການຢາກໃຫ້ ມີການໂຄສະນາ ອົບຮົມໃຫ້ປະຊາຊົນຮູ້ ໂດຍມຸ້ງເປົ້າໝາຍ ໃສ່ພວກຄົນວັຍໜຸ່ມ ແລະພະນັກ ງານຮ້ານບັນເທີງ ພ້ອມທັງ ໃຫ້ພວກເຂົາເຂົ້າຮ່ວມ ກິຈກັມຕ່າງໆ ເພື່ອຊ່ອຍໃຫ້ ພວກເຂົາເຂົ້າ ໃຈກ່ຽວກັບເຊື້ອ HIV ແລະໂຣຄ AIDS ຫຼາຍຂຶ້ນ. ແລະຕໍ່ກອງປະຊຸມ ປະຈໍາປີ ກ່ຽວກັບ HIV/AIDS ເມື່ອວັນທີ 5 ມີນາຜ່ານມາ ດຣ. ບຸນກອງ ສີຫາວົງ ຣັຖມົນຕຣີ ກະຊວງ ສາທາຣະນະສຸຂ ແລະທັງເປັນ ປະທານຄນະກັມການ ຕ້ານເຊື້ອ HIV/AIDS ກ່າວໂດຍ ອີງໃສ່ຂໍ້ມູນຂອງ UNAIDS ວ່າ ຢູ່ລາວ ຂນະນີ້ ມີຜູ້ຕິດເຊື້ອ HIV ເກືອບຮອດ 12 ພັນຄົນ ແລະແຕ່ປີ 1990 ຫາປີ 2018 ມີຜູ້ເສັຽຊີວິດ ຍ້ອນເຊື້ອ HIV/AIDS ໄປແລ້ວເກືອບ 2 ພັນ 100 ຄົນ ແລະໃນຣະຍະ 9 ເດືອນ ຂອງປີ 2018 ຜ່ານມາ ມີຜູ້ຕິດເຊື້ອຣາຍໃໝ່ 1 ພັນ 76 ຄົນ. ຈຳນວນຜູ້ຕິດເຊື້ອ HIV ທີ່ມີການ ບັນທຶກໄວ້ ໃນປີ 2017 ມີເກືອບຮອດ 1 ພັນ 500 ຄົນ.

ເວົ້າເຣື່ອງຈຳນວນຄົນຕິດເຊື້ອ HIV/AIDS ໃນລາວ ໂດຍສະເພາະ ຢູ່ແຂວງຈໍາປາສັກ ຊຶ່ງເປັນແຂວງນຶ່ງ ທີ່ມີຜູ້ຕິດເຊື້ອຫຼາຍນັ້ນ, ຕາມ ຄໍາເວົ້າຂອງທ່ານໝໍ ຝ່າຍເຊື້ອ HIV/AIDS ຂອງແຂວງນັ້ນແລ້ວແມ່ນວ່າ ຢາກສໍ່າໆກັບປີທີ່ຜ່ານໆມາ.

“ຢາກສໍ່າໆກັນກັບປີກາຍ ກວດພົບ 100 ປາຍ.”

ສ່ວນໃຫຍ່ກວດພົບເຊື້ອ HIV ຢູ່ໃນກຸ່ມກັມກອນເຄື່ອນຍ້າຍ ຊາວໄຮ່ຊາວນາ ແລະແມ່ບ້ານ-ແມ່ຢ້າວແມ່ເຮືອນ ຊຶ່ງສ່ວນຫຼາຍຕິດຈາກການ ຮ່ວມເພດສັມພັນ ຣະຫວ່າງຜົວ ແລະເມັຽໃນຄອບຄົວ ແລະກໍຍັງມີປາກົດການ ຕິດເຊື້ອເພີ່ມຂຶ້ນໃນກຸ່ມຂອງຜູ້ຊາຍຮ່ວມເພດດຽວກັນ ນໍາອີກ.

“ລະກະມີພິເສດ ກະຄືເປັນກຸ່ມຊາຍ ຮັກຊາຍກະມີປາກົດການ ເພີ່ມຂຶ້ນຫຼາຍກວ່າປີກ່ອນ ຄັນສິເວົ້າລະ.”

ນັ້ນກໍເປັນ ສະພາບທີ່ຄ້າຍໆຄືກັນ ກັບຢູ່ແຂວງອື່ນໆ ຂອງລາວ ເປັນຕົ້ນ ແຂວງ ຫລວງນໍ້າທາ ທີ່ມີຊາຍແດນ ຕິດກັບຈີນ ຕາມຄຳເວົ້າ ຂອງ ທ່ານໝໍ ດ້ານເຊື້ອ HIV/Aids ແຂວງຫລວງນໍ້າທາ ເມື່ອໄວໆມານີ້. ທ່ານເວົ້າວ່າ ຊາວໄຮ່ຊາວນາ ແລະແມ່ບ້ານ ແມ່ເຮືອນ ຮວມເຖິງ ຄົນງານເຄື່ອນທີ່ ສາວບໍຣິການ ເປັນກຸ່ມທີ່ສ່ຽງ ແລະຖືກກວດພົບເຊື້ອ HIV ແລະເຊື້ອໂຣຄຕິດຕໍ່ທາງເພດສັມພັນ STI ຫຼາຍ. ຫາກຖາມເຖິງ ຄົນງານຕ່າງປະເທດ ໂດຍສະເພາະ ຈາກຈີນ ທີ່ເຂົ້າມາເຮັດວຽກ ຢູ່ແຂວງນີ້ຫຼາຍ ແລະ ມີຫາງສຽງວ່າ ເປັນຜູ້ນໍາເຊື້ອ HIV ເຂົ້າມາຕິດ ໃສ່ແມ່ຍິງລາວ ທີ່ຂາຍບໍຣິການທາງເພດນັ້ນ ທ່ານໝໍ ຢືນຢັນວ່າ ບໍ່ມີຄວາມຈິງ. ແລະວ່າ 5 ແຂວງພາກເໜືອ ຂອງລາວ ຄື ຫລວງນໍ້າທາ, ອຸດົມໄຊ, ຫລວງພຣະບາງ, ຜົ້ງສາລີ, ບໍ່ແກ້ວ ມີໂຄງການ ຮ່ວມມືຊາຍແດນ ຕ້ານເອດສກັບຈີນ ຊຶ່ງແຕ່ລະປີໄດ້ຜັດປ່ຽນກັນ ເປັນເຈົ້າພາບ ກອງປະຊຸມ ຫາຣືກັນ ຮວມທັງເຣື່ອງຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ວຽກງານຮ່ວມກັນຕ້ານເອດສ ແລະວາງທິດທາງແຜນການ ໃນປີຕໍ່ໄປ. ແລະຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຕ້ານເອດສ ອີກທ່ານນຶ່ງ ຢູ່ແຂວງ ຫລວງນໍ້າທາ ແລ້ວແມ່ນວ່າ ນັ້ນເປັນໂຄງການຂອງຈີນ, ຈີນຮັບຜິດຊອບ ຝ່າຍລາວ ມີແຕ່ໄດ້ປະຕິບັດຮ່ວມກັນກັບຈີນ

“ຮ່ວມກັນ ລະກິຈກັມເພິ່ນກໍໜ້ອຍ ທີ່ສຸດເລີຍ.”

ກິຈກັມນັ້ນ ກໍແມ່ນເຣື່ອງ ການໂຄສະນາ ອົບຮົມໃຫ້ຄວາມຮູ້ ກ່ຽວກັບພັຍອັນຕຣາຍ ຂອງເຊື້ອ HIV/Aids ແລະຮູ້ວ່າ ກ່ອນມີເພດສັມພັນ ແບບປອດພັຍ ຕ້ອງໃສ່ຖົງຢາງອະນາມັຍ ເພື່ອປ້ອງກັນຕົນເອງ ແລະຄົນອື່ນ. ແລະວ່າ ພັຍອັນຕຣາຍຂອງເຊື້ອ HIV/Aids ກໍຍັງມີຄວາມ ເປັນອັນຕຣາຍ ຢູ່ຄືເກົ່າ ບໍ່ມີຫຍັງຫຼຸດຜ່ອນລົງ ມີແຕ່ວ່າບາງຄົນ ເຂົ້າໃຈຜິດເທົ່ານັ້ນ-ທ່ານກ່າວ.

“ມັນກະຮ້າຍຄືເກົ່າຫັ້ນລະ ບາງຄົນບາງເທື່ອມັນກໍເປັນອັນຜິດ ເພິ່ນເວົ້າ ໂອ໊ ບໍ່ຢ້ານດອກ ດຽວນີ້ມີຢາລະ ເອີ໊ມັນຢາ ຢາມັນບໍ່ໄດ້ປົວ ຫາຍຂາດ.”

ແລະເຣື່ອງ ປົວບໍ່ຫາຍຂາດນີ້ລະ ເປັນອັນຕຣາຍຂອງເຊື້ອ HIV/AIDS. ນອກນັ້ນກໍຍັງມີບັນຫາ ຫລືຜົລຮ້າຍອື່ນອີກທີ່ຈະຕາມມາ-ທ່ານກ່າວ. ແລະຕາມຣາຍງານ ຂ່າວວຽງຈັນທາຍ ວັນທີ 2 ເມສາ 2019 ໂດຍອີງໃສ່ຄໍາເວົ້າ ຂອງດຣ. ພອນໄຊ ຣັຕຕະນະວົງ ນັກວິຊາການ ປະຈໍາ ສູນຕ້ານເຊື້ອ HIV-Aids ແລະ STI, ອັດຕຣາການຕິດເຊື້ອໂຣຄນັ້ນ ໄດ້ສືບຕໍ່ເພີ່ມຂຶ້ນ, ໃນແຕ່ລະປີ ມີຜູ້ຕິດເຊື້ອຣາຍໃໝ່ 1 ພັນກໍຣະນີ. ດຣ. ພອນໄຊ ເວົ້າອີກວ່າ ເມື່ອປີກາຍ ຈໍານວນຜູ້ທີ່ສ່ຽງ ທີ່ໄດ້ເຂົ້າກວດເລືອດ ຢູ່ສູນຕ່າງໆ ທີ່ມີທັງໝົດ 189 ແຫ່ງໃນທົ່ວປະເທດລາວ ເພີ່ມຂຶ້ນເປັນ 18 ພັນປາຍຄົນ ຮວມທັງແມ່ຍິງ ທີ່ບໍຣິການທາງເພດ ເກືອບ 6 ພັນຄົນ.

ຢ່າງໃດກໍຕາມ ລາວ ກໍກໍາລັງປະເຊີນກັບບັນຫາທ້າທາຍຫຼາຍຢ່າງ ໃນການແກ້ໄຂບັນຫານີ້ ຮວມທັງເຣື່ອງ ທຶນຊ່ອຍເຫືອ ຈາກອົງການ ສາກົລ ທີ່ນັບມື້ຫຼຸດລົງ, ເຣື່ອງຄວາມຫຍຸ້ງຍາກ ໃນການຫາກຸ່ມທີ່ສ່ຽງ ຂນະທີ່ ຄົນຈຳນວນນຶ່ງ ມີເພດສັມພັນ ແບບບໍ່ປອດພັຍ ແລະ ຈຳນວນນຶ່ງ ກໍເຂົ້າມາ ຮັບການປິ່ນປົວ ຊ້າໂພດເກີນໄປ. ແລະທາງຄນະກັມການ ແຫ່ງຊາດ ຕ້ານເຊື້ອ HIV ກໍກໍາລັງຮ່ວມມື ກັບຄູ່ຮ່ວມ ເພື່ອກໍາຈັດເຊຶ້ອໂຣຄນັ້ນ ໄປຈາກລາວ ພາຍໃນປີ 2030 ຕາມເປົ້າໝາຍ ຂອງສະຫະປະຊາຊາດ ແລະກໍສືບຕໍ່ພະຍາຍາມ ປິ່ນປົວ ຄົນ ທີ່ຕິດເຊື້ອ HIV ເພື່ອບໍ່ໃຫ້ແຜ່ຂຍາຍໄປຕິດຕໍ່ ໃສ່ຄົນອື່ນໆ ຖ່າມກາງການໂຄສະນາໃຫ້ຄວາມຮູ້ ແກ່ປະຊາຊົນຫຼາຍເພີ່ມຂຶ້ນ ກ່ຽວກັບ HIV/AIDS ແລະການຈັດກິຈກັມສະກັດກັ້ນ ໄປເຖິງເຂດຊົນນະບົດ ຫ່າງໄກ.

ຣັຖບານລາວ ໄດ້ເປີດສູນກວດຫາເຊື້ອ HIV ແລະໃຫ້ຄໍາປຶກສາ ເພື່ອຊຸກຍູ້ໃຫ້ຜູ້ຄົນ ຮ່ວມກັນຕ້ານເຊື້ອ HIV-Aids 198 ແຫ່ງໃນປີ 2019 ນີ້ ຈາກທີ່ມີແລ້ວ 172 ແຫ່ງ ແລະປັດຈຸບັນ ມີສູນປິ່ນປົວໂຣຄເອດສ 11 ແຫ່ງ ຮວມທັງຢູ່ໂຮງໝໍໃນ 7 ແຂວງຂອງລາວ ແລະ ຢູ່ນະຄອນ ຫຼວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.