ສະຖິຕິອຸບັດຕິເຫດ ໄລຍະປີໃໝ່ສາກົນ 2024 ມີທ່າອ່ຽງຫຼຸດລົງ

ໄຊຍາ
2024.01.05
ສະຖິຕິອຸບັດຕິເຫດ ໄລຍະປີໃໝ່ສາກົນ 2024 ມີທ່າອ່ຽງຫຼຸດລົງ ເກີດອຸບັດຕິເຫດ ຣົຖຕຳກັນ ນະຄອນຫຼວງວຽງຈັນ ເດືອນມົກກະຣາ 2024.
ນັກຂ່າວ ພົລເມືອງ

ທ່ານ ພັນໂທ ແກ້ວມາລາ ແສງທອງ ຮອງຫົວໜ້າ ກົມຕໍາຣວດຈະຣາຈອນ ກະຊວງປ້ອງກັນຄວາມສງົບ ໄດ້ຣາຍງານຕໍ່ສື່ມວນຊົນລາວ ກ່ຽວກັບອຸບັດຕິເຫດທົ່ວປະເທດ ໃນໄລຍະສລອງປີໃໝ່ສາກົລ 2024 ລະຫວ່າງວັນທີ 29 ທັນວາ 2023 ຫາວັນທີ 2 ມົກກະຣາ 2024 ວ່າ:

“ອຸປັດດຕິເຫດເກີດຂຶ້ນທັງໝົດ ລະແມ່ນ ໃນຊ່ວງ 5 ວັນນີ້ແມ່ນ 148 ລາຍ, ຖ້າທຽບໃສ່ປີຜ່ານມາແມ່ນຫຼຸດລົງ 42 ລາຍ. ລະມີພາຫະນະເປ່ເພທັງໝົດ 269 ຄັນ, ຫຼຸດລົງ 54 ຄັນ. ລະມີຄົນໄດ້ຮັບບາດເຈັບທັງໝົດລະແມ່ນ 227 ຄົນ ຫຼຸດລົງ 84 ຄົນ. ລະມີຄົນເສັຽຊີວິດທັງໝົດ 21 ຄົນ, ໃນນັ້ນມີຍິງ 1 ຄົນເນາະ, ຖ້າທຽບໃສ່ໃນປີ 2023 ຜ່ານມາ ແມ່ນຫຼຸດລົງ 5 ຄົນ.”

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມຊາວລາວ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ. ນາງກ່າວວ່າ ເຫັນອຸບັດຕິເຫດເກີດຂຶ້ນຢູ່ຕລອດ ໃນໄລຍະປີໃໝ່ສາກົລ 2024 ນີ້ ເຊິ່ງສ່ວນຫຼາຍຍ້ອນເມົາແລ້ວຂັບ ລວມທັງ ຄວາມປະໝາດ ແລະຫົນທາງເປ່ເພ.

ດັ່ງທີ່ນາງ ກ່າວໃນມື້ວັນທີ 5 ມົກກະຣາ 2024 ນີ້ວ່າ:

“ຊ່ວງໄລຍະປີໃໝ່ຫຼາຍຄືກັນເຈົ້າ. ຫຼືວ່າແບບມື້ທັມມະດາ ໂດຍສະເພາະແມ່ນສຸກ-ເສົາ-ທິດ ມັນກໍຈະໜາເປັນພິເສດ ເພາະວ່າເຂົາເຈົ້າອອກໄປຫຼິ້ນໄປທ່ຽວຊີ້ນ່າ. ສ່ວນນຶ່ງກໍມາຈາກດື່ມສິ່ງມຶນເມົາເນາະ ສອງລະກະແບບເກີດຈາກຄວາມປະໝາດ ໃນການຂັບຂີ່ຈັ່ງຊີ້ ຫຼືວ່າ ຖນົນຫົນທາງເປ່ເພບໍ່. ລະຜູ້ກ່ຽວຂີ່ໄວເກີນເຫດ ແລະກະເຮັດໃຫ້ເກີດອຸບັດຕິເຫດ ປະມານນີ້ ກໍມີຄືກັນ.”

ທາງດ້ານ ເຈົ້າໜ້າທີ່ກູ້ໄພ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ໃນມື້ຄືນສົ່ງທ້າຍປີເກົ່ານີ້ ໃນໄລຍະ 7 ມື້ທີ່ຜ່ານມາ ເກີດອຸບັດຕິເຫດ ໃນເຂດຮັບຜິດຊອບຂອງລາວ ຈຳນວນ 6 ກໍຣະນີ ໂດຍກໍຣະນີ ທີ່ຮ້າຍແຮງທີ່ສຸດ ແມ່ນເຫດການຣົຖບັນທຸກນ້ອຍ ຕຳຣົຖຈັກ ເຮັດໃຫ້ມີຜູ້ເສັຽຊີວິດ 1 ຄົນ ເຊິ່ງສາເຫດສ່ວນຫຼາຍກໍຍ້ອນເມົາແລ້ວຂັບ.

ດັ່ງທີ່ລາວ ກ່າວວ່າ:

“ໄລຍະ 7 ມື້ກະມີແຕ່ 6 ກໍຣະນີ້ນ່າ. ມີເສັຽຊີວິດ 1 ກໍຣະນີ ຣົຖໃຫຍ່ຕໍາຣົຖຈັກ ເປັນຣົຖຮຸນໄດ ເປັນຣົຖບັນທຸກຫັ້ນນ່າ ຂນາດໜ້ອຍນ່າ ຕຳເອົາເດັກນ້ອຍ ເສັຽຊິວິດ 1 ຄົນ ຢູ່ຂົວຫ້ວຍລົມຫັ້ນນ່າ. ເປັນທາງໃຫຍ່ ທາງຫຼວງຄືກັນ. ສາເຫດກໍມາຈາກເມົາແລ້ວຂັບຫັ້ນແຫຼະເຈົ້າ.”

ຂະນະທີ່ ເຈົ້າໜ້າທີ່ກູ້ໄພ ນາງນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ຢູ່ໃນເຂດຮັບຜິດຊອບ ຂອງນາງ ມີອຸບັດຕິເຫດເລັກນ້ອຍພຽງ 2 ກໍຣະນີ ເຊັ່ນດຽວກັນ ເຊິ່ງເມື່ອທຽບໃສ່ກັບປີກ່ອນ ຖືວ່າຫຼຸດລົງ.

ດັ່ງທີ່ນາງ ກ່າວວ່າ:

“ມີແຕ່ 2 ເຫດເຈົ້າ ບໍ່ມີຜູ້ເສັຽຊີວິດເຈົ້າ ບາດເຈັບເລັກນ້ອຍ. ຣົຖຈັກຕໍາໝາເຈົ້າ ລະອີກເຄສນຶ່ງເປັນເມົາ ເສັຽຫຼັກ ຕົກຄອງເອງເຈົ້າ. ແມ່ນ, ນະຄອນໄກສອນເຈົ້າ. ແມ່ນ, ຫຼຸດຫຼາຍກ່ອນປີກາຍນີ້ ປີກາຍນີ້ຫຼາຍກວ່າ. ແມ່ນ, ເພາະວ່າເຄສໂຕທີ່ເກີດມື້ຄືນນີ້ ກໍກິນຢູ່ໃນເຮືອນ ສັງສັນຕາມເຮືອນ ບໍ່ໄດ້ອອກໄປຫຼີ້ນທາງນອກຫັ້ນ.”

ທາງດ້ານ ເຈົ້າໜ້າທີ່ຕຳຣວດ ຈະຣາຈອນ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ທາງຕົ້ນສັງກັດຂອງທ່ານ ຍັງບໍ່ທັນໄດ້ສລຸບຣາຍງານລະອຽດ ກ່ຽວກັບສະຖິຕິອຸບັດຕິເຫດ ຢູ່ໃນເຂດຮັບຜິດຊອບ ຂອງທ່ານ.

ດັ່ງທີ່ທ່ານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ:

“ໂອ້ ຍັງບໍ່ໄດ້ສລຸບເທື່ອເດີ້ເຈົ້າ. ເພາະວ່າຫົວໜ້າເພິ່ນອອກໄປກິນເຂົ້າຫັ້ນນ່າ. ເຮົາກໍຍັງບໍ່ໄດ້ສລຸບ.”

ສຳລັບສະຖິຕິ ອຸບັດຕິເຫດທາງຖນົນ ທົ່ວປະເທດລາວ ໃນໄລຍະສລອງປີໃໝ່ສາກົລ 4 ປີຍ້ອນຫຼັງ ມີດັ່ງນີ້:

  1. ປີ 2021 ມີອຸບັດຕິເຫດ 217 ຄັ້ງ, ເສັຽຊີວິດ 36 ຄົນ, ບາດເຈັບ 342 ຄົນ.
  2. ປີ 2022 ມີອຸບັດຕິເຫດ 197 ຄັ້ງ, ເສັຽຊີວິດ 43 ຄົນ, ບາດເຈັບ 297 ຄົນ.
  3. ປີ 2023 ມີອຸບັດຕິເຫດ 190 ຄັ້ງ, ເສັຽຊີວິດ 26 ຄົນ, ບາດເຈັບ 311 ຄົນ.
  4. ປີ 2024 ມີອຸບັດຕິເຫດ 148 ຄັ້ງ, ເສັຽຊີວິດ 21 ຄົນ, ບາດເຈັບ 227 ຄົນ.

ທັງນີ້, ສາເຫດສຳຄັນ ທີ່ເຮັດໃຫ້ຈຳນວນອຸບັດຕິເຫດ ແລະຄວາມເສັຽຫາຍໃນໄລຍະປີໃໝ່ສາກົລ 2024 ມີທ່າອ່ຽງຫຼຸດລົງກໍ່ຍ້ອນຊາວບ້ານຈຳນວນນຶ່ງມີສະຕິຮັບຮູ້ກ່ຽວກັບໄພອັນຕະຣາຍ ຈາກການເມົາແລ້ວຂັບ ຫຼາຍຂຶ້ນ ແລະບັນຫາທາງມືດ ແລະເປ່ເພໃນຍາມກາງຄືນ. ເຮັດໃຫ້ພວກເຂົາເຈົ້າບໍ່ຂັບຂີ່ຣົຖ ໃນຍາມເມົາ ຫຼືເລືອກທີ່ຈະນອນພັກ ຢູ່ບ່ອນຊຸມແຊວ ທີ່ສ່ວນຫຼາຍ ເປັນເຮືອນຂອງໝູ່ຄູ່ ກ່ອນທີ່ຈະຂີ່ຣົຖເມືອເຮືອນ ໃນຍາມສ່າງເມົາຕອນເຊົ້າ. ລວມທັງ ສະພາບເສຖກິຈຝືດເຄືອງ ແລະການແຜ່ລະບາດ ຂອງໂຄວິດ-19 ທີ່ຜ່ານມາ ເຮັດໃຫ້ຊາວລາວ ຈຳນວນຫຼາຍ ຕ້ອງໄດ້ປະຢັດ ລວມທັງເດີນທາງໄປເຮັດວຽກ ຢູ່ຕ່າງປະເທດບໍ່ໄດ້ກັບຄືນມາບ້ານ ເພື່ອສລອງໃນໄລຍະປີໃໝ່.

ໃນວັນທີ 28 ທັນວາ 2023 ທີ່ຜ່ານມາ, ທ່ານ ພັນໂທ ແກ້ວມາລາ ແສງທອງ, ຮອງຫົວໜ້າ ກົມຕຳຣວດຈະຣາຈອນ ກະຊວງປ້ອງກັນຄວາມສງົບ ໄດ້ຖແລງຂ່າວ ຕໍ່ສື່ມວນຊົນວ່າ ໃນໄລຍະປີໃໝ່ສາກົລ 2024 ນີ້, ທາງຕຳຣວດຈະຣາຈອນ ໃນແຕ່ລະຂົງເຂດໄດ້ມິການຈັດຕັ້ງ ຈຸດກວດກາການສັນຈອນ ຕາມເສັ້ນທາງຫຼວງ, ກວດກາເອກສານຜູ້ຂັບຂີ່ ແລະຍານພາຫະນະ, ກວດຄວາມໄວຂອງຣົຖ, ກວດກາທາດເຫຼົ້າຜູ້ຂັບຂີ່ຣົຖ ລວມເຖິງ ລົງໂຄສະນາ ລະບຽບການທີ່ກ່ຽວຂ້ອງ ກັບຂແນງການຈະຣາຈອນ ແກ່ຜູ້ໃຊ້ຣົຖໃຊ້ທາງ ເພື່ອເປັນການປ້ອງກັນ ອຸບັດຕິເຫດ ໃຫ້ຫຼຸດລົງ.

ສະຖິຕິອຸບັດຕິເຫດ ໃນໄລຍະປີໃໝ່ສາກົລ 2024 ກໍ່ຖືວ່າ ຍັງມີຫຼາຍ ຍ້ອນຍັງມີຊາວບ້ານ ອີກຈໍານວນນຶ່ງ ທີ່ລະເມີດລະບຽບກົດໝາຍ ຂັບຂີ່ຣົຖ ໃນຍາມເມົາ ແລະນຳມາສູ່ການເກີດອຸບັດຕິເຫດ. ນອກຈາກນີ້ແລ້ວ, ໃນໄລຍະເດືອນມົກກະຣາ ຫາ ເດືອນພຶສຈິກາ 2023 ທີ່ຜ່ານມາ, ທົ່ວປະເທດມີອຸບປັດຕິເຫດ ທັງໝົດ 6,182 ຄັ້ງ, ມີຜູ້ເສັຽຊີວິດຫຼາຍກວ່າ 800 ຄົນ, ໄດ້ຮັບບາດເຈັບຫຼາຍກວ່າ 1,000 ຄົນ, ພາຫະນະເປ່ເພ 10,926 ຄັນ ຄຶດໄລ່ເປັນມູນຄ່າ ຄວາມເສັຽຫາຍຫຼາຍກວ່າ 131 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.