ຕ້ອງໃຊ້ທຶນມະຫາສານ ປຸງຢາ ຂ້າມາລາເຣັຍ
ອົງການ ອະນາມັຍໂລກ ວ່າ ຈໍາເປັນຕ້ອງ ໃຊ້ເງິນ 450 ລ້ານ ໂດລາ ສະຫະຣັດ ໃນການ ແກ້ໄຂ ບັນຫາ ຄົນຕາຍ ຍ້ອນພຍາດ ມາລາເຣັຍ.
-
2013-10-25 -
-
-
Your browser doesn’t support HTML5 audio
ຈໍາເປັນຕ້ອງການໃຊ້ເງິນ ຫລາຍຮ້ອຍລ້ານໂດລາສະຫະຣັຖເພື່ອຍັບ ຍັ້ງການແປຮູບ ທີ່ີຮ້າຍແຮງຂອງ ໂຣຄມາລາເຣັຍ ທີ່ດື້ຢາຊຶ່ງຂຍາຍ ອອກຈາກເອເຊັຍຕາເວັນອອກສ່ຽງໃຕ້ ໄປພາກສ່ວນອື່ນໆຂອງໂລກ ຕາມຣາຍງານຂອງອົງການຂ່າວ AFP ອີງໃສ່ຄໍາເວົ້າຂອງ ອົງການ ອະນາມັຍໂລກ ໃນວັນພະຫັດນີ້.
ອົງການອະນາມັຍໂລກວ່າ ເຊື້ອໂຣຄມາລາເຣັຍທີ່ສູ້ຢັນກັບຢາ ຕ້ານ ທານເຊື້ອໂຣຄມາລາເຣັຍ Artemisinin ຂນະນີ້ໄດ້ຖືກກວດພົບ ໃນ ປະເທສພະມ້າແລະວຽດນາມ 5 ປີ ພາຍຫລັງທີ່ີໄດ້ມີການເຕືອນວ່າ ຢາ ຊນິດນີ້ ບໍ່ມີປະສິດທິພາບ ໃນການຮັກສາ ໂຣຄ ມາລາເຣັຍ ທີ່ ເປັນພັຍຂົ່ມຂູ່ ຢູ່ຊາຍແດນ ກໍາພູຊາແລະໄທ ນັ້ນໄດ້ອີກ ຕໍ່ໄປແລ້ວ.
ທ່ານ Shin Young-Soo ຫົວໜ້າອົງການ ອະນາມັຍໂລກປະຈໍາ ຂົງເຂດເວົ້າໃນຖແລງການວ່າ: "ຄວາມຕ້ານທານຕໍ່ຢາartemisinin ສາມາດເຮັດໃຫ້ຄວາມກ້າວໜ້າຂອງການຄວບຄຸມເຊື້ອໂຣຄໃຫ້ຫລຸດ ລົງຢ່າງຫຼວງຫຼາຍ ແລະອາດເປັນພັຍຄຸກຄາມ ສຸຂພາບ ຂອງຜູ້ຄົນ ໃນທົ່ວໂລກຢ່າງຮຸນແຮງ. ທ່ານວ່າ:
“ຄູ່ພັທນາທີ່ສໍາຄັນ ສນັບສນູນຄວາມພຍາຍາມຂອງພວກເຮົາ ຢ່າງແຂງແຮງ ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຍັງຕ້ອງໄດ້ຜະເຊີນກັບຊ່ອງ ວ່າງ ຂອງການຣະດົມທຶນຢ່າງໜ້ອຍໃຫ້ໄດ້ 450 ລ້ານໂດລາ ສະຫະຣັຖ ໃນ 3 ປີຕໍ່ໄປນີ້“.
ໂຣຄມາລາເຣັຍທີ່ເກີດຈາກການຕິດຕໍ່ດ້ວຍຍຸງ ເຮັດໃຫ້ມີຜູ້ເສັຍຊີວິດ ແຕ່ລະປີເຖິງ 660,000 ຄົນ ຕາມຄໍາເວົ້າຂອງອົງການອະນາມັຍໂລກ.