ຜູ້ປົກຄອງນັກຮຽນຕ້ອງການ ໃຫ້ກະຊວງສຶກສາທິການ ແລະກິລາ ປະກາດໃຫ້ພັກການຮຽນຊົ່ວຄາວ ໃນລະຍະທີ່ມີການຣະບາດຂອງພຍາດ ໂຄວິດ-19 ໂດຍສະພາະແມ່ນນັກຮຽນ ຊັ້ນປະຖົມເຊີິ່ເບີ່ງແຍງຕົນເອງບໍ່ໄດ້. ດັ່ງ ຜູ້ປົກຄອງ ທີ່ມີລູກຮຽນຢູ່ໂຮງຮຽນຣັຖແຫ່ງນຶ່ງ ທີ່ແຂວງ ສວັນນະເຂດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ມີນາ ວ່າ: ເປັນໄປໄດ້ກໍຢາກໃຫ້ພັກຮຽນຊົ່ວຄາວ ກ່ອນໃນລະຍະທີ່ໂຄວິດ-19ຣະບາດ.
"ຄັນເປັນໄປໄດ້ກໍຢຸດຫັ້ນແຫຼະ ຄັນເຫດການມັນຮ້າຍແຮງ ພຍາດມັນຣະບາດຄືເດັກນ້ອຍ ຄືເຮົາເຫັນແຕ່ເດັກນ້ອຍຍັງຊໍ່ານັ້ນ ໃຫ້ລາວອັດປາກ ເຂົາບໍ່ອັດເຂົາບໍ່ມັກ ເຂົາກໍບອກໃສ່ແຫລະ ເຂົາຍັງເບີ່ງແຍງຕົນເອງບໍ່ໄດ້ເຂົາຍັງນ້ອຍເດ້."
ຜູ້ປົກຄອງນັກຮຽກຢູ່ເມືອງວຽງຄຳແຂວງວຽງຈັນ ທີ່ເອົາລູກໄປຝາກໂຮງຮຽນ ອະນຸບານກໍຢາກໃຫ້ ພາກສ່ວນກ່ຽວຂ້ອງ ພັກຊົ່ວຄາວຍ້ອນວ່າ ທາງໂຮງຮຽນ ຍັງບໍ່ໄດ້ປະກາດຫຍັງອອກມາ ໃນຂນະທີ່ຂ່າວທາງການ ອອກມາວ່າ ໃນລະຍະ ນີ້ລາວເຂົ້າຊູ່ຄວາມຊ່ຽງ ຕໍ່ການຣະບາດ ພຍາດໂຄວິດ-19 ແລ້ວ.
"ອັນເພີ່ນວ່າໂຮງຮຽນ ບໍ່ເຂົ້າເດີ້ກໍບໍ່ໄດ້ໄປ ຄັນເພິ່ນວ່າຍັງເຂົ້າຢູ່ນີ້ກໍໄດ້ໄປ ຄັນເຮົາບໍ່ໄປເຮົາກໍບໍ່ໄດ້ຮຽກນໍາເພິ່ນ ເຮົາກໍຕັດສິນໃຈບໍ່ໄດ້ແຫລະ ຄັນມີຜູ້ເປັນກໍບໍ່ຢາກໃຫ້ໄປ ແຕ່ຍັງບໍ່ມີຜູ້ເປັນກໍໃຫ້ໄປກ່ອນ ແຕ່ໄປຮອນໂຮງຮຽນ ກໍບໍ່ຮູ້ ຂະເຈົ້າສິໃສ່ຫລືບໍ່ໃສ່."
ສ່ວນເຈົ້າໜ້າທີ່ໂຮງຮຽນເອກກະຊົນ ທີ່ນະຄອນຫລວງວຽງຈັນ ໃຫ້ຄວາມເຫັນວ່າຕ້ອງລໍຖ້າທາງ ກະຊວງສາທາຣະນະສຸຂ ແລະ ກະຊວງ ສຶກສາທິການ ແຈ້ງມາກ່ອນຈຶ່ງພັກການຮຽນຊົ່ວຄາວໄດ້ ແຕ່ຖ້າຜູ້ປົກຄອງມີຈຸດປະສົງ ຕ້ອງການ ໃຫ້ນັກຮຽນພັກຊົ່ວຄາວ ກໍແຈ້ງໄປຍັງ ຄະນະບໍຣິຫານ ໂຮງຮຽນໄດ້.
"ຢ່າງໃດກໍຕາມເຮົາຍັງລໍຖ້າຟັງຄຳສັ່ງ ຈາກກະຊວງສາທາຣະນະສຸຂ ແລະ ກະຊວງສຶກສາທິການ ເຮົາບໍ່ສາມາດຊິດຳເນີນເອງໄດ້ ສົມມຸດ ເຮົາປິດລົງປັບ ແນ່ນອນຂະເຈົ້າວ່າໂອປິດແລ້ວມັນແຮງ ຈະເລີດອີກຄືເວົ້າໄປແລ້ວ ຖ້າເຮົາປິດ ຫລືວ່າເຮົາຢຸດເອງ ອັນໃດອັນນຶ່ງແນ່ນອນ ສັງຄົມກໍຕ້ອງຄິດວ່າເປັນບໍ່ເປັນ ກໍຕ້ອງຄິດວ່າເປັນແນ່ນອນເຂົາຈື່ງປີດ."
ຕໍ່ກັບບັນຫາດັ່ງກ່າວ ທາງກະຊວງສາທາຣະນະສຸຂ ຍັງປະກາດອອກມາວ່າປັດຈຸບັນໃນລາວ ຍັງບໍ່ທັນພົບຜູ້ຕິດເຊື້ອພຍາດ ໂຄວິດ-19 ຍັງມີແຕ່ກໍຣະນີສົງໃສ ແລະ ຍັງບໍ່ທັນໄດ້ມີປະກາດໃຫ້ພັກຮຽນ ຫລື ພັກວຽກ ມີແຕ່ການປະກາດໃຫ້ ໂຈະງານຊຸມນຸມ, ງານດອງ, ງານບຸນຕ່າງໆ.
